ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ນາງຄີມເບີລີ ອິນທະວົງ ນັກເຄື່ອນໄຫວ ຜ່ານການແຕ້ມຮູບປະກອບບົດຄົ້ນຄວ້າ 'Cargo Rebellion.'


ນາງຄິມເບີລີ ອິນທະວົງ
ນາງຄິມເບີລີ ອິນທະວົງ

ໃນລາຍການຊີວິດຊາວລາວຂອງວີໂອເອ ສຳລັບວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບ ນາງຄີມເບີລີ ອິນທະວົງ ອາຍຸ 25 ປີ ສຳເລັດການສຶກສາຝ່າຍ Computer Programmer ແລະສິນລະປະການແຕ້ມ. ນາງຄີມເບີລີ ແມ່ນນັກເຄື່ອນໄຫວຜ່ານການແຕ້ມຮູບກາຕູນ ປະກອບໃນໜັງສືເລື້ອງຈິງ, “The Cargo Rebellion” Those who Chose Freedom, ເຊິ່ງໄດ້ນຳເອົາປະຫວັດ ກ່ຽວກັບຊາວຈີນ ທີ່ຖືກນຳເຂົ້າ ມາເປັນກຸລີ ຫລືຄົນງານຢູ່ໃນສະຫະລັດ ໂດຍທາງເຮືອຈາກປະເທດຈີນ ໃນປີ 1825 ແລະ ກິ່ງສະຫວັນ ຈະນຳເອົາ​ເລື້ອງນີ້ ມາສະເໜີທ່ານໃນ​ອັນ​ດັບ​ຕໍ່​ໄປ.

ນາງຄິມເບີລີ ອິນທະວົງ ອາຍຸ 25 ປີ ເກີດຢູ່ເມືອງມານາໂມນີ ໃນລັດ ວິສຄັນຊິນ ສຳເລັດປະລິນຍາຕີຝ່າຍ Computer Sciences ແລະສິນລະ ປະການແຕ້ມ ຈາກມະຫາວິທະຍາໄລວິສຄັນຊິນ ແມດິເສິນ ປີ 2020 ຊຶ່ງເວລານັ້ນຢູ່ໃນຊ່ວງການລະບາດການລະບາດໂຄວິດ-19. ປັດຈຸບັນເຮັດວຽກເປັນ Computer Programmer ແຕ່ອີກພາກສ່ວນນຶ່ງເປັນ ນັກນັກເຄື່ອນໄຫວ ແຕ້ມຮູບປະກອບບົດຄົ້ນຄວ້າກ່ຽວກັບຊາວຈີນ ທີ່ຖືກນຳເຂົ້າມາເປັນກຸລີ ຫລືຄົນງານຢູ່ໃນສະຫະລັດ ໂດຍທາງເຮືອຈາກປະເທດຈີນ ໃນປີ 1825 ຊຶ່ງນາງຄີມເບີລີ ກ່າວວ່າ:

“ຂະນ້ອຍແມ່ນຄົນອາເມກັນເຊື້ອສາຍລາວຈີນ ເພາະວ່າແມ່ມີເຊື້ອສາຍຈີນ ເກີດຢູ່ໃນນະຄອນຫລວງວຽງຈັນ ແລະພໍ່ເປັນຊາວຫລວງພຣະບາງ. ຂະນ້ອຍເກີດຢູ່ລັດວິສຄັນຊີນ ມັກແຕ້ມຮູບມາແຕ່ນ້ອຍ ຕັ້ງແຕ່ຊັ້ນປະຖົມ ຜ່ານມັດທະຍົມ ຈົນຮອດມະຫາວິທະຍາໄລ ອັນເປັນສິ່ງທີ່ຂະນ້ອຍມັກ. ແຕ່ວ່າຂະນ້ອຍສຳເລັດການສຶກສາຝ່າຍ Computer Sciences ແຕ່ກໍຍັງມັກການແຕ້ມຮູບນັ້ນຢູ່. ຄວາມຈິງແລ້ວແມ່ຂະນ້ອຍຢາກໃຫ້ຮຽນເປັນດອກເຕີໝໍ ແຕ່ມັນຍາກຫລາຍ ແລະຂະນ້ອຍບໍ່ຢາກຮຽນ.

ຂະນ້ອຍໄດ້ຖືກສະເໜີຈາກອາຈານສອນແຕ້ມ ໃຫ້ເປັນນັກແຕ້ມບັນລະຍາຍກ່ຽວກັບປະຫວັດການນຳເອົາຄົນຈີນເຂົ້າມາສະຫະລັດໃນນາມກຸລີ ທີ່ມາຈາກເອເຊຍ ແລະອາຟຣິກາ ເພື່ອເປັນຄົນຮັບ ໃຊ້ເຮັດວຽກເປັນກຸລີຕ່າງໆ. ເພາະສະນັ້ນຂະນ້ອຍໄດ້ມີພາກສ່ວນແຕ້ມຮູບບັນລະຍາຍປະກອບຢູ່ໃນປື້ມ ເລື້ອງທີີ່ມີຄວາມຈິງຊື່ວ່່າ Cargo Rebellion “Those who chose Freedom” ຈຸດສຳຄັນຂອງເລື້ອງນີ້ກໍຄື ຄົນຈີນທີ່ໄດ້ຖືກນຳເອົາໃສ່ເຮືອມາສະຫະລັດໃນປີ 1825 ເພື່ອເປັນກຸລີ ແລະເປັນຄົນຮັບໃຊ້ຕ່າງໆ. ແທນທີ່ເຂົາເຈົ້າຈະນຳໄປເຮັດວຽກ ຢູ່ ນະຄອນແຊນແຟນຊິສໂກ ໃນລັດຄາລິຟໍເນຍ ແຕ່ໄດ້ຖືກເອົາໄປໄວ້ຢູ່ເກາະຈິງຈາ ຊຶ່ງເປັນເກາະທີ່ໂຫດຮ້າຍທາລຸນ. ເພາະສະນັ້ນຊາວຈີນຢູໃນເຮືອມີຢູ່ຮ້ອຍຄົນໄດ້ພາກັນໂກດແຄ້ນ ແລ້ວເກີດມີການຕໍ່ສູ້ສັງຫານແຄບຕັນເຮືອທ່ານໂຣເບີດ ບາວນີ ແລະພະນັກງານຢູ່ໃນນັ້ນເຮືອຕາຍ ແລະເຮືອໄດ້ຫລົ້ມຢູ່ກາງທະເລ. ປື້ມດັ້ງກ່າວນີ້ ຫາກໍອອກຈຳໜ່າຍ ຫວ່າງໃນເດືອນເມສາ ປີ 2023 ທີ່ຜ່ານມານີ້.”

ນາງນາຕາລີ ບັກກຳ ຄອບຄົວເປັນຊົນເຜົ່າໄທດຳ ຄົນອາເມຣິກັນເຊື້ອສາຍລາວ ເກີດຢູ່ໃນສະຫະລັດ ແລະເປັນໝູ່ຂອງນາງຄີມເບີລີ ກ່າວວ່າ:

ລິງໂດຍກົງ

ໃນນາມລາວອາເມຣິກັນ ຂະນ້ອຍພູມໃຈທີ່ເຫັນຄວາມກ້າວໜ້າດ້ານການສຶກສາສູງຂອງແມ່ຍິງອາເມຣິກັນເຊື້ອສາຍລາວ ຄືດັ່ງນາງຄີມເບີລີ ທີ່ມີຄວາມດຸໝັ່ນຂະຫຍັນຂັນແຂງ. ພວກເຮົາໄດ້ຊ່ວຍຊຸກຍູ້ຊຶ່ງກັນ ແລະກັນມາຕະຫລອດເວລາເປັນນັກສຶກສາທີ່ ມະຫາວິທະຍາໄລວິສຄັນຊິນ. ແມ່ຂອງຂະນ້ອຍບໍ່ໄດ້ຮັບການສຶກສາສູງ ເໝືອນດັ່ງພວກຂະນ້ອຍ. ອ້າຍ ແລະນ້ອງຊາຍຂະນ້ອຍໄດ້ຮຽນຈົບມະຫາວິທະຍາໄລ ຜູ້ນຶ່ງເປັນນັກວິສະວະກອນອອກແບບຫີບໃສ່ເຄື່ອງ ແລະອີກຄົນນຶ່ງສຳເລັດ​ປະລິນຍາຝ່າຍສື່ສານ. ສຳລັບຂະນ້ອຍເອງ ເປັນນັກເຄື່ອນໄຫວສັງຄົມ ໃຫ້ແກ່ອົງການທີ່ບໍ່ຫວັງຜົນກຳໄລ ເປັນປາກສຽງເພື່ອຊ່ວຍເຫລືອຄົນທີ່ ບໍ່ມີບ່ອນຢູ່ອາໄສເຫລົ່ານີິ້ເປັນຕົ້ນ.”

ນາງຄຣິສຕິນ ລີອອນ ອາຍຸ 24 ປີ ​ຄົນອາເມຣິກັນເຊື້ອສາຍຈີນ ເປັນໝູ່ເພື່ອນກັບນາງຄິມເບີລີ ປັດຈຸບັນນີ້ເປັນອາຈານສອນພາສາລາຕິນຢູ່ລັດແມັສຊາຈູແຊ​ສ. ນາງຄຣິສຕິນ ໄດ້ກ່າວກ່ຽວກັບນາງຄີມເບີລີ ສູ່ ວີໂອເອ ຟັງດັ່ງນີ້:

ລິງໂດຍກົງ

“ຂະນ້ອຍໄດ້ເປັນເພື່ອນນັກຮຽນກັບຄີມເບີລີ ແຕ່ປີ 2016 ລາວເປັນຄົນມັກເຮັດວຽກຫລາຍ ເປັນຄົນທີ່ມີພອນສະຫວັນແລະມີສາຍຕາດ້ານສິນລະປະການແຕ້ມ. ລາວມັກແຕ້ມຮູບທຸກຢ່າງໃນເວລາຫວ່າງ ຂະນ້ອຍດີໃຈຫລາຍທີ່ລາວເປັນຜູ້ຕາງໜ້າຊາວເອເຊຍອາຄະເນ ແລະເປັນຜູ້ຕາງໜ້າປະຊາຄົມລາວ. ຂະນ້ອຍປາກພາສາຈີນກວ້າງ​ຕຸ້ງ ແລະພາສາອື່ນໆໄດ້ໜ້ອຍນຶ່ງ ແຕ່ບໍ່ຄ່ອງແຄ້ວ ນອກຈາກ ພາສາອັງກິດ ແລະລາຕິນ. ຂະນ້ອຍ ປາກພາສາລາວໄດ້ສອງສາມຄວາມເຊັ່ນວ່າ ສະບາຍດີ ແລະເຈົ້າຂີ້ລ້າຍ. ຂະນ້ອຍ ແລະຄີມເບີລີ ໄດ້ເຂົ້າມະຫາວິທະ ຍາໄລວິສຄອນຊິນນຳກັນ ແລະຮຽນຈົບປີດຽວກັນຄືປີ 2020.”

ບັນດາເຍົາວະຊົນອາເມຣິກັນເຊື້ອສາຍລາວ ແລະເຊື້ອສາຍເອເຊຍອື່ນໆ ທີ່ໄດ້ມາເກີດໃຫຍ່ຢູ່ສະຫະລັດ ໃນສັດຕະວັດທີ 21 ແລະ ເຂົາເຈົ້າໄດ້ວາງບົດບາດ ອັນສຳຄັນໄວ້ໃຫ້ເຫັນເຖິງຄວາມກ້າວໜ້າດ້ານການສຶກສາສູງ ມີໜ້າທີ່ວຽກການທີ່ສຳຄັນ ແລະໄດ້ກາຍມາເປັນນັກວິຊາການທີ່ໜຸ່ມນ້ອຍຕ່າງໆຢູ່ໃນສະຫະລັດ.

XS
SM
MD
LG