ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຮຽນຄຳສັບພາສາອັງກິດໃນຂ່າວ Referendum


ຮຽນຄຳສັບພາສາອັງກິດໃນຂ່າວ Referendum
please wait

No media source currently available

0:00 0:01:01 0:00

ຮຽນຄຳສັບພາສາອັງກິດໃນຂ່າວ Referendum

Welcome to the Voice of America’s “News Words,”

ທ່ານ​ນັກ​ຮຽນ​ນັກ​ສຶກ​ສາ​ທັງ​ຫລາຍ ຍິນ​ດີ​ຕ້ອນ​ຮັ​ບ​ເຂົ້າ​ສູ່​ລາຍ​ການ​ຮຽນ​ຄຳ​ສັບ​ພາ​ສາ​ອັງ​ກິດ​ໃນ​ຂ່າວ ຂອງວິ​ທະ​ຍຸ​ສຽງ​ອາ​ເມ​ຣິ​ກາ ຊຶ່ງ​ພວກ​ເຮົາ​ຈະ​ສອນ​ທ່ານ​ກ່ຽວກັບ​ ຄຳ​ສັບ​ທີ່​ໃຊ້​ໃນ​ຂ່າວ.

You might have heard this word in story about the trouble in Crimea.

ທ່ານ​ອາດ​ຈະ​ໄດ້​ຍິນຄຳ​ສັບນີ້​ຢູ່​ໃນ​ຂ່າວ ກ່ຽວ​ກັບ​ ບັນ​ຫາ​ໃນ​ໄຄ​ຣ​ເມຍ.

REFERENDUM

REFERENDUM

Russian-back troops have occupied Ukraine’s Crimea region, and the local parliament voted Thursday to split from Ukraine and join Russia. It scheduled referendum for later this month.

ກຳລັງທະຫານທີ່ໄດ້ຮັບການໜູນຫຼັງໂດຍ ຣັດ​ເຊຍ ໄດ້ຄວບ​ຄຸມພາກພື້ນ ​ໄຄ​ຣ​ເມຍ ​ຂອງ​ຢູ​ເຄ​ຣນ ແລະ​ສະ​ພາໃນ​ທ້ອງ​ຖິ່ນ ໄດ້​ລົງຄະແນນສຽງ​ໃນ​ວັນ​ພະ​ຫັດ ເພື່ອ​ແຍກອອກຈາກ ​ຢູ​ເຄ​ຣນ ແລະ​ເຂົ້າ​ຮ່ວມ​ກັບ ຣັດ​ເຊຍ. ເຂົາເຈົ້າໄດ້​ກຳ​ນົດ​ທີ່​ຈະ​ລົງ​ປະ​ຊາ​ມະ​ຕິ​ໃນ​ທ້າຍ​ເດືອນ​ນີ້.

A referendum is something that is voted on in a special election.

ການ​ລົງ​ປະ​ຊາ​ມະ​ຕິ ແມ່ນ​ສິ່ງທີ່ຖືກ​ລົງ​ຄະ​ແນນ​ສຽງໃນການເລືອກ​ຕັ້ງ​ພິ​ເສດ.

It can decide big issues, like breaking away one country to join another.

ມັນ​ສາ​ມາດ​ຕັດ​ສິນ ກ່ຽວກັບ ​ບັນ​ຫາ​ໃຫຍ່, ຄື​ການ​ແຍກ​ອອກ​ຈາກ​ປະ​ເທດ​ນຶ່ງ ໄປ​ເຂົ້າ​ຮ່ວມກັບອີກ​ປະ​ເທດ​ນຶ່ງ.

A referendum can also be about something smaller.

Referendum ​ຍັງ​ສາ​ມາດມີຄວາມໝາຍ ກ່ຽວກັບ ບາງສິ່ງ​ທີ່​ນ້ອຍກວ່າ.

Like a vote on a new law, or policy, for city, state or country.

ເຊັ່ນ​ວ່າການ​ລົງ​ຄະ​ແນນ​ສ​ຽງ​ ກ່ຽວກັບ ​ກົດ​ໝາຍ​ໃໝ່, ຫລື ​ນະ​ໂຍ​ບາຍ, ສຳລັບ​ເມືອງ, ລັດ ຫລື​ປະ​ເທດ.

Now, when you hear the word referendum, you will know what it means.

ບັດ​ນີ້ ເວ​ລາ​ທີ່​ທ່ານ​ໄດ້​ຍິນ​ຄຳ​ວ່າ referendum ທ່ານ​ຈະ​ຮູ້​ວ່າ​ມັນ​ໝາຍ​ຄວາມ​ວ່າ​ຫຍັງ.

XS
SM
MD
LG