ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອາເມຣິກາ ລະນຶກເຖິງວັນ ຄົບຮອບ 20 ປີ ຂອງການໂຈມຕີ ເມື່ອວັນທີ 11 ກັນຍາ ໃນຂະນະທີ່ ປ. ໄບເດັນ ຫາທາງປິດສາກເຫດການນີ້


ທ່ານນາງເຈນ ຣາເມຍເຣສ, ຫົວໜ້າກຳກັບຫໍພິພິທະພັນ ຢູ່ທີ່ອະນຸສອນສະຖານແລະພິພິທະພັນ 9/11, ພວມໄຈ້ເບິ່ງບັດທັງຫຼາຍທີ່ຂຽນສະແດງຄວາມເສຍໃຈ ແກ່ຜູ້ເຄາະຮ້າຍ ໃນເຫດການໂຈມຕີກໍ່ການຮ້າຍ ໃນວັນທີ11 ກັນຍາ ຊຶ່ງໄດ້ຖືກບໍລິຈາກໃຫ້ຫໍພິພິທະພັນເພື່ອເກັບສະສົມໄວ້, ວັນທີ 16 ກໍລະກົດ 2021, ໃນນະຄອນນິວເຈີຊີ, ລັດນິວເຈີຊີ.
ທ່ານນາງເຈນ ຣາເມຍເຣສ, ຫົວໜ້າກຳກັບຫໍພິພິທະພັນ ຢູ່ທີ່ອະນຸສອນສະຖານແລະພິພິທະພັນ 9/11, ພວມໄຈ້ເບິ່ງບັດທັງຫຼາຍທີ່ຂຽນສະແດງຄວາມເສຍໃຈ ແກ່ຜູ້ເຄາະຮ້າຍ ໃນເຫດການໂຈມຕີກໍ່ການຮ້າຍ ໃນວັນທີ11 ກັນຍາ ຊຶ່ງໄດ້ຖືກບໍລິຈາກໃຫ້ຫໍພິພິທະພັນເພື່ອເກັບສະສົມໄວ້, ວັນທີ 16 ກໍລະກົດ 2021, ໃນນະຄອນນິວເຈີຊີ, ລັດນິວເຈີຊີ.

ຄວາມໜ້າຢ້ານຂອງວັນທີ 11 ກັນຍາ 2001 ໄດ້ຖືກເປີດເຜີຍອອກມາພາຍໃນພຽງ 102 ນາທີ. ໃນວັນດັ່ງກ່າວ ມີ 2,996 ຄົນໄດ້ເສຍຊີວິດຍ້ອນການໂຈມຕີທີ່ຮ້າຍແຮງສຸດຂອງພວກກໍ່ການຮ້າຍ ໃນປະຫວັດສາດຍຸກໃໝ່ຂອງສະຫະລັດ.

ສິ່ງທີ່ຕິດຕາມມາກໍແມ່ນ 19 ປີ ກັບ 10 ເດືອນ 3 ອາທິດ ແລະ 2 ວັນຂອງສົງຄາມໃນອັຟການິສຖານ ໂດຍກະຊວງປ້ອງກັນປະເທດຊຶ່ງມີທະຫານອາເມຣິກັນ ຢ່າງໜ້ອຍ 2,325 ຄົນ ທີ່ໄດ້ເສຍຊີວິດ. ບໍ່ມີໃຜຮູ້ເລີຍວ່າ ພົນລະເຮືອນຫຼາຍຊ່ຳໃດທີ່ໄດ້ຖືກຂ້າຕາຍ.

ໃນວັນທີ 11 ກັນຍາ 2021 ນີ້ ປະທານາທິບໍດີ ໂຈ ໄບເດັນ ພະຍາຍາມຈະເນັ້ນຢ້ຳເຖິງໂສກນາດຕະກຳທັງສອງຢ່າງດ້ວຍການໄປສະແດງຄວາມຄຳນັບຕໍ່ສະຖານທີ່ 3 ແຫ່ງ ຊຶ່ງຄວາມທຸກທໍລະມານອັນແສນສາຫັດ ທີ່ເຂົາເຈົ້າໄດ້ຮັບຈາກໄຟສົງຄາມທີ່ຍາວນານທີ່ສຸດຂອງອາເມຣິກາ.

ສົງຄາມຕໍ່ຕ້ານພວກກໍ່ການຮ້າຍໃນທົ່ວໂລກ ດັ່ງທີ່ມັນໄດ້ຖືກເອີ້ນນັ້ນ ຂະຫຍາຍວົງກວ້າງໄກອອກໄປ ຜ່ານປະເທດນ້ອຍໆໃນເຂດເອເຊຍກາງຄືອັຟການິສຖານ ກາຍເຂົ້າໄປເຖິງປະເທດອີຣັກ ແລະແຫ່ງອື່ນໆໃນໂລກທີ່ມີຄວາມກັງວົນ ໄກອອກໄປຈົນເຖິງອາຟຣິກາ. ບັນຫາຂັດແຍ້ງຢູ່ໃນອີຣັກໄດ້ເອົາຊີວິດພວກສະມາຊິກທະຫານສະຫະລັດ 4,500 ຄົນ ແລະພົນລະເຮືອນຫຼາຍແສນຄົນ.

ນັບຕັ້ງແຕ່ມີການຕັດສິນໃຈທີ່ຈະຖອນກຳລັງທະຫານອອກຈາກອັຟການິສຖານຢ່າງຄົບຖ້ວນ ພາຍໃນທ້າຍເດືອນສິງຫາ ຊຶ່ງໄດ້ກາຍເປັນເລື້ອງຖົກຖຽງກັນນັ້ນ ລັດຖະບານທ່ານໄບເດັນ ໄດ້ດຳເນີນການຢ່າງເດັດຂາດ ເພື່ອປະຖິ້ມຊ່ວງເວລາ 20 ປີທີ່ຜ່ານມານັ້ນ ໄວ້ທາງຫຼັງ ໂດຍການເຮັດໃຫ້ເອກະສານລັບຈໍານວນຫຼວງ ຫຼາຍນັ້ນ ບໍ່ໃຫ້ເປັນຄວາມລັບອີກຕໍ່ໄປ ທີ່ອາດຈະສະທ້ອນໃຫ້ເຫັນເຖິງເຫດການຕ່າງໆຂອງວັນທີ 11 ກັນຍາ ແລະຮັກສາໄລຍະຫ່າງໆ ຈາກລັດຖະບານຂອງກຸ່ມຕາລີບານ ທີ່ປົກຄອງດ້ວຍລະບອບຫົວແຂງກະດ້າງ ຖືພະເຈົ້າເປັນກົດໝາຍສັກສິດ ທີ່ໄດ້ເຂົ້າຢຶດອຳນາດໃນອັຟການິສຖານ ເມື່ອກຳລັງອາເມຣິກັນໄດ້ຖອນໂຕອອກໄປ.

ໃນວັນເສົາມື້ອື່ນນີ້ ທ່ານໄບເດັນ ຈະໄປຢ້ຽມຢາມສະຖານທີ່ທັງ 3 ທີ່ໄດ້ຈຸດຄະນວນສົງຄາມ ຄື ທີ່ນະຄອນນິວຢອກ ບ່ອນທີ່ໃນເວລາ 8 ໂມງ 46 ນາທີ ໃນຕອນເຊົ້າ ແດດສ່ອງຟ້າເດືອນກັນຍາມື້ນັ້ນ ເຮືອບິນສາຍການບິນ American Airlines ຖ້ຽວບິນ 11 ໄດ້ບິນເຂົ້າໄປຕຳຕຶກກ້ຳເໜືອຂອງ World Trade Center ແລະເມື່ອ 17 ນາທີຕໍ່ມາ ເຮືອບິນສາຍການບິນ United Airlines ຖ້ຽວບິນ 175 ບິນໄປຕຳຕຶກກ້ຳໃຕ້.

ທ່ານຍັງຈະໄປຢ້ຽມຢາມທຳນຽບຫ້າແຈບ່ອນທີ່ເຮືອບິນສາຍການບິນ American Airlines ຖ້ຽວບິນ 77 ໄດ້ບິນເຂົ້າຕຳໃນໄລຍະ 34 ນາທີຕໍ່ມາ ແລະຢູ່ອີກແຫ່ງນຶ່ງຕ່າງຫາກ ທ່ານແລະຮອງປະທານາທິບໍດີ ຄາມາລາ ແຮຣິສ ຈະໄປຢ້ຽມຄຳ ນັບ ຢູ່ທີ່ທົ່ງຫຍ້າ ທີ່ໂດດດ່ຽວໃນເມືອງແຊງສ໌ວີລ (Shanksville) ລັດເພັນຊີລເວເນຍ ອັນເປັນແຫ່ງສຸດທ້າຍບ່ອນທີ່ເຮືອບິນສາຍການບິນ United Airlines ຖ້ຽວບິນ 93 ທີ່ໄດ້ຕົກນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG