ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໖ ຕຸລາ ໒໐໒໔

ຂົງເຂດລຸ່ມແມ່ນໍ້າຂອງ ຈະສູນເສຍ 1 ສ່ວນ 3 ຂອງປ່າໄມ້ (ວີດິໂອກ່ຽວຂ້ອງ)


ຊາວປະໂມງຜູ້ນຶ່ງ ກໍາລັງຫວ່ານແຫຢູ່ໃນແມ່ນໍ້າຂອງ ຢູ່ຫລວງພະບາງ (File photo).
ຊາວປະໂມງຜູ້ນຶ່ງ ກໍາລັງຫວ່ານແຫຢູ່ໃນແມ່ນໍ້າຂອງ ຢູ່ຫລວງພະບາງ (File photo).
ບົດຄົ້ນຄວ້າໃໝ່ເວົ້າວ່າ ຂົງເຂດລຸ່ມແມ່ນໍ້າຂອງ ໃນເອເຊຍຕາ
ເວັນອອກສຽງໃຕ້ ແມ່ນຢູ່ໃນສະພາບທີ່ຈະສູນເສຍ 1 ສ່ວນ 3
ຂອງປ່າໄມ້ ທີ່ມີຢູ່ຕາມທໍາມະຊາດຂອງຂົງເຂດນັ້ນ ໃນ 20 ປີ
ຂ້າງໜ້າ. ນັກຊ່ຽວຊານດ້ານປ່າໄມ້ຖິ້ມໂທດອັດຕາການຕັດໄມ້
ທໍາລາຍປ່າ ໃນປັດຈຸບັນ ໃສ່ລັດຖະບານຂອງປະເທດຕ່າງໆ ທີ່ບໍ່ຫຼິງເຫັນຄຸນຄ່າຄວາມສຳຄັນຂອງແຫຼ່ງຊັບພະຍາກອນປ່າໄມ້. ລາຍການພາສາອັງກິດພິເສດ ມີລາຍງານເລື້ອງນີ້ ຊຶ່ງບົວສະຫວັນ ຈະນໍາມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລິງໂດຍກົງ

ບົດລາຍງານ ຂອງອົງການກອງທຶນໂລກເພື່ອອະນຸລັກທໍາມະ
ຊາດ ຫລື Worldwide Fund for Nature ທີ່ເອີ້ນວ່າ "ລະບົບ
ນິເວດວິທະຍາ ຢູ່ໃນເຂດລຸ່ມແມ່ນໍ້າຂອງ" ເວົ້າວ່າ ໃນລະຫວ່າງປີ 1973 ຫາ 2009
ຜ່ານມານີ້ ບັນດາປະເທດໃນເຂດລຸ່ມແມ່ນໍ້າຂອງ ໄດ້ຕັດໄມ້ທຳລາຍປ່າ ເກືອບຮອດ 1
ສ່ວນ 3 ຂອງເນື້ອທີ່ປ່າໄມ້ທັງໝົດຂອງພວກເຂົາເຈົ້າ ເພື່ອເອົາໄມ້ທ່ອນ ແລະຖາງປ່າ ເຮັດໄຮ່.

ບົດລາຍງານສະບັບດັ່ງກ່າວເວົ້າວ່າ ມຽນມາແລະລາວໄດ້ສູນເສຍພື້ນທີ່ປ່າໄມ້ 24 ເປີເຊັນ.
ກໍາປູເຈຍສູນເສຍ 22 ເປີເຊັນຂອງເນື້ອທີ່ປ່າທັງໝົດ ຂອງປະເທດນັ້ນ. ສ່ວນໄທແລະຫວຽດ
ນາມໄດ້ຕັດໄມ້ທຳລາຍປ່າ 43 ເປີ ເຊັນ ຂອງປ່າໄມ້ທີ່ມີຢູ່ທັງໝົດຂອງພວກເຂົາເຈົ້າ.

"ສູນກາງປ່າໄມ້" ໄດ້ຫລຸດລົງຈາກ 70 ເປີເຊັນມາເປັນ 20 ເປີເຊັນຂອງ ເນື້ອທີ່ປ່າທັງໝົດ.
ສູນກາງປ່າໄມ້ນີ້ ແມ່ນບໍລິເວນເນື້ອທີ່ປ່າຕຶບດົງໜາ 3 ກິໂລແມັດມົນທົນ ທີ່ບໍ່ຖືກແຕະຕ້ອງ.

ກຸ່ມອະນຸລັກທຳມະຊາດກຸ່ມນີ້ ເວົ້າວ່າ ອັດຕາຄວາມໄວຂອງການຕັດໄມ້ທໍາລາຍປ່າແມ່ນ
ກໍາລັງເພີ້ມຂຶ້ນນັບມື້ ແລະບັນດາປະເທດເຫລົ່ານີ້ພວມສ່ຽງຕໍ່ ການສູນເສຍ 1 ສ່ວນ 3 ຂອງ
ເນື້ອທີ່ປ່າໄມ້ ທີ່ຍັງເຫລືອຢູ່ໃນເວລານີ້ພາຍໃນປີ 2030.

ທ່ານ Geoffrey Blate ທີ່ປຶກສາດ້ານນິເວດວິທະຍາປະຈໍາຂົງເຂດຂອງອົງ ການກອງທຶນ
ໂລກເພື່ອອະນຸລັກທໍາມະຊາດທີ່ບາງກອກ ທີ່ຊ່ວຍໃນການຂຽນ ບົດລາຍງານດັ່ງກ່າວເວົ້າ
ວ່າ ໂດຍລວມແລ້ວ ການຕັດໄມ້ທໍາລາຍປ່າໃນອັດຕາສູງສຸດ ປະກົດວ່າໄດ້ເກີດຂຶ້ນໃນປະ
ເທດທີ່ມີປ່າໄມ້ຫລາຍທີ່ສຸດ ນັ້ນກໍຄື ມຽນມາ.

ທ່ານ Geoffrey Blate ເວົ້າວ່າ: “ປະກົດວ່າ ມຽນມາ, ກໍາປູເຈຍ, ແລະລາວ
ແມ່ນຈຸດທີ່ມີການຕັດໄມ້ທໍາລາຍປ່າ ທີ່ເດັ່ນທີ່ສຸດໃນປັດຈຸບັນນີ້. ນັ້ນກໍຄືບ່ອນ
ທີ່ມີປ່າໄມ້ຍັງເຫຼືອຢູ່ຢ່າງຫຼວງຫຼາຍ ແລະນັ້ນ ກໍແມ່ນບ່ອນທີ່ພວກເຮົາເຫັນວ່າ
ມີການຕັດໄມ້ທໍາລາຍປ່າໃນອັດຕາສູງທີ່ສຸດ ເຊັ່ນກັນ.”


ການຄົ້ນພົບທີ່ຂຽນຢູ່ໃນບົດລາຍງານດັ່ງກ່າວ ແມ່ນອີງໃສ່ການວິເຄາະພາບຖ່າຍຈາກ
ດາວທຽມ. ການຄົ້ນພົບທີ່ວ່ານີ້ ແມ່ນບໍ່ກົງກັນກັບຕົວເລກທາງການບາງຈໍານວນ ທີ່ໄດ້ມາ
ຈາກບັນດາປະເທດເຫລົ່ານັ້ນ.
ອົງການອາຫານ ແລະການກະເສດຂອງສະຫະປະຊາຊາດໄດ້ລາຍງານວ່າຕົວເລກທາງ
ການຂອງປະເທດຢູ່ໃນຂົງເຂດດັ່ງກ່າວສະແດງໃຫ້ເຫັນວ່າອັດຕາການຕັດໄມ້ທໍາລາຍປ່າ
ໄດ້ຫລຸດລົງແຕ່ປີ 2000 ຫາ 2010.

ອົງການກອງທຶນໂລກເພື່ອອະນຸລັກທໍາມະຊາດເວົ້າວ່າ ຕົວເລກເຫລົ່ານັ້ນອາດພາໃຫ້ມີການ
ເຂົ້າໃຈຜິດໄດ້. ອົງການດັ່ງກ່າວເວົ້າອີກວ່າ ບາງປະເທດ ໄດ້ຈັດເອົາການປູກຕົ້ນຢາງ, ມັນ
ຕົ້ນ ແລະຕົ້ນປາມເພື່ອຜະລິດນໍ້າມັນພືດ ເຂົ້າເປັນເນື້ອທີ່ ທີ່ປົກຫຸ້ມດ້ວຍປ່າໄມ້.

ການປະຕິບັດການເຊັ່ນນັ້ນ ອາດມີສ່ວນກ່ຽວຂ້ອງກັບການກ່າວອ້າງຂອງຫວຽດນາມທີ່ວ່າ
ຕົນມີເຂດປ່າໄມ້ປົກຫຸ້ມເພີ້ມຂຶ້ນ.

ເບິ່ງວີດິໂອກ່ຽວຂ້ອງກັບລາຍງານນີ້:



ນັກຊ່ຽວຊານດ້ານປ່າໄມ້ເວົ້າວ່າ ບັນດາປະເທດຢູ່ໃນຂົງເຂດ ບໍ່ຮູ້ຄຸນຄ່າຂອງປ່າໄມ້ໃນປະ
ເທດເຂົາເຈົ້າຫລາຍພຽງພໍ. ພວກທ່ານເວົ້າວ່າ ລັດຖະບານ ປະເທດເຫຼົ່ານີ້ ຫລິງເຫັນແຕ່
ລາຄາໃນທ້ອງຕະຫລາດ ຂອງແຫລ່ງຊັບພະຍາກອນຂອງພວກເຂົາເຈົ້າ ທີ່ໄດ້ຂຸດຄົ້ນ ຫລືເກັບກ່ຽວມາ.

ທ່ານ Thomas Enters ຜູ້ປະສານງານຂອງອົງການສະຫະປະຊາຊາດປະຈໍາຂົງເຂດເອ
ເຊຍປາຊີຟິກເວົ້າວ່າ ຕ້ອງມີຄວາມໝາຍໝັ້ນທາງດ້ານການ ເມືອງໃນລະດັບສູງສຸດ ເພາະວ່າ
ດຽວນີ້ ປະເທດເຫລົ່ານີ້ເຫັນວ່າ ການໄດ້ ຜົນປະໂຫຍດທາງເສດຖະກິດໃຫຍ່ຫລວງທີ່ສຸດ
ແມ່ນມາຈາກພວກລົງທຶນທີ່ຕັດໄມ້ທຳລາຍປ່າ.

ທ່ານ Enters ໃຫ້ຄໍາເຫັນວ່າ “ສິ່ງທີ່ພວກເຂົາເຈົ້າບໍ່ເຫັນຄຸນຄ່າກໍຄື ຊີວະນາໆ
ພັນທີ່ມີຢູ່ໃນປ່ານັ້ນ ແລະລະບົບນິເວດວິທະຍາຕ່າງໆທີ່ມັນໃຫ້ການຄຸ້ມຄອງ
ເຊັ່ນການຮັກສາດິນບໍ່ໃຫ້ເຈື່ອນ, ການປົກປ້ອງແຫລ່ງນໍ້າ ໂດຍພື້ນຖານແລ້ວ
ມັນຮັກສານໍ້າໃຫ້ສະອາດກວ່າ ໂດຍເກັບກັກຂີ້ຕົມທີ່ໄຫລມາຈາກເຂດດິນສູງ
ແທນທີ່ຈະປ່ອຍໃຫ້ມັນພັດເຊາະໄຫລໄປກັບນໍ້າ ໄປສູ່ແມ່ນໍ້າຕ່າງແລະເຂົ້າ
ໄປໃນບໍລິເວນອ່າງເກັບນໍ້າ ຊຶ່ງໂດຍພື້ນຖານແລ້ວ ແມ່ນກໍ່ສ້າງ ຂຶ້ນຢູ່ດ້ານ
ຫລັງຂອງເຂື່ອນຕ່າງໆນັ້ນ.”


ທ່ານ Enters ກ່າວມ້ວນທ້າຍວ່າ ການຈໍາກັດກ່ຽວກັບການຕັດໄມ້ ຢູ່ໃນຂົງເຂດ ຫາກໍເລີ້ມ
ມີມາພາຍຫລັງທີ່ໄດ້ເກີດໄພນໍ້າຖ້ວມຮ້າຍແຮງເທົ່ານັ້ນ. ສະພາບການອັນນີ້ສະແດງໃຫ້
ເຫັນວ່າ ການປົກຫຸ້ມຂອງປ່າໄມ້ຕາມທຳມະຊາດ ນັ້ນ ມີທ່າທີວ່າຈະສືບຕໍ່ຫລຸດລົງຈົນກວ່າ
ວ່າ ບັນດາປະເທດຢູ່ໃນຂົງເຂດຈະ ຮູ້ສຶກຕົວວ່າ ພວກເຂົາເຈົ້າສູນເສຍຢ່າງໃຫຍ່ຫລວງ
ໄປແລ້ວ.
XS
SM
MD
LG