ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສິດ​ໃນ​ການ​ເຮັດ​ແທ້ງ​ລູກ ອາ​ດ​​ເປັນ​ແຮງ​ບັນ​ດານໃຈໃຫ້​ພວກ​ລົງ​ຄະ​ແນນ​ສຽງ​ ຈາກພັກ​ເດ​ໂມ​ແຄ​ຣັດ ອອກ​ໄປ​ປ່ອນ​ບັດ ໃນ​ເດືອນ​ພະ​ຈິກ​ນີ້


​ຜູ້​ຄົນ​ເຂົ້າ​ຮ່ວມ​ການ​ປະ​ທ້​ວງ​ສະ​ໜັບ​ສະ​ໜຸນ​ການ​ເຮັດ​ແທ້ງ​ລູກຢູ່ຕໍ່​ໜ້າ​ຫໍ​ລັດ​ຖະ​ສະ​ພາ​ໃນ​ເມືອງ​ Salt Lake ຂອງ​ລັດ​ຢູ​ທາ ພາຍ​ຫລັງ​ທີ່ສານ​ສູງ​ສຸດ​ສະ​ຫະ​ລັດ ໄດ້​ຍົກ​ເລີກ​ກົດ​ໝາຍສິດ​ໃນ​ການ​ແທ້ງ​ລູກ ຫລື Roe ສູ້​ກັບ Wade, ວັນ​ທີ 24 ມິ​ຖຸ​ນາ, 2022.
​ຜູ້​ຄົນ​ເຂົ້າ​ຮ່ວມ​ການ​ປະ​ທ້​ວງ​ສະ​ໜັບ​ສະ​ໜຸນ​ການ​ເຮັດ​ແທ້ງ​ລູກຢູ່ຕໍ່​ໜ້າ​ຫໍ​ລັດ​ຖະ​ສະ​ພາ​ໃນ​ເມືອງ​ Salt Lake ຂອງ​ລັດ​ຢູ​ທາ ພາຍ​ຫລັງ​ທີ່ສານ​ສູງ​ສຸດ​ສະ​ຫະ​ລັດ ໄດ້​ຍົກ​ເລີກ​ກົດ​ໝາຍສິດ​ໃນ​ການ​ແທ້ງ​ລູກ ຫລື Roe ສູ້​ກັບ Wade, ວັນ​ທີ 24 ມິ​ຖຸ​ນາ, 2022.

​ເປັນ​ເວລາ​ຫຼາຍ​ທົດ​ສະ​ວັດ​ແລ້ວ ບັນຫາ​ຂັດ​ແຍ້​ງກັນ​ກ່ຽວ​ກັບ​ສິດທິ ໃນ​ການ​ເອົາ​ລູກ​ອອກ​ໄດ້​ເປັນ​ແຮງງ​ບັນ​ດານ​ໃຈ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງຊາວ​ອາ​ເມ​ຣິ​ກັນ​ຈາກ​ທັງ​ສອງ​ພັກ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ. ການຕັດສິນໃຈຂອງສານສູງສຸດ ຂອງສະຫະລັດໃນອາທິດແລ້ວນີ້ ໃນເລື້ອງຍົກເລີກຄຳຕັດສິນຂອງສານ​ໃນປີ 1973 ທີ່ຮັບປະກັນໃຫ້ແມ່ຍິງມີສິດຕາມລັດຖະທຳມະນູນໃນ​ການ​ເອົາ​ລູກ​ອອກ ທີ່ສາມາດສົ່ງຜົນກະທົບຢ່າງຈະແຈ້ງຕໍ່ການເລືອກຕັ້ງກາງສະໄໝຂອງລັດຖະສະພາທີ່ກຳລັງ ຈະມາ​ເຖິງນີ້ ເມື່ອພັກເດໂມແຄຣັດພະຍາຍາມຈະຍຶດ​ການ​ຄວບ​ຄຸມໃນສະພາຕ່ຳ ແລະສະ ພາສູງສະຫະລັດ ທີ່​ມີ​ຈຳ​ນວນບ່ອນ​ນັ່ງ​ສູ​ສີ​ກັນ​ນັ້ນໄວ້.

ຕາມປະເພນີແລ້ວ ການເລືອກຕັ້ງກາງສະໄໝບໍ່ໄດ້ຜັກ​ດັນຜູ້ລົງ​ຄະ​ແນນ​ສຽງ​ໄປ ປ່ອນ​ບັດ​ເລືອກ​ຕັ້ງໃນຈໍານວນຫລາຍ​ເທົ່າ​ກັນກັບການເລືອກຕັ້ງປະທານາທິບໍດີ. ​ແຕ່​ການຢັ່ງ​ຫາງ​ສຽງ​ເມື່ອ​ບໍ່​ດົນ​ມາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ ການຕ່າວ​ປີ້ນກົດ​ໝາຍ ​ທີ່​ມີມາ​ໄດ້​ເກືອບ 50 ປີ​ແລ້ວນັ້ນ ສາມາດ​ຊຸກ​ຍູ້​ຈິດ​ໃຈໃຫ້ຜູ້​ມີ​ສິດ​ເລືອກ​ຕັ້ງຢາກອອກ​ໄປ​ປ່ອນ​ບັດ.

ການຢັ່ງຫາງສຽງໃນເດືອນພຶດສະພາຜ່ານ​ມາຈາກເຄືອຂ່າຍຂອງ​ອົງ​ການຂ່າວ CBS ຂອງອາເມຣິກາພົບວ່າ 40 ເປີ​ເຊັນ ຂອງບັນດາຜູ້ລົງຄະແນນສຽງຈາກພັກເດໂມແຄຣັດກ່າວວ່າ ເຂົາເຈົ້າຄົງຈະໄປ​ປ່ອນ​ບັດ ຖ້າມີ​ການ​ຕ່າວ​ປີ້ນກົດ​ໝາຍໂຣ ສູ້ກັບ​ເວດ (Roe v. Wade). 48 ເປີເຊັນຂອງຜູ້ປ່ອນ​ບັດ​ສັງ​ກັດ ພັກເດໂມແຄຣັດກ່າວຢູ່ໃນການລົງຢັ່ງ​ຫາງສຽງຂອງມະຫາວິທະຍາໄລເມມອນ​ເມົາ​ທ໌ (May Monmouth) ວ່າ ພວກເຂົາເຈົ້າກໍາລັງຈະໃຫ້ຄະແນນສຽງຂອງເຂົາເຈົ້າໂດຍອີງໃສ່ທ່າ​ທີຂອງຜູ້ສະໝັກກ່ຽວກັບສິດທິການແທ້ງລູກ.

ໃນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫລັງ​ຈາກ​ມີຄຳ​ຕັດສິນ​ດັ່ງກ່າວຂອງ​ສານ​ ທີ່​ສົ່ງ​ບັນຫາ​ການ​ເອົາ​ລູກອອກແບບຖືກຕ້ອງ​ຕາມ​ກົດໝາຍ​ກັບ​ຄືນໄປ​ຫາລະດັບ​ລັດ​ເປັນ​ຜູ້​ຕັດ​ສິນ, ບັນດາ​ສະມາຊິກ​ສະພາຈາກ​ພັກ​ເດ​ໂມ​ແຄຣັດກໍ​ກ່າວ​ເຕືອນ​ວ່າ ນີ້​ເປັນ​ພຽງ​ການ​ເລີ້ມຕົ້ນ​ຂອງ​ການ​ຕໍ່ສູ້ເພື່ອ​ສິດທິໃນການ​ສືບພັນ.

"ພວກເຮົາຈໍາເປັນຕ້ອງຟື້ນຟູການປົກປ້ອງໂຣ (Roe) ໃຫ້ເປັນກົດຫມາຍຂອງແຜ່ນດິນ. ພວກເຮົາຈໍາເປັນຕ້ອງເລືອກເຈົ້າຫນ້າທີ່ທີ່ຈະເຮັດແນວນັ້ນ. ໃນລະດູໃບໄມ້ລົ່ນ​ປີນີ້, ກົດ​ໝາຍ​ໂຣ (Roe) ແມ່ນຢູ່ໃນບັດລົງຄະແນນສຽງ. ເສລີພາບສ່ວນບຸກຄົນແມ່ນຢູ່ໃນບັດລົງຄະແນນສຽງ," ນັ້ນ​ຄື​ຄຳ​ເວົ້າ​ຂອງປະທານາທິບໍດີສະຫະລັດ, ທ່ານໂຈ ໄບ​ເດັນ ກ່າວໃນວັນສຸກຜ່ານ​ມາ.

ການ​ຢັ່ງ​ຫາງ​ສຽງ​ໂດຍ​ບໍ​ລິ​ສັດ​ທີ່​ປຶກ​ສາ Politico/Morning Consult ດຳເນີນ ໄປພາຍຫຼັງການປະກາດໃນວັນສຸກຜ່ານ​ມາ​ ໄດ້ພົບວ່າ 40 ເປີ​ເຊັນ ຂອງປະຊາຊົນອາເມຣິກັນ ບໍ່ເຫັນດີຢ່າງແຮງຕໍ່ການຕັດສິນໃຈທີ່ຍົກເລີກກົດ​ໝາຍ​ທີ່​ໃຫ້​ສິດ​ໃນ​ການ​ເອົາ​ລູກ​ອອກ ຫລື Roe ສູ້​ກັບ Wade ແລະປ່ອຍໃຫ້ກົດໝາຍໃນການເອົາລູກອອກເປັນການ​ຕັດ​ສິນ​ໃຈ​ຂອງລັດຕ່າງໆ.

ອະດີດປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ຖືກເລືອກ, ບາງສ່ວນກໍ​ເປັນຍ້ອນຄວາມເຂັ້ມງວດໃນການໂຄສະນາຫາສຽງຂອງທ່ານ ທີ່ໃຫ້ຄຳໝັ້ນ ສັນຍາວ່າ ​ຈະແຕ່ງຕັ້ງຜູ້ພິພາກສາສານສູງສຸດ ທີ່ຄັດຄ້ານສິດທິໃນການເອົາລູກອອກ. ໃນການໂຕ້ວາທີປີ 2016 ກັບຜູ້ຖືກແຕ່ງຕັ້ງລົງ​ແຂ່ງ​ຂັນເປັນປະທານາ ທິບໍດີຈາກພັກເດໂມແຄຣັດ, ທ່ານນາງຮີວ​ລາ​ຣີ ຄ​ລິງ​ຕັນນັ້ນ ທ່ານທ​ຣຳ ກ່າວວ່າ "ຂ້າ​ພະ​ເຈົ້າກຳລັງໃຫ້ຜູ້​ພິ​ພາກ​ສາ ທີ່ສະໜັບສະໜຸນການ​ມີ​ຊີ​ວິດ ​ໄປ​ກຳ​ຕຳ​ແໜ່ງໃນສານ - ມັນຈະກັບຄືນໄປ​ຫາລັດຕ່າງໆ ໃຫ້ເປັນ​ຜູ້​ຕັດ​ສິນ."

ໃນທີ່ສຸດ ທ່ານ​ກໍໄດ້ແຕ່ງຕັ້ງຜູ້ພິພາກສາລະ​ດັບ​ສູງຂອງສານສູງສຸດສາມຄົນ - ຄື​ທ່ານ​ນີວ ກໍ​ຊັ​ສ (Neil Gorsuch), ທ່ານ​ເບ​ຣດ ຄາ​ວາ​ນໍ (Brett Kavanaugh) ແລະທ່ານ​ນາງ​ເອ​ມີ ໂຄ​ນີ ບາ​ແຣັດ (Amy Coney Barrett). ທັງສາມທ່ານບອກສະມາຊິກສະພາຢູ່ໃນການຮັບ​ຟັງຄຳ​ໃຫ້​ການ​ເພື່ອ​ຮັບ​ຮອງ​ເອົາພວກເພິ່ນວ່າກົດ​ໝາຍ​ໂຣ ສູ້ກັບ​ເວດ (Roe v. Wade) ແມ່ນກົດຫມາຍຂອງ ແຜ່ນດິນ. ທັງສາມຄົນໄດ້ຖືກຮັບ​ຮອງ​ເອົາແລະໃນທີ່ສຸດກໍໄດ້ຍົກເລີກກົດຫມາຍດັ່ງ​ກ່າວ ຊຶ່ງ​ໄດ້ກາຍມາເປັນ​ຄະ​ແນນສຽງສໍາຄັນໃນການຕັດສິນເລື້ອງ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG