ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາສາອັງກິດ ໃນນຶ່ງນາທີ, “get cracking” ແປວ່າ “ເລີ້ມຕົ້ນເຮັດຕອນນີ້/ລົງມືເຮັດດຽວນີ້”


ພາສາອັງກິດ ໃນນຶ່ງນາທີ, “get cracking” ແປວ່າ “ເລີ້ມຕົ້ນເຮັດຕອນນີ້/ລົງມືເຮັດດຽວນີ້”

Welcome to English in a minute. ຍິນ​ດີ​ຕ້​ອນ​ຮັບທ່ານເຂົ້າ​ສູ່ລາຍ​ການ​ພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

If you crack something, you break it. But what does someone mean if they tell you to get cracking?

ຖ້າເຈົ້າເຄາະບາງຢ່າງໃຫ້ແຕກອອກ, ເຈົ້າເຮັດໃຫ້ມັນແຕກ. ແຕ່ມັນໝາຍຄວາມວ່າແນວໃດຖ້າໃຜຄົນນຶ່ງບອກເຈົ້າໃຫ້ ‘get cracking’? ມາຟັງການສົນທະນາໃນການໃຊ້ສຳນວນນີ້ນຳກັນ

Anna: Dan, can you help me with my proposal?

ອານນາ: ແດນ, ເຈົ້າຊ່ວຍຂ້ອຍເລື້ອງບົດສະເໜີຂອງຂ້ອຍແນ່ ໄດ້ບໍ?

Dan: you mean the one that’s due tonight? Let me see what you’ve got.

ແດນ: ເຈົ້າໝາຍເຖິງໂຕທີ່ຈະຮອດກຳນົດໃນຄືນນີ້ຫວາ? ໃຫ້ຂ້ອຍເບິ່ງດຸວ່າ ເຈົ້າມີຫຍັງແນ່ແລ້ວ.

Anna: well, I don’t have much… or, um, anything.

ອານນາ: ຂ້ອຍກໍມີບໍ່ຫຼາຍ... ຫຼື ເອີ, ບໍ່ມີຫຍັງເລີຍ.

Dan: are you serious? You only have… five hours!

ແດນ: ເຈົ້າເວົ້າແທ້ໆຫວານິ? ເຈົ້າ ມີເວລາ... 5 ຊົ່ວໂມງເທົ່ານັ້ນ ໄດ໋!

Anna: well then, we’d better get cracking!

ອານນາ: ຖ້າເປັນແນວນັ້ນ, ພວກເຮົາມາລົງມືເຮັດດຽວນີ້ເລີຍ!

Dan: we?

ແດນ: ພວກເຮົາຫວະ?

“Get cracking” is a way of telling someone to do something right away. You can also say it about yourself, as in, “I should get cracking on my homework.” People sometimes drop the full “ing” sound and just say, get crackin’.

ສຳນວນທີ່ວ່າ “Get cracking” ແມ່ນການບອກໃຜຄົນນຶ່ງ ໃຫ້ເຮັດບາງສິ່ງບາງຢ່າງໃນທັນທີ ຫຼື ຂ້ຽວເຮັດ. ທ່ານຍັງສາມາດເວົ້າໄດ້ວ່າ ມັນກ່ຽວກັບໂຕຂອງທ່ານເອງ, ເຊັ່ນ “ຂ້ອຍຄວນຂ້ຽວເຮັດວຽກບ້ານ.” ບາງຄັ້ງ ຄົນທົ່ວໄປກໍບໍ່ອອກສຽງ “ອິງ” ແບບເຕັມສຽງ ແລະ ພຽງແຕ່ເວົ້າວ່າ get crackin’.

And that's English in a minute.

ແລະ ນັ້ນແມ່ນພາ​ສາ​ອັງ​ກິດ​ໃນ 1 ​ນາ​ທີ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG