ຂໍ້ຕົກລົງລະຫວ່າງປະເທດ ທີ່ພວມມີການເຈລະຈາ ຢູ່ທີ່ອົງການສະຫະປະຊາຊາດພາຍໃນອາທິດນີ້ ແມ່ນເພື່ອຊອກຫາທາງທີ່ຈະຫຼຸດຜ່ອນອັນຕະລາຍໃນການຄວບຄຸມການນໍາໃຊ້ອາວຸດປະເພດລະເບີດທີ່ຮຸນແຮງຕໍ່ພົນລະເຮືອນ ຢູ່ຕາມບັນດາຫົວເມືອງນ້ອຍໃຫຍ່ ແລະຕາມໝູ່ບ້ານຕ່າງໆ. ລິຊາ ສໄລນ໌ (Lisa Schlein) ມີລາຍງານໃຫ້ VOA ຈາກນະຄອນເຈເນວາ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ເມືອງມາຣີອູໂປລຂອງ ຢູເຄຣນ ເປັນນຶ່ງໃນຕົວຢ່າງເມືອງຫຼ້າສຸດຂອງຂົງເຂດທີ່ມີຜູ້ຄົນອາໄສຢູ່ ໄດ້ກາຍມາເປັນເສດຊາກຫັກພັງ ໂດຍການໃຊ້ອາວຸດປະເພດລະເບີດທີ່ຮຸນແຮງຢ່າງຕໍ່ເນື່ອງ. ການຖິ້ມລະເບີດ ແລະຍິງປືນໂຈມຕີຢູ່ຕາມຫົວເມືອງນ້ອຍໃຫຍ່ຕ່າງໆ ຢູ່ໃນເຢເມນ, ເອທີໂອເປຍ ແລະ ຊີເຣຍ ລວມທັງຂົງເຂດອື່ນໆ ແມ່ນກໍາລັງທໍາລາຍລ້າງຊຸມຊົນທັງໝົດ ແລະໄດ້ສົ່ງຜົນກະທົບທີ່ຮຸນແຮງແບບບໍ່ສາມາດປົວແປງໄດ້ຕໍ່ພົນລະເຮືອນ ແລະພື້ນຖານໂຄງລ່າງຂອງພົນລະເຮືອນ.
ຂໍ້ມູນທີ່ຮວບຮວມໄດ້ ໃນຊ່ວງທົດສະວັດທີ່ຜ່ານມາໄດ້ສະແດງໃຫ້ເຫັນວ່າ ມີ 123 ປະເທດ ທີ່ປະສົບກັບເຄາະກໍາທີ່ຄ້າຍຄືກັນ. ເຄືອຂ່າຍສາກົນກ່ຽວກັບອາວຸດປະເພດລະເບີດ ເຊິ່ງເປັນອົງການທີ່ບໍ່ຂຶ້ນກັບລັດຖະບານກ່າວວ່າ ພົນລະເຮືອນຫຼາຍໝື່ນຄົນໄດ້ຖືກສັງຫານ ແລະໄດ້ຮັບບາດເຈັບທຸກໆປີ ຈາກການໃຊ້ອາວຸດປະເພດລະເບີດຢູ່ໃນເຂດທີ່ມີພົນລະເຮືອນອາໄສຢູ່. ພວກເຂົາເຈົ້າກ່າວວ່າ ລວມມີພົນລະເຮືອນ 90 ເປີເຊັນ ທີ່ຕົກເປັນຜູ້ເຄາະຮ້າຍຈາກເຫດການດັ່ງກ່າວ.
ຜູ້ປະສານງານຂອງເຄືອຂ່າຍ ທ່ານນາງລໍຣາ ໂບຍລັອດທ໌ (Laura Boillot) ກ່າວວ່າ ຕ້ອງມີການວາງຂໍ້ຈໍາກັດຕ່າງໆໃນການໃຊ້ອາວຸດປະເພດລະເບີດເຊັ່ນວ່າ ລະເບີດທີ່ຖິ້ມລົງມາຈາກເຮືອບິນ, ລະບົບຈະຫຼວດຫຼາຍລຳກ້ອງ, ເຄື່ອງຍິງຈະຫຼວດ ແລະປືນຄົກຕ່າງໆ.
ທ່ານນາງ ໂບຍລັອດທ໌ ກ່າວວ່າ ການໂຈມຕີໂດຍກົງ ໃສ່ພົນລະເຮືອນ ແລະເຄື່ອງຂອງຕ່າງໆຂອງພົນລະເຮືອນ ແມ່ນເປັນສິ່ງທີ່ຕ້ອງຫ້າມ ພາຍໃຕ້ກົດຂໍ້ບັງຄັບຂອງຄວາມຂັດແຍ້ງທາງອາວຸດ ແລະກົດໝາຍທາງດ້ານມະນຸດສະທໍາສາກົນ. ດ້ວຍການຕັ້ງຂໍ້ສັງເກດຂອງທ່ານນາງນັ້ນ, ຢ່າງໃດກໍຕາມ ການໃຊ້ອາ ວຸດປະເພດລະເບີດແມ່ນເປັນສິ່ງທີ່ຜິດກົດໝາຍ ໃນໂຕຂອງມັນເອງ.
ທ່ານນາງ ໂບຍລັອດທ໌ ກ່າວວ່າ:
“ແຕ່ ສິ່ງທີ່ພວກເຮົາເຫັນ ແລະໄດ້ພົບເຫັນຫຼາຍເກີນໄປນັ້ນ ແມ່ນຜູ້ກໍ່ສົງຄາມໄດ້ສັງຫານພົນລະເຮືອນ ແລະເຮັດໃຫ້ພວກເຂົາເຈົ້າບາດເຈັບດ້ວຍລະບົບອາ ວຸດທີ່ຫຼ້າສະໄໝ ບໍ່ມີຄວາມແມ່ນຍຳ ແລະເປັນລະບົບອາວຸດປະເພດລະເບີດທີ່ຮຸນແຮງ ຢູ່ຕາມເມືອງນ້ອຍໃຫຍ່ຕ່າງໆ ແລະຍ້ອນຜົນກະທົບຂອງມັນຢູ່ໃນບໍລິ ເວນທີ່ກວ້າງ ຈຶ່ງເຮັດໃຫ້ມັນມີຄວາມສ່ຽງເປັນພິເສດ ເມື່ອໃຊ້ມັນຢູ່ໃນສະພາບແວດລ້ອມທີ່ເປັນເຂດເທດສະບານ.”
ນັກຄົ້ນຄວ້າທາງດ້ານວິກິດການ ແລະຄວາມຂັດແຍ້ງ ຂອງກຸ່ມປົກປ້ອງສິດທິ
ມະນຸດ Human Rights Watch ທ່ານຣີຊາຣ໌ດ ເວຍ (Richard Weir), ເຊິ່ງເປັນອົງການທີ່ຕັ້ງຢູ່ໃນນະຄອນຫຼວງກີຢິບຂອງຢູເຄຣນ. ທ່ານ ເວຍ ໄດ້ເຫັນຄວາມເສຍຫາຍ ຢູ່ໃນບໍລິເວນທີ່ຢູ່ອາໄສຂອງພົນລະເຮືອນທີ່ຖືກທໍາລາຍໂດຍອາວຸດປະເພດລະເບີດດ້ວຍໂຕຂອງທ່ານເອງ. ທ່ານກ່າວວ່າ ມັນເປັນຜົນກະທົບໄລຍະຍາວ ແລະເປັນອັນຕະລາຍ ຕໍ່ຊຸມຊົນທັງຫຼາຍເຫຼົ່ານັ້ນ.
ເຊິ່ງທ່ານເວຍ ກ່າວວ່າ “ພວກເຂົາເຮັດໃຫ້ພື້ນທີ່ທີ່ໄດ້ຮັບຜົນກະທົບທັງຫຼາຍເຫຼົ່າ ນັ້ນ ເຕັມໄປດ້ວຍຊາກເສດເຫຼືອຂອງອາວຸດພວກເຂົາ ແລະປະຖິ້ມມໍລະດົກ ທີ່ເປັນອັນຕະລາຍຮ້າຍແຮງເຫຼົ່ານັ້ນໄວ້ໃນຮູບແບບຂອງລະເບີດທີ່ຍັງບໍ່ທັນແຕກ...ຜົນກະທົບຂອງອາວຸດເຫຼົ່ານີ້ ເປັນການທໍາລາຍລ້າງ. ພວກມັນຍັງຄົງມີຢູ່ນະທີ່ນັ້ນ ປແລະພວກມັນກໍຍັງຄົງຈະຢູ່ທີ່ນັ້ນຕໍ່ໄປ, ແລະດ້ວຍເຫດຜົນດັ່ງກ່າວ ການເຈລະຈາເຫຼົ່ານີ້ຈຶ່ງເປັນສິ່ງສໍາຄັນ. ດ້ວຍເຫດນັ້ນລັດຖະບານຂອງປະເທດຕ່າງໆ ຈຶ່ງຈໍາເປັນ ທີ່ຈະໃຫ້ຄໍາໝັ້ນສັນຍາດຽວນີ້ວ່າ ຈະຫຼີກລ້ຽງການໃຊ້ອາວຸດປະເພດລະເບີດຂອງພວກເຂົາ ຢູ່ໃນຂົງເຂດທີ່ມີພົນລະເຮືອນອາໄສຢູ່.”
ນັກເຄື່ອນໄຫວຕ່າງໆ ໄດ້ຮຽກຮ້ອງໃຫ້ຜູ້ເຈລະຈາທັງຫຼາຍ ຈົ່ງກໍານົດພື້ນຖານອັນໃໝ່ໃນການຫຼຸດຜ່ອນອັນຕະລາຍຕໍ່ພົນລະເຮືອນ. ພວກເຂົາເຈົ້າກ່າວວ່າ ຂໍ້ຕົກລົງສາກົນສະບັບໃໝ່ນີ້ ຄວນບັນຈຸຄຳໝັ້ນໝາຍເພື່ອໃຫ້ການຊ່ວຍເຫຼືອ ຕໍ່ຜູ້ ເຄາະຮ້າຍ, ຄອບຄົວຂອງຜູ້ທີ່ຖືກສັງຫານ ແລະຄອບຄົວຂອງຜູ້ທີ່ໄດ້ຮັບບາດ ເຈັບ, ເພື່ອແກ້ໄຊຜົນກະທົບທາງດ້ານມະນຸດສະທໍາໄລຍະຍາວຂອງການນຳໃຊ້ອາວຸດປະເພດລະເບີດນັ້ນ.