ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນ​ຄຳ​ສັບ​ພາ​ສາ​ອັງ​ກິດ​ໃນ​ຂ່າວ MIGRANTS


ຮຽນຄຳສັບພາສາອັງກິດໃນຂ່າວ MIGRANTS
please wait

No media source currently available

0:00 0:01:00 0:00

ຮຽນຄຳສັບພາສາອັງກິດໃນຂ່າວ MIGRANTS

NEWS WORDS: MIGRANTS

Welcome to the Voice of America’s “News Words,”

ລິງໂດຍກົງ

ທ່ານ​ນັກ​ຮຽນ​ນັກ​ສຶກ​ສາ​ທັງ​ຫລາຍ ຍິນ​ດີ​ຕ້ອນ​ຮັ​ບ​ເຂົ້າ​ສູ່​ລາຍ​ການ​ຮຽນ​ຄຳ​ສັບ​ພາ​ສາ​ອັງ​ກິດ​ໃນ​ຂ່າວ ຂອງວິ​ທະ​ຍຸ​ສຽງ​ອາ​ເມ​ຣິ​ກາ ຊຶ່ງ​ພວກ​ເຮົາ​ຈະ​ສອນ​ທ່ານ​ກ່ຽວກັບ​ ຄຳ​ສັບ​ທີ່​ໃຊ້​ໃນ​ຂ່າວ.

This is from a story about people who go from one place to another.

ນີ້ແມ່ນຈາກຂ່າວ ກ່ຽວກັບ ຄົນຜູ້ທີ່ເດີນ​ທາງ​ຈາກ​ບ່ອນ​ນຶ່ງ​ແລ້ວ​ໄປຫາອີກບ່ອນນຶ່ງ.

MIGRANTS

MIGRANTS: ໄມກຣັນ

Mild weather in Europe has so far contributed to the continuing high numbers of migrants arriving in Europe via the Mediterranean.

But with hash winter conditions expected soon in the region, the suffering of the thousands of migrants travelling through Balkans is likely to worsen.

ອາກາດທີ່ບໍ່​ຮ້ອນບໍ່​ໜາວໃນຢູໂຣບໃນ​ປັດ​ຈຸ​ບັນ​ນີ້ໄດ້​ມີ​ສ່ວນ​ຊ່ວຍ​ໃນ​ການ​ສືບ​ຕໍ່​ເດີນ​ທາງ​ມາ​ຮອດ​ທະ​ວີບ​ຢູ​ໂຣບຂອງ​ຜູ້​ຍົກ​ຍ້າຍ​ຖິ່ນ​ຖານ​ຈຳ​ນວນຫຼວງຫຼາຍ​ຜ່ານ​ທະ​ເລເມດີເຕຣານຽນ.

ແຕ່ດ້ວຍສະພາບອາກາດໜາວຮ້າຍແຮງ ທີ່ຄາດວ່າຈະ​ມາ​ຮອດ​ພາກ​ພື້ນ​ໃນບໍ່ຊ້ານີ້, ການ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ຂອງພວກຜູ້​ຍົກ​ຍ້າຍ​ຖິ່ນ​ຖານ ຫລາຍພັນຄົນທີ່ເດີນທາງຜ່ານແຫຼມ ບາ​ລ​ກັງ ແມ່ນ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ​ຈະ​ຮ້າຍແຮງກວ່າ​ເກົ່າ.

“Migrants” describes people who go from one place to another.

“Migrants” ໝາຍເຖິງຄົນຜູ້ທີ່ມາຈາກບ່ອນນຶ່ງແລ້ວໄປຫາອີກ​ບ່ອນ​ນຶ່ງ.

They often migrated to find work.

ເຂົາເຈົ້າມັກຍົກຍ້າຍຖິ່ນ​ຖານ​ເພື່ອໄປຊອກຫາວຽກເຮັດງານທໍາ.

Migrants also flee violence in their country for a safer one.

ພວກຜູ້​ຍົກ​ຍ້າຍ​ຖິ່ນ​ຖານຫຼົບໜີຈາກຄວາມຮຸນແຮງຢູ່ໃນປະເທດຂອງເຂົາເຈົ້າ ເພື່ອໄປຢູ່ໃນບ່ອນທີ່ປອດໄພກວ່າ.

Now, when you hear the word migrants, you will know what this news word means.

ບັດນີ້ເວລາທ່ານໄດ້ຍິນຄຳວ່າ Migrants ທ່ານຈະຮູ້ວ່າຄຳສັບໃນ​ຂ່າວນີ້ ໝາຍຄວາມວ່າຫຍັງ.

XS
SM
MD
LG