ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ໂຈມຕີ ສະຫລະຊີບ ສັງຫານ ຢ່າງໜ້ອຍ 26 ຄົນ ໃນນະຄອນຫຼວງ ອັຟການິສຖານ


ພວກຕຳຫຼວດ ອັຟການິສຖານ ເດີນທາງໄປເຖິງ ສະຖານທີ່ເກີດການລະເບີດ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 21 ມີນາ 2018.
ພວກຕຳຫຼວດ ອັຟການິສຖານ ເດີນທາງໄປເຖິງ ສະຖານທີ່ເກີດການລະເບີດ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 21 ມີນາ 2018.

ບັນດາເຈົ້າໜ້າທີ່ອັຟການິຖານ ກ່າວວ່າ ຜູ້ໂຈມຕີດ້ວຍລະເບີດສະຫລະຊີບຄົນນຶ່ງ ໄດ້
ລະເບີດໂຕເອງ ຢູ່ນະຄອນຫຼວງກາບູລ ໃນວັນພຸດມື້ນີ້ ທີ່ໄດ້ສັງຫານຢ່າງໜ້ອຍ 26 ຄົນ
ແລະ ເຮັດໃຫ້ອີກຫຼາຍໆຄົນບາດເຈັບ.

ຊາວມຸສລິມ ນິກາຍຊີໄອ ຈຳນວນຫຼວງຫຼາຍ ໄດ້ໄປເຕົ້າໂຮມກັນ ຢູ່ໃນນະຄອນຫຼວງ
ຂອງ ອັຟການິສຖານ ເພື່ອເຂົ້າຮ່ວມການສະເຫຼີມສະຫຼອງ ປີໃໝ່ຂອງຊາວເປີເຊຍ ທີ່
ເອີ້ນວ່າ ນາວໂຣສ (Nawroz) ໃນເວລາທີ່ລະເບີດໄດ້ແຕກຂຶ້ນ ອີງຕາມຄຳເວົ້າຂອງ
ພວກທີ່ີເຫັນເຫດການ ແລະ ບັນດາເຈົ້າໜ້າທີ່.

ພວກເຂົາເຈົ້າໄດ້ກ່າວອີກວ່າ ຈຳນວນຂອງຜູ້ເສຍຊີວິດແລະບາດເຈັບ ອາດເພີ່ມຂຶ້ນ
ແລະ ສ່ວນໃຫຍ່ແລ້ວ ເປັນພົນລະເຮືອນ ໃນຈຳນວນຂອງຜູ້ເຄາະຮ້າຍທັງ ຫຼາຍ.

ກຸ່ມຫົວຮຸນແຮງລັດອິສລາມ ໄດ້ອ້າງເອົາຄວາມຮັບຜິດຊອບ ໃນການໂຈມຕີດັ່ງກ່າວ.

ພວກຫົວຮຸນແຮງລັດອິສລາມ ເມື່ອສອງສາມເດືອນຜ່ານມານີ້ ໄດ້ແນເປົ້າໝາຍໃສ່
ສະຖານທີ່ປະກອບພິທີທາງສາສະໜາ ຂອງພວກນິກາຍຊີໄອ ແລະສະຖານທີ່ເຕົ້າ
ໂຮມຊຸມນຸມ ໃນນະຄອນຫຼວງກາບູລຢູ່ເລື້ອຍໆ ໃນຂະນະດຽວກັນ ພວກກະບົດ
ຕາລີບານ ກໍຍັງໄດ້ວາງແຜນການໂຈມຕີດ້ວຍລະເບີດສະຫລະຊີບ ຢູ່ໃນຕົວເມືອງ
ຫຼາຍຄັ້ງ ນຳດ້ວຍ.

Afghanistan Bombing
please wait
Embed

No media source currently available

0:00 0:00:45 0:00

Afghan officials say a suicide bomb went off Wednesday in Kabul, killing at least 26 people and wounding many more.

A big crowd of Shi'ite Muslims had gathered in the Afghan capital in connection with the Persian new year celebrations, or Nawroz, when the blast occurred, witnesses and officials said.

They said the toll could rise and mostly civilians were among the victims.

The perpetrator of the attack was, so far, unclear.

Islamic State militants have in recent months frequently targeted Shi'ite worship places and gatherings in Kabul while the Taliban insurgency has also plotted devastating suicide bombings in the city.

A Taliban spokesman, however, has denied responsibility in Wednesday's bombing.

XS
SM
MD
LG