ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາ ອາຟຣິກາ ຊອກຫາ ຊ່ອງທາງ ເພື່ອສ້າງ ສັນຕິພາບ ໃນ ຊູດານໃຕ້ (ສະໄລດ໌/ວີດີໂອ)


East African Leaders to Meet in Nairobi on South Sudan
please wait

No media source currently available

0:00 0:02:33 0:00
ລິງໂດຍກົງ
ບັນດາ​ຜູ້​ນໍາໃນຂົງ​ເຂດ ຂອງອາ​ຟຣິກາ ກໍາລັງ​ປະຊຸມ​ກັນ​ທີ່ເຄັນ
​ຢາ ​ໃນ​ວັນ​ສຸກ​ມື້​ນີ້ ​ໃນ​ຄວາມ​ພະຍາຍາມເພື່ອ​ສ້າງ​ຄວາມ​ກ້າວ
ໜ້າ ​ໃຫ້​ແກ່​ຂໍ້​ຕົກລົງ​ສັນຕິພາບ​ໃນ ​ປະ​ເທດ​ຊູ​ດານ​ໃຕ້ ບ່ອນ​ທີ່​
ການ​ສູ້​ລົບ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຫລາຍ​ກວ່ານຶ່ງພັນ​ຄົນ​ແລ້ວ.

ການ​ເຈລະຈາດັ່ງກ່າວ ມີຂື້ນ​ນຶ່ງ​ມື້ ຫລັງ​ຈາກປະທານາທິບໍດີ
ຊູ​ດານ​ໃຕ້ ທ່ານ Salva Kiir ​ໄດ້​ພົບ​ປະ ທີ່ເມືອງ​ຫລວງ Juba
ກັບ​ປະທານ​າທິບໍດີ ​ເຄັນ​ຢາ ທ່ານ Uhuru Kenyatta ​ແລະ
ນາຍົກລັດຖະມົນຕີ ​ເອທິໂອ​ເປຍ ທ່ານ Hailemariam Desalegn.

ບັນດາ​ເຈົ້າ​ໜ້າ​ທີ່ເອທິ​ໂອ​ເປຍ​ ​ລາຍ​ງານ​ວ່າ ​ໄດ້​ມີ​ຄວາມ “ກ້າວໜ້າ​
ໄປ​ດ້ວຍດີ” ຫລັງ​ຈາກການ​ເຈລະຈາ​ຫາ​ທາງໄກ່​ເກ່ຍ​ແບບສຸກ​ເສີນ. ​ແຕ່ການ​ສູ້​ລົບ​ຍັງ​ດໍາ​ເນີນ​ຢູ່​ຕໍ່​ໄປ ​ລະຫວ່າງກໍາລັງ​ລັດຖະບານ ກັບ​ພວກ​ກະບົດ ​ເພື່ອ​ເຂົ້າ​ຄວບ​ຄຸມ​ ເມືອງ Malakal ຊຶ່ງ​ເປັນ​ເມືອງ​ເອກຂອງ​ລັດ​ແມ່​ນໍ້າ Nile ຕອນ​ເທິງ​ຫຼື Upper Nile​.



​ໂຄສົກ​ ກອງ​ທັບຊູ​ດານ​ໃຕ້ຄົນ​ນຶ່ງ​ ກ່າວໃນ​ວັນ​ພະຫັດ​ວານ​ນີ້​ວ່າ ​ແຕ່ລະ​ຝ່າຍ ​ຄວບ​ຄຸມເຄິ່ງນຶ່ງ​ຂອງ​ເມືອງ ທີ່​ຕັ້ງ​ຢູ່​ເຂດອຸດົມສົມບູນ​ໄປ ດ້ວຍ​ນໍ້າມັນ.

ການ​ສູ້​ລົບ​ໄດ້​ເລີ້ມຂື້ນ​ໃນ​ວັນ​ທີ 15 ​ເດືອນ​ທັນ​ວາ ​ເວລາປະທານາທິບໍດີ Kiir ​ໄດ້​ກ່າວ​ຫາ​ວ່າ ອະ​ດີດ​ຮອງ​ປະທານາທິບໍດີ Riek Machar ພະຍາຍາມ​ ກໍ່ ລັດຖະປະຫານ. ທ່ານ Macha ກ່າວ​ວ່າ ຄວາມຮຸນ​ແຮງແມ່ນ​ເປັນຜົນ​ມາ​ຈາກ ການ​ກຳຈັດຄູ່ແຂ່ງ​ທາງດ້ານ​ການ​ເມືອງຂອງ ທ່ານ Kiir.

​ເຫດການ​ດັ່ງກ່າວ​ນີ້​ໄດ້​ກາຍ​ເປັນຄວາມ​ຮຸນ​ແຮງ​ລະຫວ່າງ​ຊົນ​ຊາດ​ຊົນ​ເຜົ່າ​ໂດຍ​ໄວ ລະຫວ່າງ
ສະມາຊິກ​ເຜົ່າ Dinka ຂອງ​ປະທານາທິບໍດີ Kiir ສູ້ລົບ​ກັບ​ຊົນ ​ເຜົ່າ​ Nuer ​ຂອງ​ທ່ານ Machar.


South Sudan Says It's Preparing for Peace Talks
please wait

No media source currently available

0:00 0:01:48 0:00
ລິງໂດຍກົງ
XS
SM
MD
LG