ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ອັຟການິສຖານ ກ່າວວ່າ ກຳລັງຮັກສາຄວາມປອດໄພ ເສຍຊີວິດ 3,500 ຄົນ ນັບແຕ່ ສຫລ ກັບກຸ່ມ ຕາລິບານ ເຊັນຂໍ້ຕົກລົງນຳກັນ


ປະທານາທິບຊດີ ອັຟການິສຖານ ອາຣັຟ ການີ.
ປະທານາທິບຊດີ ອັຟການິສຖານ ອາຣັຟ ການີ.

ປະທານາທິບໍດີອັຟການິສຖານ ທ່ານອາສຣັຟ ການີ ກ່າວໃນວັນອັງຄານທີ່ຜ່ານມາວ່າ
ກຳລັງຮັກສາຄວາມປອດໄພອັຟການິສຖານຫລາຍກວ່າ 3,500 ຄົນ ໄດ້ ຖືກຂ້າຕາຍ
ນັບແຕ່ສະຫະລັດ ໄດ້ເຊັນສັນຍາຂໍ້ຕົກລົງສັນຕິພາບໃນເດືອນກຸມພາ ທີ່ຜ່ານມາ.

ການປະກາດດັ່ງກ່າວມີຂຶ້ນໃນຂະນະທີ່ລັດຖະບານອັຟກາສິນຖານ ແລະພວກກະບົດ
ຕາລິບານໄດ້ປະກາດໃນມື້ດຽວກັນນັ້ນວ່າມີການຢຸດຍິງເປັນເວລາສາມວັນ ຊຶ່ງກົງກັບ
ວັນສະຫຼອງບຸນອິດ-ອານ-ແອດຮາ (Eid-al-Adha) ທີ່ເປັນວັນບຸນ ຂອງຊາວມຸສລິມ
ໃນວັນສຸກ.

ທູດພິເສດຂອງສະຫະລັດ ທ່ານຊາລເມ ຄາລີລຊາດ ກ່າວຢູ່ໃນການ ສົ່ງຂໍ້ ຄວາມທາງ
ທວີດເຕີວ່າ “ຄວາມຫວັງຂອງເຮົາກໍຄືບຸນອີດ (Eid) ໄດ້ ນຳເອົາ ຊາວອັຟການິສຖານ
ເຂົ້າມາຫາກັນໂດຍພື້ນຖານຄວາມເຂົ້າໃຈກັນ ແລະນັບ ຖືຊຶ່ງກັນ ແລະກັນ ແລະຫຍັບ
ເຂົ້າໃກ້ກັບສັນຕິພາບແບບຍືນຍົງຫລາຍຂຶ້ນ.”

ຢູ່ໃນກອງປະຊຸມເຈົ້າໜ້າທີ່ອະວຸໂສໃນນະຄອນກາບູລນັ້ນ ທ່ານການີ ກ່າວວ່າ ມີກຳ
ລັງປ້ອງກັນຊາດ ແລະຮັກສາຄວາມປອດໄພແຫ່ງຊາດຂອງອັຟການິສຖານ (NDSF)
ປະມານ 3,500 ຄົນ ຖືກຂ້າຕາຍ ແລະອີກ 6,780 ຄົນໄດ້ຮັບບາດ ເຈັບຢູ່ໃນການໂຈມ
ຕີຂອງກຸ່ມຕາລີບານລະຫວ່າງວັນທີ 29 ກຸມພາ

ເວລາທີ່ສະຫະລັດກັບຕາລິບານ ໄດ້ເຊັນຂໍ້ຕົກລົງສັນຕິພາບນໍາກັນ ແລະວັນທີ 21
ກໍລະກົດ.

ທ່ານການີ ກ່າວວ່າ “ກຸ່ມຕາລີບານ ເຖິງຢ່າງໃດກໍດີ ໄດ້ດໍານເນີນການໂຈມຕີ ຢ່າງເຕັມ
ສ່ວນຕໍ່ກອງກໍາລັງ ANDSF, ຕໍ່ປະຊາຊົນ ແລະລັດຖະບານຂອງອັຟ ການິສຖານ. ແບບ
ນີ້ມັນແມ່ນຜົນດີຂອງສັນຕິພາບແນວໃດ? ເວົ້າເຖິງເຈດຕະນາຫຍັງ?

ທ່ານກ່າວວ່າ ພົນລະເຮືອນປະມານ 775 ຄົນໄດ້ຖືກຂ້າຕາຍ ແລະ 1,609 ຄົນໄດ້ຮັບ
ບາດເຈັບໃນລະຫວ່າງເວລານັ້ນ.

ລັດຖະບານອັຟການິສຖານ ເທົ່າທີ່ຜ່ານມາໄດ້ຢັບຢັ້ງໃຈ ບໍ່ຢາກເປີດເຜີຍຈຳນວນ ທີ່
ແທ້ຈິງຂອງການເສຍຊີວິດ ແລະບາດເຈັບຈາກການປະທະກັນກັບຕາລີບານ. ທ່ານການີ
ເຖິງຢ່າງໃດກໍດີກໍໄດ້ກ່າວວ່າ ໃນທ້າຍປີ 2018 ມີກໍາລັງຮັກສາຄວາມ ສະຫງົບຫຼາຍ
ກວ່າ 28,500 ຄົນ ໄດ້ຖືກຂ້າຕາຍ ນັບແຕ່ປີ 2015 ມາ.

Afghan President Ashraf Ghani said Tuesday that more than 3,500 Afghan security forces have been killed since the United States and the Taliban signed a peace agreement in February.

The announcement comes as the Afghan government and the Taliban on the same day declared a three-day cease-fire coinciding with the Eid al-Adha Muslim holiday on Friday.

“Our hope is this Eid brings all Afghans together in understanding & mutual respect and one step closer to a sustainable peace,” said U.S. envoy Zalmay Khalilzad in a tweet Tuesday.

Speaking at the Senior Officials Meeting in Kabul, Ghani said about 3,560 Afghan national defense and security forces (ANDSF) were killed and 6,780 more wounded in Taliban attacks between February 29, when the U.S.-Taliban agreement was signed, and July 21.

“The Taliban, however, have carried a full-scale offensive against the ANDSF, the people and the government of Afghanistan,” Ghani said. “What kind of peace dividend is this? What does it say about intentions?”

He said about 775 civilians were killed and 1,609 were injured during that timeline.

The Afghan government in the past has refrained from releasing the exact number of casualties from clashes with the Taliban. Ghani, however, said that in late 2018, more than 28,500 security forces had been killed since 2015.

XS
SM
MD
LG