ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຶນຂອງອັຟການິສຖານ ຢູ່ໃນສະວິດເຊີແລນ ຖືກນຳອອກມາໃຊ້ ໂດຍທີ່ກຸ່ມຕາລີບານ ບໍ່ໄດ້ຮຽກຮ້ອງ  


ແຟ້ມພາບ - ທາງເຂົ້າຕຶກຂອງທະນາຄານເພື່ອການຕົກລົງແກ້ໄຂບັນຫາສາກົນ, Bank for International Settlements (BIS) ແມ່ນເຫັນໄດ້ໃນລະຫວ່າງ ການເປີດໃຫ້ສື່ມວນຊົນເຂົ້າຊົ່ມກ່ອນຂອງງານນິທັດສະການ ຄົນຮອບ 90 ປີ, ໃນນະຄອນບາແຊລ ເມື່ອວັນທີ 22 ຕຸລາ 2021.
ແຟ້ມພາບ - ທາງເຂົ້າຕຶກຂອງທະນາຄານເພື່ອການຕົກລົງແກ້ໄຂບັນຫາສາກົນ, Bank for International Settlements (BIS) ແມ່ນເຫັນໄດ້ໃນລະຫວ່າງ ການເປີດໃຫ້ສື່ມວນຊົນເຂົ້າຊົ່ມກ່ອນຂອງງານນິທັດສະການ ຄົນຮອບ 90 ປີ, ໃນນະຄອນບາແຊລ ເມື່ອວັນທີ 22 ຕຸລາ 2021.

ສິບຫົກເດືອນຫຼັງຈາກທີ່ໄດ້ຈັດຕັ້ງກອງທຶນ ເພື່ອປະຊາຊົນອັຟການິສຖານ ທີ່ໄດ້ຮັບການສະໜັບສະໜຸນຈາກສະຫະລັດ ຍັງບໍ່ໄດ້ຖືກມອບຮັບເພື່ອຈ່າຍຕາມວັດຖຸປະສົງຕ່າງໆຂອງຕົນ ດັ່ງທີ່ສະມາຊິກຂອງຄະນະກຳມະການຜູ້ນຶ່ງໄດ້ເປີດເຜີຍ.

ກອງທຶນດັ່ງກ່າວໄດ້ສ້າງຂຶ້ນດ້ວຍການນຳໃຊ້ຊັບສິນເຄິ່ງນຶ່ງຂອງອັຟການິສຖານ ທີ່ໄດ້ຖືກກັກໄວ້ຢູ່ໃນສະຫະລັດ ທີ່ແນໃສ່ເພື່ອຊ່ວຍເຮັດໃຫ້ເສດຖະກິດຂອງອັຟການິສຖານມີສະຖຽນລະພາບ ໂດຍບໍ່ໃຫ້ອຳນາດການປົກຄອງຕາລີບານ ທີ່ປົກ ຄອງໃນປັດຈຸບັນ ໄດ້ຮັບຜົນປະໂຫຍດ.

ກອງທຶນໄດ້ຖືກກໍ່ຕັ້ງຂຶ້ນທ່າມກາງການເຂົ້າຢຶດອຳນາດຂອງກຸ່ມຕາລີບານ ໃນປີ 2021 ຊຶ່ງເງິນຈຳນວນ 3 ພັນ 500 ໂດລາທີ່ກັກໄວ້ໃນປະເທດສະວິດເຊີແລນ ທີ່ເຄີຍເປັນຂອງທະນາຄານກາງ ຂອງອັຟການິສຖານ. ເງິນທີ່ໄດ້ຖືກອະນຸມັດເພື່ອໃຊ້ໃນກິດຈະກຳຕ່າງໆເຊັ່ນວ່າ ຈ່າຍໜີ້ສິນຂອງອັຟການິສຖານແກ່ອົງການສາກົນຕ່າງໆ, ໃຊ້ຈ່າຍການນຳເຂົ້າໄຟຟ້າ ແລະແມ່ນກະທັງການພິມເງິນຕາ.

“ຂ້າພະເຈົ້າແປກໃຈວ່າ ພວກເຂົາ (ໝາຍເຖິງກຸ່ມຕາລີບານ) ບໍ່ໄດ້ຂໍໃຫ້ຊຳລະເງິນໃດໆເລີຍ ມາເຖິງປັດຈຸບັນນີ້” ທ່ານອັນວາຣ ອູລ-ຮາກ ອາຮາດີ ຄູ່ຮ່ວມປະທານກອງທຶນທີ່ເປັນຜູ້ຮັກສາຜົນປະໂຫຍດ ໄດ້ກ່າວຕໍ່ວີໂອເອ.

ທ່ານອາຮາດີ ໄດ້ເນັ້ນຢ້ຳເຖິງຄວາມເຕັມໃຈຂອງທ່ານ ທີ່ຈະອຳນວຍຄວາມສະ ດວກໃນການໃຊ້ຈ່າຍທຶນໃນກິດຈະກຳຕ່າງໆທີ່ໄດ້ຮັບການອະນຸມັດ.

ບັນດາເຈົ້າໜ້າທີ່ຂອງກຸ່ມຕາລີບານ ໄດ້ປະຕິເສດທິ່ຈະໃຫ້ຄວາມເຫັນ.

Sixteen months after its establishment, the U.S.-backed Fund for the Afghan People has yet to release any payments for its intended purposes, a board member reveals.

The fund, created using half of Afghanistan's frozen assets in the United States, aims to help stabilize the Afghan economy without benefiting the de facto Taliban authorities.

Established in the wake of the Taliban's takeover in 2021, the Switzerland-based fund holds $3.5 billion that formerly belonged to the Afghan Central Bank. It is authorized to support activities such as paying Afghanistan's debts to international organizations, funding electricity imports and even printing currency.

“I’m surprised that they [the Taliban] have not asked for any payment so far,” Anwar ul-Haq Ahady, a co-chair of the fund’s board of trustees, told VOA.

Ahady emphasized his willingness to facilitate the funding of authorized activities.

Taliban officials declined to comment.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG