ລິ້ງ ສຳຫລັບເຂົ້າຫາ

ເມື່ອຍຸກຂອງ ທ.ນ. ເມີໂຄລ ເປັນນາຍົກ ສິ້ນສຸດລົງ ບົດບາດຂອງເຢຍຣະມັນ ໃນເວທີ ໂລກ ຈະເປັນແນວໃດ?


ຕູ້ຄອນເທັນເນີບັນຈຸສິນຄ້າ ຢູ່ເທິງກໍາປັ່ນຂົນສົ່ງຄອນເທັນເນີ 'Star' ຂອງຈີນ ຈອດຢູ່ທ່າເຮືອຮໍາບວກຂອງເຢຍຣະມັນ.

ເຢຍຣະມັນກໍາລັງກະກຽມທີ່ຈະເລືອກເອົາຜູ້ນໍາຄົນໃໝ່ໃນການເລືອກຕັ້ງທີ່ກໍານົດໃຫ້ມີຂຶ້ນໃນວັນທີ 26 ກັນຍາຈະມາເຖິງນີ້, ຍ້ອນວ່າການດໍາລົງຕໍາແໜ່ງມາເປັນເວລາ 16 ປີ ຂອງນາຍົກລັດຖະມົນຕີ ແອນເຈີລາ ເມີໂຄລ (Angela Merkel) ໃກ້ຈະສິ້ນສຸດລົງແລ້ວ. ດັ່ງທີ່ Henry Ridgwell ນັກຂ່າວຂອງວີໂອເອ ລາຍງານມາຈາກນະຄອນເບີລິນ, ຜູ້ສືບທອດຕໍາແໜ່ງແທນທ່ານນາງ ຈະປະເຊີນກັບບັນຫາທ້າທາຍທາງດ້ານພູມສາດການເມືອງໃນທັນທີທັນໃດທີ່ເຂົ້າຮັບຕໍາແໜ່ງ - ຊຶ່ງຈະນັບຕັ້ງແຕ່ການມີອິດທິພົນພຸ້ງຂຶ້ນຂອງຈີນ ໄປຈົນເຖິງການດຸ່ນດ່ຽງການພົວພັນຂ້າມມະຫາສະໝຸດແອັດແລນຕິກ ຊຶ່ງບົວສະຫວັນຈະນໍາເອົາລາຍລະອຽດກ່ຽວກັບເລື້ອງ ນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຮໍາບວກ (Hamburg), ທ່າເຮືອໃຫຍ່ທີ່ສຸດຂອງເຢຍຣະມັນສາມາດຈັດການຄຸ້ມຄອງຕູ້ຄອນເທນເນີໄດ້ຫຼາຍກວ່າ 8.5 ລ້ານຕູ້ ໃນແຕ່ລະປີ. ເກືອບນຶ່ງສ່ວນສາມຂອງຈໍານວນຕູ້ເຫລົ່ານີ້ ຖືກສົ່ງໄປຫາ ແລະມາຈາກຈີນ, ຫຼາຍກວ່າສະຫະລັດທີ່ເປັນຄູ່ຄ້າອັນດັບສອງນັ້ນ ສີ່ເທົ່າ.

ແລະປັກກິ່ງໄດ້ຈັບຕາມອງເບິ່ງພາກສ່ວນສຳຄັນທີ່ສຸດນີ້ຂອງພື້ນຖານໂຄງລ່າງຂອງເຢຍຣະມັນ. ບໍລິສັດຂົນສົ່ງແຫ່ງລັດຂອງຈີນ, ຄອສໂກ (COSCO) ຕ້ອງການຊື້ຫຸ້ນນຶ່ງສ່ວນສາມຢູ່ໃນທ່າເຮືອສໍາລັບການຂົນສົ່ງຕູ້ຄອນເທັນເນີບັນຈຸສິນຄ້າແຫ່ງນີ້.

ບັນດາເຈົ້າຂອງທ່າເຮືອ ແລະເຈົ້າເມືອງໄດ້ສະໜັບສະໜູນຂໍ້ຕົກລົງດັ່ງກ່າວ, ໂດຍເວົ້າວ່າ ມັນມີຄວາມສຳຄັນຫຼາຍຕໍ່ການເຕີບໂຕ ຂອງທ່າເຮືອຮໍາບວກ (Hamburg). ແຕ່ພວກຕໍານິວິຈານກັບເວົ້າວ່າ ເຢຍຣະມັນຄວນຈະລະມັດ ລະວັງແດ່.

ທ່ານຢວກເກິນ ຮາດທ໌ (Jürgen Hardt), ສະມາຊິກພັກຄຣິສຕຽນເດໂມ ແຄຣັດ (Christian Democrats) ກ່າວວ່າ:
“ຢູ່ໃນຈີນ, ແຜນທຸລະກິດບໍ່ແມ່ນເຫດຜົນ ສ່ວນໃຫຍ່ໃນການເຮັດທຸລະກິດ, ແຕ່ (ຈະເປັນ) ການຕັດສິນໃຈທາງການເມືອງຂອງພັກຄອມມີວນິສ ຕ່າງ ຫາກ. ສະນັ້ນ, ພວກເຮົາຄວນພິຈາລະນາຢ່າງລະມັດລະວັງກ່ຽວກັບຂໍ້ຕົກລົງເຊັ່ນນັ້ນ. ຂ້າພະເຈົ້າມັກຢາກໃຫ້ມີການແລກປ່ຽນຫຸ້ນລະຫວ່າງທ່າເຮືອຮໍາບວກ ກັບບາງເທື່ອ ກໍອາດຈະເປັນທ່າເຮືອຊຽງໄຮ້ຈັ່ງຊີ້ ຫລາຍກວ່າ.”

ແຕ່ຈີນບໍ່ອະນຸຍາດໃຫ້ບໍລິສັດຕ່າງປະເທດເປັນເຈົ້າຂອງພື້ນຖານໂຄງລ່າງຂອງຕົນ.

ຄວາມຂັດແຍ້ງທາງດ້ານພູມສາດການເມືອງຂອງເຢຍຣະມັນ ສະທ້ອນໃຫ້ ເຫັນ ຢູ່ໃນທ່າເຮືອຮໍາບວກວ່າ ຈີນເປັນເພື່ອນ ຫຼືເປັນສັດຕູ?

ໃນຊຸມປີມໍ່ໆມານີ້, ຄວາມເຄັ່ງຕຶງໄດ້ເພີ່ມຂຶ້ນກ່ຽວກັບການປະຕິບັດຂອງປັກກິ່ງ ຕໍ່ປະຊາກອນຊາວມຸສລິມວີເກີຂອງຕົນ, ການປາບປາມຕໍ່ການໃຊ້ສິດປະຊາທິປະໄຕໃນຮົງກົງ ແລະການຂະຫຍາຍການທະຫານຢູ່ໃນເຂດທະເລຈີນໃຕ້.

ເຢຍຣະມັນໄດ້ເຫັນວ່າ ຕົວເອງໄດ້ຖືກຄາຢູ່ເຄິ່ງກາງ, ອີງຕາມນັກວິເຄາະ ເລຍນາ ຟິກສ໌ (Liana Fix).

ທ່ານເລຍນາ ຟິກສ໌ (Liana Fix) Liana Fix, ຈາກມູນນິທິຄອບເບີ ສຕີຟຕຸງ (Körber-Stiftung) ກ່ຽວກັບວຽກງານສາກົນກ່າວວ່າ:
“ຢູໂຣບ ແລະສະຫະພາບຢູໂຣບ ຍັງບໍ່ໄດ້ຕັດສິນໃຈເທື່ອວ່າຈະດຳເນີນໄປຕາມທາງໃດ. ໃນດ້ານນຶ່ງ, ເຂົາເຈົ້າຮູ້ສຶກວ່າໄດ້ຮັບຄວາມກົດດັນ ຈາກສະຫະລັດ. ໃນອີກດ້ານນຶ່ງ ມັນກໍມີຜົນປະໂຫຍດທາງດ້ານເສດຖະກິດ ໂດຍສະເພາະສຳລັບປະເທດທີ່ສະມາຊິກຂອງສະພາ ທີ່ກາງຕໍ່ອາໄສການຄ້າກັບຈີນໃນລະດັບສູງ.”

ການນຳຂອງປະເທດເຢຍຣະມັນ ອາດຈະບໍ່ມີຄວາມກຄິດກົງກັນກັບປະຊາຊົນ, ອີງຕາມການສຳຫຼວດຄັ້ງຫຼ້າສຸດ.

ທ່ານເລຍນາ ຟິກສ໌ກ່າວວ່າ:
"ພວກເຮົາໄດ້ຖາມປະຊາຊົນເຢຍຣະມັນວ່າ ເຂົາເຈົ້າຈະສະໜັບສະໜູນການລົງໂທດຕໍ່ຈີນເຖິງລະດັບໃດ, ແມ່ນແຕ່ວ່າ ມັນຈະເປັນຜົນຮ້າຍຕໍ່ເສດຖະກິດຂອງເຂົາເຈົ້າກໍຕາມ ເມື່ອເວົ້າເຖິງບັນຫາສິດທິມະນຸດ, ແລະການລະເມີດສິດທິມະນຸດ. ແລະຢູ່ໃນນັ້ນ, ຊາວເຢຍຣະມັນສ່ວນໃຫຍ່ບອກວ່າພວກເຂົາ ເຈົ້າຈະສະໜັບສະໜູນການລົງໂທດຕໍ່ຈີນ.”

ກ່ຽວກັບຣັດເຊຍກໍເຊັ່ນກັນ, ເຢຍຣະມັນເຫັນວ່າຕົນເອງຖືກຄາຢູ່ລະຫວ່າງ ກາງ ຂອງຕາອອກ ກັບຕາເວັນຕົກ. ເຖິງແມ່ນວ່າ ຣັດເຊຍໄດ້ຮຸກຮານຢູເຄຣນໃນປີ 2014 ກໍຕາມ ແຕ່ນາຍົກລັດຖະມົນຕີເຢຍຣະມັນ, ທ່ານນາງແອນເຈີລາ ເມີໂຄ (Angela Merkel) ໄດ້ຊຸກຍູ້ການກໍ່ສ້າງທໍ່ນໍ້າມັນ Nord Stream 2 ໃຫ້ດໍາເນີນໄປ, ຊຶ່ງໄດ້ສຳເລັດໃນເດືອນນີ້.

ມັນຈະຂົນສົ່ງອາຍແກັສຂອງຣັດເຊຍໄປຫາເຢຍຣະມັນໂດຍກົງ, ໂດຍບໍ່ຜ່ານ ຢູເຄຣນ, ເຊິ່ງມາຮອດປັດຈຸບັນ ແມ່ນໄດ້ຮັບຜົນປະໂຫຍດຈາກການເກັບຄ່າທຳນຽມການຂົນສົ່ງທີ່ມີກຳໄລສູງ. ເມື່ອບໍ່ດົນມານີ້ ປະທານາທິບໍດີຢູເຄຣນໄດ້ ມີຄຳເຕືອນທີ່ບໍ່ສຸພາບນີ້ໃຫ້ແກ່ທ່ານນາງເມີໂຄລ.

ທ່ານໂວໂລດິເມຍ ເຊເລນສກີ (Volodymyr Zelenskiy), ປະທານາທິບໍດີ ຢູເຄຣນ ກ່າວເປັນພາສາຢູເຄຣນວ່າ:
“ຂ້າພະເຈົ້າເຊື່ອວ່າອັນນີ້ (Nord Stream 2) ນີ້ ເປັນອາວຸດ. ຂ້າພະເຈົ້າເຊື່ອວ່າ ການບໍ່ສັງເກດເຫັນໄດ້ວ່າ ອັນນີ້ເປັນອາວຸດອັນຕະລາຍ ບໍ່ພຽງແຕ່ ຕໍ່ຢູເຄຣນເທົ່ານັ້ນ ແຕ່ມັນຍັງເປັນອັນລະຕາຍສໍາລັບທະວີບຢູໂຣບ ໂດຍທັງ ໝົດອີກດ້ວຍນັ້ນ ແມ່ນເປັນສິ່ງທີ່ຜິດພາດ.”

ສະຫະລັດກໍຄັດຄ້ານຕໍ່ທໍ່ສົ່ງອາຍແກັສດັ່ງກ່າວເຊັ່ນກັນ ແລະໄດ້ວາງມາດຕະການລົງໂທດຕໍ່ບັນດາບໍລິສັດຣັດເຊຍທີ່ກ່ຽວຂ້ອງກັບມັນນັ້ນອີກດ້ວຍ.

ທ່ານເລຍນາ ຟິກສ໌ກ່າວອີກວ່າ:
"ການຄັດຄ້ານຢ່າງແຮງຈາກສະຫະລັດ ໃນລະດັບໃດນຶ່ງໄດ້ນໍາໄປສູ່ການມີປະຕິກິລິຍາຢູ່ໃນເຢຍຣະມັນທີ່ເວົ້າວ່າ, 'ໂອເຄ, ເປັນຫຍັງສະຫະລັດຈຶ່ງມາມີສ່ວນກ່ຽວຂ້ອງກັບນະໂຍບາຍພະລັງງານຂອງພວກເຮົາ?'

ການດໍາເນີນວຽກງານລະດັບໂລກຈະບໍ່ແມ່ນເລື້ອງງ່າຍສຳລັບຜູ້ນຳຄົນຕໍ່ໄປຂອງເຢຍຣະມັນ, ອີງຕາມຄໍາເວົ້າຂອງນັກວິເຄາະເຊໂຣ ນອຍເກດບາວຣ໌ (Gero Neugebauer).

ທ່ານເຊໂຣ ນອຍເກດບາວຣ໌ (Gero Neugebauer), ອາຈານສອນວິຊາວິທະຍາສາດການເມືອງທີ່ມະຫາວິທະຍາໄລຟຣີອີ (Freie) ໃນນະຄອນເບີລິນກ່າວເປັນພາສາເຢຍຣະມັນວ່າ:
“ຄົນສ່ວນໃຫຍ່ເຫັນວ່າ ປັດຈຸບັນນີ້ເຢຍຣະມັນຕົກຢູ່ໃນສະພາບວິກິດ. ສະ ພາບໂລກາພິວັດກໍາລັງມີຜົນກະທົບຢູ່. ສົງຄາມໃນອັຟການິສຖານ. ການຂັດແຍ້ງກັນຢູ່ໃນຢູໂຣບ. ມີຄຳຖາມທີ່ວ່າຜົນກະທົບທີ່ໂລກາພິວັດມີແນວໃດຕໍ່ກັບອາຊີບວຽກງານ, ການຍົກຍ້າຍຖິ່ນຖານ ແລະການປ່ຽນແປງດິນຟ້າອາກາດ. ຜູ້ສືບທອດຕໍາແໜ່ງແທນທ່ານນາງເມີໂຄລ ຈະມີປະສົບການດ້ານສາກົນທີ່ຈຳກັດຫຼືບໍ່ມີເລີຍ.”

ທ່ານນາງເມີໂຄລ ໄດ້ຊອກຫາການປະນີປະນອມ ແລະການສົນທະນາກັນ. ຜູ້ສືບທອດຂອງທ່ານນາງຈະດຸ່ນດ່ຽງ ການຂັບເຄື່ອນຂອງເຢຍຣະມັນເພື່ອຄວາມຈະເລີນຮຸ່ງເຮືອງ ກັບການແຂ່ງຂັນລະດັບໂລກ ຈາກຄູ່ແຂ່ງໄດ້ແນວ ໃດ? ໂລກຈະຕິດຕາມເບິ່ງຢ່າງໃກ້ຊິດໃນຂະນະທີ່ເສດຖະກິດທີ່ໃຫຍ່ທີ່ສຸດຂອງຢູໂຣບກະກຽມສຳລັບການກ້າວເຂົ້າຍຸກໃໝ່ຢູ່ນີ້.

ເບິ່ງວີດິໂອກ່ຽວກັບລາຍງານນີ້ເພີ້ມເປັນພາສາອັງກິດ

ອ່ານລາຍງານນີ້ເພີ້ມຢູ່ຂ້າງລຸ່ມນີ້:
Germany is preparing to elect a new leader in elections scheduled September 26, as incumbent Chancellor Angela Merkel's 16 years in power come to an end. As Henry Ridgwell reports from Berlin, her successor will face a series of immediate geopolitical challenges — from the rise of China to balancing transatlantic relations.

Hamburg, Germany’s biggest port, handles more than 8.5 million containers every year. Almost a third are shipped to and from China, four times more than second-placed United States.

And Beijing has its eyes on this critical part of Germany’s infrastructure. Chinese state-owned shipping firm COSCO wants to buy a third of the shares in the container port.

The port’s owners and the mayor support the deal, saying it’s vital for Hamburg’s growth. But critics say Germany should be wary.

Jürgen Hardt, Christian Democrats MP:
“In China, business plans are not mainly the reason to do business, but (are instead) political decisions of the Communist Party. Therefore, we should look very carefully on such a deal. I would prefer to have an exchange of shares between Hamburg harbor and maybe Shanghai harbor.”

But China does not allow foreign companies to own its infrastructure.

Germany’s geopolitical dilemma echoes that of Hamburg. Is China friend or foe?

In recent years, tensions have grown over Beijing’s treatment of its Muslim Uyghur population, the crackdown on democratic rights in Hong Kong and military expansion in the South China Sea.

Germany has found itself caught in the middle, says analyst Liana Fix.

Liana Fix, Körber-Stiftung Foundation of International Affairs:
“Europe and the European Union is undecided about which way to pursue. On the one side, they feel the pressure from the United States. On the other hand, there are also economic interests especially for member states that are highly dependent on trade with China.”

Germany’s leadership could be out of step with the population, according to a recent poll.

Liana Fix, Körber-Stiftung Foundation of International Affairs:
“We asked the German public to what extent they would support sanctions towards China, even if it hurts their economy, for human rights issues, for human rights violations. And there, the majority of Germans said they would support sanctions against China.”

With Russia, too, Germany finds itself caught between East and West. Despite Russia’s 2014 invasion of Ukraine, German Chancellor Angela Merkel has pushed ahead with the construction of the Nord Stream 2 pipeline, which was completed this month.

It will carry Russian gas directly to Germany, bypassing Ukraine, which has until now benefited from lucrative transit fees. Ukraine’s president recently offered Merkel this blunt warning.

Volodymyr Zelenskiy, Ukrainian President (in Ukrainian):
“I believe that this (Nord Stream 2) is a weapon. I believe that not to notice that this is a dangerous weapon, not only for Ukraine but for the whole of Europe, is wrong.”

The United States also opposes the pipeline and has imposed sanctions on Russian companies involved.

Liana Fix, Körber-Stiftung Foundation of International Affairs:
“The strong opposition from the United States has to some extent led to a reaction in Germany, which said, ‘OK, why is the United States getting involved in our energy policy?’”

Navigating global affairs won’t be easy for Germany’s next leader, says analyst Gero Neugebauer.

Gero Neugebauer, Professor of Political Science at Freie University Berlin (in German):

“The majority of people see that Germany is currently in a crisis situation. Globalization is at play. The war in Afghanistan. Conflict in Europe. The question of what impact globalization has on jobs, migration and climate change. Merkel’s successor will have either limited international experience or none at all.”

Merkel sought compromise and dialogue. How will her successor balance Germany’s drive for prosperity with competing global rivalries? The world will be watching closely as Europe’s biggest economy prepares for a new era.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG