ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ລາວຕ້ອງໃຊ້ງົບປະມານເຖິງ 200 ຕື້ກີບເພື່ອພັດທະນາເຂດຈັດສັນ ໃໝ່ສຳລັບຊາວມົ້ງ


ລັດຖະບານລາວຈະຕ້ອງໃຊ້ຈ່າຍງົບປະມານ ເຖິງ 200 ຕື້ ຫລື 200 ພັນລ້ານກີບ ເພື່ອພັດທະ ນາເຂດຈັດສັນໃໝ່ສຳລັບຮອງຮັບຊາວມົ້ງທີ່ຖືກ ສົ່ງກັບຄືນຈາກໄທ ໃຫ້ແລ້ວເສັດໃນທ້າຍປີ 2010 ນີ້ ສ່ວນຊາວມົ້ງກໍຢືນຢັນວ່າຈະຢູ່ໃນລາວແລະ ເປັນ ພົນລະເມືອງດີຂອງລາວຕະຫລອດໄປ.

ທ່ານພໍໂທ ດວງໃຈ ພິຈິດ ຮອງນາຍລັດຖະມົນຕີ ແລະ ລັດຖະມົນຕີວ່າການກະຊວງປ້ອງກັນປະ ເທດລາວ ຖະແຫຼງຢືນຢັນໃນໂອກາດເດິນທາງໄປ ກວດຢ້ຽມບັນດາຊາວມົ້ງທີ່ຖຶກສົ່ງກັບຄືນຈາກໄທຢູເຂດຈັດສັນໃຫມ່ ບ້ານໂພນຄຳ ເມືອງບໍລິຄັນ ແຂວງບໍລິຄຳ ໄຊ ເມື່ອບໍ່ນານມານີ້ວ່າການພັດທະນາເຂດຈັດສັນໃຫມ່ ກຳລັງດຳເນີນໄປ ຢ່າງຕັ້ງໜ້າໂດຍໃນໄລຍະເພາະໜ້ານີ້ໄດ້ໃຫ້ ຄວາມສຳຄັນກັບການກໍ່ສ້າງທີ່ຢູ່ ອາໄສ ແລະ ຈັດຫາເຄື່ອງໃຊ້ສອຍທີ່ຈຳເປັນໃນຊີວິດປະຈຳວັນໃຫ້ກັບຊາວມົ້ງທຸກຄອບຄົວຢ່າງພຽງພໍ.

ສ່ວນການບຸກເບິກທີ່ດິນເພື່ອການປູກຝັງດ້ານການກະເສດນັ້ນກໍ່ຈະເລັ່ງດຳເນີນການໃຫ້ແລ້ວເສັດ ກ່ອນລະດູຝົນ ປີນີ້ ແລະຄຽງຄູ່ກັນໄປນີ້ກໍ່ຈະທຳການພັດທະນາລະບົບໂຄງສ້າງພື້ນຖານທີ່ຈຳ ເປັນຕ່າງໆ ເຊັ່ນຖະໜົນຫົນທາງ, ຄອງຊົນລະປະທານ ແລະ ສາຍສົ່ງກະແສໄຟຟ້າໃຫ້ແລ້ວເສັດ ທັງໝົດພາຍໃນທ້າຍປີ 2010 ໂດຍເຖິງແມ່ນວ່າ ການດຳເນີນງານຈົນເຖິງຂະນະນີ້ ຈະຍັງຄືບ ໜ້າໄປບໍ່ຫຼາຍກໍ່ຕາມ.

ທາງການລາວໂດຍກະຊວງປ້ອງກັນປະເທດໄດ້ປະ ເມີນການວ່າການພັດທະນາເຂດຈັດສັນໃຫມ່ ບ້ານ ໂພນຄຳເພື່ອຮອງຮັບຊາວມົ້ງທີ່ຖືກສົ່ງກັບຄືນຈາກ ໄທດັ່ງກ່າວນີ້ ຈະຕ້ອງໃຊ້ຈ່າຍງົບປະມານເປັນມູນ ຄ່າເຖິງ 200 ຕື້ກີບ ຫຼື ເກີນກວ່າຄາດ ໝາຍລາຍ ຮັບງົບປະມານຂອງແຂວງບໍລິຄຳໄຊ ເຖິງ 4ເທົ່າ.

ບ້ານໃຫມ່ໂພນຄຳດັ່ງກ່າວນີ້ມີເນື້ອທີ່ທັງໝົດກວ້າງ ກວ່າ 2.000 ເຮັກຕາ ຊຶ່ງໄດ້ມີການຈັດສັນພື້ນທີ່ ກ້ວາງ 100 ເຮັກຕາເປັນເຂດທີ່ຢູ່ອາໄສ ແລະ ພື້ນ ທີ່ສ່ວນທີ່ເຫຼືອນັ້ນ ກໍ່ໄດ້ຈັດສັນເປັນທີ່ດິນທຳກິນສຳ ລັບຊາວມົ້ງທີ່ສະມັກໃຈເຂົ້າໄປຢູ່ໃນເຂດດັ່ງກ່າວນີ້ ແລ້ວ ຈຳນວນ 499 ຄອບຄົວ ຫຼື 2.923 ຄົນ.

ໃນປັດຈຸບັນ ທາງການລາວກໍກຳລັງເລັ່ງມືການດຳເນີນການກໍ່ສ້າງເຮືອນພ້ອມດ້ວຍນໍ້າລິນ, ວິດຖ່າຍ, ທາງຮ່ອມ, ທາງໃຫຍ່, ສູນສຸກສາລາ ແລະໂຮງຮຽນຢ່າງຕັ້ງໜ້າ ແລະ ໃນຂະນະ ດຽວກັນກໍ່ໄດ້ ມີການຈັດສັນທີ່ດິນທຳກິນດ້ວຍການແບ່ງເນື້ອທີ່ອອກເປັນລັອກໆ ຈຳນວນທັງໝົດ 63 ລັອກ ບົນເນື້ອທີ່ກ້ວາງກວ່າ 1.200 ເຮັກຕາ ແລະ ໄດ້ຈັດສັນໃຫ້ແກ່ຊາວມົ້ງ 10ຄອບຄົວ ຕໍ່ລັອກ ຫຼື ສະເລັ່ຽ ໄດ້ 2 ເຮັກຕາ ຕໍ່ຄອບຄົວດ້ວຍເປົ້າໝາຍທີ່ຈະ ບຸກເບີກພື້ນທີ່ໃຫ້ແລ້ວເສັດ ໃນເດືອນເມສາເພື່ອໃຫ້ ທັນລະດູຝົນປີ 2010 ນີ້.

ນອກຈາກນັ້ນ ທາງການລາວກໍ່ວາງແຜນການທີ່ຈະດຳເນີນການກໍ່ສ້າງຄອງຊົນລະປະທານ ທີ່ ຈະສາມາດຕອບສະໜອງນໍ້າໃຫ້ແກ່ພື້ນທີ່ການກະເສດໄດ້ເຖິງກວ່າ 1.700 ເຮັກຕາ ຕະຫລອດ ປີ. ກັບທັງຍັງຈະເຊື່ອມຕໍ່ສາຍສົ່ງໄຟຟ້າເຂົ້າໄປໃນເຂດຈັດສັນໃຫ້ໄວທີ່ສຸດອີກດ້ວຍ ເພື່ອໃຫ້ ຊາວມົ້ງທຸກຄອບຄົວຈະໄດ້ຊົມໃຊ້ໄຟຟ້າຟຣີເປັນເວລາ 1 ປີ ແລະ ຊາວມົ້ງແຕ່ລະຄົນ ກໍ່ຈະໄດ້ ຮັບການຊ່ວຍເຫຼືອ ເຂົ້າກິນ 18 ກິໂລຕໍ່ເດືອນເປັນເວລາ 1 ປີເຊັ່ນດຽວກັນ.

ແຕ່ເນື່ອງຈາກໄດ້ຮັບການຊ່ວຍເຫລືອ ແລະ ເບິ່ງແຍງຈາກທາງການລາວດັ່ງກ່າວນີ້ແລ້ວ ກໍໄດ້ ເຮັດໃຫ້ບັນດາຊາວມົ້ງຮັບປາກ ແລະ ສັນຍາວ່າ ຈະບໍ່ພາກັນອົບພະຍົບໄປໃສອີກ. ກັບທັງຍັງຈະ ເປັນພົນລະເມືອງທີ່ດີຂອງລາວຕະຫລອດໄປ ແລະ ກໍຈະບໍ່ຫລົງຜິດຄືດັ່ງທີ່ຜ່ານມາອີກດ້ວຍ.
XS
SM
MD
LG