ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄົນອາເມຣິກັນ ເຊື້ອສາຍລາວ ເຂົ້າຮ່ວມແຂ່ງຂັນຂີ່ລົດຖີບ ຄັ້ງ​ທີ 25 ຢູ່ເມືອງອາລິງຕັນ ລັດເວີຈີເນຍ


ລິງໂດຍກົງ

ເຊີນຊົມການແຂ່ງຂັນລົດຖີບຢູ່ເມືອງອາລິງຕັນ ລັດເວີຈີເນຍ

ໃນລາຍການຊີວິດຊາວລາວ ຂອງວີໂອເອ ສຳລັບ​ແລງວັນພະຫັດມື້ນີ້ ເຮົາ​ມີ​ໂອ້​ລົມ ກັບ ທ່ານໂລ້ນ ຈັນທະວົງ ນັກແຂ່ງລົດຖີບ ພ້ອມດ້ວຍຜູ້ອຳ​ນວຍ​ການ ​ຈັດການແຂ່ງຂັນລົດຖີບ The Armed Forces Cycling Classic ປະຈຳປີ ທີ 25 ຢູ່ເມືອງອາລິງຕັນ ລັດເວີຈີເນຍ ໃນເຂດ​ຊານ​ເມືອງນະຄອນຫລວງວໍຊິງຕັນ ຊຶ່ງ ​ກິ່ງ​ສະ​ຫວັນ ຈະນຳມາສະເໜີທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ລິງໂດຍກົງ
ບັນດາຜູ້ຊະນະເລີດການແຂ່ງຂັນລົດຖີບ
ບັນດາຜູ້ຊະນະເລີດການແຂ່ງຂັນລົດຖີບ

ທ່ານໂລ້ນ ຈັນທະວົງ ຄົນອາເມຣິກັນເຊື້ອສາຍລາວ ທີ່ເຂົ້າຮ່ວມການແຂ່ງຂັນລົດຖີບ ຄັ້ງທີ 25 ໃນວັນທີ 3-4 ເດືອນມິຖຸນາ ຢູ່ເມືອງອາລິງຕັນ ລັດເວີຈີເນຍ ທີ່ຜ່ານມານີ້. ການແຂ່ງຂັນເປັນເຈົ້າ ພາບໂດຍ ບໍລິສັດສ້າງເຮືອບິນ Boeing ປະສານງານກັບກອງທັບສະຫະລັດ ຊຶ່ງມີນັກແຂ່ງລົດຖີບເຂົ້າຮ່ວມປະມານ 600 ຄົນ ເປັນເວລາສອງວັນ ຮວມຢູ່ ໃນນັ້ນ ມີນັກແຂ່ງລົດຖີບຈຳນວນນຶ່ງໄດ້ເດີນທາງມາຈາກປະເທດຢູໂຣບ ແລະອາເມຣິກາໃຕ້.

ການແຂ່ງລົດຖີບມີຢູ່ຫລາຍລະດັບແລະອາຍຸ ປະກອບດ້ວຍນັກແຂ່ງຂັນອາຊີບຈາກຕ່າງປະເທດ ທີ່ເປັນແຊມປ້ຽນແຫ່ງຊາດມາກ່ອນ. ຕິດຕາມດ້ວຍນັກແຂ່ງ ຂັນອາຊີບຢູ່ໃນສະຫະລັດ ພ້ອມດ້ວຍນັກແຂ່ງຂັນສະໝັກຫລີ້ນປະຈຳທ້ອງຖິ່ນ. ເຖິງຢ່າງໃດກໍດີ ກ່ອນທີ່ບັນດານັກແຂ່ງລົດຖີບເຫລົ່ານີ້ ຈະມີຄວາມສາມາດເຂົ້າມາແຂ່ງຂັນປະປົນກັນໄດ້ນັ້ນ ເຂົາເຈົ້າຕ້ອງມີອຸບປະກອນຕ່າງໆ ໂດຍສະເພາະລົດຖີບ ທີ່ີມີລາຄາແພງຈາກຫລາຍພັນໂດລາ ຂຶ້ນໄປຮອດສິບກວ່າພັນໂດລາ. ນອກຈາກນັ້ນ ເຂົາເຈົ້າຕ້ອງໄດ້ສ້າງປະ​ຫວັດມາກ່ອນແລ້ວ ຊຶ່ງທ່ານໂລ້ນ ໄດ້ກ່າວເຖິງກົດລະບຽບ ແລະການເຝິກຊ້ອມສູ່ ວີໂອເອ ຟັງດັ່ງນີ້:

ທ່ານໂລ້ນ ຈັນທະວົງ
ທ່ານໂລ້ນ ຈັນທະວົງ

Loan act: 2:25 mn

ການແຂ່ງຂັນລົດຖີບ ໄດ້ຈັດຂຶ້ນຢູ່ເມືອງອາລິງຕັນ ໃຈກາງທຸລະກິດ ຖະ​ໜົນຫົນທາງຖືກປິດ ເພື່ອໃຫ້ພວກນັກກິິລາໃຊ້ແຂ່ງຂັນ ອ້ອມໄປມາຢູ່ໃນວົງຈອນ ປະມານນຶ່ງໄມ ດ້ວຍຄວາມໄວ 30 ໄມ ຕໍ່ຊົ່ວໂມງ ເປັນໄລຍະທັງໝົດ 60 ໄມ. ເມື່ອເຫັນແລ້ວເປັນທີ່ໜ້າຫວາດສຽວ ເພາະພວກນັກກິລາລົດຖີບເຫລົ່ານີ້ສາມາດຄວບຄຸມບໍ່ໃຫ້ເກີດການຕຳກັນ. ແຕ່ບໍ່ເປັນຈັ່ງໂຊກ ການແຂ່ງຂັນຂອງພວກແມ່ຍິງໄດ້ເກີດມີ​ການຕຳກັນ ທີ່ໄດ້ເຮັດໃຫ້ນັກແຂ່ງລົດຖີບຈຳນວນນຶ່ງໄດ້ຮັບບາດ​ເຈັບ.

ທ່ານຣອບ ເລບອນ (Rob Laybaurn, Race Director) ຜູ້​ອຳ​ນວຍການ​ຈັດ​ການແຂ່ງຂັນ ກ່າວເຖິງຄວາມເປັນມາ ແລະບັນດາຜູ້ເຂົ້າຮ່ວມແຂ່ງຂັນສູ່ ວີໂອເອ ຟັງດັ່ງນີ້:

ທ່ານຣອບ ເຄລບອນ ແລະທ່ານນາງໂມຣິຊາ ພັອດ ຄູ່ອຳນວຍການຈັດການແຂ່ງຂັນລົດຖີບ.
ທ່ານຣອບ ເຄລບອນ ແລະທ່ານນາງໂມຣິຊາ ພັອດ ຄູ່ອຳນວຍການຈັດການແຂ່ງຂັນລົດຖີບ.

Mr. Rob act:

“ການແຂ່ງຂັນລົດຖີບຢູ່ເມືອງອາລິງຕັນ ໄດ້ເລີ້ມມາແຕ່ປີ 1998 ຫລັງຈາກນັ້ນໄດ້ດັດແປງ ປະສົມປະສານກັນຂຶ້ນມາແຕ່ລະຂັ້ນຕອນຈົນຮອດປັດຈຸບັນ. ການແຂ່ງຂັນມີຢູ່ຫລາຍລຳດັບຈາກ 1 2 3 ຂຶ້ນໄປ ພວກເຮົາໄດ້ຄັດເ​ລືອກ ອີງໃສ່ຄະແນນ ຈາກປະສົບການຂອງນັກກິລາ ແລະຜົນຄະແນນທີ່ພວກເຮົາໄດ້ບັນທຶກເອົາໄວ້. ຖ້ານັກກິລາເຮັດຄະແນນໄດ້ດີ ເຂົາເຈົ້າຈະຖືກຮັບຮູ້ ແລະຍ້າຍຂຶ້ນໄປຕາມລຳລັບ.”

ທ່ານນາງໂມຣິຊາ ພັອດ (Maurisa T Potts) ຜູ້​ອຳ​ນວຍ​ການ​ຮ່ວມ​ໃນ​ການການ​ແຂ່ງຂັນ ໄດ້ອະທິບາຍເພີ້ມເຕີມສູ່ ວີໂອເອ ວ່າ:

“ການແຂ່ງຂັນມື້ນີ້ມີບັນດານັກກິລາແຂ່ງລົດຖີບມາຈາກຫລາຍໆປະເທດ ທີ່ເປັນນັກກິລາໂອລິມປິກ ໄດ້ຊະນະເລີດມາຈາກຫລາຍປະເທດ. ສຳລັບທີິມນາໆຊາດທີ່ເຂົ້າຮວມມີຶ້ນີ້ເຮົາມີແຊມປ້ຽນຈາກເຢຍຣະມັນ ແຊມປ້ຽນອອສເຕ​ຣເ​ລຍ ສຳລັບແມ່ຍິງແມ່ນນັກແຂ່ງລົດຖີບ ເປັນແຊມປ້ຽນມາຫລາຍເທຶື່ອແລ້ວ ແລະໄດ້ຊະນະເລີດຂອງມື້ນີ້ ຄື ນາງມາລາຍ ເມີເຮຍ ກາເຊຍ (Marlies Mejias Garcia) ຈາກຄິວບາ. ສ່ວນບັນດາແຊມປ້ຽນແຫ່ງຊາດຜູ້ຊາຍ ມາຈາກເຢຍຣະມັນ ອອສເຕຣເລຍ ອາເຈັນຕິນາ ເມັກຊິໂກ ແລະພວກນັກກິລາລົດຖີບ ຈາກທ້ອງຖິ່ນຢູ່ໃນສະຫະລັດ.”

ນາງສາວກອງເຊຍ
ນາງສາວກອງເຊຍ

ການແຂ່ງຂັນລົດຖີບປະຈຳປີ ຢູ່ເມືອງອາລິງຕັນ ໄດ້ປະຕິບັດກັນມາເປັນເວລາ 25 ປີ ແລະໄດ້ຖືກໂຈະໄວ້ໃນຊ່ວງເວລາການລະບາດໂຄວິດ-19. ບັດນີ້ໄດ້ເລີ້ມຄືນໃໝ່ ໂດຍມີນັກກິລາເຂົ້າຮ່ວມຫລາຍຮ້ອຍຄົນ ພ້ອມດ້ວຍບັນດາຜູ້ເຂົ້າຊົມພາ ກັນຢືນລໍຖ້າຢູ່ຕາມແຄມຖະໜົນ ແລະແຄມຮ້ານອາຫານຮ້ອງໂຮສະໜັບສະໜູນ ໃຫ້ແກ່ພວກນັກກິລາ ອັນເປັນບັນຍາກາດທີ່ຄຶກຄື້ນ. ລາງວັນຊະນະເລີດໃນປີນີ້ 7,500 ໂດລາ ຊຶ່ງຕາມປົກກະຕິແລ້ວເກີນກວ່າ 10,000 ໂດລາ.

XS
SM
MD
LG