ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທະວີບອາຟຣິກາ ກຳລັງເຮັດວຽກ ຮ່ວມກັບເອກະຊົນ, ຈີນ, ຄິວບາ ແລະ ຣັດເຊຍ ເພື່ອໃຫ້ໄດ້ຮັບຢາວັກຊີນ


ອາສາສະໝັກຜູ້ນຶ່ງກໍາລັງສັກຢາວັກຊີນໃນໄລຍະທີ່ມີການທົດລອງ ຢາກັບມະນຸດໃນຄັ້ງທໍາອິດເພື່ອກັນໄວຣັສໂຄໂຣນາສາຍພັນໃໝ່ ຢູ່ໂຮງໝໍ Baragwanath ໃນເມືອງ Soweto, ປະເທດອາຟຣິກາໃຕ້ ໃນວັນທີ 24 ມິຖຸນາ 2020
ອາສາສະໝັກຜູ້ນຶ່ງກໍາລັງສັກຢາວັກຊີນໃນໄລຍະທີ່ມີການທົດລອງ ຢາກັບມະນຸດໃນຄັ້ງທໍາອິດເພື່ອກັນໄວຣັສໂຄໂຣນາສາຍພັນໃໝ່ ຢູ່ໂຮງໝໍ Baragwanath ໃນເມືອງ Soweto, ປະເທດອາຟຣິກາໃຕ້ ໃນວັນທີ 24 ມິຖຸນາ 2020

ບັນດາເຈົ້າໜ້າທີ່ໃນທະວີບອາຟຣິກາກ່າວວ່າ ພວກເຂົາເຈົ້າກຳລັງເຮັດວຽກເພື່ອໃຫ້ໄດ້ຮັບຢາວັກຊີນ ຫຼາຍຮ້ອຍລ້ານໂດສ ສໍາລັບທະວີບດັ່ງກ່າວ ໃນປີໜ້ານີ້ ແລະກຳລັງຮຽກຮ້ອງໃຫ້ມີຄວາມສາມັກຄີກັນໃນອາຟຣິກາໃນການຕໍ່ສູ້ກັບໂວຣັສໂຄໂຣນານີ້.

ທະວີບອາຟຣິກາໄດ້ເຫັນວ່າ ມີກໍລະນີຄົນປ່ວຍທີ່ຖືກຢັ້ງຢືນແລ້ວ 3 ລ້ານ 4 ແສນຄົນ ນັບຕັ້ງແຕ່ເຊື້ອໄວຣັສດັ່ງກ່າວໄດ້ເຂົ້າໄປໃນທະວີບນັ້ນໃນເດືອນກຸມພາປີກາຍນີ້. ນັບຕັ້ງແຕ່ນັ້ນມາ ດຣ. ຈອນ ເຄັງກາຊອງ (John Nkengasong) ກ່າວວ່າ ສະຖານທີ່ດ້ານສາທາລະນະສຸກໃນທົ່ວທະວີບອັນກວ້າງໃຫຍ່ແຫ່ງນັ້ນ ໄດ້ດໍາເນີນການກວດຫາພະຍາດນີ້ 30 ລ້ານເທື່ອ - ສ່ວນໃຫຍ່ການກວດພະ ຍາດນັ້ນແມ່ນຢູ່ໃນ 10 ປະເທດ, ລວມທັງອາຟຣິກກາໃຕ້, ທີ່ເປັນຈຸດລະບາດຢ່າງໜັກ ຂອງທະວີບດັ່ງກ່າວ, ເອທິໂອເປຍ, ໄນຈີເຣຍ, ເຄນຢາ, ແຊມເບຍ ແລະອູການດາ ກໍ່ໄດ້ທຳການກວດພະຍາດນີ້ເຊັ່ນກັນ.

ມີຫ້ອງທົດລອງບໍ່ຮອດ 500 ແຫ່ງໃນທົ່ວທະວີບ ທີ່ເຂົ້າຮ່ວມໃນການກວດພະ ຍາດດັ່ງກ່າວ. ທ່ານເຄັງກາຊອງ (Nkengasong) ໄດ້ເວົ້າຊື່ 4 ປະເທດ ທີ່ຫາກໍ່ເລີ່ມສັກຢາວັກຊິນເມື່ອບໍ່ດົນມານີ້ຄື: ໂມຣົກໂກ, ອີຈິບ, ເຊແຊລສ໌ ແລະ ກີເນຍ.

ແຕ່ທ່ານເຄັງກາຊອງ (Nkengasong) ກໍໃຫ້ຂໍ້ສັງເກດວ່າ ມີຫຼາຍສິ່ງທີ່ຕ້ອງໄດ້ເຮັດ. ທ່ານກ່າວຕື່ມວ່າ ພາກເອກະຊົນກໍກຳລັງປະກອບສະໜັບສະໜູນ, ໂດຍທີ່ບໍລິສັດ MTN ຍັກໃຫຍ່ດ້ານໂທລະຄົມມະນາຄົມໃນອາທິດນີ້ກໍໄດ້ບໍລິຈາກເງິນ 25 ລ້ານໂດລາໃຫ້ແກ່ການ ດໍາເນີນຄວາມພະຍາຍາມຂອງສະຫະພາບອາຟຣິກາ ຫລື AU ເພື່ອຮັບປະກັນໃຫ້ມີການສັກຢາວັກຊີນແກ່ພະນັກງານການແພດ 3 ລ້ານຄົນຂອງທະວີບນັ້ນ.

ທ່ານກ່າວຕໍ່ບັນດານັກຂ່າວໃນວັນພະຫັດວານນີ້ ຈາກສຳນັກງານໃຫຍ່ຂອງ AU ໃນນະຄອນອາດດິສ ອາບາບາ (Addis Ababa) ວ່າ "ນັ້ນແມ່ນຂໍ້ລິເລີ່ມທີ່ດີເລີດ". ທ່ານກ່າວອີກວ່າ “ມັນເວົ້າເຖິງພະລັງອໍານາດຂອງການເປັນພາຄີກັນ ແລະສິ່ງທີ່ພາກເອກະຊົນສາມາດເຮັດໄດ້ ໃນການຕັດສິນໃຈເອົາບາດກ້າວກະທໍາການ ແລະກໍລົງມືເຮັດສິ່ງນັ້ນໂລດ. ພວກເຮົາຮຽກຮ້ອງໃຫ້ພາກສ່ວນອື່ນໆ, ພາກສ່ວນເອກະຊົນອື່ນກ້າວເຂົ້າມາ ແລະຮ່ວມມືກັບພວກເຮົາ, ສະນັ້ນພວກເຮົາຈຶ່ງຈະສາມາດຕໍ່ສູ້ກັບການລະບາດຂອງພະຍາດນີ້ໄດ້, ໂດຍສະເພາະແມ່ນການສັກຢາວັກຊີນ.”

ທ່ານ ເຄັງກາຊອງ (Nkengasong) ເນັ້ນຢໍ້າວ່າ ຢາວັກຊີນແມ່ນເປັນບູລິມະສິດອັນດັບນຶ່ງຂອງເພິ່ນ. ນອກເໜືອຈາກຄວາມພະຍາຍາມຂອງ AU ໃນການຊື້ຢາຈາກບໍລິສັດຜະລິດຢາອາເມຣິກັນ ແລະອັງກິດແລ້ວ, ທ່ານກ່າວວ່າ AU ໄດ້ລົງນາມເປີດເຜີຍຄວາມໄວ້ວາງໃຈ ກັບບໍລິສັດຜະລິດວັກຊີນຂອງຣັດເຊຍ, ຈີນ ແລະ ຄິວບາ ເພື່ອເບິ່ງວ່າ ຜະລິດຕະພັນເຫຼົ່ານັ້ນຈະໃຊ້ການໄດ້ຫຼືບໍ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG