ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ທຣຳ ດີ້ນຮົນ ໃນການປະຕິບັດ ຕາມຄຳສັນຍາ ດ້ານກອງທັບ ສະຫະລັດ


America First? Trump Struggles to Implement Campaign Promises on US Military
please wait

No media source currently available

0:00 0:02:36 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ວັນທີ 20 ມັງກອນມື້ອື່ນນີ້ ແມ່ນວັນຄົບນຶ່ງປີ ໃນການເຂົ້າດຳ ລົງຕຳແໜ່ງປະທານາທິ
ບໍດີຂອງທ່ານ ດໍໂນລ ທຣຳ. ນັບຕັ້ງແຕ່ທ່ານໄດ້ເຂົ້າກຳອຳນາດ ເປັນຕົ້ນມາ, ກອງທັບ
ສະຫະລັດ ແມ່ນໄດ້ມີໜ້າໃນການປະຕິບັດພາລະກິດປາບປາມລັດທິກໍ່ການຮ້າຍໃນ
ຕ່າງປະເທດເພີ່ມຂຶ້ນ, ດັ່ງທີ່ນັກຂ່າວວີໂອເອ ວິນລຽມ ແກລໂລ "William Gallo" ໄດ້
ລາຍງານ ກ່ຽວກັບ ການປະຕິບັດຕາມຄຳສັນຍາໃນລະຫວ່າງ ການໂຄສະນາຫາສຽງ
ຂອງທ່ານ ທຣຳ, ເຊິ່ງ ພຸດທະສອນ ຈະນຳເອົາລາຍລະອຽດ ມາສະ ເໜີທ່ານ ໃນອັນ
ດັບຕໍ່ໄປ.

ປະທານາທິບໍດີ ດໍໂນລ ທຣຳ ເວົ້າວ່າ “ຖ້າຂ້າພະເຈົ້າ ກາຍເປັນປະທານາທິບໍດີ, ຍຸກ
ສະໄໝຂອງການສ້າງຊາດ ແມ່ນຈະໄດ້ສິ້ນສຸດລົງຢ່າງວ່ອງໄວ ແລະ ຢ່າງເດັດຂາດ.”

ໃນເວລາເປັນຜູ້ລົງສະໝັກແຂ່ງຂັນ ເອົາຕຳແໜ່ງ ປະທານາທິບໍດີນັ້ນ, ທ່ານ ດໍໂນລ
ທຣຳ ໄດ້ສັນຍາວ່າ ຈະເອົາວິທີການທີ່ແຕກຕ່າງ ຢ່າງເລິກເຊິ່ງ ຕໍ່ການແຊກແຊງຢູ່
ໃນຕ່າງປະເທດ.

ປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ພວກເຮົາໄດ້ໃຊ້ຈ່າຍໃນເວລານີ້ 6 ພັນຕື້ໂດ
ລາ ຢູ່ໃນພາກຕາເວັນອອກກາງ.”

ປະທານາທິບໍດີ ທຣຳ ກ່າວຕື່ມວ່າ “ພວກເຮົາອາດບູລະນະສ້າງສາປະ ເທດຂອງພວກ
ເຮົາໄດ້ຄືນເຖິງສອງເທົ່າ.”

ຫຼາຍປີມາແລ້ວ, ທ່ານ ທຣຳ ໄດ້ກ່າວວິຈານ ກ່ຽວກັບ ສົງຄາມ ຂອງສະຫະລັດ, ດ້ວຍ
ການໂຕ້ຖຽງວ່າ ເປັນການສິ້ນເປືອງ ຊີວິດຂອງຄົນ ແລະ ເງິນ.

ແຕ່ທ່ານ ທຣຳ ໄດ້ຮັບມືກັບບັນຫາຂັດແຍ່ງຕ່າງໆ ໃນລະຫວ່າງການເປັນປະທານາທິ
ບໍດີ ໃນປີທຳອິດຂອງທ່ານແນວໃດ? ຄຳຕອບສັ້ນໆກໍແມ່ນ ມັນບໍ່ໄດ້ມີການປ່ຽນແປງ
ຫຍັງຫຼາຍ. ແທ້ຈິງແລ້ວ, ທ່ານ ທຣຳໄດ້ສະແດງໃຫ້ເຫັນວ່າ ທ່ານພຽງແຕ່ບໍ່ເຕັມໃຈ ທີ່
ຈະໃຊ້ກອງກຳລັງ ສະຫະລັດ ໃນຕ່າງປະເທດເທົ່ານັ້ນ.

ນັບຕັ້ງແຕ່ທ່ານ ທຣຳ ໄດ້ເຂົ້າດຳລົງຕຳແໜ່ງນັ້ນ, ການມີໜ້າຂອງກອງທັບ ສະຫະລັດ
ໃນພາກຕາເວັນອອກກາງ ແລະ ອາຟຣິກາເໜືອ ແມ່ນໄດ້ເພີ່ມຂຶ້ນນຶ່ງສ່ວນສາມ.

ສະຫະລັດ ຍັງໄດ້ດຳເນີນການຖິ້ມລະເບີດຫຼາຍຂຶ້ນ. ໃນປີກາຍນີ້ ສະຫະລັດ ໄດ້ຖິ້ມ
ລະເບີດໃສ່ປະເທດ ອີຣັກ ແລະ ຊີເຣຍ ຫຼາຍກວ່າປີ 2016, 30 ເປີເຊັນ, ແລະ ຫຼາຍ
ຂຶ້ນສາມເທົ່າໃນປະເທດ ອັຟການິສຖານ.

ເຮືອບິນບໍ່ມີຄົນຂັບ ແລະ ການໂຈມຕີທາງອາກາດອື່ນໆ ແມ່ນໄດ້ສືບຕໍ່ຂະຫຍາຍອອກ
ໃນປີ 2017, ໂດຍສະເພາະໃນປະເທດ ປາກິສຖານ, ລີເບຍ, ເຢເມນ ແລະ ໂຊມາເລຍ.

ທ່ານນາງ ເຈັສຊີກາ ເພີກິສ (Jessica Purkiss) ທີ່ສຳນັກງານຂ່າວການສືບສວນສອບ
ສວນກ່າວວ່າ “ການໂຈມຕີທັງຫຼາຍໃນປະເທດ ເຢເມນ ໄດ້ເພີ່ມຂຶ້ນສາມເທົ່າ ແລະ
ເພີ່ມຂຶ້ນສອງເທົ່າໃນປະເທດ ໂຊມາເລຍ ໃນປີນີ້ ເມື່ອທຽບໃສ່ມີກາຍນີ້. ການໂຈມຕີທີ່
ເພີ່ມຂຶ້ນ ໃນບັນດາປະເທດເຫຼົ່ານີ້ ສ່ວນໃຫຍ່ແມ່ນຍ້ອນຫຼາຍພາກສ່ວນຂອງປະເທດ
ພວກນີ້ ໄດ້ຖືກປະກາດ ເປັນຂົງເຂດທີ່ຍັງມີການເຄື່ອນໄຫວ ເຮັດສົງຄາມຢູ່, ເຊິ່ງໝາຍ
ຄວາມວ່າ ສະຫະລັດ ສາມາດດຳເນີນການໂຈມຕີໄດ້ ດ້ວຍຂໍ້ຈຳກັດໜ້ອຍລົງ.”

ພ້ອມກັນນັ້ນ, ແລະ ມັນຍາກທີ່ຈະເຫັນວ່າ ນະໂຍບາຍການຕ່າງປະ ເທດຂອງທ່ານ
ທຣຳ ເປັນຜູ້ສະໜັບສະໜູນການແຊກແຊງບໍ່ນ້ອຍໜ້າກວ່າຜູ້ທີ່ດຳລົງຕຳແໜ່ງກ່ອນ
ທ່ານ. ແທ້ຈິງແລ້ວ, ມັນເປັນພຽງນະໂຍ ບາຍການເມືອງທີ່ມັກເຮັດສົງຄາມໜ້ອຍນຶ່ງ
ເທົ່ານັ້ນ. ອີງຕາມການກ່າວຂອງທ່ານຄຣິສໂຕເຟີ ເພຣເບິລ (Christopher Preble)
ຈາກສະຖາບັນເຄໂຕ້ (CATO).

ທ່ານ ຄຣິສໂຕເຟີ ເພຣເບິລ ກ່າວວ່າ “ສ່ວນໃຫຍ່ທ່ານໄດ້ສືບຕໍ່ເຮັດສິ່ງທີ່ທ່ານໄດ້ສືບ
ທອດມາ, ພ້ອມດ້ວຍການເພີ່ມຂະໜາດຂອງການໃຊ້ກຳ ລັງ. ສະນັ້ນໃນກໍລະນີຂອງ
ອັຟການິສຖານ, ຍົກຕົວຢ່າງ, ເຖິງແມ່ນວ່າທ່ານຈະກ່າວວິພາກວິຈານ ກ່ຽວກັບ ສົງ
ຄາມເມື່ອບໍ່ເທົ່າໃດປີກ່ອນໜ້ານີ້ກໍຕາມ, ທ່ານແມ່ນໄດ້ຂະຫຍາຍສົງຄາມທີ່ທ່ານໄດ້
ສືບທອດເຮັດຕໍ່.”

ທ່ານ ທຣຳ ບໍ່ແມ່ນປະທານາທິບໍດີພຽງຜູ້ດຽວທີ່ດີ້ນຮົນເພື່ອບັນລຸຄຳສັນຍາໃນການໂຄ
ສະນາຫາສຽງຂອງທ່ານ ກ່ຽວກັບ ນະໂຍບາຍການຕ່າງປະເທດ.

ຕົວຢ່າງເຊັ່ນທ່ານ ບາຣັກ ໂອບາມາ, ແມ່ນໄດ້ສັນຍາວ່າຈະນຳເອົາກອງກຳລັງກັບ
ບ້ານ ຈາກປະເທດ ອີຣັກ. ແລະ ທ່ານກໍໄດ້ເຮັດແທ້, ກ່ອນທີ່ໃນທີ່ສຸດ, ທ່ານກໍໄດ້ສົ່ງ
ເຂົາເຈົ້າ ກັບຄືນໄປເພື່ອຕໍ່ສູ້ກັບພວກລັດອິສລາມ.

ມັນເປັນສິ່ງເຕືອນໃຈວ່າ ຜູ້ລົງສະໝັກແຂ່ງຂັນເອົາຕຳແໜ່ງປະທານາ ທິບໍດີ ຈະໃຫ້
ຄຳສັນຍາຢ່າງຫຼວງຫຼາຍ ເມື່ອເວົ້າເຖິງນະໂຍບາຍການຕ່າງປະເທດ. ແຕ່ພວກເພິ່ນ
ຈະບໍ່ສາມາດປະຕິບັດມັນໄດ້ຕະຫຼອດ.

XS
SM
MD
LG