ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ໂຈມຕີພາກຕາເວັນຕົກຢູເຄຣນ ດ້ວຍໂດຣນ


ຄວັນສີດຳພູ້ງຂຶ້ນຢູ່ເທິ່ງເມືອງ ຫລັງຈາກການໂຈມຕີດ້ວຍໂດຣນ ທາງພາກຕາເວັນຕົກ ເມືອງລິຟ ຂອງຢູເຄຣນ ວັນທີ 19 ກັນຍາ 2023
ຄວັນສີດຳພູ້ງຂຶ້ນຢູ່ເທິ່ງເມືອງ ຫລັງຈາກການໂຈມຕີດ້ວຍໂດຣນ ທາງພາກຕາເວັນຕົກ ເມືອງລິຟ ຂອງຢູເຄຣນ ວັນທີ 19 ກັນຍາ 2023

ພວກເຈົ້າໜ້າທີ່ຢູເຄຣນ ກ່າວໃນວັນອັງຄານມື້ນີ້ວ່າ ຣັດເຊຍໂຈມຕີທາງອາກາດ ໃສ່ເມືອງລິວິບ ທາງພາກຕາເວັນຕົກຂອງຢູເຄຣນ ເຮັດໃຫ້ເກີດໄຟໄໝ້ຢູ່ສາງເກັບມ້ຽນອຸດສາຫະກຳ.

ເຈົ້າເມືອງລີ​ວິບ ທ່ານແອນດຣິ ຊາໂດຍີ ກ່າວຢູ່ທາງເຕເລກຣາມວ່າ ຄົນນຶ່ງໄດ້ຮັບບາດເຈັບ.

ທ່ານມັກຊິມ ໂກຊິສກີ ຜູ້ປົກຄອງຂົງເຂດ ກ່າວວ່າ ແມ່ຍິງຄົນນຶ່ງ ໄດ້ຮັບ​ການ​ຊ່ວຍ​ເຫຼືອອອກຈາກບ່ອນຫັກພັງ ແຕ່ບໍ່ໄດ້ຮັບບາດເຈັບ. ທ່ານໂກຊິສກີ ກ່າວວ່າ ສາງເກັບເຄື່ອງ ບໍ່ໄດ້ເກັບມ້ຽນອຸບປະກອນທະຫານ.

ເມືອງລິ​ວິບ ຕັ້ງຢູ່ໃກ້ກັບຊາຍແດນຂອງຢູເຄຣນ​ຕິດກັບໂປແລນ ເປັນຈຸດສຳຄັນສຳລັບການຊ່ວຍເຫລືອ​ຂອງ​ປະ​ເທດຕາເວັນຕົກເຂົ້າໄປຫາຢູເຄຣນ ແລະໄດ້ເປັນເປົ້າ​ໝາຍ​ໃນ​ການ​ໂຈມ​ຕີ​ຂອງຣັດເຊຍໂຈມຕີ ຄັ້ງ​ກ່ອນໆ.

ກອງທັບຂອງຢູເຄຣນໄດ້ກ່າວວ່າ ການປ້ອງກັນທາງອາກາດ ໄດ້ທຳລາຍໂດ​ຣນ 27 ຂອງ​ຈຳ​ນວນ​ທັງ​ໝົດ 30 ​ລຳ ທີ່ຣັດເຊຍໃຊ້ໃນການໂຈມຕີ ດ້ວຍການ​ຍິງສະກັດກັ້ນ ທີ່​ມີຂຶ້ນຢູ່​ເຂດພາກໃຕ້ ພາກກາງແລະພາກຕາເວັນຕົກ​ຂອງຢູເຄຣນ.

ກອງທັບຍັງກ່າວວ່າ ຕົນ​ຍັງໄດ້ຍິງໂດຣນສັງເກດການຣັດເຊຍຢູ່ໃນພາກຕາເວັນອອກຂອງປະເທດ​ນຳ​ດ້ວຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG