ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຝຶກ​ອົບ​ຮົມ​ແບບ​ເລັ່ງ​ລັດ ​ສະ​ໜອງ​ໂອກາດ ​ແກ່​ແມ່​ຍິງ​ທີ່ບໍ່​ແມ່ນ​ຄົນ​ຜິວຂາວ ​ສາ​ມາດ​ທັບ​ມ້າງ​​ເຂົ້າ​ໄປໃນຂະ​ແໜງ​ ເທັກ​ໂນ​ໂລ​ຈີ​ໄດ້


A Coding Bootcamp Offers a Way for Black, Latino Women to Break Into Tech
please wait

No media source currently available

0:00 0:02:01 0:00

ການ​ຝຶກ​ອົບ​ຮົມ​ແບບ​ເລັ່ງ​ລັດ ​ສະ​ໜອງ​ໂອ ​ກາດ ​ແກ່​ແມ່​ຍິງ​ຜິວ​ດຳ ແລະ​ເຊື້ອ​ສາຍ​ອາ​ເມ​ຣິ​ກາ​ລາ​ຕິນ ​ສາ​ມາດ​ ທັບ​ມ້າງ​​ເຂົ້າ​ໄປ​ໃນຂະ​ແໜງ​ ເທັກ​ໂນ​ໂລ​ຈີ​ໄດ້

ອຸດສາຫະກໍາ​ດ້ານເທັກ​ໂນ​ໂລ​ຈີສ່ວນໃຫຍ່ ແມ່ນໄດ້ຈ້າງແຮງງານທີ່ເປັນ ຜູ້ຊາຍເຮັດບົດບາດດ້ານວິຊາການມາແຕ່ດົນນານແລ້ວ. ແຕ່ກຸ່ມທີ່ບໍ່ຫວັງຜົນກໍາໄລໃນນະ​ຄອນຊີແອໂທລ, ລັດວໍຊິງຕັນກໍາລັງພະຍາຍາມປ່ຽນແປງສະ​ພາບ​ການນັ້ນ. Natasha Mozgovaya ນັກ​ຂ່າວ​ວີ​ໂອ​ເອມີ​ລາຍ​ງານເລື້ອງນີ້ ຊຶ່ງ​ບົວ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ​ ໃນ​ອັນ​ດັບ​ຕໍ່ໄປ.

ນາງ​ເຣບ​ເບ​ກາ ມູນິ​ສ (Rebeca Muñiz) ຢາກເປັນນັກວິສະວະກອນຕັ້ງ​ແຕ່ ຕອນນາງຍັງນ້ອຍ. ແຕ່ນາງກໍບໍ່ໄດ້ເຫັນວ່າຕົນເອງໄດ້ອາຊີບໃນຂະ​ແໜງອຸດ ສາຫະກໍາດ້ານເທັກ​ໂນ​ໂລ​ຈີເລີຍ.

ນາງ​ເຣບ​ເບ​ກາ ມູ​ນິ​ສ (Rebeca Muñiz) ນັກສຶກສາຢູ່​ວິ​ທະ​ຍາ​ຄານ​ອາດາເວົ້າ​ວ່າ:
"ສ່ວນຫຼາຍແລ້ວ​ ຂ້ອຍແມ່ນຖືກຫ້ອມ​ລ້ອມ​ໄປ​ດ້ວຍ​ພວກຜູ້ຊາຍຜິວຂາວ, ແລະ ຂ້ອຍກໍຮູ້​ສຶກບໍ່​ຄ່ອຍສະບາຍໃຈແທ້ໆ."

ໃນປັດຈຸບັນນາງ​ມູ​ນີ​ສ (Muñiz) ທີ່ເຮັດວຽກໃນດ້ານການສື່ສານ, ເປັນນັກສຶກ ສາຢູ່ທີ່ວິ​ທະ​ຍາ​ຄານ​ດ້ານ​ພັດ​ທະ​ນາຊັອ​ຟ​ແວອາ​ດາ ຫລື Ada Developers Academy, ຊຶ່ງ​ເປັນອົງການຈັດຕັ້ງ ທີ່ບໍ່ຫວັງຜົນກໍາໄລ ໃນນະ​ຄອນ​ຊີ​ແອ​ໂທ​ລ, ລັດ​ວໍ​ຊິງ​ຕັນ. ມັນໃຫ້​ການຝຶກອົບຮົມແກ່ແມ່ຍິງທີ່​ມາຈາກກຸ່ມທີ່ບໍ່ມີຄົນໃດ​ເຮັດ​ຢູ່​ໃນດ້ານເທັກ​ໂນ​ໂລ​ຈີ. ໃນຫົກເດືອນ, ນັກສຶກສາເຫຼົ່ານີ້ ໄດ້ຖືກສອນວິທີການ ເປັນນັກພັດທະນາຊອບແວ, ຊຶ່ງຕິດຕາມມາດ້ວຍການຝຶກງານ.

ທ່ານ​ນາງລໍ​ເຣນ ຊາ​ໂຕ (Lauren Sato), ຫົວຫນ້າວິ​ທະ​ຍາ​ຄານກ່າວວ່າ ອົງການຂອງ​ທ່ານ​ນາງມີວິໄສທັດອັນໃຫຍ່ຫຼວງວ່າ ຄວາມສໍາເລັດນັ້ນຫມາຍ ຄວາມຄືແນວໃດ.

ທ່ານ​ນາງຊາ​ໂຕ, ຫົວ​ໜ້າ​ຜູ້​ບໍ​ລິ​ຫານ ຫລື CEO ຂອງວິ​ທະ​ຍາ​ຄານ​ອາ​ດາກ່າວ​ວ່າ:
"ພວກເຮົາສາມາດສ້າງ​ໃຫ້​ມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ແມ່ຍິງຈຳ​ນວນ​ນຶ່ງ ແລະ​ຕໍ່ຄົນ​ຫລາກຫລາຍເພດ ໃຫ້ເຂົ້າມາໃນອຸດສາຫະກໍານີ້ ໃນແຕ່ລະປີ."

ໃນທົ່ວໂລກ, ໂຄງການການຝຶກອົບຮົມແບບ​ເລັ່ງ​ລັດ ຫລື ​ບູດ​ແຄມ (bootcamp) ໄດ້ເລີ້ມມີ​ຂຶ້ນ​ ໂດຍ​ໃຫ້ຄວາມ​ຫວັງ​ຢ່າງ​ຫລວງ​ຫລາຍວ່າ ຜູ້ທີ່ມີ ຄວາມກະຕືລືລົ້ນຢາກບຸກ​ເຂົ້າ​ໄປໃນອຸດສາຫະກໍາເທັກ​ໂນ​ໂລ​ຈີ ໄດ້ມີ​ທັກ​ສະ​ທີ່ຕະ​ຫລາດຕ້ອງ​ການ​ໄດ້ຢ່າງວ່ອງໄວ. ບາງໂຄງການໄດ້ຮັບຜົນ​ທັງ​ດີ ແລະ​ບໍ່​ດີ ຊຶ່ງ​ໃຫ້​ຄວາມ​ຫວັງ​ວ່າ​ຈະ​ມີໂອກາດໄດ້ວຽກເຮັດງານທຳຫລາຍ​ເກີນໄປ ແລະເກັບ ຄ່າທຳນຽມສູງ.

ແຕ່ຢູ່ທີ່ວິ​ທະ​ຍາ​ຄານ​ອາ​ດານີ້ບໍ່​ໄດ້​ເກັບຄ່າຮຽນ, ການດູ​ແລເດັກນ້ອຍກໍມີ​ໄວ້ສະ ຫນອງ ໃຫ້ຢູ່ກັບ​ສະ​ຖານ​ທີ່ນັ້ນ​ໂລດ. ແຕ່ອັດຕາການເຂົ້າຮຽນແມ່ນຕໍ່າ, ແລະອາດ​ຈະປະ​ສົບ​ກັບສິ່ງທ້າທາຍ.

ນາງ​ເຣບ​ເບ​ກາ ມູ​ນິ​ສ (Rebeca Muñiz), ນັກສຶກສາໃນ​ວິ​ທະ​ຍາ​ຄານ​ອາ​ດາ​ກ່າວອີກ​ວ່າ:
“ເວົ້າ​ແທ້ໆ​ເດີ້ ຂ້ອຍໄດ້ແຕ່ຮ້ອງໄຫ້. …ມີຊ່ວງເວລາທີ່ເຈົ້າ​ໄປປະ​ເຊີນ​ກັບຄວາມ ຜິດພາດ ທີ່ເຈົ້າບໍ່ຮູ້ວ່າຈະເຮັດແນວໃດ.”

ການ​ຮຽນໃນ​ຫ້ອງ​ຮຽນ​ເຫລົ່າ​ນີ້ແມ່ນເຕັມເວລາ, ແລະຄົ​ນ​ແມ່ນມາ​ຈາກຄອບຄົວທີ່​ຕ້ອງ​ມີ​ຄວາມ​ຫຍຸ້ງ​ຍາກ​ທີ່ໄດ້​ເຮັດ​ຫລາຍ​ສິ່ງ​ຫລາຍ​ຢ່າງ​ພ້ອມ​ກັນ. ນາງ​ອາ​ລີ ໄອ​ແບ​ຣ​ຣາ (Alie Ibarra) ເຄີຍເປັນຄູສອນສັງຄົມສາດ.

​ນາງໄອ​ແບ​ຣ​ຣາ, ນັກສຶກສາທີ່​ວິ​ທະ​ຍາ​ຄານ​ອາ​ດາ​ກ່າວ​ວ່າ:
"ຄວາມຢ້ານກົວທີ່ໃຫຍ່ທີ່ສຸດຂອງຂ້ອຍກໍ​ຄືຄວາມລົ້ມແຫລວ. ຂ້ອຍຄິດວ່ານີ້ ແມ່ນຄວາມສ່ຽງອັນ ໃຫຍ່ຫຼວງ ທີ່ຂ້ອຍມີ​ໃນການ​ຫາອາຊີບຫລັກ.”

ນັບຕັ້ງແຕ່ມັນໄດ້ຖືກສ້າງຕັ້ງຂຶ້ນມາໃນປີ 2013 ເປັນ​ຕົ້ນ​ມາ, ວິ​ທະ​ຍາ​ຄານອາ​ດາ ມີນັກ​ສຶກ​ສາຫຼາຍກ່ວາ 300 ຄົນ ​ທີ່​ຮຽນ​ຈົບ - 94 ເປີເຊັນ ແມ່ນໄດ້​ວຽກ ງານທໍາໃນຂະ​ແໜງເທັກໂນໂລຈີ, ອີງ​ຕາມອົງການນີ້.

ແຕ່ສໍາລັບນັກສຶກສາຫຼາຍຄົນ​ແລ້ວ, ມັນບໍ່ແມ່ນພຽງແຕ່ເປັນການໄດ້ວຽກເຮັດ ງານທໍາ, ແຕ່ມັນ​ເປັນການປ່ຽນແປງອຸດສາຫະກໍາດ້ານເທັກ​ໂນ​ໂລ​ຈີອີກ​ດ້ວຍ ເມື່ອພວກເຂົາເຈົ້າ​ໄດ້​ເຂົ້າ​ໄປຢູ່ໃນຫັ້ນແລ້ວ.

ນາງ​ມູນີ​ສກ່າວ​ອີກວ່າ: "​ເຮັດໃຫ້ແນ່ໃຈວ່າ ບໍ່ແມ່ນມີ​ແຕ່​ຂ້ອຍ​ ທີ່​ເປັນແມ່ຍິງຄົນດຽວທີ່ເປັນ​ຄົນ​ທີ່ບໍ່​ມີ​ຜິວ​ຂາວ​ນັ່ງ​ຢູ່ໂຕະຫັ້ນ."

​ການ​ຝຶກ​ອົບ​ຮົມ​ແບບ​ເລັ່ງ​ລັດ ຫລື bootcamp, ຊຶ່ງກໍາລັງຂະຫຍາຍຕົວ​ອອກ​ໄປໃນທົ່ວປະເທດນັ້ນ ໄດ້ມອງເບິ່ງ​ນັກ​ຮຽນ​ວ່າ ນັກສຶກ​ສາທີ່​ຈົບ​ໄປແຕ່​ລະ​ຄົນ​ວ່າ ​ອາດ​ຈະເປັນຕົວກະຕຸ້ນໃຫ້ເກີດການປ່ຽນແປງໄດ້.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ​ຢູ່​ລຸ່ມນີ້:

The technology industry has long employed mostly men in technical roles. But a nonprofit group in Seattle, Washington is trying to change that. VOA’s Natasha Mozgovaya reports.

Rebeca Muñiz wanted to be an engineer when she was younger. But she didn’t see herself as having a career in the tech industry.

Rebeca Muñiz, Ada Academy Student:
“I was mostly around white men, and I didn't really feel comfortable.”

Now Muñiz, who worked in communications, is a student at Ada Developers Academy, a Seattle not-for-profit organization. It trains women from groups underrepresented in tech. In six months, these students are taught how to be software developers, followed by an internship.

Academy head Lauren Sato says the organization has a big vision for what success means.

Lauren Sato, Ada Academy CEO: “We're able to have a significant impact on the number of women and gender diverse folks entering the industry each year.”

Around the world, bootcamp-style training programs have taken off, promising those eager to break into the tech industry marketable skills fast. Some of the programs have had mixed results, overpromising job opportunities and charging high fees.

But at Ada, tuition is free, childcare is provided on site. But the admission rate is low, and the experience can be challenging.

Rebeca Muñiz, Ada Academy Student:
“I honestly just kind of cried a lot. … There are moments where you come across an error that you have no idea what to do.”

The classes are full time, and many are juggling families. Alie Ibarra used to be a social studies teacher.

Alie Ibarra, Ada Academy Student:
“My biggest fear is failure. I think this is a big risk that I'm taking in pivoting careers.”

Since it was founded in 2013, Ada has had more than 300 graduates — 94% found a job in tech, the organization says.

But for many of the students, it’s not just about landing a job but changing the technology industry once they are inside.

Rebeca Muñiz, Ada Academy Student: “Making sure that I'm not the only woman of color at the table.”

The bootcamp, which is expanding nationally, looks to each graduate as a possible catalyst of change.

XS
SM
MD
LG