ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຮຽນຄຳສັບພາສາອັງກິດໃນຂ່າວ Secure


ຮຽນຄຳສັບພາສາອັງກິດໃນຂ່າວ Secure
please wait

No media source currently available

0:00 0:01:01 0:00

ຮຽນຄຳສັບພາສາອັງກິດໃນຂ່າວ Secure

NEWS WORDS: SECURE

Welcome to the Voice of America’s “News Words,”

ທ່ານ​ນັກ​ຮຽນ​ນັກ​ສຶກ​ສາ​ທັງ​ຫລາຍ ຍິນ​ດີ​ຕ້ອນ​ຮັ​ບ​ເຂົ້າ​ສູ່​ລາຍ​ການ​ຮຽນ​ຄຳ​ສັບ​ພາ​ສາ​ອັງ​ກິດ​ໃນ​ຂ່າວ ບ່ອນທີ່​ພວກເຮົາເວົ້າກ່ຽວກັບຄຳສັບທີ່ທ່ານອາດໄດ້ຍິນຢູ່ໃນຂ່າວ

Here is a story about Apple’s new iPhone 6, and how it works for purchases:

ນີ້ແມ່ນຂ່າວ ກ່ຽວກັບ ໂທລະສັບມືຖືລຸ້ນໃໝ່ຂອງ Apple, iPhone 6 ແລະມັນຖືກໃຊ້ແນວໃດສຳລັບການຊື້ສິ່ງຂອງຕ່າງໆ:

SECURE

SECURE: ເຊິຄຽວຣ

With the iPhone 6’s NFC, or Near Field Communication Chip, iPhone users will be able to make secure payments at hundreds of stores by simply waving their phones. But recent surveys suggest the majority of Americans are still wary of using cell phones to make purchases.

ດ້ວຍໄມໂຄຣຊິບເທັກໂນໂລຈີໄຮ້ສາຍໄລຍະໃກ້ ຫຼື NFC ຂອງໂທລະສັບມືຖື iPhone 6, ບັນດາຜູ້ໃຊ້ໂທລະສັບ iPhone ຈະສາມາດທຳການຊື້ສິ່ງຂອງ ຢ່າງປອດໄພຢູ່ຮ້ານຄ້າຕ່າງໆ ໂດຍມີແຕ່ຍົກໂທລະສັບເຂົາເຈົ້າຂຶ້ນມາເທົ່ານັ້ນ.

ແຕ່ການສຳຫລວດຫວ່າງມໍ່ໆມານີ້ຊີ້ໃຫ້ເຫັນວ່າ ຊາວອາເມຣິກັນສ່ວນໃຫຍ່ ຍັງມີຄວາມລະມັດວັງກ່ຽວກັບການໃຊ້ໂທລະສັບມືຖື ເພື່ອທຳການຊື້ສິ່ງຂອງຕ່າງໆ.

Secure means something is free from harm or danger.

Secure ໝາຍຄວາມວ່າ ບາງສິ່ງບາງຢ່າງແມ່ນປອດໄພຈາກຄວາມເສຍຫາຍ ຫລືອັນຕະລາຍ.

Apple says people can make secure purchases with its news phone.

ບໍລິສັດແອັບໂປລ ກ່າວວ່າ ປະຊາຊົນສາມາດທຳການຊື້ສິ່ງຂອງໄດ້ຢ່າງປອດໄພກັບໂທລະສັບລຸ້ນໃໝ່ຂອງເຂົາເຈົ້າ.

The company says credit information will be safe.

ບໍລິສັດດັ່ງກ່າວເວົ້າວ່າ ຂໍ້ມູນກ່ຽວກັບເງິນໃນທະນາຄານຈະປອດໄພດີ.

A secure place means people have to get approval to come in or go out.

ບ່ອນທີ່ປອດໄພໝາຍຄວາມວ່າ ປະຊາຊົນຕ້ອງໄດ້ຮັບການອະນຸຍາດໃຫ້ເຂົ້າມາ ຫລືອອກໄປ.

Now, when you hear the word secure, you will know what this News Words means!

ບັດນີ້ ເວລາທ່ານໄດ້ຍິນຄຳວ່າ secure ທ່ານຈະຮູ້ວ່າ ຄຳສັບນີ້ໝາຍຄວາມວ່າຫຍັງ!

XS
SM
MD
LG