ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ປະທ້ວງຊາວ ອັຟການິສຖານ ປະທ້ວງໃນລະຫວ່າງມີກອງປະຊຸມຂອງ ສປຊ ໃນນະຄອນຫຼວງ ໂດຮາ ປະເທດ ກາຕ້າ


Afghans Protest in Paris During UN Conference in Doha, Qatar
please wait

No media source currently available

0:00 0:02:21 0:00

ເຊີນຊົມວິດີໂອ ກ່ຽວກັບ ລາຍງານນີ້.

ຜູ້​ປະ​ທ້ວງຊາວ ອັ​ຟ​ກາ​ນິ​ສ​ຖານ ໄດ້​ພາ​ກັນ​ອອກ​ມາ​ຖະ​ໜົນ ​ຂອງ​ນະ​ຄອນຫຼວງ ປາ​ຣີ ໃນ​ອາ​ທິດນີ້, ເພື່ອ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ສາ​ກົນປະ​ຕິ​ເສດ​ການ​ຮັບ​ຮູ້​ກຸ່ມ​ຕາ​ລີ​ບານ. ການ​ປະ​ທ້ວງ​ໄດ້​ເກີດ​ຂຶ້ນ​ໃນ​ຂະ​ນະ​ທີ່​ມີກອງ​ປະ​ຊຸມ​ທີ່​ຖືກ​ຈັດ​ຂຶ້ນ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຢູ່​ນະ​ຄອນຫຼວງ ໂດ​ຮາ ປະ​ເທດ ກາ​ຕ້າ ​ຊອກ​ຫາວິ​ທີ​ທີ່​ຈະ​ພົວ​ພັນ​ກັບ​ກຸ່ມ​ຕາ​ລີ​ບານ. ນັກ​ຂ່າວ​ວີ​ໂອ​ເອ ຈາ​ລາ​ລ ເມຍ​ຊາດ ມີ​ລາຍ​ງານ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຜູ້​ປະ​ທ້ວງ​ຊາວ ອັ​ຟ​ກາ​ນິ​ສ​ຖານ ຢູ່​ຕໍ່​ໜ້າ​ຫ້ອງ​ການ​ຂອງ​ອົງ​ການ UNESCO ໃນ​ນະ​ຄອນ​ຫຼວງ ປາ​ຣີ ໄດ້​ຮຽກ​ຮ້ອງ​ປະ​ຊາ​ຄົມ​ສາ​ກົນ ໃຫ້​ປ​ະ​ຕິ​ເສດ​ການ​ຮັບ​ຮູ້​ກຸ່ມ​ຕາ​ລີ​ບານ​ເປັນ​ລັດ​ຖະ​ບານ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ ອັ​ຟ​ກາ​ນິ​ສ​ຖານ.

ກອງ​ປະ​ຊຸມ​ປິດ​ລັບຂອງ​ບັນ​ດາ​ທູດ​ພິ​ເສດ​ຈາກຫຼາຍ​ປະ​ເທດ, ຖືກ​ຈັດ​ຂຶ້ນ​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສອງວັ​ນໃນ​ອາ​ທິດນີ້​ຢູ່ປະ​ເທດ ກາ​ຕ້າ ເພື່ອ “ບັນ​ລຸ​ຜົນ​ປະ​ໂຫຍດ​ຮ່ວມ​ກັນ” ກ່ຽວ​ກັບ ວິ​ທີ​ທີ່​ຈະ​ພົວ​ພັນ​ກັບ​ກຸ່ມ​ອິ​ສ​ລາມ​ທີ່​ກຳ​ລັງ​ປົກ​ຄອງ​ປະ​ເທດ​ນັ້ນ.

ຜູ້​ປະ​ທ້ວງຫຼາຍ​ຄົນ​ໄດ້ຫຼົບ​ໜີ​ອອກ​ຈາກ ອັ​ຟ​ກາ​ນິ​ສ​ຖານ ຫຼັງ​ຈາກ​ການ​ກັບ​ຄືນ​ມາ​ຂອງ​ກຸ່ມ​ຕາ​ລີ​ບານ. ເຂົາ​ເຈົ້າ​ເວົ້າ​ວ່າ ​ກຸ່ມ​ດັ່ງ​ກ່າວ​ແມ່ນບໍ່​ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ສັນ​ຍາ​ຂອງ​ພວກ​ເຂົາ.

ທ້າວ ຊາ​ຮິດ ອາ​ລ​ມາ​ສ, ຜູ້​ປະ​ທ້ວງ​ໄດ້​ກ່າວ​ວ່າ “ມັນໄດ້ມີ​ການ​ຕັດ​ສິນ​ໃຈ​ກ່ອນ​ໜ້ານີ້​ໃນ​ນະ​ຄອນຫຼວງ ໂດ​ຮາ ວ່າ​ກຸ່ມ​ຕາ​ລີ​ບານ ຈະ​ອະ​ນຸ​ຍາດ​ໃຫ້​ແມ່​ຍິງ​ເຮັດ​ວຽກ ແລະ ເຂົ້າ​ໂຮງ​ຮຽນ ແລະ ມະ​ຫາ​ວິ​ທະ​ຍາ​ໄລ. ແຕ່ມັນ​ບໍ່​ໄດ້​ເກີດ​ຂຶ້ນ. ມັນ​ແມ່ນ​ສອງ​ປີ​ແລ້ວ​ນັບ​ຕັ້ງ​ແຕ່​ກຸ່ມ​ຕາ​ລີ​ບານ​ໄດ້​ກັບ​ມາ, ແຕ່​ພວກ​ເດັກ​ຍິງ​ແມ່ນ​ຍັງ​ບໍ່​ສາ​ມາດ​ເຂົ້າ​ໂຮງ​ຮຽນ​ເທື່ອ.”

ພາຍ​ໃຕ້​ກຸ່ມ​ຕາ​ລີ​ບານ, ແມ່​ຍິງ​ໃນ​ອັ​ຟ​ກາ​ນິ​ສ​ຖານ ແມ່ນ​ຖືກ​ຫ້າມ​ຈາກ​ການ​ສຶກ​ສາ, ເຮັດວຽກ ແລະ ການ​ເດີນ​ທາງ​ໄລ​ຍະ​ໄກ​ຄົນ​ດຽວ. ເຂົາ​ເຈົ້າ​ຖືກ​ຫ້າມ​ຈາກ​ການ​ໄປ​ອອກ​ກຳ​ລັງ​ກາຍ​ຢູ່​ໂຮງ​ຈິມ ແລະ ສວນ​ສາ​ທາ​ລະ​ນະ.

ແມ່​ຍິງ ອັ​ຟ​ກາ​ນິ​ສ​ຖານ ໄດ້​ທຳ​ການ​ປະ​ທ້ວງ​ຕໍ່​ມາດ​ຕະ​ການ​ກົດ​ຂີ່​ຂອງ​ກຸ່ມ​ຕາ​ລີ​ບານ​ຕໍ່​ເຂົາ​ເຈົ້າ ນັບ​ຕັ້ງ​ແຕ່​ກຸ່ມ​ດັ່ງ​ກ່າວ​ໄດ້​ກັບ​ມາ​ກຳ​ອຳ​ນາດ​ໃນ​ປີ 2021.

ນາງ ຊາ​ມີ​ນາ ຣາ​ໄຊ ກ່າວ​ວ່າ “ໃນ​ຄວາມ​ຄິດ​ຂອງ​ຂ້ອຍ, ການ​ເຈ​ລະ​ຈາ​ໃດໆ​ກັບ​ຄົນ​ພວກນີ້​ແມ່ນ​ຄວາມ​ຜິດ​ພາດ.”

ພວກ​ຜູ້​ປະ​ທ້ວງ​ໄດ້​ຮຽກ​ຮ້ອງ​ປະ​ຊາ​ຄົມ​ສາ​ກົນ​ໃຫ້​ກົດ​ດັນ​ກຸ່ມ​ຕາ​ລີ​ບານປະ​ຕິ​ບັດ​ຕາມ​ຄຳ​ສັນ​ຍາ​ຂອງ​ພວກ​ເຂົາ, ລວ​ມ​ທັງ​ເຄົາ​ລົບ​ສິດ​ທິ​ຂອງ​ແມ່​ຍິງ ແລະ ຕັ້ງ​ລັດ​ຖະ​ບານກວມ​ລວມ.

ທ້າວ ຣາ​ຊາ ຈາ​ຟາ​ຣີ ຜູ້​ປະ​ທ້ວງ​ກ່າວ​ວ່າ “ຖ້າ​ລັດ​ຖະ​ບານ​ໃດ​ຈະ​ຖືກ​ຮັບ​ຮູ້, ມັນ​ຄວນ​ຖືກ​ເຮັດ​ຂຶ້ນ​ໂດຍ​ທຸກ​ພາກ​ສ່ວນ​ຂອງ​ປະ​ຊາ​ກອນ ອັ​ຟ​ກາ​ນິ​ສ​ຖານ, ໂດຍ​ສະ​ເພາະ​ຊາວ​ໜຸ່ມ, ແມ່​ຍິງ ແລະ ກຸ່ມ​ຊົນ​ເຜົ່າ​ທີ່​ແຕກ​ຕ່າງ​ກັນ​ຂອງ ອັ​ຟ​ກາ​ນິ​ສ​ຖານ.”

ຍັງ​ບໍ່​ມີ​ປະ​ເທດ​ໃດຮັບ​ຮູ້​ກຸ່ມ​ຕາ​ລີ​ບານ​ເປັນ​ລັດ​ຖະ​ບານ​ຂອງ ອັ​ຟ​ກາ​ນິ​ສ​ຖານ ເທື່ອ, ​ແຕ່ແນວ​ໃດ​ກໍ່​ຕາມ​ມັນ​ກໍ​ມີ​ນັກ​ການ​ທູດ ​ທີ່​ຖືກຍອມ​ຮັບ​ເຮັດ​ວຽກ​ໃນ 4 ປະ​ເທດ​ຄື: ຈີນ, ຣັດ​ເຊຍ, ປາ​ກິ​ສ​ຖານ ແລະ ເທີ​ກເມ​ນິ​ສ​ຖານ.

Afghan protesters in front of UNESCO’s office in Paris are asking the international community to refuse to recognize the Taliban as the legitimate government of Afghanistan.

This, as the United Nations convened a two-day, closed-door conference this week in Qatar of special envoys from various countries to “reach points of commonality” on how to engage with the ruling Islamist group.

Many of the protesters fled Afghanistan after the Taliban’s return. They say the group has not fulfilled its promises.

“It was decided previously in Doha that the Taliban would allow women to work and attend school and university. It did not happen. It has been two years since the Taliban’s return, but girls still can’t attend school.”

Under the Taliban, women in Afghanistan are banned from education, work and solo long-distance travel. They are barred from going to gyms and public parks.

Afghan women have been protesting the Taliban’s oppressive measures against them since the group’s return to power in 2021.

“In my opinion, any negotiation with these people is a mistake.”

Demonstrators are demanding the international community pressure the Taliban to uphold their promises, including respecting women’s rights and forming an inclusive government.

“If any government is going to be recognized, it should be made up of all the segments of the Afghan population, particularly youth, women and Afghanistan’s different ethnic groups.”

No country has yet recognized the Taliban as the government of Afghanistan, even though there are accredited Taliban diplomats working with four countries: China, Russia, Pakistan and Turkmenistan.

XS
SM
MD
LG