ລິ້ງ ສຳຫລັບເຂົ້າຫາ

 
ສະຫະລັດ ຮຽກຮ້ອງໃຫ້ປະເທດຕ່າງໆລົງຄະແນນບໍ່ເຫັນດີກັບຂໍ້ສະເໜີຂອງຢູໂຣບ ກ່ອນທີ່ ສ​ປ​ຊ ຈະປະຊຸມເລື່ອງ ຢູເຄຣນ
ວັນອັງຄານ, ໐໑ ເມສາ ໒໐໒໕

ສະຫະລັດ ຮຽກຮ້ອງໃຫ້ປະເທດຕ່າງໆລົງຄະແນນບໍ່ເຫັນດີກັບຂໍ້ສະເໜີຂອງຢູໂຣບ ກ່ອນທີ່ ສ​ປ​ຊ ຈະປະຊຸມເລື່ອງ ຢູເຄຣນ


ທ່ານ ໂວໂລດີເມັຍ ເຊເລນສກີ ແຫ່ງ ຢູເຄນ ກ່າວສຸນທອນພົດ ລະ ຫວ່າງ ການ ເດີ ທາງສະຫນາ ຂອງ ຟໍຣໍາ "ຢ ເຄຣນ ປີ 2025" ໃນກິຢິບ ເມື່ອ ວັນ ທີ 23 ເດືອນ ກຸມ ພາ 2025 ນຶ່ງວັນກ່ອນຄົບຮອ ສາມປີທີ່ຣັດເຊັຍຮຸກຮານຢູເຄຣນ.
ທ່ານ ໂວໂລດີເມັຍ ເຊເລນສກີ ແຫ່ງ ຢູເຄນ ກ່າວສຸນທອນພົດ ລະ ຫວ່າງ ການ ເດີ ທາງສະຫນາ ຂອງ ຟໍຣໍາ "ຢ ເຄຣນ ປີ 2025" ໃນກິຢິບ ເມື່ອ ວັນ ທີ 23 ເດືອນ ກຸມ ພາ 2025 ນຶ່ງວັນກ່ອນຄົບຮອ ສາມປີທີ່ຣັດເຊັຍຮຸກຮານຢູເຄຣນ.

ສະຫະລັດ ຮຽກຮ້ອງໃຫ້ສະມັດຊາໃຫຍ່ອົງການສະຫະປະຊາຊາດສະໜັບສະໜູນມະຕິຂອງ​ເຂົາ​ເຈົ້າເພື່ອລະນຶກເຖິງວັນຄົບຮອບ 3 ປີ ຂອງການຮຸກຮານ ຢູເຄຣນ ໂດຍຣັດເຊຍໃນວັນຈັນມື້ນີ້, ຄັດຄ້ານການແກ້ໄຂໃດໆ ແລະ ລົງຄະ ແນນບໍ່ເຫັນດີກັບຮ່າງ​ເອ​ກະ​ສານຄັດ​ຄ້ານທີ່ຮ່າງຂຶ້ນໂດຍຢູເຄຣນ ແລະ ພັນທະມິດໃນຢູໂຣບ ອີງຕາມອົງການຂ່າວຣອຍເຕີ້ສລາຍງານ.

ໃນບັນທຶກທາງການທູດທີ່ສົ່ງໄປເມື່ອວັນອາທິດ​ວານນີ້ ແລະ ໄດ້ຮັບການກວດ ກາໂດຍອົງການຂ່າວຣອຍເຕິີ້ສນັ້ນ, ສະຫະລັດໄດ້ອະທິບາຍມະຕິສັ້ນໆ ຂອງ ຕົນວ່າເປັນ “ມະຕິທີ່ເບິ່ງໄປຂ້າງໜ້າທີ່ແນ່ໃສ່ໄປແນວຄິດງ່າຍໆຢ່າງນຶ່ງຄື: ການຍຸຕິສົງຄາມ”

“ຜ່ານມະຕິສະບັບນີ້ ບັນດາປະເທດສະມາຊິກສາມາດສ້າງແຮງຈຸງໃຈທີ່ແທ້ຈິງ ໄປສູ່ສັນຕິພາບແລະຄວາມໝັ້ນຄົງສາກົນ ຊຶ່ງການຮັກສາໄວ້ມັນ​ໄວ້ ຖືເປັນຈຸດ ປະສົງຫຼັກຂອງສະຫະປະຊາຊາດ, “ສະຫະລັດກ່າວແລະຂໍໃຫ້ປະເທດຕ່າງໆ “ ລົງຄະແນນບໍ່ເຫັນດີກັບມະຕິການແກ້ໄຂອື່ນໆທີ່ນໍາສະເໜີ” ຢູ່ການປະຊຸມໃນ ວັນຈັນມື້ນີ້

ຮ່າງມະຕິຂອງສະຫະລັດ ຊຶ່ງຖືກສະເໜີໃນວັນສຸກທີ່ຜ່ານມາ ເປັນການໂຕ້ແຍ້ງ ກັບຢູເຄຣນ ແລະສະຫະພາບຢູໂຣບ ຊຶ່ງໃນນຶ່ງເດືອນທີ່ຜ່ານມາໄດ້ເຈລະຈາກັບ ປະເທດສະມາຊິກອົງ​ການສະຫະປະຊາຊາດ ກ່ຽວກັບ ມະຕິຂອງຕົນເອງ ກ່ຽວກັບສົງຄາມໃນຢູເຄຣນ ຊຶ່ງເນັ້ນໃສ່ຂໍ້ຮຽກຮ້ອງຂອງສະຫະປະຊາຊາດ ທີ່ໃຫ້ຣັດເຊຍ ຖອນທະຫານອອ​ກ​ໄປແລະຍຸຕິການສູ້ລົບ.

ສະມັດຊາໃຫຍ່​ສະຫະປະຊາຊາດຊຶ່ງມີສະມາຊິກ 193 ປະເທດ ໄດ້ສະໜັບ ສະໜູນອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຢູເຄຣນ ພາຍໃນເຂດ ແດນທີ່ໄດ້ຮັບການຍອມຮັບໃນລະດັບນາໆຊາດ ຢ່າງຫຼົ້ນເຫຼືອ ນັບແຕ່ສົງຄາມ ໄດ້ເລີ້ມຕົ້ນຂຶ້ນ ຮ່າງມະຕິຂອງສະຫະລັດບໍ່ໄດ້ກ່າວເຖິງເລື້ອງດ່ັງກ່າວ.

ຮ່າງມະຕິຂອງສະຫະລັດໄດ້ສະແດງຄວາມອາໄລຕໍ່ການສູນເສຍຊິວິດລະຫວ່າງ “ຄວາມຂັດແຍ້ງລະຫວ່າງຣັດເຊັຍກັບຢູເຄຣນ” ແລະ ກ່າວ​ຢ້ຳວ່າຈຸດປະສົງຫຼັກ ຂອງສະຫະປະຊາຊາດຄືຮັກສາສັນຕິພາບແລະຄວາມໝັ້ນຄົງສາກົນແລະແກ້ໄຂຂໍ້ຂັດແຍ້ງໂດຍສັນຕິ” ຮຽກຮ້ອງໃຫ້ຍຸຕິຄວາມຂັດແຍ້ງໂດຍໄວ ແລະຮຽກຮ້ອງ ໃຫ້ເກີດສັນຕິພາບທີ່ຍືນຍົງລະຫວ່າງຢູເຄຣນ ກັບ ຣັດເຊຍ.

ນັການທູດກ່າວວ່າສະ​ມາ​ຊິກສະພາຄວາມໝັ້ນຄົງແຫ່ງສະປະຊາຊາດ ຊຶ່ງມີ 15 ປະເທດ ກໍຈະລົງມະຕິກ່ຽວກັບເອ​ກະ​ສານດຽວກັນຂອງສະຫະລັດ ໃນເວລາຕໍ່ມາ ຂອງວັນຈັນມື້ນີ້

ອ່ານຂ່າວເປັນພາສາອັງກິດ

The United States is urging the United Nations General Assembly to back its resolution to mark the third anniversary of Russia's invasion of Ukraine on Monday, oppose any amendments and vote no on a rival text drafted by Ukraine and European allies.

In a diplomatic note sent on Sunday and reviewed by Reuters, the United States described its brief resolution as "a forward-looking resolution focused on one simple idea: ending the war."

"Through this resolution, Member States can build real momentum towards international peace and security, the maintenance of which is the principal purpose of the United Nations," it said, asking countries to "vote no on any other resolution or amendments presented" during Monday's meeting.

The U.S. draft resolution, put forward on Friday, pits it against Ukraine and the European Union, which have for the past month been negotiating with U.N. member states on their own resolution on the war in Ukraine, which repeats the U.N. demand that Russia withdraw its troops and halt hostilities.

The 193-member U.N. General Assembly has overwhelmingly repeatedly backed Ukraine's sovereignty and territorial integrity within its internationally recognized borders since the war began. The U.S. draft makes no reference to that.

The U.S. text mourns the loss of life during the "Russia-Ukraine conflict", reiterates that the U.N.'s main purpose is to maintain international peace and security and peacefully settle disputes. It "implores a swift end to the conflict and further urges a lasting peace between Ukraine and Russia."

The 15-member Security Council is also set to vote on the same U.S. text later on Monday, diplomats said. A council resolution needs at least nine votes in favor and no vetoes by the U.S., Russia, China, Britain or France to be adopted.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG