ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງທັບລາວ ສົ່ງມອບ ບ້ານຜາຫຼັກ ໃຫ້ອໍານາດປົກຄອງທ້ອງຖິ່ນ


ທ່ານພົນຈັດຕະວາບົວສ້ຽງ ຈໍາປາພັນ ຫົວໜ້າຄະນະຮັບຜິດຊອບຊີ້ນໍາແກ້ໄຂຄົນເຂົ້າເມືອງຜິດກົດໝາຍຂັ້ນສູນ
ກາງຂອງກອງທັບປະຊາຊົນລາວ ໄດ້ສົ່ງມອບການຄຸ້ມຄອງບ້ານຈຸດສຸມພັດທະນາຜາຫຼັກ ໃນເຂດເມືອງກາສີ ໃຫ້ກັບອໍານາດການປົກຄອງທ້ອງຖິ່ນຂອງເມືອງກາສີ ຢ່າງເປັນທາງການ ໃນເດືອນພຶດສະພາ 2012 ທີ່ຜ້
ທ່ານພົນຈັດຕະວາບົວສ້ຽງ ຈໍາປາພັນ ຫົວໜ້າຄະນະຮັບຜິດຊອບຊີ້ນໍາແກ້ໄຂຄົນເຂົ້າເມືອງຜິດກົດໝາຍຂັ້ນສູນ ກາງຂອງກອງທັບປະຊາຊົນລາວ ໄດ້ສົ່ງມອບການຄຸ້ມຄອງບ້ານຈຸດສຸມພັດທະນາຜາຫຼັກ ໃນເຂດເມືອງກາສີ ໃຫ້ກັບອໍານາດການປົກຄອງທ້ອງຖິ່ນຂອງເມືອງກາສີ ຢ່າງເປັນທາງການ ໃນເດືອນພຶດສະພາ 2012 ທີ່ຜ້

ກອງທັບປະຊາຊົນລາວໄດ້ສົ່ງມອບບ້ານຜາຫຼັກ ໃຫ້ກັບອໍານາດການປົກຄອງທ້ອງຖິ່ນ ທີ່ ເມືອງກາສີ ຫຼັງຈາກທີ່ໄຊ້ເວລາເຖິງ 5 ປີ ໃນການພັດທະນາບ້ານດັ່ງກ່າວ ເພື່ອຮອງຮັບຊາວ ມົ້ງທີ່ຖືກສົ່ງກັບຈາກໄທ.

ທ່ານພົນຈັດຕະວາ ບົວສ້ຽງ ຈໍາປາພັນ ຫົວໜ້າຄະນະຮັບຜິດຊອບຊີ້ນໍາແກ້ໄຂຄົນເຂົ້າ
ເມືອງຜິດກົດໝາຍ ຂັ້ນສູນກາງຂອງກອງທັບປະຊາຊົນລາວ ໄດ້ສົ່ງມອບການຄຸ້ມຄອງ
ບ້ານຈຸດສຸມພັດທະນາຜາຫຼັກ ໃນເຂດເມືອງກາສີ ແຂວງວຽງຈັນ ໃຫ້ກັບອໍານາດການ
ປົກຄອງທ້ອງຖິ່ນຂອງເມືອງກາສີ ຢ່າງເປັນທາງການ ເມື່ອບໍ່ນານມານີ້ ໂດຍມີທ່ານຄໍາ
ເມີງ ພົງທະດີ ເຈົ້າແຂວງ ແລະເລຂາພັກແຂວງວຽງຈັນ ໄດ້ເຂົ້າຮ່ວມເປັນສັກຂີພິຍານ ໃນການສົ່ງມອບດັ່ງກ່າວອີກດ້ວຍ.

ສາເຫດທີ່ຕ້ອງມີການສົ່ງມອບບ້ານຈຸດສຸມພັດທະນາຜາຫຼັກໃນຄັ້ງນີ້ ກໍເນື່ອງຈາກວ່າ
ບ້ານຜາຫຼັກເປັນບ້ານທີ່ຖືກຕັ້ງຂຶ້ນມາໃຫມ່ ເພື່ອຮອງຮັບບັນດາຊາວມົ້ງລາວ ທີ່ເຂົ້າເມືອງ
ໄທໂດຍຜິດກົດໝາຍ ແລະກໍ່ໄດ້ຖືກທາງການໄທສົ່ງຕົວກັບຄືນມາລາວ ນັບຕັ້ງແຕ່ປີ
2007 ເປັນຕົ້ນມາ ແລະເນື່ອງຈາກວ່າ ບັນຫາດັ່ງກ່າວນີ້ ກໍ່ເປັນບັນຫາທີ່ມີສ່ວນກ່ຽວຂ້ອງ
ກັບຄວາມໝັ້ນຄົງ ແລະຄວາມສະຫງົບຮຽບຮ້ອຍ ຢູ່ແນວຊາຍແດນລະຫວ່າງລາວກັບໄທ
ອີກດ້ວຍ ລັດຖະບານລາວຈຶ່ງໄດ້ມອບໝາຍໃຫ້ກອງທັບປະຊາຊົນລາວ ເປັນພາກສ່ວນ ທີ່ຮັບຜິດຊອບໃນການແກ້ໄຂບັນຫາດັ່ງກ່າວເລື້ອຍມາ.

ບ້ານໂພນຄໍາ, ເມືອງບໍລິຄັນ ແຂວງບໍລິຄໍາໄຊ
ບ້ານໂພນຄໍາ, ເມືອງບໍລິຄັນ ແຂວງບໍລິຄໍາໄຊ

ແຕ່ຢ່າງໃດກໍຕາມ ພາຍຫຼັງ
ຄະນະຮັບຜິດຊອບຂອງກອງ
ທັບປະຊາຊົນລາວໄດ້ດໍາເນີນ
ການຈັດສັນທີ່ຢູ່ອາໄສ ແລະ
ທີ່ດິນທໍາກິນ ໃຫ້ກັບບັນດາ
ຊາວມົ້ງຈໍານວນ 484 ຄົນ
ໃນ 52 ຄອບຄົວ ທັງຍັງໄດ້
ດໍາເນີນການກໍ່ສ້າງໂຮງຮຽນ
ສຸກສາລາ, ຖະໜົນ, ຄອງ
ຊົນລະປະທານ, ສາຍສົ່ງກະ
ແສໄຟຟ້າ, ລະບົບນໍ້າລິນ ແລະວິດຖ່າຍໃຫ້ກັບທຸກຄອບຄົວ ລວມທັງຍັງໄດ້ໃຫ້ການອົບຮົມ
ເພື່ອໃຫ້ເຂົ້າໃຈ ແລະເຊື່ອໝັ້ນຕໍ່ແນວທາງການນໍາພາຂອງພັກປະຊາຊົນປະຕິວັດລາວ ເປັນທີ່
ຮ້ຽບຮ້ອຍແລ້ວນັ້ນ ຈຶ່ງໄດ້ມີການສົ່ງມອບບ້ານຜາຫຼັກໃຫ້ຢູ່ພາຍໃຕ້ການຄຸ້ມຄອງຂອງອໍາ
ນາດການປົກຄອງທ້ອງຖິ່ນເມືອງກາສີໃນຄັ້ງນີ້.

ຜູ້ຕາງໜ້າດ້ານສິທິມະນຸດແຫ່ງສະຫະພາບຢູໂຣບ ໄປຢ້ຽມ ຊາວມົ້ງຢູ່ໃນບ້ານໂພນຄໍາໃນເດືອນມີນາ 2012 ທີ່ຜ່ານມາ
ຜູ້ຕາງໜ້າດ້ານສິທິມະນຸດແຫ່ງສະຫະພາບຢູໂຣບ ໄປຢ້ຽມ ຊາວມົ້ງຢູ່ໃນບ້ານໂພນຄໍາໃນເດືອນມີນາ 2012 ທີ່ຜ່ານມາ

ນອກຈາກຊາວມົ້ງຢູ່ບ້ານຜາ
ຫຼັກແລ້ວ ກໍ່ຍັງມີບັນດາຊາວ
ມົ້ງຢູ່ບ້ານໂພນຄໍາ ເມືອງບໍລິ
ຄັນ ແຂວງບໍລິຄໍາໄຊ ທີ່ຖືກ
ທາງການໄທສົ່ງກັບຄືນມາ
ລາວນັບແຕ່ທ້າຍປີ 2009
ເປັນຕົ້ນມາ ຫາກແຕ່ວ່າບ້ານ
ດັ່ງກ່າວນີ້ຍັງບໍ່ໄດ້ສົ່ງມອບ
ໃຫ້ອໍານາດການປົກຄອງທ້ອງ
ຖິ່ນໃນແຂວງບໍລິຄໍາໄຊແຕ່
ຢ່າງໃດ ເນື່ອງຈາກວ່າ ການດໍາເນີນງານໃນດ້ານຕ່າງໆ ຍັງບໍ່ແລ້ວເສັດ. ເມື່ອບໍ່ນານມານີ້ ບັນດາຊາວມົ້ງຢູ່ບ້ານໂພນຄໍາ ກໍໄດ້ສະແດງການຮຽກຮ້ອງຂໍການຊ່ວຍເຫຼືອໃນໂອກາດທີ່ ຄະນະຜູ້ຕາງໜ້າຂອງຄະນະກໍາມະການດ້ານສິດທິມະນຸນຊົນແຫ່ງສະພາຢູໂຣບໄດ້ເດີນ
ທາງໄປກວດຢ້ຽມເພື່ອ ເກັບກໍາຂໍ້ມູນກ່ຽວກັບການປະຕິບັດສິດຂັ້ນພື້ນຖານຂອງທາງການ
ລາວ ຕໍ່ບັນດາຊາວມົ້ງຢູ່ໃນເຂດບ້ານດັ່ງກ່າວນີ້.

ທັງນີ້ ບັນດາຊາວມົ້ງເຊື່ອວ່າການໄດ້ຮັບຄວາມຊ່ວຍເຫຼືອດັ່ງກ່າວຈະເປັນປັດໄຈສໍາຄັນ ທີ່
ຈະເຮັດໃຫ້ສະພາບຊີວິດການເປັນຢູ່ຂອງພວກເຂົາເຈົ້າດີຂຶ້ນນັບມື້ ຈົນສາມາດຫຼຸດພົ້ນຈາກ ຄວາມທຸກຍາກໄດ້ໃນທີ່ສຸດ ເພາະເຖິງແມ້ວ່າໃນໄລຍະ 2 ປີກວ່າ ທີ່ຜ່ານມານີ້ ທາງການ
ລາວຈະ ໄດ້ໃຫ້ການຊ່ວຍເຫຼືອແກ່ພວກເຂົາເຈົ້າເປັນຢ່າງດີກໍຕາມ ຫາກແຕ່ກໍຍັງບໍ່ພຽງພໍກັບ ຄວາມຕ້ອງການທີ່ເປັນຈິງ ໂດຍສະເພາະແມ່ນຄົວເຮືອນທີ່ເປັນຄອບຄົວຂະໜາດໃຫຍ່ນັ້ນ ດັ່ງທີ່ຫົວໜ້າຄອບຄົວຊາວມົ້ງຜູ້ນຶ່ງໄດ້ໃຫ້ການຊີ້ແຈງວ່າ:

ການຂົນສົ່ງຊາວມົ້ງຈາກໄທ ກັບຄືນມາຕັ້ງຖິ່ນຖານຢູ່ລາວ ໃນປີ 2009
ການຂົນສົ່ງຊາວມົ້ງຈາກໄທ ກັບຄືນມາຕັ້ງຖິ່ນຖານຢູ່ລາວ ໃນປີ 2009

ລູກຫຼາຍຄົນເດ້ ຄັນວ່າ
ເຮົາບໍ່ເຮັດນີ້ ບໍ່ມີແນວຫາ
ເງິນມາໃຫ້ລູກເຂົ້າໂຮງ
ຮຽນ ແລ້ວກະດຽວນີ້
ຄັນສິເຮັດໃຫ້ມີເງິນນີ້
ກະລ້ຽງສັດແດ່ ມັນຈັ່ງ
ໄດ້ ບໍ່ແມ່ນວ່າມີຫົວຄິດ
ໄປເຮັດຄ້າຂາຍ ມີແຕ່
ເຮັດໄຮ່ ເຮັດສວນ, ເຮັດ
ນາເທົ່ານັ້ນ.

ຄວາມຊ່ວຍເຫຼືອທີ່ບັນດາຊາວມົ້ງຢູ່ບ້ານໂພນຄໍາ ຫລາຍກວ່າ 3,000 ຄົນ ໃນ 600 ກວ່າ
ຄອບຄົວ ຢາກຈະໄດ້ຮັບຈາກສະຫະພາບຢູໂຣບຫຼາຍທີ່ສຸດນັ້ນ ກໍຄື ການປັບປຸງເສັ້ນທາງ ທີ່ເຊື່ອມຕໍ່ຈາກບ້ານໂພນຄໍາ ໄປຍັງເມືອງບໍລິຄັນ ດ້ວຍການປູຢາງເພື່ອເຮັດໃຫ້ການຄົມ
ມະນາຄົມ-ຂົນສົ່ງ ໃນເສັ້ນທາງດັ່ງກ່າວນີ້ມີຄວາມສະດວກໄວຂຶ້ນ. ນອກຈາກນັ້ນ ກໍຕ້ອງ ການໃຫ້ຊ່ວຍບຸກເບີກທີ່ນາ ແລະທີ່ດິນທໍາກິນ ລວມໄປເຖິງການພັດທະນາແຫຼ່ງນໍ້າກິນ-
ນໍ້າໃຊ້ທີ່ສະອາດ ແລະ ແຫຼ່ງນໍ້າສໍາລັບຕອບສະໜອງພື້ນທີ່ກະສິກໍາ ໃຫ້ໄດ້ຢ່າງພຽງພໍ
ຕະຫຼອດປີອີກດ້ວຍ.

XS
SM
MD
LG