ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ປີ 2014 ເປັນປີທີ່ ຈີນທຳການປາບປາມ ທາງສາສະໜາ ຫລາຍທີ່ສຸດ (ວີດີໂອ ພາສາລາວ)


Activists Accuse China of Targeting Religious Freedom
please wait

No media source currently available

0:00 0:02:32 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ກຸ່ມສົ່ງເສີມ​ສິດທິດ້ານ​ສາສະໜາ​ຈີນ ChinaAid ທີ່​ຕັ້ງ​ຢູ່​ໃນ​ສະຫະລັດ ກ່າວ​ວ່າ ປີ 2014 ​ເປັນ​ປີ​ທີ່​ຂີ້ຮ້າຍ​ທີ່​ສຸດ​ສຳລັບ​ອິດ​ສະລະ​ພາບ​ ໃນ​ການ​ເຊື່ອ​ຖື​ສາສະໜາ​ໃນປະ​ເທດ​ຈີນ ນັບ​ແຕ່​ການ​ປະຕິວັດ​ວັດທະນະທຳ ​ໄດ້ຍຸດຕິ​ລົງ​ເປັນ​ຕົ້ນ​ມາ. ​ອີງ​ຕາມ​ລາຍ​ງານ​ຂອງນັກ​ຂ່າວ​ວີ​ໂອ​ເອ Ye Fan ​ນັ້ນ ບັນດາ​ນັກ​ເຄື່ອນ​ໄຫວພາກັນ​ກ່າວ​ວ່າປັກ​ກິ່ງ​ໄດ້ຮັດ​ເຄັ່ງ​ການ​ຄວບ​ຄຸມ​ທາງ​ສາສະໜາ​ຫລາຍ​ຂຶ້ນ ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ ນັບ​ແຕ່​ທ່ານ Xi Jinpeng ຜູ້ນຳ​ຈີນ ​ເຂົ້າ​ມາ​ດຳລົງຕຳ ​ແໜ່​ງ.ສິງ​ມີ​ລາຍ​ລະອຽດ ມາສະ​ເໜີທ່ານ.

ລິງໂດຍກົງ

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ໃນ​ລະດູຮ້ອນ​ປີ​ແລ້ວ​ນີ້ ​ຢູ່​ແຂວງ​ເຊ​ຈຽງ ຊາວ​ຄຣິສຕຽນ ​ຈຳນວນເກືອບ 1 ພັນ​ຄົນ ​ໄດ້​ຕົກ​ເປັນ​ຂ່າວ​ໃຫຍ່ ​ເວລາ​ພວກ​ເຂົາ​ເຈົ້າ​ໂຮມ​ຊຸມນຸມ​ກັນ​ຢູ່​ນອກ​ໂບດ​ແຫ່ງ​ນຶ່ງ ​ເພື່ອ​ຍັບ​ຍັ້ງ​ບໍ່​ໃຫ້
ອຳນາດທ້ອງ​ຖິ່ນ ທຳລາຍ​ໂບດ​ແຫ່ງ​ນັ້ນ. ພວກເຂົາ​ເຈົ້າ ​ໄດ້​ຖືກ​ກຳລັງ​ຮັກສາ​ຄວາມ​ປອດ
ໄພທຸບ​ຕີ​ ​ແລະ​ຫຼາຍ​ສິບ​ຄົນ​ໄດ້​ຮັບ​ບາດເຈັບ. ພວກ​ນັກ​ສັງ​ເກດ​ການ ກ່າວ​ວ່າ ຕົກ​ມາຮອດ
ທ້າຍ​ປີ ​ໂບດ​ຫຼາຍ​ສິບ​ແຫ່ງ​ແລະ​ພວກ​ໄມ້​ກາງ​ເຂນ 400 ກວ່າ​ອັນ​ ຖືກ​ທຳລາຍ​ໃນ​ທົ່ວ​ແຂວງ
ດັ່ງກ່າວ.

ທີ່​ກອງ​ປະຊຸມສົນທະນາບັ້ນ​ໜຶ່ງ ຫວ່າງ​ໄວໆ​ມາ​ນີ້ ຢູ່​ມູນ​ນິທິ Heritage ທີ່ນິຍົມ​ແນວທາງ
ເດີມ ຢູ່ນະຄອນຫຼວງ​ວໍ​ຊິງ​ຕັນ ທ່ານ Bob Fu ປະທານ​ກຸ່ມ ChinaAid ກ່າວ​ວ່າ ປີ 2014
ໄດ້​ເປັນ​ປີ​ທີ່ຫຍຸ້ງຍາກປີ​ໜຶ່ງ ​ສຳລັບ​ຊາວ​ຄຣິສຕຽນ​ໃນ​ຈີນ.

ທ່ານ Bob Fu ກ່າວ​ວ່າ “ພວກ​ເຮົາ​ເຊື່ອ​ວ່າ ປີ 2014 ​ເປັນ​ປີ​ທີ່​ມືດ​ມົນ​ທີ່​ສຸດ​
ນັບ​ແຕ່​ການ​ປະຕິວັດ​ວັດທະນະທຳ​ຈີນ ທີ່​ລັດຖະບານ​ຄອມ​ມີວນິດ​ຈີນ ​ໄດ້​
ທຳ​ການປາບ​ປາມຢ່າງ​ຮ້າຍ​ແຮງ ບັນດາ​ກຸ່ມ​ສາສະໜາ ​ແລະ​ຮອດໄດ້ກົດ
ດັນ​ຄວບ​ຄຸມຢ່າງ​ໜັກ ​ພວກ​ໂບດ​ທີ່​ໄດ້​ຮັບ​ອະນຸຍາດ​ຈາກ​ລັດ​ຖະບານຂອງ
​ຕົນ​ເອງ ​ເປັນເທື່ອ​ທຳ​ອິດ.”

ທ່ານ Fu ກ່າວ​ຕື່ມ​ວ່າ ການ​ທັບ​ມ້າງ​ທຳລາຍ​ໂບດ​ເຫຼົ່າ​ນີ້ ​ແລະ​ການ​ເຄື່ອນ​ໄຫວ​ຕ່າງໆທີ່​ເປັນ​
ການ​ປະ​ຫັດ​ປະຫານທາງ​ສາສະໜາ ​ໄດ້​ແຜ່​ລະບາດ​ໄປ​ຍັງ​ໂບດ​ຫຼາຍ​ສິບ​ແຫ່ງໃນແຂວງ
ອື່ນໆ ​ແລະ​ກ່າວ​ຫາ​ວ່າ ການ​ປາບ​ປາມ​ເຫຼົ່າ​ນີ້ ສາມາດ​ມີ​ຂຶ້ນ​ໄດ້ ກໍ​ຕໍ່​ເມື່ອມີ​ການ​ປະສານ
ງານ​ກັນ​ ມາ​ກ່ອນ​ເທົ່າ​ນັ້ນ ​ກັບ​ບັນດາ​ເຈົ້າ​ໜ້າ​ທີ່​ພັກ​ຄອມ​ມີ​ວນິດ​ແຫ່ງ​ຊາດ ທີ່​ໄດ້​ຮັດ​ເຄັ່ງ
ການ​ຄວບ​ຄຸມ​ທາງ​ດ້ານ​ສາ​ສະໜາ​ຫລາຍ​ຂຶ້ນ ນັບ​ແຕ່​ທ່ານ Xi Jinping ຂຶ້ນ​ມາດໍາລົງ​ຕຳ
ແໜ່​ງປະທານ​ປະ​ເທດ.

​ໃນ​ປີ​ແລ້ວ​ນີ້ ທ່ານ Wang Zuoan ​ເລຂາທິການ​ດ້ານ​ກິດຈະການ​ສາສະໜາປະຈຳ​ສະ
ພາ​ປົກຄອງ​ລັດ​ ກໍ​ຄື​ລັດຖະບານ​ຈີນ ກ່າວ​ວ່າສາ​ສະໜາ​ຄວນ​ຈະ “ສຳ​ຫລວດ​ເບິ່ງ​ພວກ​
ຄ່າ​ນິຍົມແກນ​ກາງ​ຂອງລັດທິ​ສັງຄົມ​ນິຍົມ ພາຍ​ໃນ​ທ້ອງ​ເລື້ອງ​ຂອງ​ສາສະໜາ​ຄຣິສ.”

ນາງ Sophie Richardson ຈາກ​ກຸ່ມ​ສິ້ງຊອມ​ສິດທິ​ມະນຸດ ຫລື Human Rights Watch ກ່າວ​ຜ່ານ​ທາງ Skype ວ່າ​ຖ້ອຍ​ຖະ​ແຫຼ​ງຂອງ​ທ່ານ​ Wang ພາ​ໃຫ້​ມີ​ຄວາມ​ເປັນ​ຫ່ວງ.

ນາງ Richardson ກ່າວ​ວ່າ “ຂ້າພະ​ເຈົ້າ​ຄຶດ​ວ່າ ມັນ​ເປັນອີກ​ສິ່ງໜຶ່ງ ​ທີ່​ຊີ້​ໃຫ້​
ເຫັນວ່າ ​ລັດຖະບານ​ຈີນ​ຕີ​ຄວາມ​ໝາຍຢ່າງຜິດ​ພາກໄປ​ຫລາຍສ່ຳ​ໃດ ກ່ຽວກັບ
​ເສລີພາບ​ຂອງສາສະໜາ ​ແລະ​ເສລີພາບ​ໃນການ​ເຊື່ອ​ຖື​ນັ້ນ.”

ທ່ານນາງ Richardson ກ່າວ​ຕື່ມ​ວ່າ ​ເນື່ອງ​ຈາກ​ພັກ​ຄອມ​ມີ​ວນິດອ້າງ​ວ່າ ​ຕົນບໍ່​ເຊື່ອ​ວ່າ​ມີ
ພະ​ເຈົ້າ​ນັ້ນ ຕົນ​ກໍ​ບໍ່​ຄວນ​ຈະ​ຄວບ​ຄຸມ​ຄວາມ​ເຊື່ອ​ຖື​ຂອງ​ຜູ້​ຄົນ ​ໂດຍ​ໃຊ້​ການ​ຕີ​ຄວາມ​ໝາຍ
ຂອງ​ພັກກ່ຽວ​ກັບສາສະໜານັ້ນ.

ລັດຖະບານ​ຈີນ ​ໄດ້​ເວົ້າ​ມາ​ຕັ້ງ​ແຕ່​ດົນ​ນານ​ວ່າ ພົນລະ​ເມືອງ​ທຸກ​ຄົນມີ​ເສລີພາບ​ໃນ​ການ
ປະຕິບັດ ​ຫຼື​ເຊື່ອ​ຖືສາ​ສະ​ໜາ​ທີ່​ເຂົາ​ເຈົ້າ​ເລືອກເອົາ​.

ອີງ​ຕາມ​ຂ່າວ​ຂໍ້​ມູນ​ທີ່​ເປີດ​ເຜີຍ​ອອກ​ຫວ່າງ​ໄວ​ທມາ​ນີ້ ຈາກ​ສູນ​ກາງ​ຄົ້ນຄວ້າ Pew ທີ່​ຕັ້ງ​ຢູ່
ໃນ​ສະຫະລັດ ​ແມ່ນ​ວ່າ ປະມານ 5 ​ເປີ​ເຊັນ​ຂອງ​ພົນລະ​ເມືອງ​ຈີນ ຫຼື​ປະມານ 68 ລ້ານ​ຄົນ
ຖືວ່າ ​ເຂົາ​ເຈົ້າ​ເປັນ​ຊາວ​ຄຣິສຕຽນ​ໃນ​ປີ 2010. ລາຍ​ງານ​ຂອງໜັງສືພິມ​ລາຍ​ວັນ​ China
Daily ໃນ​ປີ​ແລ້ວ​ນີ້ ​ເວົ້າ​ວ່າ ຊາວ​ຈີນ​ປະມານ​ເຄິ່ງລ້ານ​ຄົນ ​ໄດ້​ເຂົ້າ​ພິທີເຂົ້າສາສະໜາ​ຄຣິສ
ໃນ​ແຕ່ລະ​ປີ.

The U.S.-based Chinese religious rights group ChinaAid says 2014 was the worst year for religious freedom in China since the end of the Cultural Revolution. Activists say Beijing has been tightening religious controls ever since Chinese leader Xi Jinping came to office.

Last summer in Zhejiang Province, nearly 1,000 Christians made headlines when they rallied outside of a church to stop its demolition by local authorities. People were beaten by security forces and dozens were injured. Observers say by the end of the year, dozens of churches and over 400 crosses had been demolished in the province.

At a recent forum at the conservative Heritage Foundation in Washington, ChinaAid President Bob Fu said 2014 was a rough year for Christians in China.

“We believe 2014 was the darkest year ever since the Chinese Cultural Revolution, in which the Chinese Communist government has severely suppressed religious groups even for the first time heavily depressed its own state-sanctioned … churches,” he said.

Fu says the demolition of churches and acts of religious persecution also spread to dozens of other provinces and alleges the crackdowns could have only happened if they had been coordinated with national Communist Party officials, who have tightened religious controls since Xi Jinping came to office.

Last year, Wang Zuoan, China's State Council Secretary of Religious Affairs, said religion should “explore the core values of socialism within the context of Christianity.”

Sophie Richardson of Human Rights Watch says via Skype his statement raises concerns.

“I think it is another indication of just how deeply the Chinese government misinterprets the freedom of religion and the freedom of belief," she said.

Richardson adds that since the Communist Party claims to be atheist, it should not control the public’s beliefs by using the party’s interpretation of religion.

China's government has long said all of its citizens are free to practice the religion of their choosing.

According to the most recent information from the U.S.-based Pew Research Center, about five percent of China’s population, or some 68 million people, considered themselves Christian in 2010. A China Daily report last year said about half a million Chinese get baptized into the Christian faith each year.

Anqi Hu contributed to this report, which was produced in collaboration with the VOA Mandarin service.

XS
SM
MD
LG