ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຣັດເຊຍ ປະຕິເສດ ຕໍ່ການຮ້ອງຂໍຂອງສະຫະລັດ ​ເພື່ອໄປຢ້ຽມຢາມນັກຂ່າວ ທີ່ຖືກຄຸມຂັງ


ນັກຂ່າວສະຫະລັດ ທ່ານແອແວັນ ເກີສໂກວິຈ ທີ່ຖືກກ່າວຫາວ່າ ເປັນນັກສືບ ຢືນຢູ່ໃນຫ້ອງກັກຂັງ ກ່ອນການອຸທອນຮັບຟັງ ຢູ່ສານໃນນະຄອນມົສກູ ວັນທີ 18 ເມສາ 2023
ນັກຂ່າວສະຫະລັດ ທ່ານແອແວັນ ເກີສໂກວິຈ ທີ່ຖືກກ່າວຫາວ່າ ເປັນນັກສືບ ຢືນຢູ່ໃນຫ້ອງກັກຂັງ ກ່ອນການອຸທອນຮັບຟັງ ຢູ່ສານໃນນະຄອນມົສກູ ວັນທີ 18 ເມສາ 2023

ຣັດເຊຍກ່າວໃນວັນພະຫັດວານນີ້ວ່າ ຕົນໄດ້ປະຕິເສດການຢ້ຽມຢາມກົງສຸນທີ່ຈະມີຂຶ້ນຕໍ່ນັກຂ່າວສະຫະລັດ ທ່ານແອແວັນ ເກີສໂກວິຈ ໃນການຕອບໂຕ້ຕໍ່ການປະຕິ ເສດຂອງອາເມຣິກັນ ບໍ່ອອກວີຊາໃຫ້ແກ່ພວກນັກຂ່າວຣັດເຊຍຈຳນວນນຶ່ງ.

ລັດຖະມົນຕີຕ່າງປະເທດຣັດເຊຍ ທ່ານເຊີເກ ຣາ​ວ​ຣອບ ໄດ້ຕຳນິໃນອາທິດແລ້ວນີ້ວ່າ ສະຫະລັດໄດ້ປະຕິເສດ​ບໍ່​ອອກວີຊາ ໃຫ້ແກ່ພວກນັກຂ່າວຣັດເຊຍ ທີ່ຕຽມເດີນ ທາງໄປອົງການສະຫະປະຊາຊາດ ກັບທ່ານຢູ່ນະຄອນນິວຢອກ.

ໃນການຕອບໂຕ້ ກະຊວງຕ່າງປະເທດຣັດເຊຍ ໄດ້ກ່າວໃນວັນພະຫັດວານນີ້ວ່າ “ສະຖານທູດສະຫະລັດໄດ້ບອກໃຫ້ຊາບວ່າ ການຂໍຮ້ອງກົງສຸນຢ້ຽມຢາມໃນວັນທີ 11 ພຶດສະພາ ຕໍ່ຄົນສັນຊາດອາເມຣິກັນ ທ່ານເອ​ແວັນ ເກີສໂກວິດຈ ຜູ້ທີ່ໄດ້ຖືກກັກຂັງ ໃນຂໍ້ກ່າວຫາສອດແນມ ໄດ້ຖືກປະຕິເສດ.”

ມົສກູໄດ້ເຕືອນວ່າ “ມາດຕະການຕອບໂຕ້ອື່ນ​ທີ່​ມີ​ຂຶ້ນ ກຳລັງພິ​ຈາ​ລະ​ນາຢູ່.”

ກະຊວງ​ດັ່ງ​ກ່າວ​ເວົ້າວ່າ ຕົນໄດ້ຮຽກໂຕນັກການທູດອະວຸໂສສະຫະລັດຄົນນຶ່ງ ເພື່ອ​ມາ​ຮັບເອກກະສານ​ຢ່າງເປັນທາງການ ໃນການປະທ້ວງ​ຕໍ່ການຕັດສິນໃຈ ທີ່ປະຕິ ເສດບໍ່​ອອກວີຊາ.

Russia said Thursday it is denying an upcoming consular visit to detained U.S. journalist Evan Gershkovich in retaliation for an American refusal to issue visas to several Russian journalists.

Russian Foreign Minister Sergey Lavrov complained last weekend that the United States had denied visas to Russian journalists set to travel with him to United Nations headquarters in New York.

In response, the Russian foreign ministry said Thursday, “The U.S. Embassy was informed that its request for a consular visit on May 11... to U.S. citizen Gershkovich, who was detained on charges of espionage, has been rejected.”

Moscow warned that “other potential retaliatory measures are being worked out.”

XS
SM
MD
LG