ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ກ່າວ​​ວ່າ ຜົນ​ທີ່​ຕາມ​ມາ​ຂອງ​ການບໍ່​ອະ​ນຸ​ມັດ​ການ​ຊ່ວຍ​ເຫຼືອ ຢ​ູ​ເຄ​ຣນ ແມ່ນ​ເປັນ​ຕາ​ຢ້ານຫຼາຍ


Biden to Republican Lawmakers: Consequences of Not Passing Ukraine Aid 'Dire'
please wait

No media source currently available

0:00 0:02:15 0:00

ເຊີນ​ຊົມ​ວິ​ດີ​ໂອ ກ່ຽວ​ກັບ ລາຍ​ງານນີ້.

ຊຸດທຶນການ​ຊ່ວຍ​ເຫຼືອ​ຕ່າ​ງ​ປະ​ເທດ​ມູນ​ຄ່າ 95 ຕື້​ໂດ​ລາ​ທີ່​ຖືກ​ອະ​ນຸ​ມັດ​ໂດຍ​ສະ​ພາ​ສູງ ສະ​ຫະ​ລັດ ເມື່ອ​ຕົ້ນ​ເດືອນນີ້​ແມ່ນ​ຍັງ​ຄ້າງ​ຢູ່​ໃນ​ສະ​ພາ​ຕ່ຳ​ທີ່​ພັກ​ຣີ​ພັບ​ບ​ລີ​ກັນ​ກຳ​ສຽງ​ສ່ວນຫຼາຍ​ຢູ່ນີ້, ເຊິ່ງ​ຈະເປັນໄພ​ອັນຕະລາຍຕໍ່​ການ​ນຳ​ສົ່ງ​ທຶນຊ່ວຍ​ເຫຼືອ 60 ຕື້​ໂດ​ລາ​ໄປ​ໃຫ້ ຢູ​ເຄ​ຣນ ເພື່ອ​ຊ່ວຍ​ເຂົາ​ເຈົ້າ​ເອົາ​ຊະ​ນະ ຣັດ​ເຊຍ. ບັນ​ດາ​ຜູ້​ນຳ​ລັດ​ຖະ​ສະ​ພາ​ໄດ້​ພົບ​ກັບ​ປະ​ທ​າ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໃນ​ວັນ​ອັງ​ຄານ​ທີ່​ຜ່າ​ນ​ມາ ເພື່ອ​ປຶກ​ສາ​ຫາ​ລື ກ່ຽວ​ກັບທາງ​ຕັນ​ດັ່ງ​ກ່າວ.

ໃນ​ຂະ​ນະ​ທີ່​ຊາວ ຢູ​ເຄ​ຣນ ຝັງສົບ​ປະ​ຊາ​ຊົນ​ຂອງ​ເຂົາ​ເຈົ້າ​ທີ່ໄດ້​ເສຍ​ຊີ​ວິດ ແລະ ລະ​ນຶກ​ເຖິງວັນ​ຄົບ​ຮອບ​ສອງ​ປີ​ຂອງ​ການ​ບຸກ​ລຸກ​ຂອງ ຣັດ​ເຊຍ ນັ້ນ,

ຄຳ​ເຕືອນ​ຈາກ​ປະ​ທານ​າ​ທິ​ບໍ​ດີ ສະ​ຫະ​ລັດ ເຖິງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ກໍ​ແມ່ນ​ວ່າ “ຜົນຕິດ​ຕາມ​ມາ​ຂອງ​ການ​ບໍ່​ດຳ​ເນີນ​ການ​ຫຍັງ​ທຸກວັນ ​ໃນຢູ​ເຄ​ຣນ ແມ່ນ​ເປັນ​ຕາ​ຢ້ານຫຼາຍ.”

ປະ​ທານ​ສະ​ພາ​ຕ່ຳ ທ່ານ ໄມ​ຄ໌ ຈອນ​ສັນ ກ່າວ​ວ່າ​ທ່ານ​ຈະ​ບໍ່​ນຳ​ເອົາ​ຊຸດທຶນການ​ຊ່ວຍ​ເຫຼືອຕ່າງປະເທດ 95 ຕື້​ໂດ​ລາມາ, ເຊິ່ງ​ລວມ​ມີ​ການ​ຊ່ວຍ​ເຫຼືອ 14 ຕື້​ໂດ​ລາ​ສຳ​ລັບ ອິ​ສ​ຣາ​ແອ​ລ ແລະ 4.8 ຕື້​ໂດ​ລາ​ສຳ​ລັບ​ບັນ​ດາ​ຄູ່​ພາຄີໃນ ​ອິນ​ໂດ-ປາ​ຊີ​ຟິກ ລວມ​ທັງ ໄຕ້​ຫວັນ, ເພື່ອ​ຕໍ່​ສູ້​ກັບ​ການ​ຮຸກ​ຮານ​ຂອງ ຈີນ, ຈົນ​ກວ່າ​ສະ​ຖາ​ນະ​ການ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ ສະ​ຫະ​ລັດ ແລະ ເມັກ​ຊິ​ໂກ ຈະ​ມີ​ຄວາມ​ປອດ​ໄພ.

ທ່ານ ໄມ​ຄ໌ ຈອນ​ສັນ, ປະ​ທານ​ສະ​ພາ​ຕ່ຳ​ກ່າວ​ວ່າ “ບູ​ລິ​ມະ​ສິດ​ທຳ​ອິດ​ຂອງ​ປະ​ເທດ​ແມ່ນ​ເຂດ​ຊາຍ​ແດນ​ຂອງ​ພວກ​ເຮົາ ແລະ ຮັບ​ປະ​ກັນ​ວ່າ ​ມັນ​ປອດ​ໄພ. ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ ແມ່ນ​ສາ​ມາດ​ໃຊ້​ສິດ​ບໍລິຫານຂອງ​ປະ​ທາ​ນາ​ທິ​ບໍ​ດີ ​ດຽວນີ້​ ໃນ​ມື້ນີ້​ເພື່ອ​ປ່ຽນ​ມັນ.”

ຂໍ້​ຕົກ​ລົງໂດຍ​ສອງ​ພັກ​ການ​ເມືອງ​ເພື່ອ​ທຳ​ກາ​ນ​ປ່ຽນ​ແປງ​ຕໍ່​ກົດ​ໝາຍ​ຄົນ​ເຂົ້າ​ເມືອງ ສະ​ຫະ​ລັດ ສຳ​ລັບ​ການ​ແລກ​ປ່ຽນ​ກັບ​ການ​ຊ່ວຍ​ເຫຼືອ ຢູ​ເຄ​ຣນ ໄດ້​ພັງ​ລົງຫຼັງ​ຈາກ​ການ​ເຈ​ລະ​ຈາກັນມາໄດ້​ສອງ​ເດືອນ ​ຍ້ອນ​ການ​ຄັດ​ຄ້ານ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ. ຜູ້​ນຳ​ສຽງ​ສ່ວນຫຼາຍຂອງ​ສະ​ພາ​ສູງ ທ່ານ ຈັກ ຊູ​ເມີ ໄດ້​ກ່າວ​ວ່າ ​ທ່ານ​ໄດ້​ຮຽກ​ຮ້ອງຕໍ່​ທ່ານ ຈອນ​ສັນ ໂດຍ​ກົງ ​ເພື່ອ​ພິ​ຈາ​ລະ​ນາເຖິງ​ບົດ​ບາດ​ຂອງ​ທ່ານ ​ໃນ​ປະ​ຫວັດ​ສາດ.

ທ່ານ ຈັກ ຊູ​ເມີ ກ່າວ​ວ່າ “ຖ້າ​ເຈົ້າ​ບໍ່​ເຮັດ​ສິ່ງ​ທີ່​ຖືກ​ຕ້ອງ, ສິ່ງ​ໃດ​ກໍ່​ຕາມ ​ທີ່​ເປັນເລື່ອງການ​ເມືອງ, ເຈົ້າ​ຈະ​ເສຍ​ໃຈ ກ່ຽວ​ກັບມັນ.”

ແຕ່​ສະ​ມາ​ຊິກ​ສະ​ພາຕ່ຳ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນຫຼາຍ​ຄົນບໍ່ແນ່ໃຈວ່າ ການ​ຊ່ວຍ​ເຫຼືອຂອງສະ​ຫະ​ລັດ ແກ່ຢູ​ເຄ​ຣນ ຮອບ​ໃໝ່​ ຈະ​ມີ​ຜົນ​ກະ​ທົບ.

ທ່ານ ຣອນ ຈອນ​ສັນ, ສະ​ມາ​ຊິກ​ສະ​ພາ​ສູງ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ກ່າວ​ວ່າ “ຄວາມ​ເປັນ​ຈິງ​ທີ່​ພວກ​ເຮົາ​ຕ້ອງ​ປະ​ເຊີນ ​ກໍ​ແມ່ນ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ຣັດ​ເຊຍ ທ່ານ ວ​ລາ​ດິ​ເມຍ ປູ​ຕິນ ຈະ​ບໍ່​ຜ່າຍ​ແພ້​ໃນ​ສົງ​ຄາມນີ້.”

ພັກ​ເດ​ໂມ​ແຄ​ຣັດ ແມ່ນ​ມີ​ທາງ​ເລືອກ​ໃນ​ການ​ໃຊ້​ຂັ້ນ​ຕອນ​ການ​ວາງ​ແຜນ​ເພື່ອຫຼີກ​ລ່ຽງ​ພັກ​ຣີ​ພັບ​ບ​ລີ​ກັນ, ດ້ວຍ​ການ​ນຳ​ເອົາ​ຮ່າງ​ກົດ​ໝາຍ​ການ​ຊ່ວຍ​ເຫຼືອ​ຕ່າງ​ປະ​ເທດ​ມາ​ລົງ​ຄະ​ແນນ​ສຽງ​ໃນ​ສະ​ພາ​ຕ່ຳ​ໂດຍ​ກົງ. ສະ​ມາ​ຊິກ​ສ​ະ​ພາ​ຕ່ຳ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ເຈ​ມີ ແຣ​ສ​ກິນ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ແຜນ​ການ​ນີ້ໄດ້ຮັບການ​ສະ​ໜັບ​ສະ​ໜູນ​ເພື່ອ​ໃຫ້​ປະ​ສົບ​ຄວາມ​ສຳ​ເລັດ.

ທ່ານ ເຈ​ມີ ແຣ​ສ​ກິນ ກ່າວ​ວ່າ “ຄຳຮ້ອງຂໍປົດຮ່າງ​ກົດ​ໝາຍ​ອອກ ​ຈະ​ມີ​ລາຍ​ເຊັນ​ຂອງບັນດາ​ສະມາ​ຊິກຂອງສະພາຕ່ຳໂດຍສ່ວນຫຼາຍ​ທີ່​ເວົ້າ​ວ່າ ເອົາ​ຮ່າງ​ກົດ​ໝາຍ​ນີ້ ອອກ​ມາຈາກ​ຄະ​ນະ​ກຳ​ມະ​ການ, ເອົາ​ມັນ​ຂຶ້ນ​ມາ​ຜ່ານກອງ​ປະ​ຊຸມ, ແລະ ມາ​ລົງ​ຄະ​ແນນ​ສຽງໂດຍ​ກົງ.”

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຕ່ຳ​ໄດ້​ກັບ​ຄືນ​ມາ​ປະ​ຊຸມ​ກັນ​ໃນ​ວັນ​ພຸດ​ວານນີ້ ແຕ່​ຈະ​ຕ້ອງ​ໄດ້​ເຮັດ​ວຽກໃນ​ທັນ​ທີ ກ່ຽວ​ກັບເງິນ​ທຶນ​ສຳ​ລັບ​ລັດ​ຖະ​ບານ ສະ​ຫະ​ລັດ ທີ່ຈະກາຍ​ຂີດ​ເສັ້ນ​ຕາຍ ໃນ​ວັນ​ທີ 1 ຫາ 8 ມີ​ນານີ້.

As Ukrainians bury their dead and mark the second anniversary of the Russian invasion…

…A warning from the president of the United States to U.S. lawmakers….

“The consequences of inaction every day in Ukraine are dire.”

Speaker of the House Mike Johnson saying he will not bring the $95 billion foreign aid package – which also includes $14 billion in aid for Israel and $4.8 billion for Indo-Pacific partners, including Taiwan, to combat Chinese aggression – until the situation at the U.S.-Mexico border is secured.

“The first priority of the country is our border and making sure it's secure. I believe the president can take executive authority right now today [to?] change that.”

A bi-partisan agreement to make changes to U.S. immigration law in return for aid to Ukraine fell apart after months of negotiation due to Republican objections. Senate Majority Leader Chuck Schumer said he called directly on Johnson to consider his role in history.

“If you don't do the right thing — whatever the immediate politics are — you will regret it.”

But many Congressional Republicans doubt that a new round of U.S. aid to Ukraine will have an impact.

“The reality we have to face is that [Russian President] Vladimir Putin will not lose this war.”

Democrats do have the option of using a procedural maneuver to bypass Republicans, directly bringing the foreign aid bill up for a vote on the House floor. Democratic Representative Jamie Raskin tells VOA that maneuver has the support to succeed.

“The discharge petition would have the signatures of a majority of members of Congress saying, 'Get this bill out of committee, put it on the floor, and let's have an up or down vote.'

House lawmakers come back into session Wednesday but will immediately have to work on funding the U.S government past March 1st and 8th deadlines.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG