ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫຼັງ​ຈາກ​ການອະ​ພິ​ປາຍ ກ່ຽວ​ກັບ ກົດ​ລະ​ບຽບທີ່​ຍາວ​ນານ ການ​ດຳ​ເນີນ​ຄະ​ດີ ຟ້ອງ​ຮ້ອງ​ທ່ານ ທ​ຣຳ ຈະ​ໄດ້​ເລີ່ມ​ຂຶ້ນ


ຜູ້​ນຳ​ສຽງ​ສ່ວນຫຼາຍສະ​ພາ​ສູງ ທ່ານ ມິ​ຈ໌ ແມັກ​ຄອນ​ແນ​ລ, ຢ່າງ​ຈາກ​ຫ້ອງ​ສະ​ພາ​ສູງ ໃນ​ຂະ​ນະ​ທີ່​ການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງ​ທ່ານ ທ​ຣຳ ຈະ​ຖືກ​ສະຫຼຸບ​ຢູ່​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ ນະ​ຄອນຫຼວງ ວໍ​ຊິງ​ຕັນ. 22 ມັງ​ກອນ, 2020. (AP Photo/Manuel Balce Ceneta)
ຜູ້​ນຳ​ສຽງ​ສ່ວນຫຼາຍສະ​ພາ​ສູງ ທ່ານ ມິ​ຈ໌ ແມັກ​ຄອນ​ແນ​ລ, ຢ່າງ​ຈາກ​ຫ້ອງ​ສະ​ພາ​ສູງ ໃນ​ຂະ​ນະ​ທີ່​ການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງ​ທ່ານ ທ​ຣຳ ຈະ​ຖືກ​ສະຫຼຸບ​ຢູ່​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ ນະ​ຄອນຫຼວງ ວໍ​ຊິງ​ຕັນ. 22 ມັງ​ກອນ, 2020. (AP Photo/Manuel Balce Ceneta)

ຫຼັງ​ຈາກ​ໃຊ້​ເວ​ລາ​ອະ​ພິ​ປາຍ​ກັນ​ຢ່າງ​ຕໍ່​ເນື່ອງ​ນຶ່ງວັນ ກ່ຽວ​ກັບ ກົດ​ລະ​ບຽບ​ຕ່າງໆ​ສຳ​ລັບ​ການ​ດຳ​ເນີນ​ຄະ​ດີ​ຟ້ອງ​ຮ້ອງ ​ປະ​ທານ​າ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ນັ້ນ, ສະ​ພາ​ສູງ ສະ​ຫະ​ລັດ ຈະ​ປະ​ຊຸມ​ກັນ​ເພື່ອ​ຟັງການ​ໂຕ້​ຖຽງ​ວັນ​ທຳ​ອິດ ​ຈາກ​ກຸ່ມ​ຂອງ​ສະ​ມາ​ຊິກ​ສະ​ພາ​ຕ່ຳ ທີ່​ສ້າງ​ຄະ​ດີ​ຂຶ້​ນ​ມາ​ເພື່ອ​ປົດ​ທ່ານ ທ​ຣຳ ອອກ​ຈາກ​ຕຳ​ແໜ່ງ.

​ກ່ອນ​ສອງ​ໂມງ​ເຊົ້າມື້ນີ້ ຢູ່​ຫໍ​ລັດ​ຖະ​ສ​ະ​ພາ ແຄັບ​ປິ​ຕອ​ລ ຮິ​ລ, ສະ​ມາ​ຊິກ​ສະ​ພາ​ສູງ​ໄດ້​ລົງ​ຄະ​ແນນ​ສຽງ​ຕາມ​ຖັນ​ແຖວ​ຂອງ​ພັກ 53 ຕໍ່ 47ຄະ​ແນນ ເພື່ອ​ຮັບ​ຮອງ​ກົດ​ລະ​ບຽບຕ່າງໆ ທີ່​ຖືກ​ສະ​ເໜີ​ໂດຍຜູ້​ນຳ​ສຽງ​ສ່ວນຫຼາຍ​ທ່ານ ມິດ​ຈ໌ ແມັກ​ຄອນ​ແນ​ລ.

ຫຼັງ​ຈາກ​ການ​ລົງ​ຄະ​ແນນ​ສຽງແລ້ວ ກໍ​ໄດ້​ມີ​ການອະ​ພິ​ປາຍກັນຫຼາຍ​ຄັ້ງ ກ່ຽວ​ກັບ ການ​ແກ້​ໄຂ​ກົດ​ລະ​ບຽບ​ທີ່​ຖືກ​ສະ​ເໜີ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ ​ສຽງ​ສ່ວນ​ນ້ອຍ ກ່ຽວ​ກັບ​ວ່າ​ຈະ​ອອກ​ໝາຍ​ຮຽກ​ເອົາ​ເອ​ກະ​ສານ ແລະ ການ​ໃຫ້​ປາກ​ຄຳ​ໂດຍ​ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ທ່ານ ທ​ຣຳ ຜູ້​ທີ່​ໄດ້​ຂໍ​ໃຫ້​ປາ​ກົດ​ຕົວ​ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການ​ສະ​ພາ​ຕ່ຳ​ໃນ​ລະ​ຫວ່າງ​ການ​ສືບ​ສວນຟ້ອງ​ຮ້ອງ ເຊິ່ງຖືກ​ກີດ​ກັ້ນ​ໂດຍສິດ​ພິ​ເສດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ແລະ ຄະ​ນະ​ລັດ​ຖະ​ບານ.

ພັກ​ຣີ​ພັບ​ບ​ລີ​ກັນ ໄດ້​ໃຊ້​ສຽງ​ສ່ວນຫຼາຍ​ຂອງ​ເຂົາ​ເຈົ້າ ​ເພື່ອ​ປະ​ຕິ​ເສດ​ການ​ແກ້​ໄຂ​ແຕ່​ລະ​ອັນ, ຍົກ​ເວັ້ນ​ອັນ​ນຶ່ງ​ລຸນຫຼັງ​ການບໍ່​ເຫັນ​ພ້ອມ​ແບບ​ດຽວ​ກັນ 53 ຕໍ່ 47 ລະ​ຫວ່າງ​ສອງ​ພັກ​ການ​ເມືອງ​ໃນ​ສະ​ພາ​ນັ້ນ. ຂໍ້​ສະ​ເໜີ​ການ​ແກ້​ໄຂ​ສະ​ບັບ​ດຽວ​ນັ້ນ​ແມ່ນບໍ່​ໄດ້​ຖືກ​ຮັບ​ຮອງ​ດ້ວຍ​ຄະ​ແນນ​ສຽງ 52 ຕໍ່ 48 ຄະ​ແນນ​.

ການ​ຂັດ​ແຍ້ງ​ຂອງ​ພັກ​ການ​ເມືອງ​ນັ້ນ ​ແມ່ນ​ປັດ​ໄຈ​ສຳ​ຄັນ​ໃນ​ຜົນ​ທີ່​ຈະ​ອອກ​ມາ​ໃນ​ທີ່​ສຸດ​ຂອງ​ການ​ດຳ​ເນີນ​ຄະ​ດີ​, ເພາະ​ວ່າ ບໍ່​ວ່າ​ຈະ​ມີຫຼັກ​ຖານ ແລະ ກົດ​ລະ​ບຽບ​ ກ່ຽວ​ກັບ ​ພິ​ຍານ​ກໍ​ຕາມ, ການ​ຕັດ​ສິນ​ວ່າ ​ທ່ານ ທ​ຣຳ ມີ​ຄວາມ​ຜິດ ແລະ ປົດ​ທ່ານ​ອອກ​ຈາກ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ແມ່ນ​ຕ້ອງ​ການ​ຄະ​ແນນ​ສຽງ​ສອງ​ສ່ວນ​ສາມ ແລະ ມັນ​ກໍ​ບໍ່​ມີ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ຄົນ​ໃດ ທີ່ໄດ້​ໃຫ້​ສັນ​ຍານ​ແຜນ​ການ​ວ່າຈະ​ລົງ​ຄະ​ແນນ​ສຽງ​ຄັດ​ຄ້ານ​ທ່ານ.

ທ່ານ ທ​ຣຳ, ຜູ້​ທີ່​ກຳ​ລັງ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເສດ​ຖະ​ກິດ​ໂລກ​ໃນ​ປະ​ເທດ ສວິດ​ເຊີ​ແລ​ນ ໄດ້​ກ່າວ​ໃນ​ວັນ​ພຸດມື້ນີ້​ວ່າ ກຸ່ມ​ທະ​ນາຍ​ຄວາມ​ຂອງ​ທ່ານແມ່ນ “ກຳ​ລັງ​ເຮັດ​ວຽກ​ໄດ້​ດີຫຼາຍ.”

ທ່ານ​ໄດ້​ກ່າວ​ວ່າ “ພວກ​ເຮົາ​ມີ​ຄະ​ດີ​ຄວາມ​ທີ່​ດີຫຼາຍ.”

ມັນ​ຈະ​ມີຫຼາຍ​ຢ່າງ​ເກີດ​ຂຶ້ນກ່ອນ​ການ​ລົງ​ຄະ​ແນນ​ຄັ້ງ​ສຽງຂັ້ນ​ສຸດ​ທ້າຍ​ຂອງ​ສະ​ພາ​ສູງ, ເລີ່ມ​ຕົ້ນ​ດ້ວຍ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຕ່ຳຜູ້​ທີ່​ປະ​ຕິ​ບັດ​ໜ້າ​ທີ່​ເປັນໄອ​ຍະ​ການຈະ​ສະ​ເໜີ​ຄະ​ດີ​ທີ່​ໄດ້​ເກີດ​ຂຶ້ນ ຫຼັງ​ຈາກ​ກຸ່ມ​ຂອງ​ເຂົາ​ເຈົ້າ​ ໄດ້​ລົງ​ຄະ​ແນນ​ສຽງ​ເພື່ອ​ຮັບ​ຮອງ​ມາດ​ຕາ​ການ​ຟ້ອງ​ຮ້ອງ​ທ່ານ ທ​ຣຳ ສອງ​ສະ​ບັບ. ເຂົາ​ເຈົ້າ​ໄດ້​ກ່າວ​ຫາ​ທ່ານ ກ່ຽວ​ກັບ ການ​ລະ​ເມີດ​ອຳ​ນາດ ດ້ວຍການ​ຂໍ​ໃຫ້​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ໄຂ​ການ​ສືບ​ສວນ​ສອບ​ສວນ ທີ່​ຈະ​ສ້າງ​ຜົນ​ປະ​ໂຫຍດທາງ​ການ​ເມືອງໃຫ້ແກ່​ທ່ານ ແລະ ການ​ຂັດ​ຂວາງ​ຂະ​ບວນ​ການ​ສືບ​ສວນ​ສອບ​ສວນ​ຂອງ​ສະ​ພາ​ຕ່ຳ ກ່ຽວ​ກັບ ການ​ກະ​ທຳ​ຂອງ​ທ່ານ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG