ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ຮຽນຄຳສັບພາສາອັງກິດໃນຂ່າວ Crippling


ຮຽນຄຳສັບພາສາອັງກິດໃນຂ່າວ CRIPPLING
please wait

No media source currently available

0:00 0:01:01 0:00
ລິງໂດຍກົງ

ຮຽນຄຳສັບພາສາອັງກິດໃນຂ່າວ CRIPPLING

NEWS WORDS: CRIPPLING

Welcome to the Voice of America’s “News Words,”

ທ່ານ​ນັກ​ຮຽນ​ນັກ​ສຶກ​ສາ​ທັງ​ຫລາຍ ຍິນ​ດີ​ຕ້ອນ​ຮັ​ບ​ເຂົ້າ​ສູ່​ລາຍ​ການ​ຮຽນ​ຄຳ​ສັບ​ພາ​ສາ​ອັງ​ກິດ​ໃນ​ຂ່າວ ຂອງວິ​ທະ​ຍຸ​ສຽງ​ອາ​ເມ​ຣິ​ກາ ຊຶ່ງ​ພວກ​ເຮົາ​ຈະ​ສອນ​ທ່ານ​ກ່ຽວກັບ​ ຄຳ​ສັບ​ທີ່​ໃຊ້​ໃນ​ຂ່າວ.

This word is about the conflict between Israel and Hamas:

ຄຳ​ສັບນີ້ແມ່ນ ກ່ຽວກັບ ຄວາມຂັດແຍ້ງລະຫວ່າງອິິສຣາແອລ ແລະ ກຸ່ມ ຮາມາສ:

CRIPPLING

CRIPPLING:

Despite weeks of crippling air strikes on Hamas targets, polls suggest many in Israel feel Mr. Netanyahu did not go far enough in destroying the militant group.

ເຖິງແມ່ນຈະມີການໂຈມຕີທາງອາກາດຢ່າງໜັກໜ່ວງໃສ່ເປົ້າໝາຍກຸ່ມຮາມາສ ຫຼາຍ​ອາ​ທິດ​ກໍ່​ຕາມ, ການສຳຫຼວດ​ຄວາມ​ຄິດ​ເຫັນ​ຊີ້​ໃຫ້​ເຫັນວ່າ ຫຼາຍ​ຄົນ​ໃນ ອິສຣາແອລ ຮູ້ສຶກວ່າ ທ່ານ ເນຕັນຢາຮູ ບໍ່ໄດ້ປະ​ສົບ​ຄວາມ​ສຳ​ເລັດຫຼາຍພໍ ໃນການທຳລາຍກຸ່ມຫົວຮຸນແຮງນັ້ນ.

Crippling means to cause severe damage.

Crippling ໝາຍເຖິງເຮັດໃຫ້ເສຍຫາຍຢ່າງຮ້າຍແຮງ.

It makes something or someone unable to operate as before.

ມັນເຮັດໃຫ້ບາງຢ່າງ ຫລື ຄົນຜູ້ໃດຜູ້ນຶ່ງ​ບໍ່​ສາ​ມາດປະຕິບັດການໄດ້ຄືແຕ່ກ່ອນ.

Israel dropped many bombs on targets, causing great damage.

ອິສຣາແອລ ໄດ້ຖີ້ມລະເບີດໃສ່ເປົ້າໝາຍຕ່າງໆ, ກໍ່ໃຫ້ເກີດຄວາມເສຍຫາຍຂະ​ໜາດໃຫຍ່.

A person with a crippling disease cannot move normally.

ຄົນຜູ້ນຶ່ງທີ່ມີ​ພະ​ຍາດ​ຮ້າຍ​ແຮງແມ່ນບໍ່ສາມາດເຄື່ອນຍ້າຍໄດ້​ຢ່າງປົກກະຕິ.

So, the next time you hear the word crippling, you will know what this News Word means.

ສະນັ້ນ ເທື່ອໜ້າເວລາທີ່ທ່ານໄດ້ຍິນຄຳວ່າ crippling ທ່ານກໍຈະຮູ້ວ່າ ຄຳເວົ້ານີ້ໝາຍຄວາມວ່າຫຍັງ.

XS
SM
MD
LG