ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກອົງການຕ່າງໆ ພວມຟ້າວຟັ່ງ ສ້ອມແປງ ຄວາມເສຍຫາຍ ຈາກມໍລະສຸມ ໃນຄັອກສ໌ ບາຊາ


ຊາວໜຸ່ມອົບພະຍົບໂຣຮິງຢາຄົນນຶ່ງ ຢືນຢູ່ໃນເຮືອນຂອງລາວ ທີ່ຖືກລົມພາຍຸ ໂມຣາ ທຳລາຍ ທີ່ສູນອົບພະຍົບ ບາລູຄາລີ ໃນ ຄັອກສ໌ ບາຊາ ປະເທດ ບັງກລາແດສ ວັນທີ 31 ພຶດສະພາ 2017.
ຊາວໜຸ່ມອົບພະຍົບໂຣຮິງຢາຄົນນຶ່ງ ຢືນຢູ່ໃນເຮືອນຂອງລາວ ທີ່ຖືກລົມພາຍຸ ໂມຣາ ທຳລາຍ ທີ່ສູນອົບພະຍົບ ບາລູຄາລີ ໃນ ຄັອກສ໌ ບາຊາ ປະເທດ ບັງກລາແດສ ວັນທີ 31 ພຶດສະພາ 2017.

ພວກອົງການຕ່າງໆຂອງສະຫະປະຊາຊາດພວມຟ້າວຟັ່ງສ້ອມແປງສິ່ງທີ່ຫັກພັງເສຍ
ຫາຍຢ່າງໃຫຍ່ຈາກພາຍຸຝົນມໍລະສຸມທີ່ປະທະເປັນຄັ້ງທຳອິດໃນ ຄັອກສ ບາຊາ ປະ
ເທດບັງກລາແດສ ບ່ອນທີ່ມີການຄຳນວນວ່າ ມີພວກອົບພະຍົບ ອາໄສຢູ່ກ່ອນສະພາບ
ການດັ່ງກ່າວເກີດຂຶ້ນນັ້ນ ວ່າມີປະມານນຶ່ງລ້ານຄົນ. ລີຊາ ຊລາຍນ໌ ສົ່ງລາຍງານມາໃຫ້
ວີໂອເອ ຈາກ ນະຄອນເຈນີວາ ດັ່ງສາລີຈະສະເໜີລາຍລະອຽດໃນອັນດັບຕໍ່ໄປ.

ພວກອົງການຕ່າງໆຂອງສະຫະປະຊາຊາດລາຍງານວ່າ ຝົນຕົກໜັກ ຍັງຈະມີສືບຕໍ່ໄປ
ໃນສັບປະດານີ້ ໃນ ສູນຄັອກສ ບາຊາ ທີ່ແອອັດ ເປື້ອນເປິໄປດ້ວຍຂີ້ຕົມ ທີ່ມ້າງເພທຳ
ລາຍເຮືອນຊານຕູບຜາມ ເກືອບ 275 ຫລັງ ແລະເຮັດໃຫ້ຜູ້ຄົນໄດ້ຮັບບາດເຈັບ 11 ຄົນ. ລາຍງານເບື້ອງຕົ້ນເວົ້າວ່າ ຝົນຕົກ ໄດ້ເຮັດໃຫ້ດິນເຈື່ອນ 26 ແຫ່ງ ເຮັດໃຫ້ຜູ້ຄົນຕົກຢູ່
ໃນສະພາບສ່ຽງຫລາຍພັນຄົນ.

ທ່ານ Charlie Yaxley ໂຄສົກອົບພະຍົບຂອງ ສະຫະປະຊາຊາດເຕືອນວ່າຄວາມຮ້າຍ
ແຮງຍັງຈະມີຢູ່ເພາະວ່າອີກສີ່ເດືອນ ລະດູມໍລະສຸມ ຈຶ່ງຈະສິ້ນສຸດລົງ. ເພິ່ນເວົ້າວ່າ ພວກ
ອົບພະຍົບອາສາສະໝັກ ທີ່ໄດ້ຮັບການຝຶກອົບຮົມໄດ້ຊ່ອຍເຫລືອພວກຄອບຄົວຕ່າງໆ
ທີ່ມີຄວາມຈຳເປັນ ຊຶ່ງເພິ່ນກ່າວວ່າ:

“ໃນບາງກໍລະນີ ນີ້ແມ່ນມີສ່ວນພົວພັນກັບການກູ້ໄພ ພວກອົບພະຍົບ ຈາກບ່ອນຢູ່ອາ
ໄສ ທີ່ຖືກທຳລາຍຍ້ອນດິນເຈື່ອນ. ພວກເຮົາໄດ້ຍົກຍ້າຍຜູ້ຄົນໄປຢູ່ບ່ອນຊົ່ວຄາວ
2,137 ຄົນ ບາງທີ ກໍຍ້ອນວ່າ ບ່ອນຢູ່ຂອງເຂົາເຈົ້າ ຖືກທຳລາຍຢ່າງໜັກ ຫລືບໍ່ກໍຍ້ອນ
ຄວາມລະວັງລ່ວງໜ້າ.”

ພວກເຈົ້າໜ້າທີ່ບັງກລາແດສແລະພວກອົງການຊ່ອຍເຫລືອຕ່າງໆໄດ້ພາກັນກະກຽມ
ຢ່າງໃຫຍ່ ເພື່ອປ້ອງກັນໄພອັນຕະລາຍ ທີ່ຮ້າຍແຮງຂອງລະດູມໍລະສຸມ. ທັງນີ້ແມ່ນມີ
ລວມທັງການຍຶດ ໂຄງລ່າງຂອງຕຶກ ທີ່ຢູ່ຕາມຄ້ອຍໄວ້ ໃຫ້ແໜ້ນໜາຂຶ້ນ ການຫາທາງ
ລະບາຍນໍ້າໃຫ້ດີກວ່າເກົ່າ ການສ້າງຖະໜົນຫົນທາງແລະຂວາຂຶ້ນຕື່ມ.

ທ່ານ ຢາກສ໌ລີ ເວົ້າວ່າ: ພວກທີມງານຮັບມືກັບເຫດສຸກເສີນໄດ້ຖືກສົ່ງໄປບ່ອນຕ່າງໆ ເພື່ອສຳຫລວດເບິ່ງຄວາມຈຳເປັນ ທີ່ຈະມີຂຶ້ນຫລາຍທີ່ສຸດ. ທ່ານເວົ້າວ່າ ສິ່ງຂອງສຸກ
ເສີນ ທີ່ມີໄວ້ລ່ວງໜ້າພວມຖືກແຈກຢາຍ ເພື່ອຊ່ອຍເຫລືອ ສ້ອມແປງຄືນໃໝ່ ແລະຣື້
ຟື້ນຄືນ ເຣືອນຊານທີ່ເພພັງ.

ໂຄງການອາຫານໂລກລາຍງານວ່າ ດິນເຈື່ອນຫລາຍຄັ້ງ ໄດ້ທຳລາຍສາງເກັບມ້ຽນອາ
ຫານສຳລັບຊາວອົບພະຍົບໂຣຣິງຢາເປັນຈຳນວນພັນໆຄົນ ທີ່ໄດ້ເອົາໄປເກັບໄວ້ລ່ວງ
ໜ້າ ເພື່ອການແຈກຢາຍຢູ່ໃນເຂດທີ່ມີຄວາມສ່ຽງສູງ ຢູ່ໃນສູນຕ່າງໆ ເພື່ອແຈກໃຫ້ຜູ້ຄົນ
ຫລາຍກວ່າ 100,000 ຄົນ ຊຶ່ງໂຄງການດັ່ງກ່າວເວົ້າວ່າ ການແຈກຢາຍນີ້ ຈະເລີ້ມຂຶ້ນ
ໃນວັນເສົານີ້.

ອົງການຕ່າງໆຂອງສະຫະປະຊາຊາດລາຍງານວ່າ ວຽກງານຫລຸດຜ່ອນຄວາມສ່ຽງ ຕໍ່
ໄພຫາຍະນະ ຈະມີສືບຕໍ່ໄປ ຕະຫລອດລະດູມໍລະສຸມ.ພວກເຂົາເຈົ້າກຳລັງຂໍຮ້ອງຕໍ່ປະ
ຊາຄົມນາໆຊາດ ເພື່ອການສະໜັບສະໜູນໃນດ້ານຄວາມພະຍາຍາມຊ່ອຍຊີວິດຜູ້ຄົນນີ້. ພວກເຂົາເຈົ້າເວົ້າວ່າ ຄວາມຈຳເປັນທາງດ້ານເງິນສົດແມ່ນມີຢູ່ຢ່າງແທ້ຈິງ ໂດຍໃຫ້ຂໍ້ສັງ
ເກດວ່າ ໄດ້ຮັບເງິນໄປແຕ່ພຽງນຶ່ງສ່ວນສາມ ຂອງທຶນສະຫະປະຊາຊາດ 920 ລ້ານ ໂດ
ລາ ເທົ້ານັ້ນ.

UN aid agencies are racing to repair extensive damage from the first heavy monsoon rains in Cox’s Bazar, Bangladesh where many of an estimated one million Rohingya refugees are living in perilous conditions.

UN agencies report heavy continuous rains this week in Cox’s Bazar’s overcrowded, squalid refugee settlements have destroyed nearly 275 shelters and injured 11 people. Preliminary reports indicate the rains have caused at least 26 landslides, putting thousands of people at risk.

UN refugee spokesman, Charlie Yaxley, warns worse is yet to come as the monsoon season has another four months to go. He says trained refugee volunteers have been helping families in urgent need.

“In some cases, this involved rescuing refugees from shelters destroyed by landslides," Yaxley said. "We have temporarily relocated 2,137 people, either because their shelters suffered substantial damage or as a precautionary measure.”

Bangladeshi authorities and aid agencies have made extensive preparations to head off the worst impacts of the monsoon season. These include the building of retaining structures on hillsides, installing drainage, and building roads and bridges.

Yaxley says a network of Emergency Response Teams has been mobilized to identify the needs of the most vulnerable. He says pre-positioned emergency supplies are being distributed to help rebuild, repair and strengthen damaged shelters.

The World Food Program reports multiple landslides have damaged food stocks for thousands of Rohingya refugees. WFP says it has pre-positioned enough food rations in high risk areas around the camps to feed more than 160,000 people. It says distribution will begin Saturday.

The UN agencies report disaster risk reduction work will be ongoing throughout the monsoon season. They are appealing to the international community to support this life-saving effort. They say they are seriously strapped for cash, noting that only one-third of the UN’s $920 million appeal has been received.

XS
SM
MD
LG