ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວີ​ໂອ​ເອລາວ ໂອ້​ລົມ​ກັບ ຄົນເຊື້ອ​ສາຍ​ລາວ​ ຢູ່​​ເມືອງກາ​ແຢນ ​ໃນກ​ີ​ຢາ​ນາ ດິນ​ແດນ​ພົ້ນ​ທະ​ເລ​ຂອງຝ​ຣັ່ງ


ຊ​າວ​ຝ​ຣັ່ງ​ເຊື້ອ​ສາຍ​ລາວ ຕັ້ງ​ຖິ່ນ​ຖານ​ຢູ່​ກາ​ແຢນ ກີ​ຢາ​ນາ
ຊ​າວ​ຝ​ຣັ່ງ​ເຊື້ອ​ສາຍ​ລາວ ຕັ້ງ​ຖິ່ນ​ຖານ​ຢູ່​ກາ​ແຢນ ກີ​ຢາ​ນາ

ທ່ານ​ຜູ້ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວ​ຂອງວີ​ໂອ​ເອ ປະ​ຈຳ​ວັນ​ພະ​ຫັດ​ມື້​ນີ້ ເຮົາ​ຈະ​ພາ​ທ່ານ​ໄປ​ພົບກັບ​ຊາວ​ຝ​ຣັ່ງ​ເຊື້ອ​ສາຍ​ລ​າວ​ຢູ່ ກາແ​ຢນເມືອງ​ເອກ​ຂອງ​ກີ​ຢານາ ​ດິນ​ແດນ​ຂອງ​ປະ​ເທດ​ຝຣັ່ງ ຢູ່ຕັ້ງຢູ່​ທາງ​ພາກ​ຕາ​ເວັນ​ອອ​ກສຽງ​ເໜືອ ​ແຄມມະຫາ​ສະ​ໝຸດ​ແ​ອັດ​ແລນ​ຕິກຂອງ​ອາ​ເມ​ຣິ​ກາໃຕ້​. ​ຄົນ​ຝ​ຣັ່ງເຊື້ອ​ສາຍ​ລາວ ​ທີ່​ພາ​ກັນ​ຕັ້ງ​ຖິ່ນ​ຖານ​ທຳ​ມາ​ຫາ​ກິນ​ຢູ່​ທີ່​ນີ້ ແມ່ນ​ຊາ​ວ​ມົ້ງ ຕິດ​ຕາມ​ດ້ວຍ​ລາວ​ລຸ່ມ ແລະ​ໄທ​ດຳ. ຊາວຝ​ຣັ່ງ​ເຊື້ອ​ສາຍ​ລາວເຫລົ່າ​ນີ້ ​ເປັນ​ມາ​ຢ່າງ​ໃດ​ນັ້ນ ກິ່ງ​ສະ​ຫວັນ ຈະ​ນຳ​ມາ​ສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ກາ​ແຢນ (Cayenne) ແມ່ນເມືອງ​ເອກ​ ຂອງ​ກີ​ຢານາ ​ຊຶ່ງ​ເປັນ​ດິນ​ແດນ​ໂພ້ນ​ທະ​ເລ​ຂອງ​ຝ​ຣັ່ງ ​ຕັ້ງ​ຢູ່​ແຄມ​ຝັ່ງມະ​ຫາ​ສະ​ໝຸ​ດ​ອັດ​ແລນ​ຕິກຂອງ​ອາ​ເມ​ຣິ​ກາ​ໃຕ້ ​ທີ່​ເລີ້ມເປັນ​ຫົວ​ເມື​ອ​ງຂຶ້ນ​ແຫ່ງທຳ​ອິດ​ຂອງ​ຊາວ​ຢູ​ໂຣບ​ໃນຊຸມ​ປີ 1604. ກາ​
ແຢນ ​ປາກ​ພາ​ສາ​ຝ​ຣັ່ງ ​ຕົກ​ມາ​ເຖິງຊຸມປີ 1977 ​ໄດ້​ເລີ້ມ​ມີຊາວ​ອົບ​ພະ​ຍົບອິນ​ດູ​ຈີນ ໂດຍ​ສະ​ເພາະຊາວ​ມົ້ງຫລາຍ​ຮ້ອຍ​ຄອບ​ຄົວ​ກຸ່ມ​ທຳ​ອິດ ​ຈາກ​ປະ​ເທດ​ລາວ​ ໄດ້ຖືກລັດ​ຖະ​ບານຝ​ຣັ່ງ ນຳ​ເຂົາ​ເຈົ້າ​ເຂົ້າ​ມາ​ຕັ້ງ​ຖິ່ນ​ຖານຢູ່​ທີ່​ນີ້ ​ເນື່ອງ​ຈາກ​ພູ​ມີອາ​ກາດທີ່​ຄ້າຍ​ຄື​ກັນ​ກັບ​ຢູ່​ປະ​ເທດ​ລາວ. ​ຫລັງ​ຈາກ​ນັ້ນ​ຕໍ່​ມາ​ໄດ້​ມີຄອບ​ຄົວ​ລາວ​ລຸ່ມ​ຈຳ​ນວນ​ນຶ່ງຈາກ​ເຂດ​ນະ​ຄອນ​ຫລວງ​ປາ​ຣີ ​ໄ​ດ້ຕິດ​ຕາມ​າ ປັດ​ຈຸ​ບັນ​ມີຢູ່ 40 ຄອບ​ຄົວ ແລະ​ຄອບຄົວໄທ​ດຳ 3 ຄອບ​ຄົວ. ກາ​ແຢນ ​ມີ​ພູ​ຜາ​ປ່າ​ດົງ ​ອາ​ກາດ​ຮ້ອນ​ຕະ​ຫລອດ​ປີ ເໝາະ​ສົມ​ໃນ​ການ​ປູກ​ພຶດ​ຜັກ ແລະ​ ໝາກ​ໄມ້​ຕ່າງໆ​ຄື​ດັ່ງ​ຢູ່ປະ​ເທດ​ລາວ. ເພາະ​ສະ​ນັ້ນການ​ທຳ​ມາ​ຫາ​ກິນສ່ວນ​ໃຫ​ຍ່​ຂອງເຊື້ອ​ສາຍເຜົ່າ​ລາວເຫລົ່າ​ນີ້ ແມ່ນ​ເຮັດຮົ້ວ​ສວນ ຊຶ່ງລັດຖະ​ບານ​ຝ​ຣັ່ງ ໄດ້​ອະ​ນຸ​ມັດດິນດອນ ໃຫ້ເຂົາ​ເຈົ້າ​ເປັນ​ບ່ອນ​ປູກ​ຝັງທຳ​ມາ​ຫາ​ກິນ​ ປຸກ​ສ້າງເຮືອ​ນ​ຊານ ຢູ່ໄດ້ຕາມ​ໃຈ​ຊອບ ແລະ​ບໍ່​ມີ​ກົດ​ລະ​ບຽບ​ທີ່​ເຄັ່ງ​ຄັດ.

ທ່ານບັ​ນ​ນາ​ວົງ ຈັນ​ສະ​ແຫວງ ແມ່ນ​ຜູ້​ນຶ່ງ​ທີ່ເຄີຍໄດ້ທຳ​ມາ​ຫາ​ກິນ ​ຢູ່​ໃນ​ເຂດນະ​ຄອນ​ຫລວງ​ປາ​ຣີ ປະ​ເທດ​ຝ​ຣັ່ງ ເປັນ​ເວ​ລາກວ່າ​ສິບ​ປີ ກ່ອນ​ໄດ້​ຕັດ​ສິນ​ໃຈຍ້າຍ​ມາ​ຢູ່ ​ກາ​ແຢນ ຊຶ່ງ​ທ່ານໄດ້ເລົ່າ​ເຫດ​ຜົນສູ່ ວີ​ໂອ​ເອ ຟັງ​ດັ່ງ​ນີ້:

ທ່ານບັນນາວົງ ຈັນສະແຫວງ
ທ່ານບັນນາວົງ ຈັນສະແຫວງ

ທ່ານ​ເຕີມ ໂລ​ວັນ ​ແມ່ນຊົນ​ເຜົ່າ​ໄທ​ດຳ​ ໃນຈຳ​ນວນສາມ​ຄອບ​ຄົວ​ເທົ່າ​ນັ້ນ ທີ່​ໄດ້​ຍົກຍ້າຍຈາກ​ນະ​ຄອນ​ຫລວງ​ປາ​ຣີ ເຂົ້າມາ​ຕັ້ງ​ຖິ່ນ​ຖານ​ຢູ່​ກາ​ແ​ຢນເປັນ​ເວ​ລາ​ສິບກວ່າ​ປີ​ທີ່​ຜ່ານ​ມາ. ທ່ານ​ເຕີມ ເປັນ​ນັກ​ທຸ​ລະ​ກິດ​ຮ້ານ​ອາ​ຫານ ແລະ ທີ່​ພັກ​ເຊົາ ຊຶ່ງ​ທ່ານ​ເຕີມ ໄດ້​ອະ​ທິ​ບາຍ​ສູ່​ຟັງ​ດັ່ງ​ນີ້:

ພີ້​ນ້ອງ​ເຜົ່າໄທ​ດຳ ເຈົ້າ​ຂອງ​ຮ້ານ​ອາ​ຫານ ແລະ​ໂຮງ​ແຮ​ມ
ພີ້​ນ້ອງ​ເຜົ່າໄທ​ດຳ ເຈົ້າ​ຂອງ​ຮ້ານ​ອາ​ຫານ ແລະ​ໂຮງ​ແຮ​ມ

​ຍ່າ​ປ້າດວງ​ຈັນ ຈັນ​ສະ​ແຫວງ ອາ​ຍຸ 81 ປີ ​ເດີນ​ທາງຈາ​ກະ​ເທດ​ຝ​ຣັ່ງ ມາ​ຢ້ຽມ​ຢາມລູກ​ຊາຍ ແລະ​ໄດ້​ຕັດ​ສິນ​ຢູ່​ກາ​ແຢນ ​ມາ​ໄດ້​ຊາວກວ່າ​ປີ​ແລ້ວ. ​ຍາ​ປ້າ​ດວງ​ຈັນ​ກ່າວ​ວ່າ ມັກ​ຫລ​າຍ​ເພາະ​ອາ​ກາດ​ບໍ່​ໜາວ ທຸກ​ຢ່າງ​ຄື​ກັບ​ຢູ່​ເມືອງ​ລາວ ແຕ່​ເສຍ​ຢ່າງ​ດຽວ​ທີ່​ບໍ່​ມີ​ວັດ​ວາ​ອາ​ຮາມ. ຄອບ​ຄົວ​ຄົນ​ລາວ​ບໍ່​ຫລາຍ​ບພໍ​ທີ່​ຈະ​ອູ້ມ​ຊູ​ນຳ​ເອົາ​ພະ​ສົງ ແລະ​ສ້າງວັດວາ​ອາ​ຮາມ ຊຶ່ງ​ຍາ​ປ້າ​ດວງ​ຈັນ ກ່າວ​ສູ່​ຟັງ​ດັ່ງ​ນີ້:

ເຊີນ​ຟັງຍ່າປ້າດວງຈັນ ຈັນສະແຫວງ
ເຊີນ​ຟັງຍ່າປ້າດວງຈັນ ຈັນສະແຫວງ

ການຕັ້ງ​ຊີ​ວດ​ໃໝ່​ຂອງເຊື້ອ​ສາຍ​ລາວ​ຢູ່​ກາ​ແຢນ ​ກີ​ຢາ​ນາ ປະ​ກອບ​ດ້ວຍ ເຜົ່າມົ້ງທີ່​ເປັນຄົນ​ກຸ່ມ​ໃຫຍ່ ລອງ​ລົງ​ມາ​ແມ່ນລາວ​ລຸ່ມ ແລະ​ໄທ​ດຳ. ການ​ຕັ້ງ​ຖິ່ນ​ຖານໃນໄລ​ຍະ 46 ປີ ທີ່​ຜ່ານ​ມາ ໄດ້​ພິ​ສູດ​ໃຫ້​ເຫັນ​ຜົນ​ສຳ​ເລັດ. ໂດຍ​ສະ​ເພາະສ້າງ​ເສດ​ຖະ​ກິດ​ດ້ານ​ກະ​ສິ​ກຳ ໃຫ້​ແກ່​ທ້ອງ​ຖິ່ນ ​ແລະ​ດຳ​ລົງ​ຊີ​ວິດ​ດ້ວຍ​ຄວາມ​ສະ​ຫງົບ​ສຸກ.

XS
SM
MD
LG