ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ອັຟການິສຖານ ຮຽກຮ້ອງ ຕໍ່ທ່ານທຣຳ ບໍ່ໃຫ້ເນລະເທດ ປະຊາຊົນ ຂອງຕົນ


 ປະຊາຊົນເຂົ້າຮ່ວມໃນການປະທ້ວງ ຕໍ່ຕ້ານການເນລະເທດອົບພະຍົບ ຊາວອັຟການິສຖານ ປະມານ 50 ຄົນ ຈາກສະໜາມບິນມິວນິກ, ພາກໃຕ້ປະເທດເຢຍຣະມັນ. 22 ກຸມພາ, 2017.
ປະຊາຊົນເຂົ້າຮ່ວມໃນການປະທ້ວງ ຕໍ່ຕ້ານການເນລະເທດອົບພະຍົບ ຊາວອັຟການິສຖານ ປະມານ 50 ຄົນ ຈາກສະໜາມບິນມິວນິກ, ພາກໃຕ້ປະເທດເຢຍຣະມັນ. 22 ກຸມພາ, 2017.

ອັຟການິສຖານ ໄດ້ຂໍໃຫ້ລັດຖະບານ ສະຫະລັດ ຢຸດເນລະເທດຄົນ ອັຟການິສຖານ,
ໂດຍກ່າວວ່າ ເຂົາເຈົ້າບໍ່ມີຂໍ້ຕົກລົງການສົ່ງຄົນກັບ ຄືນປະເທດ ກັບ ສະຫະລັດ.

ທ່ານ ອາກມັດ ເຊກິບ ມອສຕານຍີ ໂຄສົກກະຊວງການຕ່າງປະເທດ ອັຟການິສຖານ
ໄດ້ກ່າວຕໍ່ວີໂອເອພະແນກ ພາສາອັຟການິສຖານວ່າ “ພວກເຮົາບໍ່ໄດ້ເຊັນ ຂໍ້ຕົກລົງດັ່ງ
ກ່າວ ກັບ ສະຫະລັດ ອາເມຣິກາ.” ທ່ານ ມອສຕານຍີ ໄດ້ກ່າວວ່າ ຖ້າຫາກມີຂໍ້ຕົກລົງ
ທີ່ວ່ານັ້ນ, ມັນຄົງເຮັດຂຶ້ນໂດຍກະຊວງອົບພະຍົບ ແລະ ສົ່ງຄົນກັບຄືນປະເທດຂອງ
ອັຟການິສຖານ, ເຊິ່ງທ່ານກ່າວວ່າ ເຂົາເຈົ້າເປັນຜູ້ຮັບມືກັບທຸກບັນຫາຄົນເຂົ້າເມືອງ.

ທ່ານ ມອສຕານຍີ ໄດ້ກ່າວວ່າ “ສະນັ້ນ, ໃນເມື່ອເຂົາເຈົ້າບໍ່ຮູ້ ກ່ຽວກັບ ຂໍ້ຕົກລົງທີ່ວ່ານີ້,
ຂ້າພະເຈົ້າກໍສາມາດຢືນຢັນຢ່າງເປັນທາງການໄດ້ວ່າ ພວກເຮົາ ກະຊວງການຕ່າງປະ
ເທດ ບໍ່ໄດ້ລົງນາມໃນຂໍ້ຕົກລົງໃດໆກັບ ສະຫະລັດ ກ່ຽວກັບ ບັນຫານີ້.”

ທີ່ປຶກສາກະຊວງອົບພະຍົບ ແລະສົ່ງຄົນກັບຄືນປະເທດ ທ່ານ ຮາຟິສ ອາກມັດ
ເມຍແຄລ ຍັງໄດ້ຢືນຢັນວ່າ ລັດຖະບານຂອງທ່ານ ບໍ່ໄດ້ຕົກ ລົງໃນສັນຍາການສົ່ງຄົນ
ກັບຄືນປະເທດແລະໄດ້ກ່າວວ່າ ທາງກະຊວງໄດ້ຂໍໃຫ້ຢຸດການເນລະເທດຂອງທຸກຄົນ
ໄວ້ກ່ອນ. ທ່ານໄດ້ກ່າວໃນການສຳພາດວ່າ “ສົງຄາມທີ່ກຳລັງດຳເນີນຢູ່ໄດ້ບັງຄັບໃຫ້
ປະຊາຊົນຕ້ອງຫຼົບໜີອອກຈາກອັຟການິສຖານ. ພວກເຮົາແມ່ນປະເທດທີ່ຍັງຢູ່ໃນສະ
ພາບສົງຄາມ, ແລະປະຊາຊົນຂອງພວກເຮົາຕ້ອງການການຊ່ວຍເຫຼືອ ແທນທີ່ຈະແມ່ນ
ການຖືກເນລະເທດ.”

ສະຫະພາບ ຢູໂຣບ ໄດ້ມີຂໍ້ຕົກລົງການສົ່ງຄົນກັບຄືນປະເທດກັບ ອັຟການິສຖານ ໃນ
ເດືອນຕຸລາປີ 2016 ເພື່ອເປີດໂອກາດໃຫ້ຊາວ ອັຟການິສຖານ ຜູ້ທີ່ບໍ່ສາມາດຂໍລີ້ໄພ
ເດີນທາງກັບຄືນປະເທດ. ນອກຈາກນັ້ນ, ເຢຍຣະມັນ, ສວີເດັນ, ແລະ ຟິນແລນ ກໍມີຂໍ້
ຕົກລົງລະຫວ່າງປະເທດກັບປະເທດ ແບບດຽວກັນນີ້ກັບອັຟການິສຖານ.

ເມື່ອວີໂອເອຖາມ ກົມກວດກາຄົນເຂົ້າເມືອງ ແລະ ພາສີຂອງ ສະຫະລັດ ວ່າ ສະຫະ
ລັດ ມີຂໍ້ຕົກລົງດັ່ງກ່າວນັ້ນຫຼືບໍ່ນັ້ນ, ໂຄສົກກົມ ທ່ານ ເບຣັນເດັນ ແຣດີ ໄດ້ໃຫ້ຄຳຕອບ
ດ້ວຍການຂຽນວ່າ “ກົດໝາຍສາກົນມີຂໍ້ບັງຄັບໃຫ້ແຕ່ລະປະເທດຮັບເອົາການເດີນ
ທາງກັບຄືນຂອງປະຊາຊົນ ທີ່ຖືກສັ່ງໃຫ້ເນລະເທດອອກຈາກ ສະຫະລັດ. ສະຫະລັດ
ເອງໄດ້ຮ່ວມມືເປັນປະຈຳກັບລັດຖະບານຕ່າງປະເທດໃນການອອກເອກະສານແລະ
ຮັບເອົາປະຊາຊົນຂອງຕົນ ເມື່ອຖືກຂໍຮ້ອງ, ເຊັ່ນດຽວກັບປະເທດສ່ວນໃຫຍ່ຢູ່ໃນໂລກ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG