ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາວເປັນປະເທດທີີ່ມີການເຜົາປ່າໄມ້ ເພື່ອເຮັດໄຮ່ເລື່ອນລອຍຫລາຍທີີ່ສຸດໃນລຸ່ມແມ່ນໍ້າຂອງຕອນເທິງ


ຈຸດໄຟໄໝ້ປ່າ ໃນເຂດມຽນມາ ລາວ ແລະໄທ
ຈຸດໄຟໄໝ້ປ່າ ໃນເຂດມຽນມາ ລາວ ແລະໄທ

ລາວເປັນປະເທດທີີ່ມີການເຜົາປ່າໄມ້ ເພື່ອເຮັດໄຮ່ເລື່ອນລອຍຫລາຍທີີ່ສຸດໃນລຸ່ມແມ່ນໍ້າຂອງຕອນເທິງ ໂດຍການວິເຄາະຈາກພາບຖ່າຍດາວທຽມ ພົບວ່າລາວສູນເສຍປ່າໄມ້ໄປກວ່າ 8 ແສນເຮັກຄາໃນ 5 ປີຜ່ານມາ.

ຜູ້ປະສານງານຂອງ Green Peace ໃນເອເຊຍຕາເວັນອອກສຽງໃຕ້ ເປີດເຜີຍວ່າ ການສຳຫລວດສະພາບປ່າໄມ້ໃນເຂດລຸ່ມນໍ້າຂອງຕອນເທິງ ດ້ວຍການບັນທຶກພາບຖ່າຍໂດຍດາວທຽມສຳຫລວດໃນໄລຍະ 5 ປີຜ່ານມານີ້ພົບວ່າພາກເໜືອຂອງລາວ ເປັນເຂດທີ່ມີການເຜົາປ່າເພື່ອການເຮັດໄຮ່ເລື່ອນລອຍຫລາຍທີ່ສຸດ ໂດຍມີປ່າໄມ້ທີ່ຖືກເຜົາກວ້າງກວ່າ 820,000 ເຮັກຕາ ຕິດຕາມດ້ວຍມຽນມາ 465,000 ກວ່າເຮັກຕາ ໄທ 4 ແສນກວ່າເຮັກຕາ ແລະພຶດ ທີ່ປູກສ່ວນໃຫຍ່ກໍຄືສາລີ ໂດຍສະເພາະແມ່ນການປູກສາລີຢູ່ໃນມຽນມາ ແລະລາວນັ້ນມີເປົ້າໝາຍເພື່ອສົ່ງໄປຈີນເປັນດ້ານຫລັກ ໝາຍຄວາມວ່າປ່າໄມ້ທີ່ຖືກເຜົາທັງໃນມຽນມາ ແລະລາວນັ້ນກໍຄືເຂດສຳປະທານ ຂອງບັນດາບໍລິສັດຈາກຈີນ ຊຶ່ງໄດ້ວ່າຈ້າງແຮງງານທ້ອງຖິ່ນເພື່ອໃຫ້ບຸກເບີກພື້ນທີ່ສຳປະທານຂອງພວກຕົນດ້ວຍການເຜົາປ່າໄມ້ດັ່ງກ່າວ.

ສ່ວນສາເຫດທີ່ເຮັດໃຫ້ປະຊາຊົນ ແລະຊາວກະຊິກອນໃນລາວ ແລະມຽນມາຕ້ອງຕົກເປັນແຮງງານຮັບຈ້າງຂອງບັນດາບໍລິສັດຈີນນັ້ນ ກໍຍ້ອນວ່າພວກເຂົາເຈົ້າບໍ່ມີທີ່ດິນທຳກິນເປັນຂອງຕົນເອງ ເມື່ອສົມທົບກັບສະພາບຊີວິດການເປັນຢູ່ທີ່ຍາກຈົນຢ່າງຍິ່ງດ້ວຍແລ້ວ ຈຶ່ງເຮັດໃຫ້ພວກເຂົາເຈົ້າບໍ່ມີທາງເລືອກອື່ນໃດ ນອກຈາກການປະຕິບັດຕາມຄຳສັ່ງຂອງນາຍຈ້າງເທົ່ານັ້ນ ດັ່ງທີ່ໂຕແທນຊາວກະຊິກອນລາວໃນແຂວງໄຊຍະບຸລີ ໃຫ້ການຢືນຢັນວ່າ:

ເສດຖະກິດບໍ່ດີຄູ່ມື້ນີ້ ຫາເງິນຫາຄຳບໍ່ໄດ້ ກະຊິບໍ່ມີແນວຢູ່ແນວກິນຫັ້ນແຫລະ ສຳລັບພວກທີ່ຢູ່ຊົນນະບົດນັ້ນ ຄວນຈັດສັນໃຫ້ເຂົາເຮັດຢູ່ເຮັດກິນ ມີໄຮ່່ມີນາຫັ້ນແຫລະ ເພາະວ່າມີແຕ່ເຮືອນ ຖືວ່າບໍ່ມີທີ່ດິນເຮັດນາເຮັດສວນ ກະຍັງໄຄແດ່ກວ່າ ບໍ່ມີເດ້ ເປັນບ່ອນທຳມາຫາກິນລ້ຽງຊີບ ເຖິງຊິບໍ່ລວຍກະສາມາດລ້ຽງຄອບຄົວໄດ່້.”

ສ່ວນເຈົ້າໜ້າທີ່ກະສິກຳ ແລະປ່າໄມ້ຢືນຢັນວ່າໄຟປ່າໃນຊວງລະດູຮ້ອນຂອງທຸກປີ ເຮັດໃຫ້ປ່າໄມ້ໃນລາວເສຍ ຫາຍໄປຫລາຍກວ່າ 100,000 ເຮັກຕາ ໃນແຕ່ລະປີ ໂດຍສະເພາະແມ່ນຢູ່ເຂດແຂວງພາກເໜືອ ທີ່ມີການລັກລອບເຜົາປ່າເພື່ອເຮັດໄຮ່ເລື່ອນລອຍ ໂດຍປະຊາຊົນລາວບັນດາເຜົ່ານັ້ນ ກໍຄືເຂດທີ່ປ່າໄມ້ທີ່ເສຍຫາຍຫລາຍທີ່ສຸດ ໂດຍມີສາເຫດຈາກບັນຫາຍາກຈົນຂອງປະຊາຊົນທີ່ເປັນປະຊາກອນສ່ວນໃຫຍ່ທີ່ຢູ່ໃນເຂດດັ່ງກ່າວ ເພາະສະນັ້ນຈຶ່ງເປັນການຍາກທີ່ຈະຢຸດຢັ້ງການເຜົາປ່າໃນເຂດດັ່ງກ່າວໄດ້ຢ່າງແທ້ຈິງ ນອກຈາກຈະໄດ້ມີການແກ້ໄຂບັນຫາທຸກຍາກຂອງປະຊາຊົນລາວໄດ້ແລ້ວເທົ່ານັ້ນ.

ຍິງໄປກວ່ານັ້ນ ກໍຍັງປາກົດມີການລັກລອບປູກຝິ່ນໃນເຂດພາກເໜືອຂອງລາວອີກດ້ວຍ ຊຶ່ງກໍເປັນຍ້ອນບັນຫາຍາກຈົນຂອງປະຊາຊົນລາວບັນດາເຜົ່າເຊັ່ນດຽວກັນ ໃນຂະນະທີ່ໂຄງການຊ່ວຍເຫລືອຈາກຕ່າງປະເທດ ໂດຍສະເພາະແມ່ນໂຄງການປູກພຶດເສດຖະກິດເພື່ອທົດແທນຝິ່ນນັ້ນ ກໍຍັງໄປບໍ່ເຖິງເຂດທີ່ມີການປູກຝິ່ນດ້ວຍແລ້ວ ຈຶ່ງເຮັດໃຫ້ຍັງມີການລັກລອບປູກຝິ່ນເລື້ອຍມາ ຊຶ່ງອຳນາດປົກຄອງທ້ອງຖິ່ນກໍຮັບຮູ້ເຖິງບັນຫານີ້ ແລະຝ່າຍປາບປາມກໍມີກຳລັງຢ່າງຈຳກັດ ຈຶ່ງເປັນການຍາກທີ່ຈະແກ້ໄຂບັນຫານີ້ໄດ້ ດັ່ງທີ່ພົນເອກວິໄລ ຫລ້າຄຳຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ຢືນຢັນວ່າ:

ການປູກຝິ່ນນີ້ ກະບໍ່ໄດ້ປູກຢູ່ຄ້າຍຕຳຫລວດ ປູກຢູ່ດິນຢູ່ບ້ານ ເມືອງຂອງເຈົ້າ ແຂວງ ຂອງເຈົ້າເມືອງຫັ້ນ ແຕ່ລະຄົນກະຮູ້ໝົດວ່າ ບ່ອນປູກມີຢູ່ບ້ານເຮົາມີຈັກຄົນ ສະຖິຕິກະສິກໍາປີນີ້ໃຜເຮັດຫຍັງແດ່ ມັນມີໝົດຫັ້ນແຫລະ ຄັນວ່າເຫັນແລ້ວກະມາບອກໃຫ້ຕຳຫລວດເອົາພວກເຮົາຊິໄປແກ້ໄຂໄປທຳລາຍ ແຕ່ວ່າໃຫ້ພວກເຮົາເຄື່ອນໄຫວນີ້ບໍ່ທົ່ວເຖິງດອກ ຄືຕ່າງປະເທດເຂົາມີຮອດຍົນເວີນບິນເວິນເບິ່ງ ໄທເຮົາມັນບໍ່ມີດອກ ແລະປູກພືດທົດແທນນີ້ກະລະດົມມາຢູ່ ແຕ່ວ່າມີບາງບ່ອນກະຍັງລັກເຮັດ ຍ້ອນມັນທຸກມັນຍາກ ບາງຄອບຄົວນີ້ຕ້ອງການເງິນ ບໍ່ມີບ່ອນຢູ່ບ່ອນກິນ ບໍ່ມີລາຍຮັບ ເຂົາຕ້ອງການເງິນ ເຂົາກະເຮັດໄປ.”

ສ່ວນທາງການແຂວງຫລວງນໍ້າທາ ລາຍງານວ່າການລັກລອບປູກຝິ່ນໂດຍປະຊາ ຊົນລາວ ຍັງສືບຕໍ່ໃນເຂດ 4 ເມືອງຈາກທັງໝົດ 5 ເມືອງຂອງແຂວງ ໂດຍມີພຽງເຂດເມືອງສິງເທົ່ານັ້ນ ທີ່ບໍ່ມີການປູກຝິ່ນ ສ່ວນເມືອງນາແລ ເມືອງວຽງຄາ ເມືອງລອງ ແລະເມືອງຫລວງນໍ້າທານັ້ນ ປະຊາຊົນຍັງຄົງລັກລອບປູກຝິ່ນຄິດເປັນເນື້ອທີ່ລວມກວ້າງກວ່າ 1,500 ເຮັກຕາ ສ່ວນສຳນັກງານຄວບຄຸມຢາເສບຕິດ ແລະອາດຊະຍາກຳແຫ່ງສະຫະປະຊາຊາດ (UNODC) ປະເມີນວ່າມີການລັກ ລອບປູກຝີິ່ນ 15,000 ກວ່າເຮັກຕາ ຢູ່ໃນ 8 ແຂວງພາກເໜືອຂອງລາວໃນປັດຈຸບັນນີ້.

XS
SM
MD
LG