ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໔ ທັນວາ ໒໐໒໕

ວີໂອເອ ໂອ້ລົມກັບບັນດານັກອອກແບບເຄື່ອງນຸ່ງ ​ທີ່ໃຊ້ຜ້າຕໍ່າພື້ນເມືຶອງລາວ


ຫ້ອງສະ​ຕູດີໂອ ທ້າວນາຣີ ມະນີວົງ ທີ່ນະຄອນນິວຢອກ
ຫ້ອງສະ​ຕູດີໂອ ທ້າວນາຣີ ມະນີວົງ ທີ່ນະຄອນນິວຢອກ

ໃນລາຍການຊີວິດຊາວລາວ ຂອງວີໂອເອ ສຳລັບແລງວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມ ກັບບັນດານັກອອກແບບເຄື່ອງນຸ່ງແມ່ຍິງ ສາມທ່ານ ທີ່ມີຄວາມຮູ້ດ້ານການນຳເອົາຜ້າພື້ນເມືຶອງລາວ ມາປະດິດຄິດສ້າງ ອອກແບບການນຸ່ງຖື ໃຫ້ເຂົ້າກັບສັງຄົມແຟນຊັນຊັ້ນສູງ ຂອງຊາວຕາເວັນຕົກ ​ແລ​ພບັນດາທ່ານເຫລົ່ານີ້ ແມ່ນໃຜ ແລະຢູ່ໃສນັ້ນ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

please wait

No media source currently available

0:00 0:06:18 0:00
ລິງໂດຍກົງ

ຄວາມສີວິໄລ ດ້ານສິນລະປະການຕໍ່າຫູກ ການຜະລິດຜ້າຝ້າຍ ຜ້າໄໝ ດ້ວຍມື ຍັງຄົງຮັກສາໄວ້ມາເປັນເວລາດົນນານຫຼາຍຊົ່ວຄົນຢູ່ໃນປະເທດລາວ. ຜະລິດຕະພັນຜ້າພື້ນເເມືອງລາວດັ່ງກ່າວ ໄດ້ໃຫ້ຄວາມສົນໃຈທີ່ສຸດ​ສຳ​ລັບບັນ ດານັກອອກແບບເຄື່ອງນຸ່ງຫົ່ມແມ່ຍິງຢູ່ໃນວົງການສັງຄົມແຟຊັນຊັ້ນສູງຢູ່ຕ່າງ ປະເທດ. ບັນດານັກອອກແບບເຄຶື່ອງນຸ່ງເຫລົ່ານີ້ ນອກຈາກເຫັນຄວາມສຳຄັນໃນການຮັກສາສິນລະປະໂບຮານ ທີ່ບໍ່ມາຈາກໂຮງຈັກໂຮງງານ ຜະລິດເປັນການຄ້າໃຫຍ່ ແຕ່ເຂົາເຈົ້າໄດ້ຊ່ວຍຮັກສາຮິດຄອງປະເພນີ ໂດຍສະເພາະໃຫ້ ການສົ່ງເສີມສະໜັບສະໜູນ ບັນດາແມ່ຍິງລາວ ທີ່ເປັນຊົນເຜົ່າຕ່າງໆ ຍັງພາ ກັນປະຕິບັດກັນມາຢູ່ຕາມໝູ່ບ້ານ ແລະຢູ່ເຂດຊົນນະບົດທີ່ຢູ່ຫ່າງໄກໃນປະເທດລາວ. ບັດນີິ້ເຮົາມາຟັງຄວາມຄິດເຫັນຂອງບັນດານັກອອກແບບເຄື່ອງນຸ່ງທີ່ໃຊ້ຜ້າລາວ ມາຜະລິດເປັນແຟຊັນທີ່ມີລາຄາແພງ ຢູ່ໃນສະຫະລັດ ແລະປະເທດ ຝຣັ່ງວ່າ ເຂົາເຈົ້າມີຄວາມຄິດແນວໃດ.

ຜ້າຝ້າຍລາວ ທີ່ອອກແບບໂດຍ ທ້າວນາຣີ ມະນີວົງ
ຜ້າຝ້າຍລາວ ທີ່ອອກແບບໂດຍ ທ້າວນາຣີ ມະນີວົງ

ທ້າວນາຣີ ມະນີວົງ ຄົນອາເມຣິກັນເຊື້ອສາຍລາວ ເກີດຢູ່ໃນລັດໂອຮາຍໂອ ນັກອອກແບບເຄື່ອງນຸ່ງທີ່ນຳເອົາຜ້າພື້ນເມືອງລາວ ມາອອກແບບຂາຍໃຫ້ແກ່ສັງຄົມຊັ້ນສູງຢູ່ໃນສະຫະລັດ ໄດ້ກ່າວສູ່ ວີໂອເອ ຟັງດັ່ງນີ້”

please wait

No media source currently available

0:00 0:19:11 0:00
ລິງໂດຍກົງ

“ຂ້າພະເຈົ້າຊື່ ນາຣີ ມະນີວົງ ອາຍຸ 41 ປີ, ເກີດຢູ່ລັດໂອຮາຍໂອ ສະຫະລັດ ອາເມຣິກາ. ຫລັງຈາກຮຽນຈົບມັດທະຍົມ ຂ້າພະເຈົ້າໄດ້ເຂົ້າມະຫາວິທະຍາໄລສອງປີ ແລະມີຄວາມສົນໃຈດ້ານອອກແບບເຄື່ອງຍຸ່ງແມ່ຍິງ. ຂ້າພະເຈົ້າໄດ້ສະ ແຫວງຫາການພົວພັນ ສອນຕົນເອງກ່ຽວການອອກແບບເຄື່ອງນຸ່ງ ແລະໄດ້ເຝິກວຽກງານກັບນັກອອກແບບອາຊີບຢູ່ນະຄອນນິວຢອກ ໃນປີ 2000. ຕໍ່ມາກໍໄດ້ເຮັດວຽກຢູ່ຮ້ານຂາຍຜ້າທີີມີຊື່ສຽງ A & G ແລະອຸດສາຫະກຳຜ້າແພ. ຈາກນັ້ນມາ ຂ້າພະເຈົ້າໄດ້ສ້າງລະບົບເຄືອຄ່າຍກັບບັນດານັກອອກແບບ ໄດ້ຮຽນຮູ້ຫຼາຍຂຶ້ນ ແລະໄດ້ເລີ້ມອອກແບບນຳເອົາສີມືໄປວາງຂາຍຢູ່ຮ້ານເຄື່ອງນຸ່ງແມ່ຍິງທີີມີຊື່ສຽງ ໃນນະຄອນນິບຢອກແລະຕໍ່ມາໄດ້ສົ່ງໄປຂາຍຢູ່ຫລາຍປະເທດ. ຂ້າພະເຈົ້າ ມີຄວາມສົນໃຈກ່ຽວກັບຜ້າພື້ນເມືອງລາວ ແລະໄດ້ເດີນທາງໄປປະເທດລາວເປັນປະຈຳ ເພື່ອຊື້ຜ້າຝ້າຍ ນຳມາອອກແບບເຄື່ອງນຸ່ງແມ່ຍິງ. ເຄື່ອງນຸ່ງແມ່ຍິງທີ່ຂ້າ ພະເຈົ້າໄດ້ນຳອອກຂາຍປັດຈຸບັນ ມີລາຄາຈາກຫລາຍຮ້ອຍໂດລາຮອດ 3,000 ໂດລາ ຕໍ່ໂຕ ຊຶ່ງແລ້ວແຕ່ການອອກແບບ ແລະຄຸນນະພາບຂອງຜ້າ."

ຍານາງມະລີວອນ ບຸດສະຫວັດ ນັກອອກແບບເຄື່ອງນຸ່ງຄົນນຶ່ງຢູ່ນະຄອນຫລວງປາຣີ ກ່າວວ່າ ຜ້າຕໍ່າພື້ນເມືອງທີ່ຕໍ່າຈາກຟືມດ້ວຍຝີມືແມ່ຍິງລາວກຳລັງມີຊື່ສຽງ ແລະເປັນທີີ່ຮູ້ກັນດີ ສຳ​ລັບຊາວຕາເວັນຕົກ ຊຶ່ງຍານາງກ່າວວ່າ:

please wait

No media source currently available

0:00 0:01:36 0:00
ລິງໂດຍກົງ

ທ່ານນາງຊູຊານ ແມັກຄອລລີ ສຳເລັດການສຶກສາຝ່າຍປະຫວັດສາດສິນລະປະຈາກ ມະຫາວິທະຍາໄລ Mary Washington ຢູ່ລັດເວີຈີເນຍ. ທ່ານນາງມີຄວາມສົນໃຈເປັນພິເສດກ່ຽວກັບ ສິນລະປະການຕໍ່າຜ້າ ແລະການຍ້ອມຜ້າພື້ນ ເມືອງລາວ. ທ່ານນາງໄດ້ເລີ້ມເດີນທາງໄປເມືອງລາວໃນປີ 1990 ຊຶ່ງເວລານັ້ນ ຍັງເປັນທີ່ສັບສົນຫຍຸ້ງຍາກທີ່ໂລກພາຍນອກບໍ່ສາມາດເຂົ້າໄປໄດ້. ຫລັງຈາກນັ້ນຕໍ່ມາ ທ່ານນາງໄດ້ວາງພື້ນຖານຕິດຕໍ່ໄປມາເປັນປະຈຳຈົນເທົ້າປັດຈຸບັນ ເພື່ອນຳເອົາສິນລະປະຜ້າລາວມາວາງຂາຍ ແລະດັດແປງໃຫ້ເຂົ້າກັບ ແຟຊັນລົດນິຍົມຂອງຊາວຕາເວັນຕົກ ຊຶ່ງທ່ານນາງໄດ້ກ່າວສູ່ ວີໂອເອ ຟັງວ່າ:

please wait

No media source currently available

0:00 0:01:25 0:00
ລິງໂດຍກົງ

“ຄວາມງາມຄຸນນະພາບແມ່ນດີຫລາຍ ເປັນຜູ້ຕາງໜ້າປະຊາຊົນ ແລະຊີວິດເຂົາເຈົ້່າ. ແຕ່ຍັງບໍທັນໄດ້ກ້າວເຂົ້າເຖິງການເຮັດອຸດສາຫະກໍາ ຍັງບໍ່ທັນໄດ້ທົດລອງເທື່ອ ເຂົາເຈົ້າຍັງໃຊ້ຫູກທີ່ເປັນເຄື່ອງມືພື້ນເມືອງ ຫລັກສູດໂບຮານທີ່ຖ່າຍທອດກັນມາແຕ່ລະເຊັ່ນຄົນ ຈາກແມ່ໄປຫາລູກ ຈາກບ້ານນຶ່ງໄປຫາບ້ານນຶ່ງ ຈາກປະເພນີໄປຫາປະເພນີ ທີ່ເຂົາເຈົ້າຍັງພາກັນຮັກສາໃຫ້ມີຊີວິດຢູ່. ຂ້າພະເຈົ້າໄດ້ເດີນທາງໄປບ້ານລື້ ຢູ່ທາງພາກເໜືອຫ່າງຈາກນະຄອນຫລວງພະບາງນຶ່ງຊົ່ວໂມງ ແລະຂ້າພະເຈົ້າໄດ້ໄປພັກຢູ່ນຳເຂົາເຈົ້າ.”

ນັ້ນແມ່ນການໂອ້ລົມກັບທ້າວນາຣີ ມະນີວົງ ພ້ອມດ້ວຍານາງມາລີວອນ ແລະທ່ານນາງຊູຊານ ແມັກູອລລີ ນັກອອກແບບເຄື່ອງນຸ່ງແມ່ຍິງທີ່ໃຊ້ຜ້າຕໍ່າຫູກ ອັນເປັນສິນລະປະຂອງພື້ນເມືອງລາວ.

XS
SM
MD
LG