ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າແຂວງ ອັຟການິສຖານ ຄັດຄ້ານຄຳສັ່ງ ປົດຕຳແໜ່ງ ຈາກປະທານາທິບໍດີ


ປະທານາທິບໍດີ ອັຟການິສຖານ ທ່ານ ອາສຣັຟ ການີ ເຂົ້າຮ່ວມ
ໃນພິທີສະເຫຼີມສະຫຼອງວັນປະກາດເອກະລາດ ອັຟການິສຖານ ໃນນະຄອນຫຼວງ ກາບູລ, ອັຟການິສຖານ. 19 ສິງຫາ, 2017.
ປະທານາທິບໍດີ ອັຟການິສຖານ ທ່ານ ອາສຣັຟ ການີ ເຂົ້າຮ່ວມ ໃນພິທີສະເຫຼີມສະຫຼອງວັນປະກາດເອກະລາດ ອັຟການິສຖານ ໃນນະຄອນຫຼວງ ກາບູລ, ອັຟການິສຖານ. 19 ສິງຫາ, 2017.

ວິກິດການທາງດ້ານການເມືອງຂອງ ອັຟການິສຖານ ໄດ້ຮຸນແຮງຂຶ້ນໃນວັນ ອາທິດ
ວານນີ້ ເມື່ອເຈົ້າແຂວງຄົນທີສອງ ໄດ້ຂັດຂືນຄຳສັ່ງປະທານາທິບໍດີ ທີ່ໄດ້ປົດທ່ານອອກ
ຈາກຕຳແໜ່ງ.

ໃນວັນເສົາມື້ກ່ອນ, ຫ້ອງການຂອງປະທານາທິບໍດີ ທ່ານ ອາສຣັຟ ການີ "Ashraf
Ghani" ໄດ້ຮັບຮອງ ແລະ ປະກາດການແຕ່ງຕັ້ງຫົວ ໜ້າຄົນໃໝ່ສຳລັບ 6 ແຂວງ, ເຊິ່ງ
ລວມມີແຂວງ ສະມານການ "Samangan" ໃນພາກເໜືອຂອງປະເທດ, ວ່າໃຫ້ເປັນ
ສ່ວນນຶ່ງໃນການ ປະຕິບັດການທັງຫຼາຍ ເພື່ອປັບປຸງການປົກຄອງໃນທ້ອງຖິ່ນຂອງ
ອັຟການິສຖານ.

ແຕ່ທ່ານ ອັບດຸລ ຄາຣິມ ເຄດາມ "Abdul Karim Khedam," ຜູ້ທີ່ໄດ້ປົກຄອງແຂວງ
ສະມານການ ມາປະມານປີນຶ່ງແລ້ວ, ໄດ້ກ່າວປະ ນາມ ແລະ ປະຕິເສດການປົດຕຳ
ແໜ່ງຂອງທ່ານໂດຍປະທານາທິ ບໍດີນັ້ນວ່າ ຍອມຮັບບໍ່ໄດ້.

ທ່ານກ່າວວ່າ “ຂ້າພະເຈົ້າຂໍກ່າວປະນາມການຕັດສິນໃຈທີ່ບໍ່ຍຸຕິທຳນີ້ ແລະຖືວ່າມັນ
ເປັນການຕໍ່ຕ້ານຄວາມປາຖະໜາຂອງປະຊາຊົນແຂວງ ສະມານການ.”

ລັດຖະບານກາງໄດ້ແຕ່ງຕັ້ງທ່ານ ອັບດຸລ ລາຕິຟ ອີລຣາຮີມີ "Abdul Latif Ibrahimi"
ເປັນເຈົ້າແຂວງຄົນໃໝ່ສຳລັບແຂວງທີ່ຕັ້ງຢູ່ພາກ

ເໜືອຂອງ ອັຟການິສຖານ ນັ້ນ. ທ່ານແມ່ນອະດີດສະມາຊິກຂອງພັກ ເຮັສ-ອີ-
ອິສລາມີ "Hezb-e-Islami" ຂອງ ອະດີດຜູ້ບັນຊາການຂອງ ກຸ່ມ ຈີຮາດ ຊົນເຜົ່າ
ປາຊຕຸນ "Pashtun," ທ່ານ ກຸລບຸດດິນເຮັກມາຕີຢາ "Gulbuddin Hekmatyar."

ໃນຄຳປາໄສຕໍ່ກອງປະຊຸມຖະແຫຼງຂ່າວ ທີ່ເມືອງຫຼວງຂອງແຂວງໃນ ວັນອາທິດວານນີ້,
ເຈົ້າແຂວງທີ່ຖືກປົດອອກຈາກຕຳແໜ່ງໄດ້ປະຕິຍານວ່າ ຈະສືບຕໍ່ເຮັດວຽກເປັນເຈົ້າ
ແຂວງ ສະມານການຕໍ່ໄປ.

ທ່ານ ເຄດາມ ໄດ້ປ້ອງກັນການຕັດສິນຂອງທ່ານທີ່ຈະຍັງຢູ່ໃນຕຳແໜ່ງ ຕໍ່ໄປ ແລະ
ໄດ້ກ່າວວ່າ ອຳນາດຄັ້ງສຸດທ້າຍທີ່ຈະພິຈາລະນາຊະຕາກຳ ທາງການເມືອງຂອງທ່ານ
ແມ່ນຂຶ້ນຢູ່ກັບຊົນເຜົ່າ ເທີກເມັນ "Turkemen" ທີ່ທ່ານໄດ້ເປັນຕົວແທນໃຫ້ ເຊັ່ນດຽວ
ກັບພັກການເມືອງ ຈາມຽດ-ອີ-ອິສລາມີ "Jamiat-e-Islami" ຂອງທ່ານ, ເຊິ່ງຮ່ວມ
ກັນ ກຳອຳນາດກັບລັດຖະບານສາມັກຄີຊາດຂອງທ່ານ ການີ.

ຜູ້ບໍລິຫານລະດັບສູງ ອັຟການິສຖານ ທ່ານ ອັບດຸລລາ ອັບດຸລລາ "Abdullah
Abdullah" ໄດ້ເປັນຕົວແທນໃຫ້ພັກ ຈາມຽດ-ອີ-ອິສລາມີ ພ້ອມກັບບັນດາຜູ້ນຳພັກ
ຄົນອື່ນໆ ໃນພັນທະມິດທີ່ກຳລັງປົກຄອງ ແຂວງຢູ່ ແລະ ພັກທີ່ປະກອບມີຊົນເຜົ່າ
ທາຈິກສ໌ "Tajiks" ຢູ່ເປັນ ສ່ວນໃຫຍ່. ການສະໜັບສະໜູນຂອງປະທານາທິບໍດີ ການີ
ແມ່ນມາ ຈາກຊຸມຊົນ ທີ່ມີຊົນເຜົ່າ ປາຊຕຸນ ອາໄສຢູ່ເປັນສ່ວນໃຫຍ່.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG