ປະຊາຊົນລາວຍັງຕ້ອງປະເຊີນກັບບັນຫາຄ່າຄອງຊີບທີ່ເພີ່ມສູງຂຶ້ນຕໍ່ໄປ ໃນຂະນະທີ່ເງິນກີບຍັງສືບຕໍ່ອ່ອນຄ່າລົງ ຍ້ອນລັດຖະບານບໍ່ສາມາດຄວບຄຸມອັດຕາແລກປ່ຽນ ແລະ ລາຄາສິນຄ້າໃນຕະຫຼາຍໄດ້ເລີຍ.
ນັກທຸລະກິດລາວໃຫ້ທັດສະນະວ່າອັດຕາເງິນເຟີ້ໃນລາວທີ່ໄດ້ປັບຕົວຫຼຸດລົງຢ່າງຕໍ່ເນື່ອງຄືຈາກລະດັບສູງສຸດ 41.26 ເປີເຊັນເມື່ອເດືອນກຸມພາ 2023 ລົງມາຢູ່ທີ່ລະດັບ 25.83 ເປີເຊັນ ແລະ 25.24 ເປີເຊັນໃນເດືອນຕຸລາ ແລະ ພະຈິກ 2023 ທີ່ຜ່ານມານັ້ນບໍ່ໄດ້ສົ່ງຜົນໃຫ້ລະດັບຄ່າຄອງຊີບໃນ ລາວ ຫຼຸດລົງແຕ່ຢ່າງໃດ ໂດຍເຫັນໄດ້ຈາກດັດຊະນີລາຄາການຊົມໃຊ້ທີ່ເພີ່ມຂຶ້ນຈາກລະດັບ 172.27 ເປີເຊັນໃນເດືອນກຸມພາ 2023 ເປັນ 206.75 ເປີເຊັນ ແລະ 208.13 ເປີເຊັນໃນເດືອນຕຸລາ ແລະ ພະຈິກ 2023 ແລະ ຍັງຈະປັບຕົວສູງຂຶ້ນອີກໃນໄລຍະຕໍ່ໄປນີ້ ຖ້າຫາກວ່າລັດຖະບານລາວ ຍັງບໍ່ສາມາດທີ່ຈະຄວບຄຸມອັດຕາແລກປ່ຽນເງິນຕາ ແລະ ລາຄາສິນຄ້າໃນຕະຫຼາດໄດ້ຢ່າງແທ້ຈິງ ທັງທີ່ວ່າລັດຖະບານລາວໄດ້ດຳເນີນມາດຕະການຕ່າງໆເພື່ອແກ້ໄຂບັນຫາດັ່ງກ່າວນີ້ນັບເປັນໄລຍະເວລາກວ່າ 1 ປີມາແລ້ວ ແຕ່ສະພາບການກໍຍັງບໍ່ດີຂຶ້ນແຕ່ຢ່າງໃດ ດັ່ງທີ່ນັກທຸລະກິດລາວໃຫ້ການຢືນຢັນວ່າ
“ສະພາບການແກ້ໄຂບັນຫາເງິນເຟີ້ຕະຫຼອດໄລຍະ 1 ປີທີ່ຜ່ານມາພາຍຫຼັງທີ່ມີການປັບປຸງກົງຈັກຂອງລັດຖະບານມານີ້ກໍຍັງເຫັນວ່າ ສະພາບການຍັງບໍ່ທັນແກ້ໄຂຜ່ອນຄາຍລົງໄດ້ເທື່ອ ສະພາບການປັ່ນປ່ວນຂອງເງິນຕາ, ອັດຕາແລກປ່ຽນ, ສິນຄ້າລາຄາແພງກະຍັງເພີ່ມຂຶ້ນຢູ່, ບັນດາສິນຄ້າຕ່າງໆຢູ່ໃນຫ້າງຮ້ານນີ້ລ້ວນແຕ່ຮຽກເປັນເງິນຕາ ອັນນີ້ບໍ່ມີຫຍັງປ່ຽນແປງ ແລະ ອັດຕາແລກປ່ຽນນີ້ທຽບນີ້ແມ່ນທຽບທາງນອກທັງໝົດ.”
ໃນໄລຍະຜ່ານມາ ລັດຖະບານ ລາວ ໄດ້ແກ້ໄຂບັນຫາເງິນເຟີ້ດ້ວຍການອອກພັນທະບັດເປັນສະກຸນເງິນກີບເຖິງ 5 ຄັ້ງໃນ 9 ເດືອນຕົ້ນປີ 2023 ທີ່ເຮັດໃຫ້ທະນາຄານແຫ່ງຊາດລາວ ສາມາດຄວບຄຸມປະລິມານເງິນກີບໃນຕະຫຼາດໄດ້ຫຼາຍຂຶ້ນຫາກແຕ່ການທີ່ ລາວ ຍັງຕ້ອງນຳເຂົ້າສິນຄ້າອຸປະໂພກບໍລິໂພກຈາກຕ່າງປະເທດທີ່ຕ້ອງຊຳລະລາຄາດ້ວຍເງິນຕາຕ່າງປະເທດເຊັ່ນ ເງິນບາດ ແລະ ໂດລາ ຈຶ່ງເຮັດໃຫ້ການອອກພັນທະບັດດັ່ງກ່າວບໍ່ໄດ້ສົ່ງຜົນເຮັດໃຫ້ລາຄາສິນຄ້າຫຼຸດລົງແຕ່ຢ່າງໃດ ເພາະສະພາບການທີ່ເປັນຈິງກໍຄືລັດຖະບານລາວ ບໍ່ສາມາດຄວບຄຸມລາຄາສິນຄ້າທີ່ນຳເຂົ້າຈາກຕ່າງປະເທດໄດ້ເລີຍ ຊຶ່ງກໍເຊັ່ນດຽວກັນກັບການທີ່ບໍ່ສາມາດຄວບຄຸມອັດຕາແລກປ່ຽນເງິນຕາໄດ້ຢ່າງແທ້ຈິງ ອັນເຮັດໃຫ້ຄ່າເງິນກີບຕົກຕ່ຳລົງເລື້ອຍມາ ທັງຍັງມີອັດຕາທີ່ແຕກໂຕນກັນຫຼາຍຂຶ້ນອີກດ້ວຍຄືໃນຂະນະທີ່ອັດຕາແລກປ່ຽນທາງການຢູ່ທີ່ອັດຕາສະເລ່ຍ 608 ກີບຕໍ່ 1 ບາດ ແລະ 20,743 ກີບຕໍ່ 1 ໂດລາແຕ່ວ່າອັດຕາແລກປ່ຽນໃນຕະຫຼາດຊ້ຳພັດສູງເຖິງ 670 ກີບຕໍ່ 1 ບາດແລະ 22,750 ກີບຕໍ່ 1 ໂດລານັ້ນ ຈຶ່ງເຮັດໃຫ້ລັດຖະບານລາວ ຈະຕ້ອງເພີ່ມມາດຕະການອື່ນໆເຂົ້າໃນການແກ້ໄຂບັນຫາຕື່ມອີກ ໂດຍສະເພາະແມ່ນການຄວບຄຸມລາຍຮັບເງິນຕາຂອງທຸລະກິດການຄ້າຂາອອກ-ຂາເຂົ້ານັ້ນ ດັ່ງທີ່ທ່ານ ບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງຊາດຖະແຫຼງຢືນຢັນວ່າ
“ຈະເປັນເຈົ້າການສົມທົບກັບກະຊວງການເງິນ, ກະຊວງອຸດສາຫະກຳ-ການຄ້າ ແລະ ການຄຸ້ມຄອງຜູ້ນຳເຂົ້າ-ສົ່ງອອກຈະໃຫ້ບັນດາບໍລິສັດຜູ້ສົ່ງອອກຂະໜາດໃຫຍ່ສຳເລັດການຈົດທະບຽນຜູ້ນຳເຂົ້າ-ສົ່ງອອກ ແລະ ແຈ້ງບັນຊີສະເພາະໃນການຮັບເອົາເງິນຈາກການສົ່ງອອກສິນຄ້າໄປຕ່າງປະເທດ ພ້ອມນີ້ກໍສ້າງກົນໄກທີ່ເຊື່ອມຈອດຂໍ້ມູນລະຫວ່າງຂະແໜງການເພື່ອຕິດຕາມລາຍຮັບຈາກການສົ່ງອອກຜ່ານລະບົບທະນາຄານພ້ອມທັງໃຊ້ມາດຕະການເຂັ້ມງວດຕໍ່ຜູ້ສົ່ງອອກທີ່ບໍ່ປະຕິບັດລະບຽບດັ່ງກ່າວ.”
ສ່ວນເຈົ້າໜ້າທີ່ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຍອມຮັບວ່າການດຳເນີນມາດຕະການຄວບຄຸມລາຄາສິນຄ້າທີ່ບໍ່ມີປະສິດທິພາບນອກຈາກຈະກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງກວ້າງຂວາງ ເພາະຕ້ອງແບກຮັບພາລະຄ່າຄອງຊີບທີ່ປັບຕົວສູງຂຶ້ນນັບມື້ນັ້ນການທີ່ຄ່າເງິນກີບຂອງລາວບໍ່ມີສະຖຽນລະບຽບໃນຕະຫຼາດແລກປ່ຽນເງິນຕາກໍຖືເປັນບັນຫານຶ່ງທີ່ກະທົບຕໍ່ປະຊາຊົນລາວຢ່າງໜັກໜ່ວງດ້ວຍເຊັ່ນກັນ ເພາະເງິນກີບບໍ່ສາມາດນຳໃຊ້ໃນການຊຳລະລາຄາສິນຄ້າທີ່ນຳເຂົ້າຈາກຕ່າງປະເທດໄດ້ ຈຶ່ງຕ້ອງແລກປ່ຽນເປັນເງິນຕາຕ່າງປະເທດພຽງສະຖານດຽວເທົ່ານັ້ນ.
ໃນໄລຍະ 9 ເດືອນຂອງປີ 2023 ການຄ້າຕ່າງປະເທດຂອງລາວມີມູນຄ່າລວມ 9,701 ລ້ານໂດລາ. ໃນນີ້ເປັນການສົ່ງອອກໃນມູນຄ່າ 4,790 ລ້ານໂດລາ ແລະ ການນຳເຂົ້າສິນຄ້າຈາກຕ່າງປະເທດມູນຄ່າ 4,911 ລ້ານໂດລາຊຶ່ງເຮັດໃຫ້ລາວຂາດດຸນການຄ້າໃນມູນຄ່າ 121 ລ້ານໂດລາ.