ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນດານັກເຄື່ອນໄຫວ ຕິຕຽນ ຄວາມພະຍາຍາມຂອງ ຣັດເຊຍ, ຄິວບາ ແລະ ຊາອຸດີ ອາຣາເບຍ ເພື່ອເຂົ້າຮ່ວມ ອົງການສິດທິມະນຸດ ສປຊ


ບັນດາຜູ້ແທນເຂົ້າຮ່ວມໃນກອງປະຊຸມສະພາສິດທິມະນຸດ ອົງການສະຫະປະຊາຊາດ. ນະຄອນ ເຈນີວາ, ປະເທດ ສວິດເຊີແລນ. 27 ກຸມພາ, 2020. REUTERS/Denis…
ບັນດາຜູ້ແທນເຂົ້າຮ່ວມໃນກອງປະຊຸມສະພາສິດທິມະນຸດ ອົງການສະຫະປະຊາຊາດ. ນະຄອນ ເຈນີວາ, ປະເທດ ສວິດເຊີແລນ. 27 ກຸມພາ, 2020. REUTERS/Denis…

ກຸ່ມສິ້ງຊອມກຸ່ມນຶ່ງ ໄດ້ຮຽກຮ້ອງບັນດາປະເທດປະຊາທິປະໄຕຂັດຂວາງບໍ່ໃຫ້ ຣັດເຊຍ, ຄິວບາ ແລະ ຊາອຸດີ ອາຣາເບຍ ຖືກເລືອກ ໃຫ້ເຂົ້າໄປນັ່ງຢູ່ໃນ ສະພາສິດທິມະນຸດ ສະຫະປະຊາຊາດ ທີ່ມີສະມາຊິກ 47 ປະເທດ, ໂດຍເວົ້າ ວ່າ ປະເທດເຫຼົ່ານີ້ມີປະຫວັດສິດທິມະນຸດທີ່ຂີ້ຮ້າຍຫຼາຍ ເຮັດໃຫ້ເຂົາເຈົ້າບໍ່ມີຄຸນນະວຸດທິດີພໍ ທີ່ຈະເຂົ້າເປັນສະມາຊິກດັ່ງກ່າວ. ນັກຂ່າວວີໂອເອ ລີຊາ ສໄລນ໌ ມີລາຍງານຈາກນະຄອນ ເຈນີວາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາ ສະເໜີທ່ານໃນອັນດັບຕໍ່ໄປ.


ສະມັດຊາໃຫຍ່ອົງການສະຫະປະຊາຊາດ ຈະເລືອກສະມາຊິກໃໝ່ 15 ປະເທດ ຂອງສະພາສິດທິມະນຸດສະຫະປະຊາຊາດ ໃນເດືອນຕຸລານີ້. ກຸ່ມອິດສະຫຼະຊື່ວ່າ UN Watch ທີ່ຕິດຕາມການປະ ຕິບັດງານ ອົງການສະຫະປະຊາຊາດນັ້ນ ເວົ້າ ວ່າ ມັນຈະບໍ່ສົມເຫດສົມຜົນ ແລະໜ້າລະອາຍທີ່ຈະອະນຸຍາດໃຫ້ ຣັດເຊຍ, ຄິວ ບາ ແລະ ຊາອຸດີ ອາຣາ ເບຍເຊິ່ງແມ່ນສາມລະບອບການປົກຄອງຜະ ເດັດການ ແລະ ກົດຂີ່ຂູດຮີດ ເຂົ້າ ຮ່ວມອົງການນີ້.

ຜູ້ອຳນວຍການໃຫຍ່ຂອງອົງການ UN Watch ຮິລເລລ ນອຍເອີ, ເວົ້າວ່າ ລັດຖະບານຕ່າງໆທີ່ປະຕິເສດເສລີພາບຂັ້ນພື້ນຖານຕໍ່ປະຊາຊົນຂອງເຂົາເຈົ້າ ຢ່າງເປັນລະບົບ ແມ່ນບໍ່ຢູ່ໃນທ່າທີ ທີ່ຈະມາຕັດສິນ ປະຫວັດສິດທິມະນຸດຂອງປະ ເທດອື່ນ.

ທ່ານ ນອຍເອີ ກ່າວວ່າ “ບໍ່ມີໃຜເວົ້າວ່າ ສະມາຊິກທຸກປະເທດຂອງສະພາສິດທິມະນຸດ ຕ້ອງສົມ ບູນແບບ. ເຊິ່ງເຫັນໄດ້ຊັດວ່າ ມັນບໍ່ມີປະເທດທີ່ສົມບູນແບບ. ແຕ່ໃຫ້ເລືອກບາງລັດຖະບານທີ່ຂີ້ຮ້າຍທີ່ສຸດນັ້ນແມ່ນບໍ່ໄດ້ຢູ່ໃນແຜນຍຸດທະສາດ ແລະ ກົງກັນຂ້າມກັນຢ່າງສິ້ນເຊີງ ກັບບັນທັດຖານທາງການ ທີ່ຖືກປະກາດໃນ ຕອນກໍ່ຕັ້ງສະພາສິດທິມະນຸດ ເຊິ່ງຈະສືບຕໍ່ຄຸ້ມຄອງການເລືອກຕັ້ງຕ່າງໆ.”

ມະຕິທີ່ຖືກຮອງຮັບເວລາທີ່ສະພາສິດທິມະນຸດໄດ້ສ້າງຂຶ້ນໃນປີ 2006 ນັ້ນໄດ້ ບັງຄັບບັນດາປະ ເທດສະມາຊິກໃຫ້ສົ່ງເສີມສະໜັບສະໜູນ ແລະ ປົກປ້ອງສິດ ທິມະນຸດ. ເຂົາ ເຈົ້າຍັງໄດ້ເຕືອນປະເທດຕ່າງໆ ທີ່ລະເມີດສິດທິມະນຸດ ຢ່າງ ກວ້າງຂວາງວ່າ ອາດຖືກປົດຈາກການເປັນສະມາຊິກ. ເຂົາເຈົ້າໄດ້ໃຊ້ມາດຕະ ການດັ່ງກ່າວພຽງຄັ້ງດຽວ ຕໍ່ປະເທດ ລີເບຍ ໃນປີ 2010 ລຸນຫລັງການປາບ ປາມດ້ວຍຄວາມຮຸນແຮງຕໍ່ຜູ້ປະທ້ວງ ໂດຍອະດີດຜູ້ນຳຜະເດັດການ ມວາມມາ ກາດດາຟີ.

ທ່ານ ນອຍເອີ ໄດ້ກ່າວຕໍ່ວີໂອເອວ່າ ສະພາດັ່ງກ່າວ ແມ່ນອົງການທາງການ ເມືອງ ແລະ ສຳລັບຫຼາຍປະເທດ, ການເມືອງມັກຈະຢູ່ເໜືອກວ່າສິດທິມະນຸດ ດັ່ງດຽວກັນກັບກົດເກນການນຳພາຂອງເຂົາເຈົ້າ. ທ່ານເວົ້າວ່າ ສະມາຊິກຂອງ ສະພາຫຼາຍກວ່າ 50 ເປີເຊັນ ບໍ່ໄດ້ມີປະຊາທິປະໄຕຢ່າງເຕັມທີ່.

ທ່ານ ນອຍເອີ ເວົ້າວ່າ “ຍ້ອນການເປັນສະມາຊິກຂອງປະເທດທີ່ວ່ານັ້ນ, ວຽກ ງານສ່ວນໃຫຍ່, ຂອງວຽກງານທີ່ແທ້ຈິງຂອງສະພາ ແມ່ນບໍ່ເຄີຍເຮັດ ແລ້ວສຳ ເລັດ. ສະນັ້ນ, ຍົກຕົວຢ່າງປະເທດຕ່າງໆຄື ຈີນ, ຄິວບາ, ຊາອຸດີ ອາຣາເບຍ, ເທີກີ ແມ່ນບໍ່ເຄີຍຖືກກ່າວປະນາມ ຕໍ່ການລ່ວງລະເມີດສິດທິມະນຸດ.”

ໂຄສົກສະພາສິດທິມະນຸດ ສະຫະປະຊາຊາດ ທ່ານ ຣູເຜີດ ຄອລວິລ, ເວົ້າວ່າ ການລົງແຂ່ງຂັນເພື່ອບ່ອນນັ່ງໃນສະພາດັ່ງກ່າວ ບໍ່ແມ່ນການດຳເນີນງານທີ່ບໍ່ມີ ຄວາມເສຍຫາຍຫຍັງ. ທ່ານໄດ້ກ່າວຕໍ່ວີໂອເອວ່າ ທຸກປະເທດສະມາຊິກທີ່ມີປະຫວັດສິດທິມະນຸດບໍ່ດີ ຈະຖືກກວດສອບ.

ທ່ານ ຄອລວິລ ກ່າວວ່າ “ແທ້ຈິງແລ້ວມັນຈະມີການລົງໂທດໜ້ອຍນຶ່ງ. ມັນບໍ່ໄດ້ ໝາຍຄວາມເຈົ້າເຂົ້າສະພາແລ້ວເຈົ້າຈະເຮັດຫຍັງກະໄດ້. ຖ້າມີຫຍັງເກີດຂຶ້ນ, ເຈົ້າຈະໄດ້ຮັບສິ່ງທີ່ກົງກັນຂ້າມໜ້ອຍນຶ່ງ ເພາະວ່າເຈົ້າຈະເປັນຈຸດສົນໃຈເພີ່ມ ຂຶ້ນ. ຕົວຢ່າງການລົງຄະແນນສຽງຂອງເຂົາເຈົ້າ ກັບສິ່ງທີ່ເຂົາເຈົ້າເວົ້າໃນການ ໂຕ້ວາທີ ແລະ ອື່ນໆນັ້ນ ຈະຖືກກວດສອບ ແລະ ຈະຖືກຕຳໜິວິຈານ, ຖ້າເຂົາ ເຈົ້າຖືກເລືອກຄືກັນກັບທຸກປະເທດ.

ທ່ານ ຄອລວິລ ເວົ້າວ່າບັນດາສະມາຊິກສະພາໄດ້ຖືກສະໜັບສະໜູນໃຫ້ປະຕິ ບັດຕາມາດຕະຖານສິດທິມະນຸດທີ່ສູງ ເຊິ່ງຖືກກຳນົດຂຶ້ນ ໂດຍສະມັດຊາໃຫຍ່. ທ່ານເວົ້າວ່າ ມັນມີຕົວຢ່າງມາແລ້ວໃນອະດີດທີ່ປະເທດຕ່າງໆໄດ້ຖອນຕົວອອກ ຈາກການລົງແຂ່ງຂັນຂອງເຂົາເຈົ້າເພື່ອເອົາບ່ອນນັ່ງໃນສະພາດັ່ງກ່າວ ຫຼັງຈາກ ໄດ້ຮັບການຕຳໜິຕິຕຽນຢ່າງຫຼວງຫຼາຍ.

ທ່ານໄດ້ກ່າວຢໍ້າວ່າ ຂັ້ນຕອນດັ່ງກ່າວຍັງຕ້ອງໄດ້ດຳເນີນການຕໍ່ເໄປອີກດົນກ່ອນ ການເລືອກຕັ້ງຈະຖືກຈັດຂຶ້ນ ແລະ ທຸກຢ່າງແມ່ນສາມາດເກີດຂຶ້ນໄດ້ ກ່ອນໜ້າ ນັ້ນ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG