ທ່ານນາງ ສເຕຊີ ເອເບຣັມສ໌ ຜູ້ສະໝັກລົງແຂ່ງຂັນ ເອົາຕຳແໜ່ງຜູ້ປົກຄອງລັດ ສັງກັດ
ພັກເດໂມແຄຣັດ ໃນລັດຈໍເຈຍ ໄດ້ຍຸຕິການທ້າທາຍ ໃນການເລືອກຕັ້ງທີ່ມີຄະແນນ
ສູສີກັນ ທີ່ຜ່ານມານີ້ ແຕ່ທ່ານນາງໄດ້ປະຕິຍານວ່າ ຈະທຳການຟ້ອງຮ້ອງ ໃນສິ່ງທີ່ທ່ານ
ນາງ ເອີ້ນວ່າ “ການຄຸ້ມຄອງທີ່ຜິດພາດຢ່າງໜັກ” ຂອງລັດ ຕໍ່ການລົງຄະແນນສຽງ.
ທ່ານນາງ ເອເບຣັມສ໌ ໄດ້ກ່າວຕໍ່ກອງປະຊຸມຖະແຫລງຂ່າວ ໃນວັນສຸກວານນີ້ ວ່າ
“ໃຫ້ຮັບຮູ້ຢ່າງຈະແຈ້ງວ່າ ອັນນີ້ ບໍ່ແມ່ນການປາໄສເພືຶ່ອຍອມແພ້” ຕໍ່ທ່ານ ບຣາຍແອນ
ເຄັມປ໌ ທີ່ສັງກັດພັກຣີພັບບລີກັນ. ເຖິງຢ່າງໃດກໍດີ ທ່ານນາງ ຍອມຮັບວ່າ ທ່ານນາງ ບໍ່ມີ
ທາງອື່ນໃດຕໍ່ໄປ ທີ່ຈະຕໍ່ສູ້ກັບຜົນການເລືອກຕັ້ງ ພາຍໃຕ້ກົດໝາຍ.
ໃນການຍອມຮັບ ຕໍ່ການຕັດສິນໃຈຂອງທ່ານນາງ ເອເບຣັມສ໌ ເພື່ອຍຸຕິການທ້າທາຍນັ້ນ
ທ່ານ ເຄັມປ໌ ໄດ້ກ່າວວ່າ “ຊາວຈໍເຈຍຜູ້ດຸໝັ່ນ ແມ່ນພ້ອມແລ້ວທີ່ຈະ ເດີນໜ້າ.” ທ່ານ
ໄດ້ຍ້ອງຍໍ “ຄວາມຕັ້ງໃຈ ຄວາມດຸໝັ່ນ ແລະ ຄວາມໝາຍໝັ້ນ ຕໍ່ການຮັບໃຊ້ປະຊາ
ຊົນ” ຂອງທ່ານນາງ ເອເບຣັມສ໌.
ທ່ານ ເຄັມປ໌ ເຄີຍເປັນຫົວໜ້າຮັບຜິດຊອບ ໃນການເລືອກຕັ້ງ ຂອງລັດຈໍເຈຍ. ທ່ານ
ນາງ ເອເບຣັມສ໌ ໄດ້ກ່າວຫາທ່ານ ເຄັມປ໌ ວ່າ ໃຊ້ຕຳແໜ່ງຂອງທ່ານ ເພື່ອແຊກແຊງ
ຕໍ່ການລົງຄະແນນສຽງ ຊຶ່ງເປັນການກ່າວຫາ ທີ່ທ່ານໄດ້ປະຕິເສດ ຢ່າງແຂງຂັນ.
ຜົນການເລື້ອກຕັ້ງໃນເບື້ອງຕົ້ນ ສະແດງໃຫ້ເຫັນວ່າ ທ່ານ ເຄັມປ໌ ຜູ້ທີ່ໄດ້ຮັບການສະ
ໜັບສະໜຸນຢ່າງແຂງຂັນ ໂດຍປະທານາທິບໍດີ ດໍໂນລ ທຣຳ ນັ້ນ ໄດ້ຊະນະ ດ້ວຍ
ຄະແນນເກີນ 50 ເປີເຊັນ ອັນເປັນຄີດໝາຍ ທີ່ຕ້ອງການ ເພື່ອຫລີກເວັ້ນ ການເລື້ອກ
ຕັ້ງຂັ້ນຊີ້ຂາດ.
ການແຂ່ງຂັນ ທີ່ສູສີກັນ ໄດ້ດຶງດູດຄວາມສົນໃຈຂອງປະເທດ ໃນສ່ວນນຶ່ງ ກໍເປັນຍ້ອນ
ຄວາມພະຍາຍາມ ຂອງທ່ານນາງ ເອເບຣັມສ໌ ນັ້ນ ຜູ້ທີ່ຈະກາຍເປັນຜູ້ປົກຄອງລັດ
ແມ່ຍິງຜິວດຳຄົນທຳອິດ ຂອງສະຫະລັດ. ບັນດາເຈົ້າໜ້າທີ່ຮັບຜິດຊອບການເລືອກຕັ້ງ
ກ່າວວ່າ ການອອກມາໃຊ້ສິດອອກສຽງ ແມ່ນເກືອບວ່າ ສູງເທົ່າກັບການແຂ່ງຂັນເລືອກ
ຕັ້ງ ປະທານາທິບໍດີ ໃນປີ 2016.
ການປະກາດຂອງທ່ານນາງ ເອເບຣມສ໌ ມີຂຶ້ນ ໃນຂະນະທີ່ ການແຂ່ງຂັນແຫ່ງອື່ືນໆ
ທົ່ວປະເທດ ລວມທັງ ໃນລັດຟລໍຣີດາ ທີ່ຢູ່ໃກ້ຄຽງນັ້ນ ກໍຍັງຄົງຕັດສິນບໍ່ໄດ້ເທື່ອ.
ການນັບຄະແນນສຽງດ້ວຍມື ໃນລັດຟລໍຣີດາ ໃນການແຂ່ງຂັນເລືອກເອົາສະມາຊິກ
ສະພາສູງ ສະຫະລັດ ໄດ້ເລີ້ມຕົ້ນຂຶ້ນ ໃນວັນສຸກວານນີ້ ແລະ ຄາດກັນວ່າ ຈະເສັດສິ້ນ
ໃນວັນອາທິດມື້ອື່ນນີ້. ການນັບຄະແນນຄືນໃໝ່ນີ້ ເປັນພຽງການກວດເບິ່ງຄືນ ບັດລົງ
ຄະແນນສຽງທັງຫຼາຍ ທີ່ບໍ່ໄດ້ຖືກນັບ ໂດຍເຄື່ອງບັນທຶກຄະແນນສຽງ ຍ້ອນວ່າ ພວກຜູ້
ລົງຄະແນນສຽງ ເລືອກເອົາສອງຄົນ ໃນການແຂ່ງຂັນດຽວ ຫຼື ປາກົດວ່າ ບໍ່ໄດ້ເລືອກ
ເອົາຜູ້ໃດເລີຍ.