ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ຊາວມົ້ງທີ່ຖືກສົ່ງກັບຈາກໄທ ໄປຢູ່ບ້ານໂພນຄໍາ ຂໍຄວາມຊ່ວຍເຫຼືອຈາກ ສະຫະພາບຢູໂຣບ


ຄະນະຜູ້ຕາງໜ້າຂອງສະຫະພາບຢູໂຣບ ທີ່ໄປຢ້ຽມຢາມຊາວມົ້ງ
ທີ່ກັບຈາກປະເທດໄທ ແລະຕັ້ງຖິ່ນຖານຢູ່ບ້ານໂພນຄໍາ
ຄະນະຜູ້ຕາງໜ້າຂອງສະຫະພາບຢູໂຣບ ທີ່ໄປຢ້ຽມຢາມຊາວມົ້ງ ທີ່ກັບຈາກປະເທດໄທ ແລະຕັ້ງຖິ່ນຖານຢູ່ບ້ານໂພນຄໍາ

ບັນດາຊາວມົ້ງຢູ່ບ້ານໂພນຄໍາທີ່ຖືກສົ່ງກັບຄືນຈາກປະເທດໄທ ສະແດງການຮຽກຮ້ອງ ຂໍຄວາມຊ່ວຍເຫຼືອຈາກ ສະຫະພາບຢູໂຣບ ເພື່ອເຮັດໃຫ້ພວກຕົນຫຼຸດພົ້ນຈາກຄວາມ ທຸກຍາກຢ່າງແທ້ຈິງ.

ບັນດາຕົວແທນຂອງຊາວມົ້ງຢູ່ບ້ານໂພນຄໍາເມືອງບໍລິຄັນ, ແຂວງບໍລິຄໍາໄຊ ທີ່ຖືກທາງ
ການໄທສົ່ງກັບຄືນມາລາວ ນັບຕັ້ງແຕ່ທ້າຍປິ 2009 ເປັນຕົ້ນມານັ້ນ ໄດ້ສະແດງການ
ຮຽກຮ້ອງ ຂໍການຊ່ວຍເຫຼືອ ໃນໂອກາດທີ່ຄະນະຜູ້ແທນຕາງໜ້າຂອງຄະນະກໍາມະທິ
ການ ດ້ານສິທິມະນຸດແຫ່ງສະຫະພາບຢຸໂຣບ ໄດ້ພາກັນເດີນທາງໄປກວດຢ້ຽມ ເພື່ອ
ເກັບກໍາຂໍ້ມູນກ່ຽວກັບການປະຕິບັດສິດທິຂັ້ນພຶ້ນຖານຂອງທາງການລາວ ຕໍ່ບັນດາຊາວ
ມົ້ງຢູ່ໃນເຂດບ້ານດັ່ງກ່າວເມື່ອບໍ່ນານມານີ້.

ຄວາມຊ່ວຍເຫຼືອທີ່ບັນດາຊາວມົ້ງຢູ່ບ້ານໂພນຄໍາຢາກຈະໄດ້ຮັບ ຈາກສະຫະພາບຢູໂຣບ
ຫຼາຍທີ່ສຸດນັ້ນ ກໍຄື ການປັບປຸງເສັ້ນທາງທີ່ເຊື່ອມຕໍ່ຈາກບ້ານໂພນຄໍາ ໄປຍັງເມືອງບໍລິ
ຄັນ ດ້ວຍການປູຢາງ ເພື່ອເຮັດໃຫ້ການຄົມມະນາຄົມ-ຂົນສົ່ງ ໃນເສັ້ນທາງດັ່ງກ່າວນີ້
ມີຄວາມສະດວກໄວຂຶ້ນ ນອກຈາກນັ້ນ ກໍຕ້ອງການໃຫ້ຊ່ວຍບຸກເບີກທີ່ນາ ແລະທີ່ດິນ
ທໍາກິນ ລວມໄປເຖິງການພັດທະນາແຫຼ່ງນໍ້າກິນ-ນໍ້າໃຊ້ທີ່ສະອາດ ແລະແຫຼ່ງນໍ້າ ສໍາລັບ
ຕອບສະໜອງພື້ນທີ່ການກະເສດ ໃຫ້ໄດ້ຢ່າງພຽງພໍຕະຫຼອດປີອີກດ້ວຍ.

ເສັ້ນທາງຈາກບ້ານໂພນຄໍາ ໄປຍັງເມືອງບໍລິຄັນ
ເສັ້ນທາງຈາກບ້ານໂພນຄໍາ ໄປຍັງເມືອງບໍລິຄັນ

ທັງນີ້ໂດຍບັນດາຊາວມົ້ງເຊື່ອວ່າ ການໄດ້ຮັບຄວາມ
ຊ່ວຍເຫຼືອດັ່ງກ່າວ ຈະເປັນປັດໃຈສໍາຄັນ ທີ່ຈະເຮັດ
ໃຫ້ສະພາບຊີວິດການເປັນຢູ່ຂອງພວກເຂົາເຈົ້າດີຂຶ້ນ
ນັບມື້ ຈົນສາມາດຫຼຸດພົ້ນຈາກຄວາມທຸກຍາກໄດ້
ໃນທີ່ສຸດ ເພາະເຖິງແມ່ນວ່າ ໃນໄລຍະ 2 ປີ ກວ່າ
ຜ່ານມານີ້ ທາງການລາວຈະໄດ້ໃຫ້ການຊ່ວຍເຫຼືອ
ແກ່ພວກເຂົາເຈົ້າເປັນຢ່າງດີກໍຕາມ ຫາກແຕ່ກໍຍັງ
ບໍ່ພຽງພໍກັບຄວາມຕ້ອງການທີ່ເປັນຈິງ, ໂດຍສະ
ເພາະແມ່ນຄົວເຮືອນ ທີ່ເປັນຄອບຄົວຂະໜາດໃຫຍ່ນັ້ນ ດັ່ງທີ່ຫົວໜ້າຄອບຄົວຊາວມົ້ງ
ຜູ້ນຶ່ງ ໄດ້ໃຫ້ການຊີ້ແຈງວ່າ:

ລູກຫຼາຍຄົນເດ້ ຄັນວ່າເຮົາບໍ່ເຮັດນີ້ ບໍ່ມີແນວຫາເງິນມາໃຫ້ລູກເຂົ້າໂຮງຮຽນ
ແລ້ວກະດຽວນີ້
ຄັນສິເຮັດໃຫ້ມີເງິນນີ້ ກະລ້ຽງສັດແດ່ມັນຈັ່ງໄດ້ ບໍ່ແມ່ນວ່າ ມີ
ຫົວຄິດໄປເຮັດຄ້າຂາຍ
ມີແຕ່ເຮັດໄຮ່ ເຮັດສວນ, ເຮັດນາເທົ່ານັ້ນ.

ກ່ອນໜ້ານີ້ ທ່ານ ນາງອິນຕາ ໄຊມູນຄໍາ ຫົວໜ້າສະມາຊິກສະພາແຫ່ງຊາດລາວຈາກ
ເຂດ 11 ແຂວງບໍລິຄໍາໄຊ ໄດ້ໃຫ້ການຢືນຢັນວ່າອໍານາດການປົກຄອງແຂວງບໍລິຄໍາໄຊ ແລະກອງທັບປະຊາຊົນລາວ ຍັງສືບຕໍ່ໃຫ້ການຊ່ວຍເຫຼືອບັນດາຊາວມົ້ງຢູ່ບ້ານໂພນຄໍາ
ເປັນຢ່າງດີ ໂດຍໄດ້ສ້າງເຮືອນທີ່ຢູ່ອາໄສຢ່າງຖາວອນ ໃຫ້ກັບບັນດາຊາວມົ້ງໄດ້ຢ່າງຄົບ
ຖ້ວນທັງ 600 ກວ່າຄອບຄົວແລ້ວ ຊຶ່ງລວມເຖິງການມີໄຟຟ້າ ແລະນໍ້າສະອາດໃຊ້ ຢ່າງ
ທົ່ວເຖິງ ມີເສັ້ນທາງເຊື່ອມກັບຕົວເມືອງມີໂຮງໝໍ, ໂຮງຮຽນ, ມີຕະຫຼາດ ແລະ ມີການ
ວາງຜັງເມືອງ ໃນເຂດຈັດສັນດ້ວຍດັ່ງທີ່ທ່ານນາງອິນຕາ ໄດ້ກ່າວຢືນຢັນວ່າ:

ເວົ້າລວມແລ້ວ ລັດຖະບານກະໄດ້ສຸມທຶນຮອນຢ່າງມະຫາສານໃສ່ ໂດຍສະເພາະ
ແມ່ນການປຸກສ້າງທີ່ຢູ່ອາໄສ ໃຫ້ສໍາເລັດ ແລະເ
ພິ່ນກະໄດ້ ຕັດຜັງເມືອງເພາະວ່າ
ມີຈໍານວນ 600 ກວ່າ ຄອບຄົວ ສະນັ້ນໃນໄລຍະທີ່ຜ່ານມາ ອົງການພັກ-ລັດເຮົາ ຕັ້ງແຕ່ສູນກາງລົງຮອດຂັ້ນແຂວງ ກະໄດ້ສຸມທຶນຮອນ ເປັນຕົ້ນແມ່ນເຮັດນໍ້າສ້າງ,
ນໍ້າບາດານ ແລະ ໂຄງການນໍ້າສະອາດໃຫ້ປະຊາຊົນ
ພ້ອມກັນນັ້ນ ກໍມີຕະຫຼາດ
ນ້ອຍເພື່ອໃຫ້ປະຊາຊົນໄດ້ມີການແລກປ່ຽນຊື້ຂາຍ
.

ຊາວອົບພະຍົບມົ້ງ ທີ່ບ້ານໂພນຄໍາ ພາກັນເອົານໍ້າກອ໊ກໄປໄວ້ໃຊ້
ຊາວອົບພະຍົບມົ້ງ ທີ່ບ້ານໂພນຄໍາ ພາກັນເອົານໍ້າກອ໊ກໄປໄວ້ໃຊ້

ນອກຈາກນີ້ ທາງການລາວ ກໍກໍາລັງເລັ່ງດໍາເນີນ
ການບຸກເບີກຂະຫຍາຍທີ່ດີນທໍາກິນ ເພື່ອຈັດສັນ
ໃຫ້ກັບຊາວມົ້ງຢ່າງພຽງພໍ ລວມໄປເຖິງການເລັ່ງ
ການກໍ່ສ້າງຄອງຊົນລະປະທານ ເພື່ອຕອບສະ
ໜອງນໍ້າໃຫ້ກັບພຶ້ນທີ່ປູກພືດ ແລະເຮັດນາໃຫ້ໄດ້
ຢ່າງທົ່ວເຖິງອີກດ້ວຍ.

ທາງການໄທໄດ້ຈັດສົ່ງຊາວເຜົ່າມົ້ງຊຸດສຸດທ້າຍຈຳນວນ
4,711 ຄົນ ຈາກສູນຮັບຮອງ ຊົ່ວຄາວບ້ານຫ້ວຍນ້ຳຂາວໃນເຂດອຳເພີເຂົາຄໍ້ ຈັງຫວັດ
ເພັດຊະບູນຂອງໄທ ກັບຄືນໄປລາວ ໃນລະວ່າງວັນທີ່ 28-29 ເດືອນທັນວາ ປີ 2009
ຜ່ານມາ ໂດຍໄດ້ພາກັນເລືອກທີ່ຈະຢູ່ໃນເຂດຈັດສັນໃໝ່ບ້ານໂພນຄຳ ເປັນສ່ວນໃຫຍ່.

ເຂດຈັດສັນບ້ານໃຫມ່ໂພນມີເນື້ອທີ່ທັງໝົດກວ້າງກວ່າ 2.000 ເຮັກຕາ ຊຶ່ງໄດ້ມີການ
ຈັດສັນພື້ນທີ່ ກ້ວາງ 100 ເຮັກຕາ ເປັນເຂດທີ່ຢູ່ອາໄສ ແລະ ພື້ນທີ່ສ່ວນທີ່ເຫຼືອນັ້ນ
ກໍ່ໄດ້ຈັດສັນເປັນທີ່ດິນທຳກິນ ສຳລັບຊາວມົ້ງ ຈໍານວນ 600 ກວ່າຄອບຄົວ ຫຼືຫລາຍ
ກວ່າ 3,000 ຄົນດັ່ງກ່າວ.

XS
SM
MD
LG