ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ກາ​ນີ ກ່າວ​ວ່າ ການ​ເຈລະ​ຈາ ​ສັນ​ຕິ​ພາບ ກັບ​ກຸ່ມ​ຕາ​ລີ​ບານ ແມ່ນ​ບູ​ລິ​ມະ​ສິດ​ທີ່​ສຳ​ຄັນ


ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນິ​ສ​ຖານ ທ່ານ​ອາ​ສ​ຣາ​ຟ ກາ​ນີ.
ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນິ​ສ​ຖານ ທ່ານ​ອາ​ສ​ຣາ​ຟ ກາ​ນີ.

ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນິ​ສ​ຖານ ທ່ານ​ອາ​ສ​ຣາ​ຟ ກາ​ນີ ໄດ້​ຮັບ​ການ​ຄ້ຳ​ປະ​ກັນທີ່ ຈະ​ເຂົ້າ​
ຮັບ​ຕຳ​ແໜ່ງ ​ເປັນ​ສະ​ໄໝ​ທີ​ສອງ ໂດຍ​ເອົ​າ​ຊະ​ນະ​ຄູ່​ແຂ່ງ​ທີ່​ຂົມ​ຂື່ນ​ຂອງທ່​ານ​ດ້ວຍ​ຄະ​
ແນນ​ສຽງ​ຫຼາຍກວ່າສິບ​ເປີ​ເຊັນ.

ທ່ານ​ກາ​ນີ​ໄດ້​ຍົກ​ມື​ສະ​ແດງ​ການ​ໄດ້​ຮັບ​ໄຊ​ຊະ​ນະ​ໃນ​ວັນ​ອັງ​ຄານ​ວານນີ້ ຫຼັງ​ຈາກຄ​ະ​
ນະ​ກຳ​ມາ​ທິ​ການ​ເລືອກ​ຕັ້ງ​ໄດ້​ເປີດ​ເຜີຍ​ຜົນ​ການ​ນັບ​ຄະ​ແນນ​ສຽງໃນ​ການ​ປ່ອນບັດ
​ເມື່ອເດືອນ​ກັນ​ຍາ​ ປີ 2019. ມີ​ການ​ຊັກ​ຊາຍ້ອນ​ການ​ກ່າວ​ຫາ​ກ່ຽວ​ກັບ​ການສໍ້​ໂກງ​
ຄະ​ແນນ​ສຽງ ໂດຍ​ທ່ານ​ອັບ​ດັ​ລ​ລາ ອັບ​ດັ​ລ​ລາ ຊຶ່ງ​ເປັນ​ຄູ່​ແຂ່ງ​ທາງ​ການເມືອງ ຈຶ່ງ​
ຕ້ອງໄດ້​ມີ​ການ​ນັບ​ຄະ​ແນນ​ສຽງ​ຄືນ.

ທ່ານ​ອັບ​ດັ​ລ​ລາຊຶ່ງ​ຮັບ​ໜ້າ​ທີ່​ເປັນ​ “ຫົວ​ໜ້າ​ບໍ​ລິ​ຫານ” ຂອ​ງ​ອັ​ຟ​ກາ​ນິ​ສ​ຖານ ພາຍ​ໃຕ້​
ທ່ານ​ກາ​ນີ ໃນ​ການ​ຄອງ​ອຳ​ນາດ​ຮ່ວມ​ກັນ​ດ້ວຍ​ຄວາມ​ເຄິ່ງ​ຕຶງກ່າວ​ວ່າ ຄະ​ນະຂອງ​
ທ່ານ​ເປັນ​ຜູ້​ຊະ​ນະ.

ທ່ານ​ອັບ​ດັ​ລ​ລາ ​ກ່າວ​ວ່າ “ການ​ສໍ້​ໂກງ​ຫຼອກ​ລວງເປັນ​ທີ່​ໜ້າ​ອັບ​ອາຍ​ໃນ​ປະ​ຫວັດ
ສາດ ແລະ​ພວກ​ເຮົາ​ໄດ້​ປະ​ກາດ ກ່ຽວ​ກັບ​ລັດ​ຖະ​ບານ​ທີ່​ຮ​ວມ​ເອົາ​ທຸກ​ພັກ​ຝ່າຍ.”

ທ່ານ​ກາ​ນີ ໄດ້​ກ່າວ​ຊົມ​ເຊີຍ​ຜົນ​ການ​ນັບ​ຄະ​ແນນ​ສຽງ ແລະ​ໄດ້​ເວົ້າ​ເຖິງ​ຂໍ້​ຕົກ​ລົງ
ສັນ​ຕິ​ພາບ​ກັບ​ກຸ່ມ​ຕາ​ລີ​ບານນັ້ນ​ວ່າ ເປັນ​ບູ​ລິ​ມະ​ສິດ​ທີ່​ສຳ​ຄັນ. ​ທ່ານ​ກາ​ນີ ກ່າວວ່າ
“ດ້ວຍ​ຄວາມ​ກ້າ​ຫານ​ ແລະ​ແຜນ​ການ ພວກ​ເຮົາ​ຈະ​ດຳ​ເນີນ​ການ​ຕໍ່​ໄປ ກ່ຽວ​ກັບ​ການ
ເຈ​ລະ​ຈາ​ສັນ​ຕິ​ພາບ ແຕ່​ມັນ​ຈະ​ເປັນ​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ຈະ​ເປັນ​ຜູ້​ເຮັດການ​
ຕັດ​ສິນໃຈ​ຂັ້ນ​ສຸດ​ທ້າຍ ມັນ​ຈະ​ບໍ່​ມີ​ການ​ຕັດ​ສິນ​ໃຈ​ແບບ​ລັບໆ​ກ່ຽວ​ກັບ​ເລື້ອງ​ນີ້.”

ກຸ່ມ​ຕາ​ລີ​ບານ​ເອີ້ນ​ການ​ໄດ້​ຮັບ​ໄຊ​ຊະ​ນະ​ຂອງ​ທ່ານ​ກາ​ນີ​ວ່າ “ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ”
ແລະ “ຂັດ​ຕໍ່​ຂັ້ນ​ຕອນ​ສັນ​ຕິ​ພາບ.”

ເວ​ລານີ້ ສະ​ຫະ​ລັດ​ພວມ​ເຈ​ລະ​ຈາ ເພື່ອ​ຕົກ​ລົງ​ກ່ຽວ​ກັບ​ການ​ຖອນ​ທະ​ຫານ ກັບກຸ່ມ​
ຕາ​ລີ​ບານ.


Afghanistan President Ashraf Ghani has secured a second term by defeating his bitter rival by more than 10 percent of the vote.

Ghani raised his hands in victory Tuesday after the election commission released results of the September, 2019 poll. Lengthy delays from vote-

rigging allegations by political rival Abdullah Abdullah led to a recount.

Abdullah, who serves as Afghanistan's "chief executive" under Ghani in a tense power-sharing arrangement, said his team won.

"The fraudsters are the shame of history and we announce our inclusive government."

Ghani hailed the results, and spoke about a peace agreement with the Taliban being a priority..

"With courage and plans we will move forward the peace negotiations, but it will be the Afghan nation, who will take the final decision. There would be no hidden decisions regarding it."

The Taliban called Ghani's win "illegal" and "against the peace process."

The United States is currently negotiating a withdrawal deal with the Taliban.

XS
SM
MD
LG