ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ແມ່ຍິງອັຟການິສຖານ ທີ່ເສັງເຂົ້າມະຫາວິທະຍາໄລ ໄດ້ທີນຶ່ງ ບໍ່ແນ່ໃຈວ່າ ອະນາຄົດຂອງຕົນ ພາຍໃຕ້ການປົກຄອງ ຂອງກຸ່ມຕາລີບານ ຈະເປັນແນວໃດ


ນາງຊາລກາຍ ບາຣານ (Salgai Baran), ອາຍຸ 19 ປີ ທີ່ໄດ້ຮັບຄະແນນສອບເສັງສູງອັນດັບນຶ່ງໃນປີນີ້ ນັ່ງຖ່າຍຮູບຢູ່ເຮືອນຂອງນາງ ໃນນະຄອອນຫລວງກາບູລຂອງອັຟການິສຖານ, ວັນທີ 26 ສິງຫາ, 2021.
ນາງຊາລກາຍ ບາຣານ (Salgai Baran), ອາຍຸ 19 ປີ ທີ່ໄດ້ຮັບຄະແນນສອບເສັງສູງອັນດັບນຶ່ງໃນປີນີ້ ນັ່ງຖ່າຍຮູບຢູ່ເຮືອນຂອງນາງ ໃນນະຄອອນຫລວງກາບູລຂອງອັຟການິສຖານ, ວັນທີ 26 ສິງຫາ, 2021.

ແມ່ຍິງອັຟການິສຖານຜູ້ນຶ່ງທີ່ໄດ້ຮັບຄະແນນສູງສຸດໃນການສອບເສັງເຂົ້າມະຫາວິທະຍາໄລແຫ່ງຊາດຂອງປະເທດກ່າວວ່າ ນາງມີແຜນທີ່ຈະຮຽນໃຫ້ຈົບ ແລະຫຼັງຈາກນັ້ນກໍຊອກຫາວຽກເຮັດ, ແຕ່ນາງບໍ່ແນ່ໃຈວ່າ ມັນຈະເປັນໄປໄດ້ຫລືບໍ່ຢູ່ພາຍໃຕ້ການປົກຄອງຂອງກຸ່ມຕາລີບານ.

ນາງຊາລກາຍ ບາຣານ (Salgai Baran), ອາຍຸ 19 ປີ ທີ່ໄດ້ຮັບຜົນການສອບເສັງສູງເປັນອັນດັບນຶ່ງຂອງນັກຮຽນທັງໝົດ 180,000 ຄົນ ໄດ້ບອກກັບ ວີໂອເອ (VOA) ໃນອາທິດແລ້ວນີ້ວ່າ ນາງຢາກຈົບການສຶກສາຂັ້ນສູງຂອງນາງໃນອັຟການິສຖານ.

“ຂ້ອຍຈະຢູ່ ຖ້າຫາກຂ້ອຍສາມາດສືບຕໍ່ການສຶກສາຂອງຂ້ອຍໄດ້. ຖ້າສະຖານະການບໍ່ອະນຸຍາດໃຫ້ຂ້ອຍສືບຕໍ່ການສຶກສາ ແລະບັນລຸເປົ້າໝາຍຂອງຂ້ອຍໄດ້ແລ້ວ, ຂ້ອຍກໍຢາກໄປຕ່າງປະເທດ,” ນັ້ນຄືຄໍາເວົ້າຂອງນາງບາຣານ.

ທ່ານ ອັບດູລ ບາກີ ຮັກການີ (Abdul Baqi Haqqani), ວ່າການລັດຖະມົນ ຕີກະຊວງສຶກສາຂັ້ນສູງ ທີ່ໄດ້ຮັບການແຕ່ງຕັ້ງຈາກກຸ່ມຕາລີບານ ກ່າວໃນວັນອາທິດວານນີ້ວ່າ ກຸ່ມດັ່ງກ່າວອະນຸຍາດໃຫ້ແມ່ຍິງ ເຂົ້າມະຫາວິທະຍາໄລໄດ້, ແຕ່ວ່າກຸ່ມທີ່ວ່ານີ້ ຫ້າມໃຫ້ມີຫ້ອງຮຽນທີ່ມີສອງເພດປົນກັນຢູ່ ແລະຄູສອນຊາຍຫ້າມບໍ່ໃຫ້ສອນຫ້ອງຮຽນເພດຍິງ.

ທ່ານຮັກການີກ່າວວ່າ, "ປະຊາຊົນອັຟການິສຖານ ຈະສືບຕໍ່ການສຶກສາຂັ້ນສູງຂອງເຂົາເຈົ້າໄດ້ໂດຍອີງຕາມກົດໝາຍຊາເຣຍ (Sharia) ໃນດ້ານຄວາມປອດໄພໂດຍໃຫ້ບໍ່ຢູ່ໃນສະພາບແວດລ້ອມທີ່ມີຜູ້ຊາຍ ແລະແມ່ຍິງປົນຢູ່ນໍາກັນ," ອີງຕາມອົງການຂ່າວຝຣັ່ງ AFP.

ໃນວັນອັງຄານມື້ນີ້ ພວກຕາລີບານໄດ້ຮຽກຮ້ອງໃຫ້ແມ່ຍິງຢູ່ໃນເຮືອນ ໂດຍເອີ້ນມັນວ່າ ເປັນມາດຕະການຊົ່ວຄາວ “ເພື່ອປົກປ້ອງແມ່ຍິງ” ຈົນກວ່າກຸ່ມດັ່ງກ່າວຈະມີອັນທີ່ຕົນເອີ້ນວ່າ “ຂັ້ນຕອນໃໝ່,” ນັ້ນອອກມາ.

ນາງບາຣານສະແດງຄວາມບໍ່ແນ່ໃຈອອກມາວ່ານາງຈະສາມາດເຮັດວຽກໄດ້ຫລືບໍ່ຢູ່ພາຍໃຕ້ການປົກຄອງຂອງກຸ່ມຕາລີບານ. ນາງບອກວ່າ "ແຜນຂອງຂ້ອຍກໍຄືຮັບໃຊ້ປະເທດຊາດ ແລະປະຊາຊົນຂອງຂ້ອຍ, ແຕ່ຂ້ອຍບໍ່ຮູ້ວ່າ ສະຖານະການຈະອະນຸຍາດໃຫ້ຂ້ອຍເຮັດວຽກໄດ້ຫຼືບໍ່."

ເຖິງແມ່ນວ່າຈະມີການຮັບປະກັນຈາກກຸ່ມຕາລີບານວ່າ ເຂົາເຈົ້າບໍ່ມີບັນຫາກັບການສຶກສາ ແລະການເຮັດວຽກງານຂອງແມ່ຍິງກໍຕາມ, ແຕ່ແມ່ຍິງກໍຍັງຢ້ານວ່າ ກຸ່ມຫົວຮຸນແຮງດັ່ງກ່າວ ຈະບັງຄັບໃຊ້ການຕີຄວາມກົດໝາຍຊາເຣຍຢ່າງເຂັ້ມງວດຂອງເຂົາເຈົ້າ ໂດຍຫ້າມແມ່ຍິງບໍ່ໃຫ້ເຂົ້າໂຮງຮຽນ ແລະຢູ່ບ່ອນເຮັດວຽກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG