ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການໂຈມຕີ ຂອງພວກກໍ່ການຮ້າຍ ຢູ່ອາຟຣິກາ ເປັນບັນຫາ ຂອງໂລກ (ວີດີໂອ)


Africa Terrorism Symptom of Intractable Problems
please wait

No media source currently available

0:00 0:02:55 0:00
ລິງໂດຍກົງ
ການ​ໂຈມ​ຕີ​ໃນ​ວັນ​ທີ 21 ກັນຍາຜ່ານ​ມາ ທີ່​ສູນ​ການ​ຄ້າ West
gate ​ໃນ​ກຸງ​ໄນ​ໂຣບີ ປະ​ເທດ​ເຄັນ​ຢາ ​ໂດຍ​ພວກຫົວ​ຮຸນ​ແຮງ
al-Shabab ​ໂຊ​ມາ​ເລຍ​ໄດ້​ເປັນເຫດການ​ທີ່ສ້າງ​ຄວາມຕື່ນຕົກ
​ໃຈ​ໃນ​ກຸງ​ໄນ​ໂຣບີຊຶ່ງ​ໂດຍ​ທົ່ວ​ໄປ​ແລ້ວ​ເປັນ​ເມືອງ​ທີ່​ງຽບ​ສະຫງົບ​
ນັ້ນ.

​ໃນ​ອາທິດ​ຕໍ່​ມາ ຢູ່​ອີກ​ຂ້າງ​ນຶ່ງ​ຂອງ​ທະວີບ ການ​ສັງຫານ​ພວກ​
ນັກ​ສຶກສາ​ຫຼາຍສິບ​ຄົນ​ ໃນ​ເວລາ​ທ່ຽງ​ຄືນ​ ຢູ່​ທີ່​ມະຫາວິທະຍາ
​ໄລ​ແຫ່ງ​ນຶ່ງ ​ໃນ​ປະ​ເທດ​ໄນ​ຈີ​ເຣຍ ​ໄດ້ສ້າງ​ຄວາມ​ຕື່ນ​ຕົກ​ໃຈ
​ເທົ່າໆ​ກັນ​ແຕ່​ບໍ່​ເປັນ​ທີ່​ແປກ​ປະຫຼາດ​ຫຍັງ​ຫຼາຍຍ້ອນຢູ່ທີ່ໄນ​ຈີ
​ເຣຍນັ້ນ ລັດຖະບານ​ກຳລັງ​ທຳ​ສົງຄາມກັບ​ພວກຫົວ​ຮຸນ​ແຮງ
ອິສລາມ Boko Haram.

ການ​ເຄື່ອນ​ໄຫວໃນ​ລັກສະນະຮຸນ​ແຮງ​ທີ່​ກຳລັງ​ເພີ່ມ​ຂຶ້ນຢູ່ໄນ​ຈີ​ເຣຍ​ແລະ​ໂຊ​ມາ​ເລຍ ຕະຫຼອດ​
ທັງ​ໃນ​ມາລີ ລີ​ເບຍ ​ແລະ​ອີກ​ຫຼາຍ​ປະ​ເທດ​ໃນ​ທະວີບອາ​ຟຣິກາ ​ໄດ້​ເຂັ່ນຂ້າປະຊາຊົນຫຼາຍພັນ​ຄົນ​ຍ້ອນ​ການ​ໂຈມ​ຕີ​ຂອງ​ພວກ​ກໍ່​ການ​ຮ້າຍ​ແລະ​ສົງຄາມ​ກາງ​ເມືອງ. ​ແລະ​ພາກສ່ວນ​ໃຫຍ່​ນັ້ນ ມັນ​ເຊື່ອມ​ໂຍງ​ກັບ​ຄວາມ​ບໍ່ພໍ​ໃຈ ຫຼື​ຄວາມ​ເດືອດຮ້ອນ ຂອງ​ປະຊາຊົນ​ໃນ​ທ້ອງ​ຖິ່ນ ອີງ​ຕາມ​ຄຳ​ເວົ້າ​ຂອງ​ທ່ານ Jason Mosley ນັກຊ່ຽວຊານກ່ຽວ​ກັບ​ອາ​ຟຣິກາ ປະຈຳ​ອົງການ​ຄົ້ນຄວ້າ Chatham House ທີ່ກຸງ​ລອນ​ດອນ ທີ່​ເວົ້າ​ຜ່ານ​ທາງ​ລະບົບ Skype ​ວ່າ:

​ເວົ້າ​ຢ່າງ​ກວ້າງໆ​ແລ້ວ ການ​ກໍ່​ການ​ຮ້າຍ​ໃນ​ທະວີບອາ​ຟຣິກາ​ ແມ່ນ​ຍັງຖືກ​ຈຳກັດຢ່າງ​ຮັດ​ແໜ້ນ​ຕໍ່​ແຮງ​ຜັກ​ດັນ​ທາງ​ການ​ເມືອງ​ ໃນ​ຂົງ​ເຂດ​ແລະ​ທ້ອງ​ຖິ່ນ. ຄວາມທຸກ​ຈົນ​ ການ​ສໍ້​ລາດ​ບັງ​ຫລວງ ​ແລະ​ຄວາມ​ເຫຼືອ​ອົກ​ເຫຼືອ​ໃຈທາງ​ດ້ານ​ການເມືອງສ້າງ​ພື້ນຖານ​ທີ່​ອຸດົມສົມບູນ​ສຳລັບ​ລັດທິ​ຫົວ​ຮຸນ​ແຮງ ​ແຕ່ຢ່າງ​ໜ້ອຍ ​ເປັນ​ການ​ເຊື່ອມ​ໂຍງ​ທາງ​ດ້ານ​ຫຼັກ​ອຸດົມ​ການ​ກັບ​ຫົວ​ຮຸນແຮງອິສລາມ ໃນ​ໂລກອີງ​ຕາມ​ຄຳ​ເວົ້າ​ຂອງ​ທ່ານ Alexander Meleagrou-Hitchens ຜູ້ອຳນວຍການ​ສູນ​ກາງສຶກສາ​ລັດ​ທິຫົວ​ຮຸນ​ແຮງ King’s College ທີ່ກຸງ​ລອນດອນ​ທີ່​ກ່າວ​ດັ່ງ​ນີ້:

ຂ້າພະ​ເຈົ້າ​ບໍ່​ຄຶດ​ວ່າ ກຸ່ມ​ໃດ​ກຸ່ມ​ນຶ່ງ​ໃນ​ບັນດາ​ກຸ່ມ​ຫົວ​ຮຸນ​ແຮງ​ເຫຼົ່າ​ນີ້ ​ໄດ້​ຮັບ​ຄຳ​ສັ່ງ ຢ່າງ​ເຈາະ​ຈົງ​ ຈາກ​ສູນ​ກາງຂອງ​ກຸ່ມ al-Qaida. ພວກ​ເຂົາ​ເຂົ້າ​ຮ່ວມ​ເປັນ​ເຄືອຂ່າຍ ​ເປັນເພື່ອນ​ເດີນທາງ​ນຳ​ກັນ ພວກ​ເຂົາຢຶດຖືຫຼັກ​ອຸດົມ​ການ​ດຽວ​ກັນ ​ແຕ່ ​ແມ່ນ​ແລ້ວ ບັນດາ​ກຸ່ມ​ເຫຼົ່າ​ນີ້​ຫຼາຍ​ກຸ່ມ​ໃນ​ອາ​ຟຣິ ກາ ​ໄດ້​ສ້າງຄວາມ​ເປັນ​ຫ່ວງ​ໃນເຂດທ້ອງ​ຖິ່ນ​ເຊັ່ນກັນ ​ແລະ​ບາງ​ກຸ່ມ ​ໃນ​ປັດຈຸບັນ​ນີ້ ​ແຕກ​ແຍກ​ກັນ.”

ດັ່ງ​ໂຕ​ຢ່າງ ທ່ານ Meleagrou-Hitchens ກ່າວ​ວ່າ ບໍ່​ແມ່ນວ່າ​ພວກ​ສະມາຊິກໝົດ​ສູ່​ຄົນຂອງ​ກຸ່ມ al-Shabab ສະ​ໜັບ​ສະ​ໜຸນ ​ເປີດ​ສາກ​ໂຈມ​ຕີຢູ່​ນອກ​ໂຊ​ມາ​ເລຍ​ເຊັ່ນ​ການ​ໂຈມ​ຕີ​ທີ່​ກຸງ​ໄນ​ໂຣ​ບີ ​ເຖິງ​ແມ່ນ​ເຄັນ​ຢາ​ມີ​ທະຫານ​ຢູ່ໃນ​ດິນ​ແດນ​ຂອງ​ໂຊ​ມາ​ເລຍກໍ​ຕາມ.

​ແຕ່​ຂະນະ​ທີ່​ຄວາມທຸກ​ຈົນ ​ແລະ​ເລື້ອງ​ອື່ນ​ໆໃນ​ທ້ອງ​ຖິ່ນ ເປັນ​ແຫ​ລ່ງທີ່​ພາ​ໃຫ້​ເກີດ ກຸ່ມ​ຫົວ​ຮຸນ​ແຮງ ​ໃນ​ຫຼາຍພາກສ່ວນ ​ຂອງ​ທະວີບນັ້ນ ທ່ານ Jason Mosley ກ່າວ​ວ່າ ຈໍານວນ​ຂອງ​ພວກ​ສະມາຊິກ​ໃໝ່​ທີ່​ເກັບ​ເກນ​ມາ​ໄດ້ຂອງ​ພວກ​ເຂົາ​ກໍ​ຍັງ​ນ້ອຍ​ຢູ່ ​ໃນຂະນະ​ທີ່​ບັນຫາ​ຕ່າງໆ​ທີ່​ກະ​ຕຸ້ນ​ຈິດ​ໃຈ​ຂອງ​ພວກ​ເຂົາ​ຍັງ​ໃຫຍ່​ແລະ ແກ້​ໄຂໄດ້ຍາກນັ້ນ ຊຶ່ງ​ທ່ານ Jason Mosley ກ່າວ​ວ່າ :

ຄວາມ​ພະຍາຍາມ​ ທີ່​ບໍ່​ໃຫ້​ເປັນ​ພວກ​ຫົວ​ຮຸນ​ແຮງ ​ທີ່​ກຳລັງ​ດຳ​ເນີນ​ໄປ​ໃນ​ແຫ່ງຕ່າງໆ ​ເຊັ່ນ​ໃນ​ເຄັນ​ຢາ ຫລື​ໂຊ​ມາ​ເລຍ ກໍ​ເປັນ​ຊ່ອງ​ທາງ​ນຶ່ງ ​ແລະ​ແນ່ນອນ​ໃນ​ຕອນ​ສຸດ​ທ້າຍ​ນັ້ນ ​ຊຶ່ງ​ເວົ້າ​ຢ່າງ​ກວ້າງໆ​ແລ້ວ ຄຳ​ຕອບ​ອັນ​ແທ້​ຈິງ​ແມ່ນ​ໂອກາດ​ທາງ​ດ້ານເສດຖະກິດຊຶ່ງ​ເລື້ອງ​ນີ້​ມັນ​ຍາກ​ກວ່າ
​ທີ່​ໄດ້​ຟັງ.

​ແລະ​ພວກ​ນັກ​ຊ່ຽວຊານ​ຫຼາຍ​ຄົນ ກ່າວ​ວ່າ ອັນ​ນີ້​ເປັນ​ເລື້ອງ​ທີ່​ຖືກຕ້ອງ ​ໂດຍ​ສະເພາະ​ໃນພວກ​ຂົງ​ເຂດທີ່​ຕ້ອງການ​ຫຼາຍ​ທີ່​ສຸດ ຄື​ບັນດາ​ປະ​ເທດ​ທີ່​ທຸກ​ຍາກ​ທີ່​ສຸດແລະ​ມີ​ບັນຫາ​ຫຼາຍ​ທີ່​ສຸດ​ໃນ​ທະວີບອາ​ຟຣິກາ​ນັ້ນ. ​ທ່ານ Melegrou-Hitchens ກ່າວ​ວ່າ:

​“ເບິ່ງ​ຄື​ວ່າ ບັນຫາ​ນີ້ ການ​ເຄື່ອນ​ໄຫວ​ຂອງ​ພວກ jihad ​ໃນ​ອາ​ຟຣິກາ​ຈະ​ດຳ​ເນີນສືບ​ຕໍ່​ໄປ ​ໃນ​ອະນາຄົດ​ຂ້າງ​ໜ້າ​ຍ້ອນ​ບັນຫາ​ຕ່າງໆທີ່​ການ​ເກນ​ພວກ​ສະມາຊິກໃໝ່​ແລະ​ການ​ແພ່​ລາມ​ອອກ​ໄປ​ທີ່​ອີງ​ຕາມ ​ເຊັ່ນ​ເລື້ອງ​ຄວາມທຸກ​ຈົນການ​ສໍ້​ລາດບັງ​ຫຼວງຍັງ​ຄົງ​ຈະ​ດຳ​ເນີນຕໍ່​ໄປ​ອີກ​ດົນ​ເຕີບ.”

ບັນດາ​ນັກ​ຊ່ຽວຊານ​ກ່າວ​ວ່າ ການ​ຮວມ​ເອົາ​ເລື້ອງ ​ໂອກາດ​ທາງ​ດ້ານ​ເສດຖະກິດການ​ສຶກສາ ​ແລະ​ການ​ນຳພາ​ເຂົ້າກັນ ທີ່​ສາມາດ​ເຮັດ​ໃຫ້​ໝັ້ນ​ໃຈ​ວ່າ ​ພວກ​ເດັກນ້ອຍ​ລູກ​ຫຼານ​ເຊັ່ນ​ນີ້ ຈະ​ບໍ່​ເຕີບ​ໃຫຍ່​ຂຶ້ນ​ມາ​ເປັນ​ພວກ​ຫົວ​ຮຸນ​ແຮງນັ້ນ ເປັນເລື້ອງຍາກ​ທີ່ຈະ​ໃຫ້​ມັນ​ເກີດ​ຂຶ້ນ ​ແລະເປັນ​ເລື້ອງທີ່​ຕ້ອງການ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຫຼາຍ​ຂຶ້ນ​ຢ່າງ​ຮີບ​ດ່ວນ.
XS
SM
MD
LG