ລັດຖະບານລາວມີພັນທະໜີ້ສິນສາທາຣະນະສູງທີ່ສຸດ ເມື່ອສົມທຽບມູນຄ່າລວມຍອດຜະລິດຕະພັນ ຫຼື GDP ຂອງປະເທດກຳລັງພັດທະນາໃນເອເຊຍຕາເວັນອອກສ່ຽງໃຕ້.
ຜູ້ຊ່ຽວຊານດ້ານການເງິນ ແລະ ການທະນາຄານໃນອາຊຽນເປີດເຜີຍວ່າ ໜີ້ສິນສາທາຣລະນະຂອງລັດຖະບານລາວ ໄດ້ເພີ້ມຂຶ້ນຮອດອັດຕາສະເລ່ຍ 126 ເປີເຊັນຂອງລວມຍອດຜະລິດຕະພັນພາຍໃນ ຫຼື GDP ໃນທ້າຍເດືອນກໍລະກົດ ປີ 2024, ຕົ້ນຕໍແມ່ນມາຈາກການກູ້ຢືມຈາກຕ່າງປະເທດເພື່ອສະໜອງທຶນໃຫ້ແກ່ໂຄງການຕ່າງໆທີ່ລົງທຶນໂດຍລັດຖະບານໃນແຜນການປີ 2024 ໂດຍສະເພາະແມ່ນໂຄງການພັດທະນາພື້ນຖານໂຄງລ່າງທີ່ກວມໄດ້ເອົາ 60 ເປີເຊັນ ຂອງຫນີ້ສິນນັ້ນ ກໍແມ່ນສາເຫດສຳຄັນທີ່ເຮັດໃຫ້ໜີ້ສາທາລະນະຂອງລັດຖະບານລາວມີອັດຕາສ່ວນສູງທີ່ສຸດເມື່ອສົມທຽບມູນຄ່າລວມຍອດຜະລິດຕະພັນພາຍໃນ ຂອງບັນດາປະເທດກຳລັງພັດທະນາໃນເອເຊຍຕາເວັນອອກສ່ຽງໃຕ້ນໍາກັນ. ແຕ່ເນື່ອງຈາກວ່າຫນີ້ສິນຕ່າງປະເທດສ່ວນໃຫຍ່ເປັນຫນີ້ສິນໄລຍະຍາວ, ສະນັ້ນ ຈະບໍ່ສົ່ງຜົນກະທົບ ຫຼື ເຮັດໃຫ້ເສດຖະກິດລາວຊຸດໂຊມລົງໄປຫຼາຍກວ່າສະພາບການທີ່ເປັນຢູ່ໃນປັດຈຸບັນນີ້. ດັ່ງທີ່ຜູ້ຊ່ຽວຊານໄດ້ຢືນຢັນວ່າ:
“ຈິງໆ ປະເທດລາວນີ້ ຖ້າເບິ່ງໂຕເລກແລ້ວ ປະເທດລາວມີໜີ້ສິນຫຼາຍ ອັນນີ້ມັນເປັນສະພາບທີ່ໜັກໜ່ວງ. ໃນຂະນະທີ່ລາວເປັນປະເທດຂະຫນາດນ້ອຍ, GDP ຂອງລາວແມ່ນປະມານ 18 ຕື້, ສະນັ້ນ ມັນເປັນປະເທດຂະຫນາດນ້ອຍ. ແນ່ນອນ, ເມື່ອປະເຊີນກັບວິກິດການເຊັ່ນ Covid, ມັນຈະໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ ແລະໃນປັດຈຸບັນ ພວກເຂົາກໍ່ພະຍາຍາມຫາທາງອອກຢູ່, ແທ້ຈິງແລ້ວ ຖ້າຫາກບອກວ່າຫນີ້ສິນຫຼາຍກວ່າ 100 ເປີເຊັນ ຂອງ GDP ນີ້, ໂຕຈິງແລ້ວ 60 ເປີເຊັນ ແມ່ນເງິນກູ້ໄລຍະຍາວ, ໜີ້ສິນເພື່ອພັດທະນາປະເທດ, ເອົາໜີ້ມາເຮັດເຂື່ອນ, ເອົາໜີ້ມາສ້າງໂຮງໄຟຟ້າ ມາເຮັດໂຄງສ້າງພື້ນຖານ, ມາສ້າງທາງລົດໄຟຄວາມໄວສູງ. ສະນັ້ນ, ເງິນກູ້ເຫຼົ່ານີ້ ກໍ່ບໍ່ຄວນມີບັນຫາທີ່ເງິນຕ້ອງອອກໄປທັນທີ.”
ນອກນີ້ ລັດຖະບານລາວມີພັນທະໃນການຊໍາລະໜີ້ຕ່າງປະເທດ ພ້ອມດ້ວຍດອກເບັ້ຍທີ່ຈະເຖິງກຳນົດການຊໍາລະຄືນສະເລ່ຍແມ່ນ 1.5 ຕື້ໂດລາຕໍ່ປີ, ແຕ່ປີ 2024 ຫາ 2027 ແລະຈະເພີ້ມຂຶ້ນໃນຊຸມປີຕໍ່ໄປ. ນັ້ນກໍຍ້ອນວ່າ ໜີ້ສິນສາທາລະນະຂອງັລຖະບານລາວ ຍັງສືບຕໍ່ເພີ້ມຂຶ້ນໃນແຕ່ລະປີຄື ເພີ້ມຂຶ້ນຈາກ 16.9 ຕື້ໂດລາໃນທ້າຍປີ 2023 ມາເປັນ 17.8 ຕື້ໂດລາ ໃນໄຕມາດທຳອິດຂອງປີ 2024, ແລະຄາດວ່າ ຈະເພ້ມຂຶ້ນເປັນ 18.55 ຕື້ໂດລາ ຫຼື ຫຼາຍກວ່າ 129 ເປີເຊັນ ຂອງ GDP ໃນທ້າຍປີ 2024.
ຍ້ອນວ່າ ລັດຖະບານລາວຍັງຈະຕ້ອງກູ້ຢືມເງິນຈາກຕ່າງປະເທດຕື່ມອີກ. ເພື່ອນຳໃຊ້ເຂົ້າໃນໂຄງການພັດທະນາຕ່າງໆ ເນື່ອງຈາກລາຍຮັບຈາກເງິນຕາຕ່າງປະເທດຂອງລັດຖະບານລາວບໍ່ພຽງພໍກັບລາຍຈ່າຍໂຕຈິງ. ສືບຕໍ່ແກ້ໄຂການຂາດດຸນການຄ້າຕ່າງປະເທດ, ເຊິ່ງເມື່ອລວມເຂົ້າກັບການຫຼຸດລົງຂອງມູນຄ່າຂອງເງິນກີບ ແລະ ຄົນລາວກໍຍັງບໍ່ມີສັດທາໃນເງິນກີບອີກຕໍ່ໄປ ມັນຈຶ່ງເຮັດໃຫ້ມູນຄ່າຂອງເງິນກີບຫຼຸດລົງຫຼາຍກວ່າເກົ່າ. ດັ່ງທີ່ຜູ້ຊ່ຽວຊານດ້ານການເງິນໃນລາວໄດ້ອະທິບາຍວ່າ:
“ລາວສ້າງໜີ້ສາທາລະນະເປັນຈຳນວນຫຼວງຫຼາຍ ແລະສະພາບການສົ່ງອອກກໍບໍ່ຫຼາຍ. ດັ່ງນັ້ນ, ສະຖານະການໜີ້ສິນສາທາລະນະຂອງລາວຈຶ່ງເພີ້ມຂຶ້ນຢ່າງຫຼວງຫຼາຍ. ໄປກູ້ຈີນເພື່ອເຮັດຫຼາຍແນວ ສະນັ້ນ ເງິນມັນກະເລຍອ່ອນຄ່າລົງ ສິ່ງທີ່ເກີດຂຶ້ນແມ່ນປະຊາຊົນລາວໃນເວລານີ້ບໍ່ຢາກຖືເງິນຕາຂອງປະເທດຕົນເອງ ແຕ່ໄປໃຊ້ເງິນບາດ ແລະເງິນໂດລາເປັນຫຼັກຂອງການຊື້ຂາຍຊັບສິນ, ຊັບສິນທີ່ມີລາຄາແພງ ຫຼື ຊື້ຂາຍເປັນຄໍາ.”
ຜູ້ຊ່ຽວຊານດ້ານການເງິນໃນລາວຍັງໄດ້ຢືນຢັນວ່າ ລາວຈະສືບຕໍ່ປະເຊີນໜ້າກັບບັນຫາຂາດເຂີນເງິນຕາຕ່າງປະເທດ ແລະມີຄວາມສ່ຽງສູງທີ່ຫນີ້ຈະເພີ້ມຂຶ້ນໃນລະດັບທີ່ບໍ່ມີເງິນທີ່ຈະຈ່າຍຄືນເງິນກູ້ຢືມ ແລະລາຄາສິນຄ້ານໍາເຂົ້າຈາກຕ່າງປະເທດ ຖ້າຫາກວ່າການຄຸ້ມຄອງການເງິນຂອງລັດຖະບານລາວຍັງຂາດປະສິດທິພາບ ເຊິ່ງເຫັນໄດ້ຈາກຄວາມຈິງທີ່ວ່າ ລາວມີລາຍໄດ້ 2,382 ລ້ານໂດລາຈາກການສົ່ງອອກໄຟຟ້າໃນປີ 2023, ແຕ່ອັນນີ້ ບໍ່ໄດ້ຮັບປະກັນວ່າ ລັດຖະບານລາວຈະໄດ້ຮັບລາຍໄດ້ເງິນຕາເພີ້ມເຕີມແນວໃດ ເພາະລາຍຮັບສ່ວນໃຫຍ່ຕ້ອງໃຊ້ໜີ້ຕ່າງປະເທດ ແລະສິນຄ້າທີ່ນຳເຂົ້າຈາກຕ່າງປະເທດ. ດັ່ງນັ້ນ, ຄັງສຳຮອງເງິນຕາຂອງລັດຖະບານລາວ ຈຶ່ງຫຼຸດລົງຕື່ມອີກ ໂດຍສາມາດນໍາເຂົ້າສິນຄ້າຈາກຕ່າງປະເທດໄດ້ພຽງ 2 ເດືອນເທົ່ານັ້ນ.
ຟໍຣັມສະແດງຄວາມຄິດເຫັນ