ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

Laos Expects Thailand To Buy More Electricity


ທາງ​ການ​ລາວ​ມຸ້ງຫວັງວ່າ ທາງ​ການ​ໄທ​ຈະຍັງ​ຄົງ​ຮັກສາ​ລະດັບ​ການ​ຮັບ​ຊື້ກະ​ແສ​ໄຟຟ້າ​ຈາກ​ລາວ ຕາມ​ທີ່​ໄດ້​ຕົກລົງ​ກັນ​ໄວ້ ​ໃນ​ປະລິມານ​ລວມ 7,000 ​megawatts ນັບ​ແຕ່​ປີ 2015 ເປັນຕົ້ນໄປ, ຫາກ​ແຕ່​ວ່າ ຍ້ອນ​ບັນຫາ​ວິ​ກິ​ດ​ການ​ທາງ​ເສດ​ຖະ​ກິດ​ການ​ເງິນ​ໂລກ ທີ່​ໄດ້​ສົ່ງ​ຜົນ​ກະທົບ​ຕໍ່​ເສດ​ຖະ​ກິດ​ໂດຍ​ລວມຂອງ​ໄທ​ດ້ວຍ​ນັ້ນ ກໍ​ໄດ້​ເຮັດ​ໃຫ້​ມີ​ຄວາມ​ເປັນ​ໄປ​ໄດ້ສູງ​ທີ່​ໄທ​ຈະມີ​ການ​ປັບຫ​ລຸດ​ການ​ຊື້ກະ​ແສ​ໄຟຟ້າ​ຈາກ​ລາວ​ໃຫ້ໜ້ອຍລົງ.

ທ່ານ ທອງ​ລຸນ ​ສີສຸ​ລິດ ຮອງ​ນາຍົກ​ລັດຖະມົນຕີີ ​ແລະ ລັດຖະມົນ ຕີວ່າການຕ່າງປະ​ເທດ​ຂອງ​ລາວ ​ໄດ້​ຖະ​ແຫລ​ງເນັ້ນຢ້ຳ ພາຍ ຫລັງ​ຈາກ​ການສິ້ນສຸດກອງ​ປະ​ຊຸມ​ຄະນະ​ກຳມາ​ທິການ​ຮ່ວມ ລະຫວ່າງ​ ລາວ​ກັບໄທ​ ຄັ້ງທີ​ 15 ຊຶ່ງ​ໄດ້​ມີ​ຂຶ້ນຢ່າງ​ເປັນທາງ​ການ ​ໃນ​ລະຫວ່າງ ວັນ​ທີ 23 ຫາ 25 ມີນາ​ ທີ່​ຜ່ານ​ມານີ້ ຢູ່​ເມືອງ​ຫລວາ​ງພະ​ບາງ ດ້ວຍ​ການສະ​ແດງ​ຄວາມ​ມຸ້ງ​ຫວັງ​ວ່າ ທາງ​ການ​ໄທ ຈະ​ຍັງ​ຄົງ​ສືບຕໍ່ຮັກສາ​ລະດັບການ​ຮັບ​ຊື້ກະ​ແສ​ໄຟຟ້າ​ຈາກ​ລາວ ​ໃນ​ປະລິ​ມານ​ລວມ 7,000 ​ເມ​ກາວັດ ນັບ​ຈາກ​ ປີ 2015 ​ເປັນຕົ້ນ​ໄປ ​ຊຶ່ງ​ເປັນ​ໄປ​ຕາມ​ຂໍ້​ຕົກລົງ​ໃນ​ບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ ຮ່ວມ ຫລື MOU ສະບັບ​ໃໝ່ທີ່​ໄດ້​ລົງ​ນາມ​ຮ່ວມກັນ​ລະຫວ່າງ​ນາ​ຍົກ​ລັດຖະມົນຕີຂອງ​ທັງ​ສອງ​ປະ​ເທດ ນັບ​ຈາກ​ປີ 2007 ​ເປັນຕົ້ນມາ​ແລ້ວ ດັ່ງ​ທີ່​ ທ່ານ​ ທອງລຸນ ​ໄດ້​ຖະ​ແຫລ​ງເນັ້ນຢ້ຳ​ໃນ ຕອນໜຶ່ງ ວ່າ:

ສອງ​ຝ່າຍ​ກໍ​ມີ​ຄວາມ​ຍິນ​ດີ ຕໍ່ການ​ພົບ​ປະ​ຂອງ​ສອງ​ນາ​ຍົກ​ລັດຖະມົນຕີ ຂອງ​ສອງ​ປະ​ເທດ ​ເຊິ່ງຝ່າ​ຍ​ໄທ​ໄດ້​ຢືນຢັນ ຈະ​ສືບຕໍ່ຮັບ​ຊື້​ກະ​ແສໄຟຟ້າ​ຂອງ​ລາວ​ທີ່​ໄດ້ເຊັນ​ກັນ ທີ່​ໄດ້​ຕົກລົງ​ກັນ​ເປັນ 7,000 ​ເມ​ກາວັດ​ນັ້ນ ພາຍຫລັງປີ 2015 ຕາມບົດ​ບັນທຶກ​ວ່າ​ດ້ວຍການຮ່ວມມື ​ແລະ ການ​ພັດທະນາພະລັງໄຟຟ້າລະຫວ່າງ​ລາວ​ກັບ​ໄທ ​ໃນ ວັນ​ທີ 22 ທັນວາ ປີ 2007.


ໂດຍ​ພາຍ​ໃຕ້​ຂໍ້​ຕົກລົງ​ດັ່ງກ່າວ​ລະຫວ່າງ​ລາວ​ກັບ​ໄທ ​ໄດ້​ກຳນົດ​ຮ່ວມ​ກັນ​ໄວ້​ວ່າ ຈະ​ໃຫ້ການ​ໄຟຟ້າ​ຝ່າຍ​ຜະຫລິດ​ແຫ່ງ​ປະ​ເທດ​ໄທ ​ເປັນ​ພາກສ່ວນ​ທີ່​ຈະ​ຮັບ​ຊື້ກະ​ແສ​ໄຟຟ້າຈາກ​ລາວ ໂດຍ​ທີ່​ຈະ​ຕ້ອງ​ຮັບຜິດຊອບ​ໃນ​ການ​ເຈ​ລະ​ຈາ​ຮ່ວມ​ກັນ ກັບ​ບັນດາ​ກຸ່ມ​ບໍລິສັດທີ່​ເຂົ້າ​ໄປ​ລົງທຶນ​ກໍ່ ສ້າງ​ເຂື່ອນ ຫລື ​ໂຮງ ງານ​ໄຟຟ້າ​ຢູ່​ໃນ​ລາວ ​ເພື່ອ​ກຳນົດ​ລາຄາ​ຊື້ຂາຍ​ກະ​ແສ​ໄຟຟ້າ​ລະຫວ່າງ​ກັນ​ໃຫ້​ຮຽບຮ້ອຍ ​ແລະ ໃນ​ໄລຍະ​ທີ່​ຜ່ານ​ມາ​ ກໍ​ປະ​ກົດ​ວ່າ​ໄດ້​ມີ​ການ​ກຳນົດ​ບັນດາ​ໂຄງການເຂື່ອນ ຫລື ​ໂຮງງານ​ໄຟຟ້າ​ທີ່​ໄທ ຈະ​ຮັບ​ຊື້ກະ​ແສ​ໄຟຟ້າ​ຈາກ​ລາວ​ແລ້ວ ຊຶ່ງ​ກໍ​ຄື ​ໂຄງການ​ເຂື່ອນ​ນ້ຳ​ເທີນສອງ, ໂຄງການ​ເຂື່ອນ​ນ້ຳ​ເທີນໜຶ່ງ, ໂຄງການ​ເຂື່ອນ​ນ້ຳ​ງຽບ, ໂຄງການ​ເຂື່ອນ​ນ້ຳອູ, ​ໂຄງການ​ເຂື່ອນ​ນ້ຳ​ເທີນຫີນ​ບູນໄລຍະ​ທີ່ ສອງ, ໂຄງການ​ເຂື່ອນ​ນ້ຳ​ງື່ມ ສອງ ​ແລະ ສາມ ລວມ​ໄປ​ເຖິງ ​ໂຄງການ​ຫົງສາລິກ​ໄນ ຊຶ່ງ​ຈະ​ຜະຫລິດ​ກະ​ແສ​ໄຟຟ້າ​ຈາກຖ່ານລິກ​ໄນ ຕັ້ງຢູ່​ໃນ​ເຂດ​ແຂວງ​ໄຊ​ຍະ​ບູລີ​ອີກ​ດ້ວຍ.


​ແຕ່​ຢ່າງ​ໃດ​ກໍ​ຕາມ ກ່ອນໜ້ານີ້ ທ່ານ ປະ​ນິທາ​ນ ວັດ ທະນາ​ຍາກ​ອນ ຮັກສາ​ການ​ໂຄສົກ ລັດຖະ ບານ​ໄທ ກໍ​ໄດ້​ຖະ​ແຫລ​ງການ​ຢືນຢັນ​ວ່າ ​ໃນ​ໂອກາດ​ທີ່​ ທ່ານ ສົມ​ສະຫວາດ ​ເລັງ​ສະ​ຫວັດ ຮອງ​ນາ​ຍົກ​ລັດຖະມົນ ຕີ ຜູ້​ປະຈຳການ​ຄະນະ​ລັດຖະບານ ລາວ ​ໄດ້​ເຂົ້າ ຢ້ຽມຄຳນັບ ທ່ານ ອະພິຊິດ ເວດ​ຊາ​ຊີວະ ນາ​ຍົກ​ລັດຖະມົນຕີຂອງ​ໄທ​ເມື່ອ​ບໍ່ນານ​ມານີ້ ທາງ​ການ​ຂອງ​ທັງ​ສອງ​ຝ່າ​ຍ ​ໄດ້ມີ​ການ​ຢິບ​ຍົກເອົາປະ​ເດັນ ກ່ຽວ ກັບ​ການ​ຮ່ວມ​ມືພັດ​ທະນາທາງ​ດ້ານ​ພະລັງງານ​ລະຫວ່າງ​ກັນ ຂຶ້ນມາ​ປຶກສາ​ຫາລື ​ເພື່ອ​ເປັນປະ​ເດັນ​ສຳຄັນ ​ໃນ​ການ​ທີ່​ຈະ​ຕົກລົງ​ໃນ​ໄລຍະ​ຕໍ່​ໄປ. ທັງນີ້ ​ໂດຍ​ເຖິງ​ແມ່ນ​ວ່າ​ທາງ​ການຂອງ​ທັງ​ສອງ​ຝ່າຍ ຈະ​ຍັງ​ຄົງ​ຢືນຢັນ​ທີ່​ຈະ​ຮ່ວມ​ມື​ກັນ​ໃນ​ດ້ານ​ດັ່ງກ່າວ​ຕໍ່​ໄປ​ຢ່າງ​ບໍ່ຢຸດ​ຢັ້ງກໍ​ຕາມ ຫາກ​ແຕ່​ວ່າ​ດ້ວຍ​ບັນຫາ​ວິ​ກິ​ດ​ການທາງ​ເສດຖະກິດ​ການ​ເງິນ​ໂລກ ທີ່​ເປັນ​ຢູ່​ໃນ​ຂະນະ​ນີ້ ຈຶ່ງ​ເຮັດ​ໃຫ້​ທັງ​ສອງ​ຝ່າຍ​ເຫັນ​ສອດ​ຄອງ​ກັນ​ວ່າ ຈຳ​ເປັນ​ທີ່​ຈະ​ຕ້ອງ​ມີ​ການ​ທົບ​ທວນຄືນໃໝ່ທັງໝົດ ​ໃນສ່ວນ​ທີ່​ກ່ຽວຂ້ອງ​ກັບ​ຕົ້ນ​ທຶນຂອງ​ການ​ສ້າງ​ເຂື່ອນ ​ແລະ ​ໂຮງງານ​ໄຟຟ້າ​ໃນ​ລາວ ​ແລະ ​ໃນ​ສ່ວນ​ທີ່​ກ່ຽວຂ້ອງ ກັບ​ຄວາມ​ຕ້ອງການ​ຊົມໃຊ້​ພະ​ລັງ​ງານ​ໄຟຟ້າ ທີ່​ເປັນ​ຈິງ​ໃນ​ປະ​ເທດ​ໄທ.

ທ່ານ ປະນິທານ ບອກ​ດ້ວຍ​ວ່າ ການທົບ​ທວນຄືນ​ເພື່ອ​ປັບປຸງ ຫລື ປ່ຽນ​ແປງ​ບັນ​ດາ​ຂໍ້​ຕົກລົງ​ ແລະ​ ສັນຍາ​ຊື້ຂາຍ​ກະ​ແສ​ໄຟຟ້າລະຫວ່າງລາວ​ກັບ​ໄທດັ່ງກ່າວ​ນີ້ ມີ​ກຳນົດ​ການ​ທີ່​ຈະ​ດຳ​ເນີນ​ໃຫ້​ແລ້ວ​ເສັດກ່ອນ​ທີ່​ ທ່ານ​ ບົວ​ສອນ ບຸບພາ​ວັນ ນາ​ຍົກ​ລັດຖະມົນຕີ​ລາວ ຈະ​ເດີນທາງ​ຢ້ຽມ ຢາມ​ປະ​ເທດ​ໄທ​ຢ່າງ​ເປັນ​ທາງ​ການ​ໃນ ​ເດືອນ​ພຶດສະພາ ​ປີນີ້ຕໍ່​ໄປ. ຫາ​ກ ແຕ່​ວ່າ​ ດ້ວຍບັນຫາ​ວິ​ກິ​ດ​ການ ທາງ​ເສດຖະກິດ​ການເງິນດັ່ງກ່າວ ກໍ​ໄດ້​ເຮັດ​ໃຫ້​ກຸ່ມ​ລົງທຶນ​ກໍ່ສ້າງ​ເຂື່ອນ​ຢູ່​ໃນ​ລາວ​ຫລາຍໂຄງການ ຍັງ​ຄົງ​ບໍ່ສາມາດ​ທີ່​ຈະ​ຫາ​ແຫລ່ງເງິນ​ທຶນກູ້​ຢືມ​ໄດ້ ​ເນື່ອງຈາກ​ວ່າ​ທາງ​ຝ່າຍ​ໄທ​ເອງ ກໍ​ຍັງ​ຄົງ​ບໍ່ຍອມ​ລົງ​ນາມ​ໃນ​ສັນຍາ​ຮັບ​ຊື້ກະ​ແສໄຟຟ້າ​ຈາກ​ລາວ​ຢ່າງ​ເປັນ​ທາງ​ການ​ອີກ​ດ້ວຍ. ​ເພາະສະນັ້ນ ທັງ​ສອງ​ຝ່າຍ ຈຶ່ງຍັງ​ຄົງ​ບໍ່ສາມາດ​ຕົກລົງ​ກັນ​ໄດ້ ກ່ຽວກັບ​ລາຄາ​ຊື້ຂາຍ​ກະ​ແສ​ໄຟຟ້າ​ລະຫວ່າງ​ກັນ​ນັ້ນ​ເອງ.


ຊົງຣິດ ໂພນເງິນ ລາຍ​ງານ​ຈາກ​ບາງກອກໃນວັນທີ່ 29 ມີນາ 2009

XS
SM
MD
LG