ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໔ ຕຸລາ ໒໐໒໓

ສະມາຊິກສະພາ ອັຟການິສຖານ ລອດຊີວິດ ຈາກການ ໂຈມຕີສະຫຼະຊີບ ທີ່ກາບູລ


ກອງກຳລັງຮັກສາຄວາມປອດໄພ ກວດສອບສະຖານທີ່ ເກີດເຫດ ຂອງການໂຈມຕີດ້ວຍລະເບີດສະຫລະຊີບ ໃນນະຄອນຫລວງກາບູລ ປະເທດອັຟການິສຖານ, ວັນທີ 16 ພະຈິກ 2014.

ສະມາ​ຊິກ​ສະພາຍິງ​ຄົນ​ນຶ່ງ ຂອງ​ອັຟກາ​ນິສຖານ ລອດ​ຊີວິດມາ​
ໄດ້ ຈາກ​ການໂຈມຕີ​ດ້ວຍລະ​ເບີດ​ສະຫລະ​ຊີບ ທີ່​ໄດ້​ເອົາ​ຊີວິດ
​ຂອງ​ຜູ້ຄົນທີ່ຜ່ານກາຍໄປ​ມາ ​ຢ່າງ​ນ້ອຍ 3 ຄົນ​ ​ແລະ ​ເຮັດ​ໃຫ້​
ອີກຫຼາຍກວ່າ 10 ຄົນ​ ໄດ້​ຮັບ​ບາດ​ເຈັບ ລວມທັງ​ສະມາຊິກ​ສະພາ
​ຄົນນີ້ນຳດ້ວຍ.

​ເຈົ້າໜ້າ​ທີ່ຕຳ​ຫລວດ ກ່າວ​ວ່າ ທ່ານນາງ Shukria Barakzai ​
ພວມເດີນ​ທາງ​ຢູ່ໃນ​ຂະ​ບວນລົດ ຜ່ານ​ນະຄອນຫລວງ​ກາ​ບູລ ​
ໃນ​ວັນ​ອາທິດ​ມື້​ນີ້ ​ເວລາຜູ້ຮ້າຍ​ບີບຄະນວນ ລະ​ເບີດໃຫ້ແຕກຂຶ້ນ. ​

​ບັນດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ ທ່ານ​ນາງ Barakzai ​ແມ່ນ​ໄດ້​ຮັບ​ບາດ​ເຈັບ​ນ້ອຍ​ນຶ່ງ ​ໃນ​ການ​
ໂຈມ​ຕີຄັ້ງນີ້ ​ແຕ່ບໍ່ມີອາການຮ້າຍແຮງ.

ສະ​ມາ​ຊິກ​ສະພາ​ ຊຶ່ງເປັນຜູ້ຕໍ່ສູ້ເພື່ອ​ສິດທິ​ຂອງ​ພວກ​ຜູ້ຍິງ ຄົນນີ້ ​ເປັນຜູ້ ສະໜັບສະໜຸນ
ຢ່າງແຂງຂັນ ຕໍ່ປະທານາທິບໍດີ Ashraf Ghani.

ການ​ໂຈມ​ຕີ​ດ້ວຍ​ລະ​ເບີດສະຫລະຊີບ ​ໃນ​ນະຄອນຫລວງ​ ຂອງ​ອັຟກາ​ນິສຖານດັ່ງກ່າວ
​ແມ່ນ​ເປັນຄັ້ງຫລ້າ​ສຸດ ທີ່​ແນ​ໃສ່​ສະມາຊິກ ຂອງ​ລັດຖະບານອັຟກາ​ນິສຖານ​ ທີ່ໄດ້ຮັບ
ການໜຸນຫລັງ​ໂດຍ​ສະຫະລັດ ຊຶ່ງ​ກຳລັງ​ຕໍ່ສູ້​ກັບ​ການ​ກະບົດ​ທີ່​ນຳ​ໂດຍ​ພວກ​ຫົວ​ຮຸນ​ແຮງ
ຕາ​ລີ​ບານນັ້ນ.

AFGHANISTAN BLAST VO
please wait
Embed

No media source currently available

0:00 0:00:35 0:00

XS
SM
MD
LG