ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Thailand-Laos To Review Electricity Purchase Agreements


ທາງ​ການ​ລາວ ​ແລະ ​ໄທ ຈະ​ຮ່ວມ​ກັນທົບ​ທວນຄືນ​ໃໝ່ ກ່ຽວກັບ​ແຜນການ ​ແລະ ບັນດາ​ຂໍ້​ຕົກລົງ​ວ່າການ​ຊື້ຂາຍ​ກະ​ແສ​ໄຟຟ້າລະຫວ່າງ​ກັນ ​ໂດຍ​ຈະ​ມີ​ການ​ປັບ​ປ່ຽນ​ໃຫ້​ສອດ ຄ້ອງກັບ​ສະຖານະ​ການ​ທາງ​ເສດ​ຖະ​ກິດ ​ແລະ ​ຕົ້ນ​ທຶນ​ທີ່​ເປັນ​ຈິງທັງ​ໃນ​ດ້ານ​ການກໍ່ສ້າງ ​ແລະ ຄວາມ​ຕ້ອງການ​ຊົມ​ໃຊ້​ພະ ລັງງານ​ໄຟຟ້າ​ໃນ​ໄທ ຊຶ່ງ​ການ​ປັບ​ປ່ຽນດັ່ງກ່າວ​ຈະ​ໃຫ້​ແລ້ວ​ເສັດ​ພາຍ​ໃນ​ເດືອນ​ພຶດສະພາ​ເປັນ​ຢ່າງ​ຊ້າ.

ທ່ານ ປະນີທານ ວັດທະນາ​ຍາກ​ອນ ຮັກ​ສາ​ການ​ໂຄສົກ​ລັດຖະບານ​ໄທ ​ໄດ້​ຖະ​ແຫລ​ງ ຢືນຢັນ​ເມື່ອ​ບໍ່ນານ​ມານີ້ວ່າ ໃນໂອກ​າດທີ່ ທ່ານ ສົມ​ສະຫວາດ ​ເລັງ​ສະຫວັດ ຮອງ​ນາຍ​ຍົກ​ລັດຖະມົນຕີ ຜູ້​ປະ ຈຳ​ຄະນະະ​ລັດຖະບານ​ລາວ ​ໄດ້​ເຂົ້າຢ້ຽມຄຳ​ນັບ ​ທ່ານ ​ອະພິສິດ​ ເວ​ສາ​ຊີວະ ນາ​ຍົກ​ລັດຖະມົນ ຕີ​ໄທ​ເມື່ອ​ບໍ່ນານ​ມານີ້ ທັງ​ສອງ​ທ່ານ​ໄດ້ມີ​ການ​ຢິບ​ຢົກ​ເອົາ​ປະ​ເດັນ​ກ່ຽວກັນ​ການ​ຮ່ວມ​ມື​ໃນ​ການ​ພັດ​ທະນາ​ທາງດ້ານພະລັງງານ​ສອງ​ປະ​ເທດ​ຂຶ້ນມາ​ປຶກສາ​ຫາລື​ຮ່ວມ​ກັນ​ເປັນ​ປະ​ເດັນ​ສຳຄັນ. ທັງນີ້​ເຖິງ​ແມ່ນ​ວ່າ ທາງ​ການ​ຂອງ​ທັງ​ສອງ​ຝ່າຍ​ຈະຍັງ​ຄົງ​ຢືນຢັນ​ທີ່​ຈະ​ຮ່ວມ​ມື​ກັນ​ໃນ​ດ້ານ​ດັ່ງກ່າວ​ຕໍ່​ໄປ​ຢ່າງ​ບໍ່ຢຸດ​ຢັ້ງກໍ​ຕາມ ຫາກ​ແຕ່​ວ່າ​ຍ້ອນ​ບັນຫາ​ວິ​ກິ​ດການ​ທາງ​ເສດຖະກິດ ​ແລະ ການ​ເງິນ​ໂລກ ທີ່​ເປັນ​ຢູ່​ໃນ​ເວລາ​ນີ້ ຈຶ່ງ​ເຮັດ​ໃຫ້​ທັງ​ສອງ​ຝ່າຍ ​ເຫັນ​ສອດ​ຄ້ອງ​ກັນ​ວ່າ ຈຳ​ເປັນ​ທີ່​ຈະ​ຕ້ອງ​ມີ​ການ​ທົບ​ທວນຄືນ​ໃໝ່ ທັງ​ໃນ​ສ່ວນ​ທີ່​ກ່ຽວກັບ​ຕົ້ນທຶນ​ຂອງ​ການກໍ່ສ້າງ​ຄືນ ​ແລະ ​ໃນ​ສ່ວນ​ທີ່​ກ່ຽວຂ້ອງກັບ​ຄວາມ​ຕ້ອງການ​ໃນ​ດ້ານ​ພະລັງງານ​ໄຟຟ້າ​ທີ່​ເປັນ​ຈິງ​ຢູ່​ໃນ​ປະ​ເທດ​ໄທ​ອີກ​ດ້ວຍ.

ທ່ານ​ປະນີທານ ​ບອກ​ວ່າການ​ທົບ​ທວນຄືນ​ໃໝ່ ​ເພື່ອ​ປັບປຸງ ​ແລະ ປັບ​ປ່ຽນ ບັນດາ​ບັນດາ​ຂໍ້​ຕົກລົງ ​ແລະ ບັນຍາ​ຊື້ຂາຍ​ກະ​ແສ​ໄຟຟ້າ ລະຫວ່າງ​ລາວ​ກັບ​ໄທ​ດັ່ງກ່າວ​ນີ້ ມີ​ກຳນົດ​ການ​ທີ່​ຈະ​ດຳ​ເນີນ​ການ​ໃຫ້​ແລ້ວ​ເສັດ ກ່ອນ​ທີ່​ທ່ານ​ ບົວ​ສອນ ບຸບພາ​ວັນ ນາ​ຍົກ​ລັດ ຖະມົນຕີລາວຈະ​ເດີນທາງ​ຢ້ຽມຢາມ​ປະ​ເທດ​ໄທ​ຢ່າງ​ເປັນ​ທາງ​ການ​ໃນ​ຊ່ວງ​ເດືອນ​ພຶດສະພາ​ປີນີ້. ທັງນີ້ ຂໍ້​ຕົກລົງ​ສະບັບ​ປັດ ຈຸບັນ ທາງ​ການ​ໄທ​ທີ່​ຈະ​ຮັບ​ຕົກລົງ​ຊື້ກະ​ແສ​ໄຟຟ້າ​ຈາກ​ລາວ​ໃນ​ປະລິມານ​ຈຳ ນວນ 7.000 ເມ​ກາວັດ ​ໂດຍ​ນັບ​ຈາກ​ປີ 2015 ​ເປັນ ຕົ້ນ​ໄປ ຫາກ​ແຕ່​ວ່າ ດ້ວຍ​ບັນຫາ​ວິ​ກິ​ດການ​ທາງ​ເສດຖະກິດ​ການ​ເງິນ​ກໍ​ໄດ້​ເປັນ​ຜົນ​ເຮັດ​ໃຫ້​ກຸ່ມ​ລົງທຶນ​ກໍ່​ສ້າງ​ໃນ​ສາມ​ໂຄງການເຂື່ອນໃນ​ລາວ​ນັ້ນ ຍັງ​ຄົງ​ບໍ່ສາມາດ​ທີ່​ຈະ​ຫາ​ແຫລ່ງ​ເງິນທຶນ​ກູ້​ຢືມ​ໄດ້ເລີຍ ​ເນື່ອງ​ຈາກ​ວ່າ ທາງ​ການ​ຝ່າຍ​ໄທ​ເອງ​ກໍ​ຍັງ​ຄົງ​ບໍ່ ຍອມ​ລົງ​ນາມ​ໃນ​ສັນ ຍາ​ຮັບ​ຊື້ກະ​ແສ​ໄຟຟ້າ​ຢ່າງ​ເປັນ​ທາງ​ການ​ເທື່ອ ​ເພາະ​ທັງ​ສອງ​ຝ່າຍ​ຍັງ​ຄົງ​ບໍ່ສາ ມາດ​ຕົກລົງ​ກັນ​ໄດ້​ກ່ຽວກັບ​ລາຄາ​ຊື້ຂາຍ​ກະ​ແສ​ໄຟຟ້າ​ລະຫວ່າງ​ກັນນັ້ນເອງ. ​ໂດຍ​ສຳ​ລັບຕາມ​ຂໍ້​ຕົກລົງເດີມ​ນັ້ນ ທາງ​ການ​ໄທ ກໍ​ໄດ້​ຕົກລົງ​ໃນ​ຫລັກການທີ່​ຈະ​ຮັບ​ຊື້ກະ​ແສ​ໄຟຟ້າ​ຈາກ 5 ​ໂຄງການ​ໃນ​ລາວ ຊຶ່ງ​ກໍ​ຄື ​ໂຄງການເຂື່​ອນ​ນ້ຳ​ເທີ​ນໜຶ່ງ, ​ໂຄງການ​ເຂື່​ອນ​ນ້ຳອູ່, ໂຄງການເຂື່ອນ​ນ້ຳງຽບ ໜຶ່ງ, ໂຄງການເຄື່ອນ​ນ້ຳງື່ມສາມ, ​ແລະ ໂຄງການ​ຫົວສາລິກ​ໄນ, ຫາກ​ແຕ່​ວ່າ​ຍ້ອນບັນຫາ​ລາຄາ​ນ້ຳມັນທີ່​ປັບ​ຕົວ​ສູງ​ຂຶ້ນຕະຫລອດ​ປີກາຍ ຈຶ່ງ​ເຮັດ​ໃຫ້​ກຸ່ມ​ລົງທຶນ​ໃນ​ໂຄງການເຫລົ່ານີ້ ​ໄດ້​ຮຽກຮ້ອງ​ຂໍ​ໃຫ້​ທາງ​ການ​ໄທ​ປັບ​ຂຶ້ນລາຄາ​ຮັບ​ຊື້ກະ​ແສ​ໄຟຟ້າ​ຈາກ​ພວກ​ຕົນ ​ເພາະ​ຕົ້ນທຶນໃນ​ການ​ກໍ່ສ້າງ​ແພງ ຂຶ້ນ ​ແລະ ​ເຖິງ​ແມ່​ນວ່​າໃນ​ປະຈຸ​ບັນນີ້ ລາຄາ​ນ້ຳມັນ​ຈະ​ໄດ້​ປັບ​ຕົວ​ລົງ​ແລ້ວ​ກໍ​ຕາມ ຫາກ​ແຕ່​ວ່າ ຍ້ອນ​ບັນຫາ​ວິ​ກິ​ດການ​ທາງ​ເສດຖະກິດ​ການ​ເງິນ​ໂລກ​ທີ່​ເປັນ​ຢູ່ ຈຶ່ງ​ເຮັດ​ໃຫ້​ຕ້ອງມີ​ການ​ສະລໍແຜນການ​ລົງທຶນ​ກໍ່ສ້າງເຂື່​ອນ​ໃນ​ລາວ​ໃນ​ໄລຍະ​ນີ້.


ຍິ່ງ​ໄປ​ກວ່າ​ນັ້ນ ​ດ້ວຍ​ບັນ​ຫາ​ວິ​ກິ​ຕະການທາງເສດຖະກິດ​ການ​ເງິນ​ໂລກ ທີ່​ເປັນ​ຢູ່​ໃນເວລາ​ນີ້ ກໍ​ຍັງ​ເຮັດ​ໃຫ້ ນັກ​ອານຸ​ລັກ​ຊັບພະຍາກອນ​ທຳ​ມະ​ຊາດ​ມອງ​ວ່າ ທາງ​ການ​ໄທ ບໍ່ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຮັບ​ຊື້ກະ​ແສ​ໄຟຟ້າ​ຈາກ​ລາວເພີ້ມຕື່ມ​ຂຶ້ນອີກ​ໃນ​ໄລຍະ​ຕໍ່​ໄປ ​ເພາະວ່າ​ປະລິມານ​ໄຟຟ້າ​ສຳຮອງ​ຂອງ​ໄທ ຍັງ​ຄົງ​ເກີ​ນກວ່າ​ລະດັບ​ຄວາມ​ຕ້ອງການ​ທີ່​ເປັນ​ຈິງຢູ່​ພາຍ​ໃນ​ໄທ ​ແລະ ການ​ຊົມ​ໃຊ້​ກະ​ແສ​ໄຟຟ້າ ກໍ​ບໍ່​ໄດ້​ເພີ້ມຂຶ້ນ ຕາມ​ທີ່​ທາງ​ການ​ໄທ​ໄດ້​ຄຶດໄລ່ໄວ້​ກ່ອນໜ້ານີ້​ແຕ່​ຢ່າງ​ໃດ ​ແລະ ພ້ອມ​ກັນນີ້ ທາງ​ການ​ລັດຖະບານ​ໄທ ກໍ​ຍັງ​ມີ​ທາງ​ເລືອກ​ທີ່​ຈະ​ຫັນ​ມາ​ສົ່ງ​ເສີມ ໃຫ້​ພາກ​ເອກະຊົນ ພາຍ​ໃນ​ໄທ​ເອງ ຜະ​ຫລິດ​ພະລັງ ງານ​ທາງ​ເລືອກໃຫ້​ໄດ້​ຫລາຍ​ຂຶ້ນ ​ເພື່ອ​ທົດ​ແທນ​ການ​ນຳ​ເຂົ້າກະ​ແສ​ໄຟຟ້າ​ຈາກ​ລາວ​ໄດ້​ອີກ​ດ້ວຍ.


ຊົງຣິດໂພນເງິນ ລາຍ​ງານ​ຈາກ​ບາງ​ກອກໃນວັນທີ 19 ມີນາ 2009
XS
SM
MD
LG