ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫລາຍສິບຄົນເສຍຊີວິດໃນ ຊູດານ ທ່າມກາງການລູ້ລົບ ລະຫວ່າງ ທະຫານ ແລະກຳລັງທະຫານບ້ານ


ພາບຖ່າຍຈາກດາວທຽມ ສະແດງໃຫ້ເຫັນໄຟໄໝ້ ໃກ້ກັບໂຮງໝໍຄາຕູມ ປະເທດຊູດານ ວັນທີ 16 ເມສາ 2023
ພາບຖ່າຍຈາກດາວທຽມ ສະແດງໃຫ້ເຫັນໄຟໄໝ້ ໃກ້ກັບໂຮງໝໍຄາຕູມ ປະເທດຊູດານ ວັນທີ 16 ເມສາ 2023

ນາຍແພດກຸ່ມ​ນຶ່ງຢູ່ໃນປະ​ເທດ ຊູດານ ໄດ້ລາຍງານໃນຕອນເຊົ້າວັນຈັນມື້ນີ້ວ່າ ຈຳນວນຜູ້​ເສຍ​ຊີ​ວິດ​ສູງ​ສຸດ​ສຳ​ລັບພົນລະເຮືອນທີ່​ຕິດ​ຢູ່​ໃນການສູ້ລົບ ລະຫວ່າງ ກອງທັບຊູດານ ແລະ ກຳລັງທະຫານບ້ານໄດ້ເພີ້ມຂຶ້ນເປັນຢ່າງໜ້ອຍ 97 ຄົນ ດ້ວຍ​ຜູ້ບາດເຈັບ 365 ຄົນ, ອີງຕາມລາຍງານຂອງອົງການຂ່າວຣອຍເຕີ. ລາຍງານອື່ນໆກ່າວວ່າມີ​ປະ​ຊາ​ຊົນຫຼາຍ​ເຖິງ 600 ຄົນໄດ້ຮັບບາດເຈັບ.

ການສູ້ລົບໄດ້ເກີດຂຶ້ນໃນວັນເສົາທີ່ຜ່ານມາລະຫວ່າງ ໜ່ວຍທະຫານທີ່ຈົງຮັກພັກ ດີຕໍ່ ນາຍພົນ ອັບແດລ ຟັດທາ ອາລ-ເບີຮານ, ເຊິ່ງ​ແມ່ນສະ​ພາ​ການ​ປົກ​ຄອງ​ອະ​ທິ​ປະ​ໄຕ​ຂ້າມ​ຜ່ານຂອງຊູດານ ແລະ ກຳລັງທະຫານບ້ານສະໜັບສະໜູນກະ​ທັບ​ຫັນ (RSF) ທີ່ນຳພາໂດຍ ນາຍພົນ ໂມຮາເມັດ ຮໍາດານ ດາກາໂລ ຮອງຫົວໜ້າຂອງສະພາ, ອີງ​ຕາມ​ການ​ລາຍ​ງານ​ຂອງອົງການຂ່າວຣອຍເຕີ.

ສະຫະປະຊາຊາດ ໄດ້ປະກາດຢຸດຍິງສາມຊົ່ວໂມງລະຫວ່າງສອງກຸ່ມດັ່ງ​ກ່າວ ໃນຕອນແລງ​ຂອງວັນອາທິດວານນີ້, ແຕ່ພວກຊາວບ້ານໄດ້ກ່າວຕໍ່ສື່ມວນຊົນ ວ່າມີລະເບີດແຕກຢ່າງໜັກ ແລະ ການສືບຕໍ່ຍິງກັນ, ພ້ອມກັບການໂຈມຕີທາງ ອາກາດໃສ່ເປົ້າໝາຍ RSF ທີ່ສາ​ມາດໄດ້ຍິນໃນຕອນຄໍ່າວັນອາທິດວານນີ້.

ໃນຕອນເຊົ້າຂອງວັນອາທິດນັ້ນ ການສູ້ລົບຢ່າງໜັກແມ່ນສາມາດໄດ້ຍິນຢູ່ໃນ ຕົວເມືອງຂອງ​ນະ​ຄອນຫຼວງ ຄາທູມ, ຢູ່ອ້ອມແອ້ມ​ສຳ​ນັກ​ງານ​ໃຫຍ່ກອງ​ທັບ ແລະ ທຳນຽບປະທານາທິບໍດີຂອງ ຊູ​ດານ.

ທັງທະຫານ ແລະ RSF ໄດ້ອ້າງເອົາການຄວບຄຸມສະຖານທີ່ຍຸດທະສາດທີ່​ວ່ານີ້.

ທ່ານຊາລິມານ ບາລໂດ ຜູ້ອຳນວຍ ການການ​ປະ​ຕິ​ບັດ​ການທີ່​ໂປ່ງ​ໃສ ແລະ ຕິດ​ຕາມນະໂຍບາຍ, ເຊິ່ງ​ແມ່ນ​ຂະ​ບວນ​ການຕໍ່​ຕ້ານການສໍ້ລາດບັງຫລວງ ໄດ້ກ່າວຕໍ່ທ່ານເຈມ ບັດຕີ ຂອງ ວີໂອເອວ່າ “ນີ້​ເບິ່ງ​ຄື​ກັບ​ການ​ຕໍ່​ສູ້​ໄປ​ຈົນ​ເຖິງ​ທີ່​ສຸດ.”

ທ່ານບາລໂດ ກ່າວວ່າ ທ່ານບໍ່ຄິດວ່າຈະມີຄວາມພະຍາຍາມໄກ່​ເກ່ຍ​ໃດໆທີ່​ໄດ້​ຜົນ ເພາະມັນປາກົດວ່ານາຍພົນທັງ​ສອ​ງ​ຄົນ​ນັ້ນ ໄດ້​ເອີ້ນ​ກັນ​ລະ​ກັນ​ວ່າ​ເປັນອາ​ຊະ​ຍາ​ກອນ ແລະ ອາດ​ກະ​ກຽມ​ທີ່​ຈະຕໍ່​ສູ້​ຈົນ​ຈົບ.

A doctor’s group in Sudan reported early Monday that the death toll for civilians caught up in the fighting between Sudan’s military and a paramilitary force has grown to at least 97, with 365 injured, according to a Reuters report. Other reports say as many as 600 people have been injured.

The fighting erupted Saturday between army units loyal to General Abdel Fattah al-Burhan, head of Sudan's transitional governing Sovereign Council, and the paramilitary Rapid Support Forces (RSF), led by General Mohamed Hamdan Dagalo, deputy head of the council, Reuters reported.

The U.N. had announced a three-hour cease-fire late Sunday afternoon between the two groups, yet residents told media that heavy explosions and continued gunfire, as well as airstrikes pounding RSF targets, could be heard Sunday night.

Early Sunday, heavy gunfire could be heard in downtown Khartoum, around Sudan’s military headquarters and the presidential palace.

Both the military and the RSF have claimed control of these strategic locations.

“This looks like fighting to the finish,” Saliman Baldo, director of Sudan Transparency and Policy Tracker, an anti-corruption campaign, told VOA’s James Butty.

Baldo said he does not think any attempt at mediation would work because it appears both generals have branded each other as criminals and could be prepared to fight it out.

XS
SM
MD
LG