ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສົ່ງ ເຄື່ອງຊ່ວຍເຫຼືອ ໄປໃຫ້ ຊາວຊີເຣຍ ຢູ່ເຂດເມືອງກູຕາ ຖືກເລື່ອນເວລາ ອອກໄປ


ພວກລົດບັນທຸກທັງຫຼາຍ ຈາກອົງການກາແດຂອງຊີເຣຍ ແລະພວກຄູ່ຮ່ວມງານດ້ານມະນຸດສະທຳ ສາມາດແນມເຫັນ ຢູ່ໃນເມືອງກູຕາ ຂອງຊີເຣຍ, ວັນທີ 5 ມີນາ 2018, ໃນພາບນີ້ ທີ່ໄດ້ມາຈາກສື່ສັງຄົມ.
ພວກລົດບັນທຸກທັງຫຼາຍ ຈາກອົງການກາແດຂອງຊີເຣຍ ແລະພວກຄູ່ຮ່ວມງານດ້ານມະນຸດສະທຳ ສາມາດແນມເຫັນ ຢູ່ໃນເມືອງກູຕາ ຂອງຊີເຣຍ, ວັນທີ 5 ມີນາ 2018, ໃນພາບນີ້ ທີ່ໄດ້ມາຈາກສື່ສັງຄົມ.

ອົງການສະຫະປະຊາຊາດ ແລະ ອົງການກາແດງສາກົນ ໄດ້ກ່າວວ່າ ຂະບວນລົດຂົນສົ່ງ
ເຄື່ອງຊ່ວຍເຫຼືອ ທີ່ຈະເຂົ້າໄປໃນເຂດເມືອງກູຕາ ຕາເວັນອອກ ຂອງຊີເຣຍ ທີ່ໄດ້ຖືກປິດ
ລ້ອມນັ້ນ ຈະບໍ່ມີຂຶ້ນຕາມແຜນການທີ່ໄດ້ວາງເອົາໄວ້ ໃນວັນພະຫັດມື້ນີ້ ຍ້ອນວ່າ ມີຄວາມ
ເປັນຫ່ວງເລື່ອງຄວາມປອດໄພ.

ທ່ານນາງ ລິນດາ ທອມ ໂຄສົກຫ້ອງການ ປະສານງານ ດ້ານມະນຸດສະທຳຂອງອົງການ
ສະຫະປະຊາຊາດ ໄດ້ກ່າວວ່າ “ອົງການສະຫະປະຊາຊາດ ຍັງສືບຕໍ່ໄດ້ຮັບລາຍງານ
ກ່ຽວກັບການສູ້ລົບ ທີ່ທະວີຂຶ້ນ ຢູ່ໃນເມືອງກູຕາຕາເວັນອອກ ແລະການຍິງປືນໃຫຍ່
ໂຈມຕີນະຄອນຫຼວງດາມາກັສ ທີ່ເຮັດໃຫ້ພົນລະເຮືອນຕົກຢູ່ໃນອັນຕະລາຍ ແລະ
ຂັດຂວາງການໃຫ້ຊ່ອຍເຫຼືອດ້ານມະນຸດສະທຳຕໍ່ປະ ຊາຊົນຫຼາຍແສນຄົນ ທີ່ຕ້ອງ
ການໆຊ່ອຍເຫຼືອນັ້ນ ລວມທັງພວກເດັກນ້ອຍທີ່ອ່ອນ ແອຫຼາຍພັນຄົນນຳດ້ວຍ.”

ພວກອາສາສະໝັກ ຂອງອົງການກາແດງ ໃນຊີເຣຍ ຍື່ນເຄື່ອງຂອງດ້ານການແພດ ໃຫ້ແກ່ພວກພົນລະເຮືອນ ຢູ່ໃນເມືອງ ກູຕາ (Ghouta) ຂອງຊີເຣຍ, ວັນທີ 5 ມີນາ 2018, ໃນພາບນີ້ ທີ່ໄດ້ມາຈາກສື່ສັງຄົມ.
ພວກອາສາສະໝັກ ຂອງອົງການກາແດງ ໃນຊີເຣຍ ຍື່ນເຄື່ອງຂອງດ້ານການແພດ ໃຫ້ແກ່ພວກພົນລະເຮືອນ ຢູ່ໃນເມືອງ ກູຕາ (Ghouta) ຂອງຊີເຣຍ, ວັນທີ 5 ມີນາ 2018, ໃນພາບນີ້ ທີ່ໄດ້ມາຈາກສື່ສັງຄົມ.

ຂະບວນລົດຂົນສົ່ງ 46 ຄັນ ໄດ້ສາມາດນຳເອົາສິ່ງຂອງຈຳນວນນຶ່ງເຂົ້າໄປຍັງເມືອງ
ດູມາ ຊຶ່ງເປັນພາກສ່ວນນຶ່ງຂອງເມືອງກູຕາຕາເວັນອອກເມື່ອວັນຈັນຜ່ານມານີ້ ແຕ່
ອົງການ ສະຫະປະຊາຊາດ ອົງການກາແດງສາກົນ ແລະອົງການກາ ແດງອາຣັບໃນ
ຊີເຣຍ ໄດ້ຕັດການປະຕິບັດງານໃຫ້ສັ້ນລົງ ໃນຂະນະທີ່ຄວາມຮຸນແຮງຍັງດຳເນີນຢູ່
ຕໍ່ໄປໃນເຂດດັ່ງກ່າວນັ້ນ. ທ່ານນາງ ທອມ ໄດ້ກ່າວວ່າ ລົດບັນທຸກເຄື່ອງຂອງເຕັມ
ອັດຕາ 10 ຄັນ ແລະ ລົດບັນທຸກເຄື່ອງຂອງບາງສ່ວນ 4 ຄັນ ບໍ່ສາມາດຂົນເອົາເຄື່ອງ
ຂອງອອກຈາກລົດໄດ້ ຊຶ່ງປະກອບດ້ວຍ “ເຄິ່ງນຶ່ງຂອງອາຫານສຳລັບ 27,500 ຄົນ.”

ທ່ານນາງໄດ້ກ່າວອີກວ່າ “ອົງການສະຫະປະຊາຊາດ ແມ່ນພ້ອມແລ້ວ ທີ່ຈະຈັດການ
ສົ່ງ ການຊ່ອຍເຫຼືອ ໄປໃຫ້ໝົດທຸກຄົນທີ່ຕ້ອງການ ຢູ່ໃນເມືອງດູມາ ພື້ນທີ່ອື່ນໆ ໃນ
ເມືອງກູຕາຕາເວັນອອກ ແລະແຫ່ງອື່ນທີ່ເຂົ້າໄປຍາກ ແລະ ພື້ນທີ່ທີ່ຖືກປິດລ້ອມ
ໂດຍໄວເທົ່າທີ່ຈະໄວໄດ້ ຖ້າສະພາບການ ຫາກອຳນວຍໃຫ້.”

ການສູ້ລົບກັນ ຢູ່ໃນເມືອງກູຕາຕາເວັນອອກ ໄດ້ທະວີຂຶ້ນ ໃນໄລຍະສອງສາມສັບປະດາ
ຜ່ານມານີ້ ໃນຂະນະທີ່ ລັດຖະບານຊີເຣຍ ທີ່ໄດ້ຮັບການໜູນຫລັງໂດຍກຳລັງຂອງ
ຣັດເຊຍ ໄດ້ເສີມຂະຫຍາຍຄວາມພະຍາຍາມ ເພື່ອທີ່ຈະເຂົ້າຍຶດເອົາພື້ນທີ່ແຫ່ງນີ້ຄືນ
ເຊິ່ງຕົນໄດ້ປິດລ້ອມ ມາຕັ້ງແຕ່ ປີ 2013. ຄວາມຮຸນແຮງຈາກການສູ້ລົບ ໄດ້ເຮັດໃຫ້
ປະຊາຊົນ ຫຼາຍຮ້ອຍຄົນເສຍຊີວິດ ແລະອົງການ ສິ້ງຊອມສິດທິມະນຸດ ໃນຊີເຣຍ ທີ່ມີ
ຫ້ອງການຕັ້ງຢູ່ໃນອັງກິດ ກ່າວວ່າ ກຳລັງທີ່ສະໜັບສະໜູນ ລັດຖະບານ ສາມາດເຂົ້າຍຶດ
ເອົາເຄິ່ງນຶ່ງຂອງເຂດແດນທີ່ຄວບຄຸມ ໂດຍຝ່າຍຕໍ່ຕ້ານ ໄດ້ຢ່າງສຳເລັດ.

ສະພາຄວາມໝັ້ນຄົງສະຫະປະຊາຊາດໄດ້ຮຽກຮ້ອງໃຫ້ຍຸຕິການສູ້ລົບເປັນເວລາ 30
ວັນ ໃນທົ່ວປະເທດຊີເຣຍ ເມື່ອເກືອບສອງສັບປະດາຜ່ານມາ ເພື່ອຈະອຳນວຍໃຫ້ມີ
ການຈັດສົ່ງອາຫານ ແລະ ການຊ່ວຍເຫຼືອດ້ານການແພດ ໄປໃຫ້ພວກຄົນທີ່ຕ້ອງການ
ແຕ່ບໍ່ມີຝ່າຍໃດ ຫົວຊານຳມະຕິດັ່ງກ່າວ ຂອງສະພາຄວາມໝັ້ນຄົງ.

Syria Ghouta Violence UPD
please wait

No media source currently available

0:00 0:01:05 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG