ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ບັນຊາການ ກອງທັບສຣີລັງກາ ເວົ້າວ່າ ໄດ້ມີການພົບເຫັນ ແລະພິສູດເບິ່ງສົບ ຜູ້ນຳຂອງພວກກະບົດ


ສຣີລັງກາ: ຜູ້ບັນຊາການກອງທັບສຣີລັງກາ ກ່າວວ່າ ທະຫານ ໄດ້ພິສູດ ຢ່າງເປັນການ ຄັກແນ່ແລ້ວວ່າ ເປັນສົບ ຂອງຜູ້ ນຳກະບົດ ເສືອທະມິລ ນາຍ VELUPILLAI PRA BHAKARAN ຫລັງຈາກ ໄດ້ມີການ ພົບເຫັນ ສົບຜູ້ກ່ຽວ ໃນບໍຣິເວນ ສນາມຣົບ ໃນວັນ ອັງຄານ ມື້ນີ້. ລຸນຫຼັງ ທີ່ໄດ້ ມີການປະກາດ ໂທຣະພາບ ຂອງ ສຣີລັງກາ ກໍໄດ້ຖ່າຍທອດ ພາບວີດີໂອ ໃນອັນທີ່ ປາກົດວ່າ ເປັນສົບ ຂອງນາຍ PRABHAKARAN. ໃບໜ້າ ຂອງຜູ້ກ່ຽວ ແມ່ນຍັງດີ ບໍ່ໄດ້ຮັບ ຄວາມເສັຽຫາຍ ແລະເຫັນໄດ້ ຢ່າງຈະແຈ້ງວ່າ ຄ້າຍຄືກັບ ໜ້າຂອງ ຜູ້ນຳກະບົດ. ລາຍງານຂ່າວ ຍັງສະແດງ ໃຫ້ເຫັນ ໃນອັນທີ່ ເອີ້ນວ່າ ເປັນບັດ ປະຈຳຕົວ ຂອງກຸ່ມກະບົດ ປົດປ່ອຍ ເສືອທະມິລ ອີລາມ ທີ່ອອກໃຫ້ ນາຍ PRABHAKARAN ແລະປ້າຍຊື່ ທາງທະຫານ ຂອງຜູ້ກ່ຽວ. ກ່ອນໜ້ານີ້ ພວກະບົດ ໄດ້ກ່າວຢືນຢັດ ໃນຖແລງຂ່າວ ທີ່ພິມເຜີຍແຜ່ ໂດຍເວັບໄຊທ໌ ທີ່ນິຍົມ ກະບົດ ທະມິລແນັດ ທີ່ເວົ້າວ່າ ນາຍ PRABHAKARAN ຍັງມີຊີວິດຢູ່. ປະທານາທິບໍດີ ມະຫິນດາ ຣາຊພັກ ໄດ້ກ່າວ ຄຳປາສັຍ ຕໍ່ປະເທດຊາດ ທີ່ສະພາ ແຫ່ງຊາດ ໃນວັນອັງຄານ ມື້ນີ້ ໂດຍເວົ້າວ່າ ສຣີລັງກາ ໃນທີ່ສຸດ ກໍໄດ້ຖືກ ປົດປ່ອຍ ຈາກພວກ ກໍ່ການຮ້າຍ ລຸນຫລັງ ທີ່ໄດ້ເກີດ ສົງຄາມ ກາງເມືອງ ເປັນເວລາ 26 ປີ.

ມຽນມາ - ອອງຊານ ຊູຈີ: ຜູ້ນຳພັກຝ່າຍ ຄ້ານ ຂອງມຽນມາ ທ່ານນາງ ອອງຊານ ຊູຈີ ໄດ້ໄປຟັງ ຄຳໃຫ້ການ ເປັນມື້ ທີສອງ ໃນ ວັນອັງຄານ ມື້ນີ້ ຂະນະທີ່ ການຕຳໜິ ຕິຕຽນ ຂອງນາໆຊາດ ກ່ຽວກັບ ການດຳເນີນ ຄະດີ ຂອງທ່ານນາງ ໄດ້ເພີ້ມ ທະວີຂຶ້ນ. ມີການ ສົ່ງກຳລັງ ຕຳຣວດ ຫລາຍຮ້ອຍຄົນ ບາງຈຳນວນ ຢູ່ໃນ ເຄື່ອງແບບ ປາບຈະລາຈົນ ເຕັມອັດຕຣາ ໄປປະຈຳການ ຢູ່ຕາມ ຖນົນ ຫົນທາງ ທີ່ເນັ່ງ ໄປຫາ ຄຸກໃຫຍ່ INSEIN ບ່ອນທີ່ ການດຳເນີນ ຄະດີ ແບບປິດລັບ ໄດ້ມີຂຶ້ນ. ເປັນທີ່ ຄາດກັນວ່າ ຈະມີ ພະຍານ 22 ຄົນ ໄປໃຫ້ການ ຕ້ານທ່ານນາງ ອອງຊານ ຊູຈີ ໃນຄະດີ ທີ່ ທະນາຍຄວາມ ເວົ້າວ່າ ອາດຈະໃຊ້ ເວລາ ດົນເຖິງ 3 ເດືອນນັ້ນ. ໃນມື້ວານນີ້ ສານໄດ້ຟັງ ຄຳໃຫ້ການ ຂອງພັນໂທ ZAW MIN AUNG ນາຍຕຳຣວດ ທີ່ໄດ້ລົງຊື່ ໃນໃບສຳນວນ ຟ້ອງທ່ານນາງ ອອງຊານ ຊູຈີ ຜູ້ທີ່ໄດ້ຮັບ ລາງວັນ ໂນແບລ ຂແນງ ສັນຕິພາບ. ຢູ່ນອກ ມຽນມາ ໄດ້ມີ ການຮຽກຮ້ອງ ໃຫ້ປ່ອຍ ທ່ານນາງ ອອງຊານ ຊູຈີ ແລະ ຢຸດເຊົາ ການດຳເນີນ ຄະດີ.

ສະຫະຣັດ - ອິສຣາແອລ: ປະທານາທິບໍດີ ສະຫະຣັດ ທ່ານ BARACK OBAMA ຮຽກ ຮ້ອງໃຫ້ ນາຍົກ ຣັຖມຸນຕຣີ ອິສຣາແອລ ຍາດເອົາ ໃນອັນທີ່ ທ່ານເອີ້ນວ່າ ໂອກາດ ທາງ ປະວັດສາດ ເພື່ອສ້າງ ຄວາມກ້າວໜ້າ ຢ່າງແທ້ຈິງ ໃຫ້ແກ່ ສັນຕິພາບ ກັບຝ່າຍ ປາແລສໄຕນ໌. ທ່ານ OBAMA ໄດ້ກ່າວຢ້ຳ ໃນມື້ ວານນີ້ ຕໍ່ການໃຫ້ ຄວາມສນັບສນຸນ ຂອງທ່ານ ກ່ຽງກັບ ການແກ້ໄຂ ບັນຫາ ຂັດແຍ້ງ ລະຫວ່າງ ອິສຣາແອລ ກັບປາແລສໄຕນ໌ ໃນການພົບປະ ທີ່ ທຳນຽບຂາວ ເທື່ອທຳອິດ ກັບ ນາຍົກ ຣັຖມຸນຕຣີ ອິສຣາແອລ ທ່ານ BENJAMIN NETANYAHU. ຜູ້ນຳ ຂອງ ອິສຣາແອລ ກ່າວລຸນຫລັງ ການເຈຣະຈາ ຫາຣືວ່າ ທ່ານຢາກໃຫ້ ຊາວປາແລສໄຕນ໌ ປົກຄອງຕົນເອງ ແຕ່ ບໍ່ຢາກໃຫ້ມີ ໃນອັນທີ່ທ່ານ ເອີ້ນວ່າ ອຳນາດ ຫລາຍເກີນໄປ ທີ່ອາດເປັນ ອັນຕະລາຍ ຕໍ່ ອິສຣາແອລ. ໃນມື້ນີ້ ທ່ານ NETANYAHU ຈະພົບປະ ກັບ ສະມາຊິກ ຣັຖສະພາ ສະຫະຣັດ ຈຳນວນນຶ່ງ ບ່ອນທີ່ທ່ານ ຈະຕອບ ຄຳຖາມ ກ່ຽວກັບ ແຜນການ ສ້າງສັນຕິພາບ ຂອງທ່ານ. ທ່ານ OBAMA ກ່າວໃນ ມື້ວານນີ້ວ່າ ທຸກພັກຝ່າຍ ໃນບັນຫາ ຂັດແຍ້ງ ຕ້ອງໄດ້ ປະຕິບັດ ຢ່າງແທ້ຈິງ ຕາມພັນທະ ທີ່ໄດ້ໃຫ້ໄວ້ ກ່ອນໜ້ານີ້.

ສະຫະຣັດ - ແຫລມບອລກັນສ໌: ຮອງປະທານາ ທິບໍດີ ສະຫະຣັດ ທ່ານ JOE BIDEN ໄດ້ເດີນທາງ ໄປເຖິງບອສເນັຽ-ເຮີເຊໂກວີນາ ຊຶ່ງເປັນບ່ອນຢຸດແວ່ ​ແຫ່ງທຳອິດ ໃນການ ຢ້ຽມຢາມ ແຫຼມ BALKANS ເປັນເວລາ 3 ມື້. ເຮືອບິນ ຂອງທ່ານ BIDEN ໄດ້ລົງຈອດ ທີ່ຊາຣາເຢໂວ ນະຄອນຫລວງ ຂອງບອສເນັຽ ໃນຕອນເຊົ້າ ມື້ນີ້ ບ່ອນທີ່ ຣັຖມຸນຕຣີ ການຕ່າງ ປະເທດ ຂອງ ສະຫະພາບ ຢູໂຣບ ທ່ານ ຮາວີເອ ໂຊລານາ ຈະໄປສົມທົບ​ ກັບທ່ານ. ເຈົ້າໜ້າທີ່ ອະວຸໂສ ທ່ານນຶ່ງ ຂອງ ທຳນຽບຂາວ ກ່າວວ່າ ທ່ານ BIDEN ຈະພົບປະ ກັບ ປະທານາທິບໍດີ ວຽນທັງ 3 ຄົນ ຂອງບອສເນັຽ ເພື່ອສະແດງ ໃຫ້ເຫັນ ໃນອັນທີ່ ທ່ານເວົ້າວ່າ ມີຄວາມ ຈຳເປັນ ທີ່ຈະຕ້ອງ ໄດ້ດຳເນີນງານ ຂ້າມເຂດແດນ ຂອງ ເຊື້ອຊາດ ເຜົ່າພັນ ແລະເສີມສ້າງ ຄວາມເປັນ ເອກກະພາບກັນ. ຄວາມເຄັ່ງຕຶງ ຍັງສູງຢູ່ 13 ປີກວ່າໆ ຫລັງຈາກ ໄດ້ມີການ ລົງນາມ ໃນຂໍ້ຕົກລົງ ສັນຕິພາບ DAYTON ທີ່ໄດ້ແບ່ງ ບອສເນັຽ ຕາມພວກຊົນ ກຸ່ມນ້ອຍ ຄືພວກ ມຸສລິມ ໂຄຣເອເຊັຽ ແລະເຊີເບັຽ. ນອກນັ້ນແລ້ວ ໝາຍກຳນົດ ການເດີນທາງ ຂອງ ຮອງ ປະທານາທິບໍ BIDEN ແມ່ນຍັງ ຮວມທັງ ການຢ້ຽມຢາມ ເຊີເບັຽ ແລະ ໂກໂຊໂວ.

ຣັດເຊັຽ - ສະຫະຣັດ: ການເຈຣະຈາລະ ຫວ່າງ ຣັດເຊັຽ ກັບ ສະຫະຣັດ ກ່ຽວກັບ ຂໍ້ຕົກລົງ ສະບັບໃໝ່ ເພື່ອ ຫລຸດຈຳນວນ ອາວຸດ ນິວເຄລັຽ ທີ່ເກັບ ສະສົມ​ໄວ້ນັ້ນ ໄດ້ເລີ້ມຂຶ້ນ ທີ່ກຸງມົສກູ ໃນ ວັນອັງຄານ ມື້ນີ້. ການເຈຣະຈາ ເປັນເວລາ 2 ມື້ ແມ່ນແນໃສ່ ເພື່ອຮ່າງ ຂໍ້ຕົກລົງ ແທນ ສົນທິສັນຍາ ຫລຸດກຳລັງ ອາວຸດ ຍຸທສາດ ສະບັບປີ 1991 ຊຶ່ງຈະໝົດ ອາຍຸລົງ ໃນເດືອນ ທັນວາ ປີນີ້. ຄະນະເຈຣະຈາ ຫວັງວ່າ ຈະເຮັດໃຫ້ ຄວາມແຕກຕ່າງ ຂອງປະເທດ ທັງສອງ ແຄບລົງ ກ່ອນການ ເດີນທາງ ໄປຢ້ຽມຢາມ ກຸງມົສກູ ຂອງ ປະທາ ນາທິບໍດີ ສະຫະຣັດ ທ່ານ BARACK OBAMA ໃນເດືອນ ກໍຣະກົດ ທີ່ຈະມາ ເຖິງນີ້ ເພື່ອ ເຈຣະຈາ ຫາຣື ກັບ ປະທານາທິບໍດີ ຣັດເຊັຽ ທ່ານ DMITRI MEDVEDEV. ມີທ່າທາງວ່າ ຄະນະ ເຈຣະຈາ ຂອງຝ່າຍ ຣັດເຊັຽ ຈະໃຊ້ ການເຈຣະຈາ ຫາຣື​ ໃນຄັ້ງນີ້ ເວົ້າເຖິງ​ ແຜນການ ຕິດຕັ້ງຣະບົບ ຕໍ່ຕ້ານ ລູກສອນໄຟ ຂອງ​ສະຫະຣັດ ໃນຢູໂຣບ ທີ່ເປັນ ບັນຫາ ໂຕ້ແຍ້ງກັນ ​ແລະ ມົສກູ ໄດ້ຄັດຄ້ານ ຢ່າງແຂງຂັນ. ນອກນີ້ ເຂົາເຈົ້າ ຍັງຢາກໃຫ້ ວາງຂີດ ຈຳກັດ ທັງກ່ຽວກັບ ຈຳນວນ ຫົວຣະເບີດ ນິວເຄລັຽ ແລ ະພາຫາ​ນະ​ ໃນ​ການຍິງ ເຊັ່ນ ລູກສອນໄຟ ແລະ ເຮືອບິນຣົບ ດັ່ງນີ້ ເປັນຕົ້ນ.

ໄຂ້ຫວັດໃຫຍ່: ເຈົ້າໜ້າທີ່ສາທາຣະນະສຸກ ຍີ່ປຸ່ນ ໃຫ້ການ ຢືນຢັນກ່ຽວກັບພວກທີ່ຕິດເຊື້ອ ໄຂ້ຫວັດໃຫຍ່ A H1N1 ໃໝ່ ຫລາຍສິບ ກໍຣະນີ ໃນ ວັນອັງຄານ ມື້ນີ້ ຂະນະທີ່ ຈຳນວນ ພວກທີ່ປ່ວຍ ທັງໝົດ ເພີ້ມຂຶ້ນ ເປັນ 173 ຄົນ. ໄຂ້ຫວັດໃຫຍ່ ທີ່ວ່ານີ້ ຍັງໄດ້ ບັງຄັບໃຫ້ ມີການປິດ ໂຮງຮຽນ ຫຼາຍກວ່າ 4 ພັນບ່ອນ. ການເພີ້ມ ທະວີ​ຂື້ນ ໃນການ ແຜ່ລະບາດ ຂອງ ໄຂ້ຫວັດໃຫຍ່ ຢູ່ໃນຍີ່ປຸ່ນ ມີຂຶ້ນ ຂະນະທີ່ ອົງການ ອະນາມັຍໂລກ ອອກ​ຄຳເຕືອນ ທີ່ກອງປະຊຸມ ປະຈຳປີວ່າ ເຈົ້າໜ້າທີ່ ຄວນຄາດການ ໄວ້ວ່າ ເຊື້ອ ໄຂ້ຫວັດໃຫຍ່ ດັ່ງກ່າວ ຍັງຈະ ແຜ່ລາມ ອອກໄປສູ່ ປະເທດຕ່າງໆ ຕື່ມອີກ. ເຈົ້າໜ້າທີ່ ຍີ່ປຸ່ນ ເວົ້າວ່າ ຈຳນວນ ພວກທີ່ເປັນ ໄຂ້ຫວັດໃຫຍ່ ​ໄດ້​ຖີບ​ຂື້ນ ໃນໄລຍະ ສອງສາມມື້ ຜ່ານມາ ນັບແຕ່ ໄດ້ມີການ ຢືນຢັນ ກ່ຽວກັບ ການແຜ່ລະບາດ ທີ່ເມືອງທ່າ ໂກເບະ ແລະນະຄອນ ໂອຊາກາ ທີ່ຢູ່ໃກ້ຄຽງ. ໃນມື້ ວັນຈັນ ວານນີ້ ໃນຄຳປາສັຍ ເປີດກອງ ປະຊຸມ ປະຈຳປີ ຂອງສະພາ ອະນາມັຍໂລກ ທີ່ນະຄອນ ເຈນີວາ ທ່ານນາງ MARGARET CHAN ຜູ້ອຳນວຍການ ອົງການ ອະນາມັຍໂລກ ເຕືອນວ່າ ເຊື້ອໄຂ້ຫວັດ ໃຫຍ່ທີ່ວ່ານີ້ ແມ່ນທຳນາຍ ໄດ້ຍາກ ແລະບໍ່ມີ ຜູ້ໃດ ສາມາດ ເວົ້າໄດ້ວ່າ ສະຖານະການ ໃນປັດຈຸບັນ ຈະຫັນປ່ຽນ ໄປໃນ ທິດທາງໃດ.

ເຊີນຟັງຂ່າວລາຍລະອຽດ ໂດຍຄລິກບ່ອນສຽງ.

XS
SM
MD
LG