ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ຊາ​ຊົນລາວ​ໄດ້​ຮັບ​ຜົນ​ກະ​ທົບ​ຈາ​ການ​ອະ​ນຸ​ຍາດ​ສຳ​ປະ​ທານ​ໃຫ້​ເຊົ່າ​ທີ່​ດິນ ແລະ ການ​ຂຸດ​ແຮ່​ທາດ​ເພີ່ມ​ຂຶ້ນ​ນັບ​ມື້


​ພາບ​ບ້ານ​ຈັດ​ສັນ​ໃຫ້​ແກ່​ພວກ​ທີ່​ຖືກ​ຍົກ​ຍ້າຍ​ອອກ​ຈາກ​ທີ່​ດິນ ທີ່ເວນ​ຄືນໃຫ້​ລັດ​ຖະ​ບານ ເພື່ອກໍ່​ສ້າງ​ເຂື່ອນ​ນ້ຳ​ອູ
​ພາບ​ບ້ານ​ຈັດ​ສັນ​ໃຫ້​ແກ່​ພວກ​ທີ່​ຖືກ​ຍົກ​ຍ້າຍ​ອອກ​ຈາກ​ທີ່​ດິນ ທີ່ເວນ​ຄືນໃຫ້​ລັດ​ຖະ​ບານ ເພື່ອກໍ່​ສ້າງ​ເຂື່ອນ​ນ້ຳ​ອູ

ປະ​ຊາ​ຊົນລາວ​ໄດ້​ຮັບ​ຜົນ​ກະ​ທົບ​ຈາ​ການ​ອະ​ນຸ​ຍາດ​ສຳ​ປະ​ທານ​ໃຫ້​ເຊົ່າ​ທີ່​ດິນ ແລະ ການ​ຂຸດ​ແຮ່​ທາດ​ເພີ່ມ​ຂຶ້ນ​ນັບ​ມື້​ໂດຍ​ສະ​ເພາະ​ແມ່ນ​ຜົນ​ກະ​ທົບ​ຈາກ​ສຳ​ປະ​ທານ​ທີ່​ດິນ ແລະ ເໝືອງ​ແຮ່​ທີ່​ບໍ່​ຖືກ​ກົດ​ໝາຍ​ນັ້ນ.

ເຈົ້າ​ໜ້າ​ທີ່​ໃນ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ແຂວງວຽງ​ຈັນ ເປີດ​ເຜີຍ​ວ່າ​ການ​ອະ​ນຸ​ຍາດ​ໃຫ້​ສຳ​ປະ​ທານ​ທີ່​ດິນແກ່​ເອ​ກະ​ຊົນ​ລາວ ແລະ ຊາວ​ຕ່າງ​ຊາດ​ທີ່​ຂາດ​ການ​ປະ​ສານ​ງານ​ກັນ​ລະ​ຫວ່າງ​ຂັ້ນ​ສູນ​ກາງ​ກັບ​ທ້ອງ​ຖິ່ນ​ໄດ້​ສ້າງ​ບັນ​ຫາ​ຫຍຸ້ງ​ຍາກ​ໃຫ້​ກັບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ລາວ​ເພີ່ມ​ຂຶ້ນ​ນັບ​ມື້ ເພາະ​ວ່າ​ການ​ອະ​ນຸ​ຍາດ​ໃຫ້​ສຳ​ປະ​ທານ​ທີ່​ດິນ​ດັ່ງ​ກ່າວນອກ​ຈາກ​ຈະ​ບໍ່​ໄດ້​ປະ​ຕິ​ບັດຕາມ​ລະ​ບຽບ​ກົດ​ໝາຍ​ຢ່າງ​ແທ້​ຈິງ​ແລ້ວ ຍັງ​ບໍ່​ມີ​ການກວດ​ກາ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄ​ງ​ການ​ຕົວ​ຈິງ​ອີກ​ດ້ວຍ ໂດຍ​ສະ​ເພາະ​ແມ່​ນ​ສຳ​ປະ​ທານ​ທີ່​ດິນ​ເພື່ອ​ປູກ​ກ້ວຍ​ຫອມ​ທີ່​ອະ​ນຸ​ຍາດ​ໃຫ້​ແກ່​ບັນ​ດາ​ບໍ​ລິ​ສັດ​ເອ​ກະ​ຊົນ​ຈີນ​ນັ້ນ ກໍ​ຄື​ບັນ​ດາ​ໂຄງ​ການ​ທີ່​ປະ​ຊາ​ຊົນ​ລາວ​ມີ​ຄວາມ​ກັງ​ວົນ​ໃຈ​ວ່າ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ໃນ​ແຂວງວຽງ​ຈັນ​ຢ່າງກວ້າງ​ຂວາງ​ໃນ​ເວ​ລານີ້ ດັ່ງ​ເຈົ້າ​ໜ້າ​ທີ່​ໃນ​ສະ​ພາ​ປະ​ຊາ​ຊົນ​ແຂວງວຽງ​ຈັນ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ບັນ​ຫາ​ການ​ປູກ​ກ້ວຍ​ຂອງ​ບໍ​ລິ​ສັດ​ຈີ​ນເ​ນາະ ເພາະ​ວ່າ​ເຂົາ​ເຈົ້າ​ໄປ​ເຊົ່າ​ດິນ​ປູກ​ໄຮ່​ນຶ່ງ 700,000 ກີບ, ສັນ​ຍາ​ເຊົ່າ 8 ປີ​ແຕ່​ຈ່າຍ​ພຽງ 4 ປີ. ບັນ​ຫາ​ສຳ​ຄັນ​ທີ່​ສິ​ເກີດ​ຂຶ້ນ​ຕາມ​ມາ​ພາຍຫຼັງ​ແມ່ນ​ເລື່ອງ​ການ​ທີ່​ເຂົາ​ເຈົ້າ​ປ່ອຍ​ນ້ຳ​ເສຍ​ລົງ​ໜອງ​ທຳ​ມະ​ຊາດ. ບາດ​ເຂົາ​ເຈົ້າ​ຕັດ​ໝາກ​ກ້ວຍ​ແລ້ວ​ສິ​ສົ່ງ​ໄປ​ປະ​ເທດ​ເຂົາ​ເຈົ້າ​ນັ້ນ​ນະ ເຂົາ​ເຈົ້າ​ສິ​ແສ່​ນ້ຳ​ຢາ​ຫັ້ນ​ນະ ແລ້ວ​ເຂົາ​ເຈົ້າ​ສິ​ປ່ອຍ​ລົງ​ໃສ່​ໜອງ​ໃຫຍ່​ທີ່​ວ່າ​ລ້ຽງ​ປະ​ຊາ​ຊົນ​ແຂວງວຽງ​ຈັນ ໜອກ​ບັກ​ໃຫຍ່​ໆ​ຫັ້​ນ​ຄັນ​ປ່ອຍ​ລົງ​ຫັ້ນ​ປາ​ຕາຍ, ມີ​ບັນ​ຫາ​ໜັກ. ບາດ​ເກີດ​ເດືອດ​ຮ້ອນ​ມາ​ແລ້ວ​ສິ​ແກ້​ໄຂໄດ້ແນວ​ໃດ.”

ໃນ​ປັດ​ຈຸ​ບັນ​ນີ້​ທາ​ງ​ການ​ລາວ​ໄດ້​ອະ​ນຸ​ຍາດ​ໃຫ້​ສຳ​ປະ​ທານ​ທີ່​ດິນ​ແກ່​ເອ​ກະ​ຊົນ​ລາວ ແລະ ບໍ​ລິ​ສັດ​ຕ່າງ​ຊາດ​ໄປ​ແລ້ວ​ຈຳ​ນວນ​ທັງ​ໝົດ 2,223 ໂຄງ​ການ​ໂດຍ​ມີ​ພື້ນ​ທີ່​ສຳ​ປະ​ທານ​ລວມ​ກັນ​ກວ້າງ​ກວ່າ 11 ລ້ານ​ເຮັກ​ຕາ​ໃນ​ທົ່ວ​ປະ​ເທດ, ຄິດ​ເປັນ 46 ເປີ​ເຊັນ​ຂອງ​ພື້ນ​ທີ່​ທັງ​ໝົດ​ໃນ​ລາວ ຊຶ່ງ​ສ່ວນ​ໃຫຍ່​ເປັນ​ການ​ອະ​ນຸ​ຍາດ​ທີ່​ຜິດ​ກົດ​ໝາຍ ທັງ​ຍັງ​ບໍ່​ມີ​ການ​ສຳຫຼວດ ແລະ ກວດ​ກາ​ພື້ນ​ທີ່​ສຳ​ປະ​ທານ​ຕົວ​ຈິງ​ອີກ​ດ້ວຍ ອັນ​ເຮັດ​ໃຫ້​ເກີດ​ມີ​ໂຄງ​ການ​ທີ່​ຈັດ​ຕັ້ງ​ປະ​ຕິ​ບັດ​ບໍ່​ເປັນ​ໄປ​ຕາມ​ສັນ​ຍາ​ຈຳ​ນວນຫຼາຍ ໂດຍ​ສະ​ເພາະ​ແມ່ນ​ໂຄງ​ການ​ຂຸດ​ຄົ້ນ​ແຮ່​ທາດ​ຜິດ​ກົດ​ໝາຍ​ທີ່​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ​ໃນ​ແຂວງ​ໄຊ​ສົມ​ບູນ​ນັ້ນ ດັ່ງ​ເຈົ້າ​ໜ້າ​ທີ່ກວດ​ກາ​ໃນ​ແຂວງ​ໄຊ​ສົມ​ບູນ ຢືນ​ຢັນ​ວ່າ

“ປັດ​ຈຸ​ບັນ​ນີ້​ຢູ່​ໃນ​ແຂວງ​ໄຊ​ສົມ​ບູນ ບໍ​ລິ​ສັດ​ໃນ​ການ​ລົງ​ທຶນ​ກະ​ປະ​ມານ 68 ບໍ​ລິ​ສັດ​ໃນ 68 ບໍ​ລິ​ສັດ​ຫັ້ນ​ທີ່​ມີ​ບັນ​ຫາ​ເນາະ 30 ບໍ​ລິ​ສັດ​ ຈັ່ງ​ຊັ້ນ​ລະ​ໂລຫະ ແລະ ອະໂລ​ຫະ​ນີ້ ເປັນ​ສ່ວນ​ນຶ່​ງ​ຂອງ​ການ​ອະ​ນຸ​ຍາດ​ໃນ​ຂັ້ນ​ທ້ອງ​ຖິ່ນ​ຈະ​ເປັນ​ບັນ​ຫາ​ຂໍ້​ຫຍຸ້ງ​ຍາກ​ຢູ່​ບ່ອນ​ວ່າ​ຕິດ​ພັນ​ກັບ​ແຮ່ ຫຼັງ​ຈາກ​ອະ​ນຸ​ຍາດ​ເລື່ອງ​ຫີນ-ເລື່ອງ​ຊາຍ​ໄປ​ແລ້ວ ບາງ​ບໍ​ລິ​ສັດ​ກະ​ເຫັນ​ວ່າ​ມີ​ແຮ່​ທາດ ກະ​ມີ​ການ​ຄົ້ນ​ຄວ້າ​ໂດຍບໍ່​ມີ​ການ​ລາ​ຍງານ​ບາງ​ໂຮງ​ງານ​ໃຫ້​ມີ​ການ​ຄົ້ນ​ວ​ວ້າ, ສຶກ​ສາ​ຂໍ້​ມູນ​ແຕ່​ໄປ​ເຮັດ​ໂຮງ​ງານ​ການ​ຜະ​ລິດ​ໂດຍ​ກົງ.”

ຍິ່ງ​ໄປ​ກວ່າ​ນັ້ນ​ການ​ອະ​ນຸ​ຍາດ​ໃຫ້​ສຳ​ປະ​ທານ​ທີ່​ດິນ​ຈຳ​ນວນຫຼາຍ​ຍັງ​ເຮັດ​ໃຫ້​ເກີດ​ການ​ຂັດ​ແຍ້ງ​ໃນ​ສັງ​ຄົມ​ລາວ​ຢ່າງກວ້າງ​ຂວາງ​ອີກ​ດ້ວຍ​ເພາະ​ພະ​ນັກ​ງານ​ລັດ​ໃຊ້​ອຳ​ນາດ​ໜ້າ​ທີ່​ຍາດ​ແຍ່ງ​ເອົາ​ທີ່​ດິນ​ຂອງ​ປະ​ຊາ​ຊົນ​ເພື່ອ​ນຳ​ໄປ​ສົ່ງ​ມອບ​ໃຫ້​ກັບ​ນັກ​ທຸ​ລະ​ກິດ​ໂດຍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຕອບ​ແທນ​ເປັນ​ການ​ສ່ວນ​ຕົວ​ເປັນ​ສຳ​ຄັນ. ສ່ວນ​ປະ​ຊາ​ຊົນ​ຜູ້​ທີ່​ຖືກ​ຍາດ​ແຍ່ງ​ເອົາ​ທີ່​ດິນ​ກັບ​ໄດ້​ຮັບ​ຄ່າ​ຊົດ​ເຊີຍ​ໃນ​ອັດ​ຕາ​ທີ່​ຕ່ຳຫຼາຍ​ເມື່ອ​ສົມ​ທຽບ​ກັບ​ລາ​ຄາ​ທີ່​ດິນ​ຕົວ​ຈິງໂດຍ​ເຖິງ​ແມ່ນ​ວ່າ​ປະ​ຊາ​ຊົນ​ລາວ​ທີ່​ໄດ້​ຮັ​ບ​ຜົນ​ກະ​ທົບ​ຈະ​ໄດ້​ຮ້ອງ​ຮຽນ​ຕໍ່​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ເປັນ​ຈຳ​ນວນຫຼາຍ​ກໍ​ຕາມ ແຕ່​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດກໍ​ດຳ​ເນີນ​ມາດ​ຕະ​ການ​ໄດ້​ພຽງ​ການ​ສະ​ເໜີ​ຕໍ່​ຄະ​ນະ​ກວດ​ກາ​ພັກ-ລັດ​ດຳ​ເນີນ​ການກວດ​ສອບ​ຕາມ​ການ​ຮ້ອງ​ຂໍ​ດັ່ງ​ກ່າວ​ເທົ່າ​ນັ້ນ.

ກ່ອນ​ໜ້ານີ້​ທ່ານ​ ສອນ​ໄຊ ສີ​ພັນ​ດອນ ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ອ​ອກ​ຄຳ​ສັ່ງ​ໄປ​ເຖິງ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ເພື່ອ​ໃຫ້​ດຳ​ເນີນ​ມາດ​ຕະ​ການກວດ​ກາ​ສຳ​ປະ​ທານ​ທີ່​ດິນ​ທຸກ​ໂຄງ​ການ​ໃນ​ທົ່ວ​ປະ​ເທດ ແຕ່​ວ່າ​ທີ່​ຜ່ານ​ມາ​ກໍ​ໄດ້​ມີ​ການ​ຍົກ​ເລີກ​ສຳ​ປະ​ທານ​ທີ່​ດິນ​ໄດ້​ພຽງ 101 ໂຄງ​ການ​ເທົ່າ​ນັ້ນ​ຈາກ​ທັງ​ໝົດ 2,223 ໂຄງ​ການ ຊຶ່ງ​ໃນ​ນີ້​ເກີນກວ່າ 1,700 ໂຄງ​ການ​ເປັນ​ສຳ​ປະ​ທານ​ທີ່​ດິນ​ຂອງ​ບັນ​ດາ​ບໍ​ລິ​ສັດ​ເອ​ກະ​ຊົນ​ຈາກ​ຈີນ ແລະ ຈຳ​ນວນຫຼາຍກວ່າ 1,300 ໂຄງ​ການ​ເປັນ​ການ​ອະ​ນຸ​ຍາດ​ໃຫ້​ສຳ​ປະ​ທານ​ໂດຍ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຈຶ່ງ​ເຮັດ​ໃຫ້​ການ​ດຳ​ເນີນ​ມາດ​ຕະ​ການກວດ​ກາ​ໂດຍ​ອຳ​ນາດ​ຂັ້ນ​ສູນ​ກາງ​ສາ​ມາດ​ຈັດ​ຕັ້ງ​ໄດ້​ຢ່າງ​ຈຳ​ກັດ ເພາະ​ວ່າບໍ່​ໄດ້​ຮັບ​ການ​ຮ່ວ​ມ​ມື​ຈາກ​ພະ​ນັກ​ງານ​ລັດ​ທີ່​ລະ​ດັບ​ທ້ອງ​ຖິ່ນ​ຈຶ່​ງ​ເຮັດ​ໃຫ້​ກວດ​ກາ​ໄດ້​ພຽງ​ແຕ່ 460 ໂຄງ​ການ​ເທົ່າ​ນັ້ນ.

ສ່ວນ​ທ່ານ​ນາງ ບຸນ​ຄຳ ວໍ​ລະ​ຈິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ກໍ​ໄດ້​ຖະ​ແຫຼງ​ຢືນ​ຢັນ​ວ່າ​ໃນ​ປັດ​ຈຸ​ບັນ​ມີ​ປະ​ຊາ​ຊົນ​ລາວຫຼາຍກວ່າ 628,000 ຄອບ​ຄົວ​ທີ່​ຄອບ​ຄອງ​ທີ່​ດິນ​ຢູ່​ໃນ​ເຂດ​ປ່າ​ສະ​ຫງວນ​ຂ​ອງ​ລັດ​ຈຶ່ງບໍ່​ມີ​ສິດ​ໃນ​ທີ່​ດິນ ແລະ ຈະ​ຕ້ອງ​ຖືກ​ຍົກ​ຍ້າຍ​ອອກ​ຈາກ​ທີ່​ດິນ​ດັ່ງ​ກ່າວ​ໄປ​ຢູ່​ໃນ​ເຂດ​ຈັດ​ສັນ​ໃໝ່​ໃນ​ໄລ​ຍະ​ຕໍ່​ໄປ.

ສ່ວນ​ທ່ານ​ນາງ ບຸນ​ຄຳ ວໍ​ລະ​ຈິດ ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ​ກໍ​ໄດ້​ຖະ​ແຫຼງ​ຢືນ​ຢັນ​ວ່າ​ໃນ​ປັດ​ຈຸ​ບັນ​ມີ​ປະ​ຊາ​ຊົນ​ລາວຫຼາຍກວ່າ 628,000 ຄອບ​ຄົວ​ທີ່​ຄອບ​ຄອງ​ທີ່​ດິນ​ຢູ່​ໃນ​ເຂດ​ປ່າ​ສະ​ຫງວນ​ຂອງ​ລັດ ຈຶ່ງບໍ່​ມີ​ສິດ​ໃນ​ທີ່​ດິນ ແລະ ຈະ​ຕ້ອງ​ຖືກ​ຍົກ​ຍ້າຍ​ອອກ​ຈາກ​ທີ່​ດິນ​ດັ່ງ​ກ່າວ​ໄປ​ຢູ່​ໃນ​ເຂດ​ຈັດ​ສັນ​ໃໝ່​ໃນ​ໄລ​ຍະ​ຕໍ່​ໄປ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG