ຕຳຫຼວດຜູ້ຊ່ວຍພາເດັກນ້ອຍຍ່າງຂ້າມທາງໄປໂຮງຮຽນທ່ານນຶ່ງ ໄດ້ພະຍາຍາມຫຼຸດ
ຜ່ອນຄວາມອຶດອັດ ແລະ ຟ້າວຟັ່ງ ຢູ່ສີ່ແຍກທີ່ມີລົດຕິດແອອັດໃນບໍລິເວນໂຮງຮຽນ
ແຫ່ງນຶ່ງ ດ້ວຍການໃສ່ໝວກກາຕູນທີ່ແຕກຕ່າງກັນໃນແຕ່ລະທິດ, ລາວກ່າວວ່າ ວຽກ
ງານຂອງລາວໄດ້ຊ່ວຍຫຼຸດຜ່ອນອຸບັດຕິເຫດ, ເປັນການຄວບຄຸມຈະລາຈອນທີ່ໄດ້ຜົນ.
ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ທ່ານ ລິນ ວູລຝອດ ໃສ່ໝວກຫຼາຍໃບໃນຂະນະທີ່ເປັນຫົວໜ້າຕຳຫຼວດຂອງເມືອງ
ແອສແລນ, ລັດ ມິສຊູຣີ. ລາວຄາດວ່າ ລາວມີປະມານ 55 ໜ່ວຍ.
ທ່ານ ວູລຝອດ, ຜູ້ທີ່ຄວບຄຸມດ້ານຄວາມປອດໄພ ແລະ ສະຫວັດດີການຂອງປະຊາ
ຊົນ 3,707 ຄົນໃນເມືອງທີ່ຕັ້ງຢູ່ພາກຕາເວັນຕົກຕອນກາງນັ້ນ, ເປັນຜູ້ບັງຄັບການສັນ
ຈອນທຸກໆເຊົ້າ ຢູ່ນອກໂຮງຮຽນມັດທະຍົມຕອນຕົ້ນ ແລະ ຕອນປາຍ ຢູ່ສີ່ແຍກທີ່ມີ
ລົດຕິດວຸ້ນວາຍນັ້ນ. ໃນພາກສ່ວນຂອງຄວາມພະຍາຍາມທີ່ສຳເລັດໃນການຄວບຄຸມ
ຄວາມແອອັດ ແລະ ຄວາມອຶດອັດ ໃນເວລາທີ່ປະຊາຊົນພາກັນຟ້າວໃຫ້ໄປຮອດໂຮງ
ຮຽນ ແລະ ບ່ອນເຮັດວຽກນັ້ນ, ລາວຈະໃສ່ໝວກໂຕກາຕູນ ເພື່ອຫຼຸດຜ່ອນຄວາມເຄັ່ງ
ຕຶງ ແລະ ດຶງດູດຄວາມສົນໃຈຂອງເຂົາເຈົ້າ.
ທ່ານ ວູລຝອດ ໄດ້ກ່າວວ່າ “ເມື່ອເຈົ້າຖືກເລືອກເປັນຫົວໜ້າຕຳຫຼວດ ຂ້າພະເຈົ້າຢາກ
ຊອກຫາສິ່ງທີ່ຂ້າພະເຈົ້າສາມາດນຳສະເໜີຕົນເອງຕໍ່ຊຸມຊົນ ແລະ ບາງເທື່ອແກ້ໄຂ
ບັນຫາ.”
ທ່ານໄດ້ປະສົບຄວາມສຳເລັດ. ເມື່ອບໍ່ດົນມານີ້ລາວໄດ້ຊະນະລາງວັນ “ຜູ້ຊ່ວຍຍ່າງ
ຂ້າມທາງ ທີ່ຄົນມັກຂອງ ອາເມຣິກາ.” ເອົາຊະນະຜູ້ຍາມຄົນອື່ນໆ 168 ຄົນທີ່ຖືກສະ
ເໜີຊື່ໂດຍພວກນັກຮຽນ ແລະ ພໍ່ແມ່ຜູ້ປົກຄອງຈາກທົ່ວປະເທດ.
ລາວໄດ້ກ່າວວ່າ “ຂ້າພະເຈົ້າໄດ້ອອກໄປກາງຖະໜົນ ແລະ ຄວບຄຸມສີ່ແຍກ ແລະ ມັນ
ກໍໄດ້ຜົນ. ຂ້າພະເຈົ້າໝາຍຄວາມວ່າ ມັນແມ່ນຄຳຕອບແນ່ນອນສຳລັບບັນຫານີ້.”
ທ່ານ ວູລຝອດ ມັກລົມກັບພວກນັກຮຽນ ແລະ ພໍ່ແມ່ຂອງເຂົາເຈົ້າໃນທຸກໆຕອນເຊົ້າ,
ເຊິ່ງມັນບໍ່ແມ່ນບົດບາດທົ່ວໄປຂອງຫົວໜ້າຕຳຫຼວດທັງຫຼາຍ.
ສຳລັບວັນ ຮາໂລວີນ ຄັ້ງທຳອິດຂອງລາວໃນເມືອງນັ້ນ, ລາວໄດ້ຊື້ໝວກ ເພື່ອໄປສະ
ຫຼອງວັນພັກດັ່ງກ່າວນັ້ນ.
ທ່ານໄດ້ກ່າວວ່າ “ມັນເປັນຄວາມມັກທີ່ເກີດຂຶ້ນໃນທັນທີ. ເຈົ້າຮູ້ບໍ່, ນີ້ແມ່ນຫົວໜ້າຕຳ
ຫຼວດຢືນຢູ່ກາງສີ່ແຍກ ໃສ່ໝວກກາຕູນນີ້.”
ນັບຕັ້ງແຕ່ນັ້ນມາ, ທ່ານ ວູລຝອດ ໄດ້ສະສົມໝວກປະມານ 55 ໃບ, ເຊິ່ງຫຼາຍໜ່ວຍ
ແມ່ນຂອງຂວັນຈາກບັນດາພໍ່ແມ່ຜູ້ປົກຄອງທັງຫຼາຍ.
ທ່ານໄດ້ກ່າວວ່າ “ໂດຍພື້ນຖານແລ້ວ ຂ້າພະເຈົ້າມີໜ່ວຍນຶ່ງ ສຳລັບແຕ່ລະອາທິດ
ຂອງປີ ພ້ອມກັບສຳຮອງໄວ້ສອງສາມໜ່ວຍ.” ລາວເວົ້າຕື່ມວ່າ “ຫຼາຍໜ່ວຍແມ່ນຕາມ
ລະດູການ.”
ວຽກງານຂອງທ່ານ ວູລຝອດ ແມ່ນໜ້າເບື່ອ ຫຼືບໍ່ກໍບໍ່ສຳຄັນຫຍັງ.
ເດັກນ້ອຍໄວ້ລຸ້ນທີ່ຍ່າງຕາມຖະໜົນ 5 ຄົນໄດ້ເສຍຊີວິດແຕ່ລະອາທິດ, ອີງຕາມອົງ
ການ SafeKids, ເຊິ່ງແມ່ນຜູ້ຮ່ວມສະໜັບສະໜູນລາງວັນ “ຜູ້ຊ່ວຍຍ່າງຂ້າມທາງທີ່
ຄົນມັກຂອງ ອາເມຣິກາ” ກັບບໍລິສັດ FedEx.
ນັກຮຽນມັດທະຍົມຕົ້ນ 1 ໃນ 6 ຄົນໃດ ແລະ ຮັກຮຽນມັດທະຍົມປາຍ 1 ໃນ 4 ຄົນໃດ
ຈະ “ຂາດສະມາທິ” ໃນເວລາທີ່ຍ່າງຢູ່, ແລະ ສິ່ງທີ່ອົງການ Safekids ໄດ້ອະທິບາຍ
ວ່າ “ການຍ່າງຂ້າຖະໜົນທີ່ບໍ່ປອດໄພ” ນັ້ນແມ່ນໄດ້ຖືກສຳຫຼວດໃນນັກຮຽນ 80 ເປີ
ເຊັນ, ອີງຕາມລາຍງານ “ອັນຕະລາຍທີ່ໜ້າຕົກໃຈໃນເຂດໂຮງຮຽນ” ປີ 2016.
ອ້າຍນອງສາມຄົນໄດ້ເສຍຊີວິດໃນເດືອນຕຸລາປີກາຍນີ້ ທີ່ເມືອງ ຝອດ ເວນ (Fort
Wayne), ລັດ ອິນເດຍນາ ຫຼັງຈາກຄົນຂັບລົດຄົນນຶ່ງ ໄດ້ຕຳເອົາເຂົາເຈົ້າ ເວລາທີ່
ລາວຖືກກ່າວຫາວ່າ ໄດ້ເລັ່ງຄວາມໄວໃກ້ໆລົດເມໂຮງຮຽນ ຕອນ ທີ່ເຂົາເຈົ້າກຳລັງ
ລົງມານັ້ນ. ຝາແຝດອ້າຍນ້ອງ ອາຍຸ 6 ປີ, ທ້າວ ເອັກເຊເວຍ ແລະ ທ້າວ ເມສັນ ອິງເກິລ,
ແລະ ເອື້ອຍຂອງເຂົາເຈົ້າອາຍຸ 9 ປີ ນາງ ອາລິເວຍ ສຕາລໄດ້ເສຍຊີວິດ. ຄົນຂັບລົດ
ແມ່ນນາງ ອາລິສຊາ ເຊເຝີດ (Alyssa Shepherd), ເຊິ່ງລາວບໍ່ໄດ້ສາລະພາບຜິດ
ໃນຂໍ້ກ່າວຫາ ຂ້າຄົນດ້ວຍຄວາມບໍ່ເອົາໃຈໃສ່ສາມກະທົງ ແລະ ລໍຖ້າດຳເນີນຄະດີ.
ອຸບັດຕິເຫດດັ່ງກ່າວແມ່ນນຶ່ງໃນຢ່າງໜ້ອຍ 4 ຄັ້ງຂອງອາທິດນັ້ນໃນລັດ ມິສຊີສສິບປີ,
ຟລໍຣິດາ ແລະ ເພັນຊິລເວເນຍ, ເຊິ່ງໄດ້ເຮັດໃຫ້ເດັກນ້ອຍເສຍຊີວິດຕື່ມອີກ 2 ຄົນ
ແລະ ຫຼາຍຄົນບາດເຈັບ.
ໃນອາທິດທີ່ຜ່ານມາ, ພຽງບໍ່ເທົ່າໃດວັນຫຼັງຈາກໄວລຸ້ນຄົນນຶ່ງ ໄດ້ຮັບບາດເຈັບຢູ່ຫົວ
ຈາກການຖືກລົດຕຳ ໂດຍຜູ້ທີ່ບໍ່ໄດ້ເອົາໃຈໃສ່ກັບປ້າຍຢຸດທີ່ຍື່ນອອກມາຈາກລົດເມໂຮງຮຽນ, ອຳນາດນິຕິບັນຍັດລັດ ໂອກລາໂຮມາ ໄດ້ນຳສະເໜີກົດໝາຍສະບັບນຶ່ງ
ເຊິ່ງຈະປັບໄໝຄົນຂັບລົດ ສຳລັບການຂັບລົດກາຍລົດເມໂຮງຮຽນທີ່ຢຸດຢູ່.
ນັບຕັ້ງແຕ່ທ່ານ ວູລຝອດ ໄດ້ເຂົ້າມາຄວບຄຸມການການສັນຈອກຢູ່ນອກໂຮງຮຽນມັດ
ທະຍົມຕົ້ນ ແລະ ປາຍ ແອສແລນ ນັ້ນ, ທ່ານໄດ້ເວົ້າວ່າມັນບໍ່ເຄີຍມີອຸດບັດຕິເຫດ.
ແລະ ສຳລັບສິ່ງນັ້ນ, ພ້ອມກັບຄຳເຫັນຂອງທ່ານເພື່ອເຮັດໃຫ້ນັກຮຽນ ແລະ ພໍ່ແມ່ຜູ້
ປົກຄອງຍິ້ມ ໃນຕອນເຊົ້າຂອງວັນຈັນ ຫາສຸກນັ້ນ, ຊຸມຊົນດັ່ງກ່າວໄດ້ສະເໜີຊື່ລາວ
ໃຫ້ເປັນ ຍາມຊ່ວຍຂ້າມທາງທີ່ມັກຂອງ ອາເມຣິກາ” ໂດຍອົງການ Safekids ທົ່ວ
ໂລກ, ເປັນກຽດທີ່ມາພ້ອມກັບເງິນ 10,000 ໂດລາ ສຳລັບໂຮງຮຽນປະຈຳເຂດຂອງ
ລາວ ເພື່ອເປັນທຶນໃຫ້ໂຄງການຄວາມປອດໄພຕາມຖະໜົນໃນອະນາຄົດ.
ແນວໃດກໍຕາມທ່ານ ວູລຝອດ ໄດ້ກ່າວວ່າ ທ່ານໄດ້ຈິນຕະນາການວ່າ ບົດບາດຂອງ
ລາວ ຈະບໍ່ຢູ່ໄປໄດ້ຕະຫຼອດ, ໃນຂະນະທີ່ເມືອງ ແອສແລນ ຢາກສ້າງວົງວຽນໃສ່ທາງ
ສີ່ແຍກນັ້ນ, ລາວຄິດວ່າ ມັນຈະມີຄວາມຕ້ອງການ ເພື່ອຊ່ວຍເຫຼືອພວກເດັກນ້ອຍໃຫ້
ຍ່າງຂ້າມຫົນທາງຢ່າງປອດໄພຢູ່ຕະຫຼອດ.
ທ່ານໄດ້ກ່າວວ່າ “ຂ້າພະເຈົ້າບໍ່ຮູ້ວ່າຄວາມເປັນຫ່ວງມັນຈະໝົດໄປຫຼືບໍ່.”